ຕອນເຊົ້້າຂອງວັນທີ 29 ກໍລະກົດ 2025, ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າຕ່າງປະເທດໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ກົມການຄ້າຕ່າງປະເທດ, ທັງເປັນຂະແໜງການຫຼັກ (Lead Agency) ຂອງອົງປະກອບ 2.3 ຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (SEARECC) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງບົດລາຍງານ ຂອງຊ່ຽວຊານ ພາຍໃຕ້ໂຄງການດັ່ງກ່າວ ໂດຍການເປັນທານຮ່ວມຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພຸດທະນິກອນ ເຄນນາວົງ, ຮອງຫົວໜ້າກົມພາສີ, ກະຊວງການເງິນ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ, ແຂວງ ແລະ ເຈົ້າໜ້າທີ່ປະຈຳດ່ານພາສີ  (ດ່ານພາສີສາກົນນໍ້າເງີນ ແລະ ດ່ານພາສີສາກົນປາງຫົກ) ເຂົ້້າຮ່ວມທັງແບບເຊິງໜ້າ ແລະ ທາງໄກ ຈໍານວນ 115 ທ່ານ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີຫຍໍ້ກ່ຽວກັບຄວາມເປັນມາ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ - ເຊື່ອມໂຍງ (SEARECC), ການນໍາສະເໜີຮ່າງບົດລາຍງານການຄົ້ນຄ້ວາກ່ຽວກັບຊ່ອງວ່າງທາງດ້ານກົດໜາຍ ແລະ ລະບຽບການທາງພາສີ ແລະ ຂອງຂະແໜງການກ່ຽວຂ້ອງສູນກາງ, ຂັ້ນຕອນຂະ ບວນການຂໍ ແລະ ອອກໃບອະນຸຍາດ ເພື່ອການນຳເຂົ້າ ແລະ ສົ່ງອອກສິນຄ້າ ຂອງບັນດາຂະແໜງການຕ່າງໆ ແລະ ຮ່າງບົດລາຍງານຄົ້ນຄ້ວາກ່ຽວກັບພາລະບົດບາດຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານຄົ້ນຄ້ວາທີ່ຊ່ຽວຊານໄດ້ນໍາ ສະເໜີຢ່າງກົງໄປກົງມາ, ຊຶ່ງໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ຊີ້ນໍາໃຫ້ຄະນະຮັບຜິດຊອບ ນໍາເອົາບັນດາຄໍາເຫັນທີ່ໄດ້ຍົກຂຶ້ນໃນກອງປະຊຸມໄປຄົ້ນຄ້ວາ ແລະ ປັບປຸງຄືນຕື່ມ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ພ້ອມດຽວກັນ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອມຈອດ - ເຊື່ອມໂຍງ (SEARECC) ແຕ່ ປີ 2022 - ປີ 2026 ໃຫ້ສໍາເລັດ ຕາມແຜນການທີ່ໄດ້ກໍານົດໄວ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.