ວັນທີ 04 ກັນຍາ 2025 ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ໂດຍການເປັນປະເທດຂອງ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ພະນັກງານຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ຄວາມເປັນມາຂອງສັນຍາອຳນວຍຄວາມສະດວກທາງດ້ານການຄ້າໃນຂອບຂອງອົງການການຄ້າໂລກ (WTO-TFA) ແລະ ສະພາບລວມໃນການຈັດຕັ້ງປະຕິບັດ ແລະ ແຈ້ງ Notifications ບັນດາມາດຕະການໃນຂອບສັນຍາດັ່ງກ່າວໃຫ້ອົງການໂລກໃນໄລຍະຜ່ານມາ, ຊຶ່ງ ບັນດາມາດຕະການທີ່ ສປປ ລາວ ຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ແຈ້ງຄວາມຄືບໜ້າໃຫ້ ອົງການໂລກ ແມ່ນມີທັງໝົດ 36 ມາດຕະການ ໂດຍປບ່ງເປັນ 3 ໝວດ ຄື: ໝວດ A (ໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ) ມີ 13 ມາດຕະການ, ໝວດ B (ໝວດທີ່ສາມາດຈັດຕັ້ງປະຕິບັດໄດ້ ແຕ່ຕ້ອງການເວລາຂ້າມຜ່ານ) ເມື່ອກ່ອນແມ່ນມີ 6 ມາດຕະການ ແລະ ໝວດ C (ໝວດທີ່ຕ້ອງການເວລາ ແລະ ຄວາມຊ່ວຍເຫຼືອດ້ານເຕັກນິກໃນການຈັດຕັ້ງປະຕິບັດ) ມີ 17 ມາດຕະການ, ຊຶ່ງລ່າສຸດ ໃນເດືອນ 22 ສິງຫາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມລັດຖະບານແຫ່ງ ສປປ ລາວ ໄດ້ແຈ້ງຍ້າຍ 13 ມາດຕະການຈາກໝວດ C ມາໃສ່ໝວດ B, ເຮັດໃຫ້ໃນປະຈຸບັນ ໝວດ B ມີ 19 ມາດຕະການ ແລະ ໝວດ C ຍັງເຫຼື່ອຢູ່ 4 ມາດຕະການ ພ້ອມທັງໄດ້ແຈ້ງວັນຈັດຕັ້ງປະຕິບັດສໍາເລັດ 4 ມາດຕະການ ໃນໝວດ C ໃຫ້ແກ່ອົງການການຄ້າໂລກໃນ ເປັນວັນທີ 31 ທັນວາ 2025.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ແລະ ປຶກສາຫາລືການຈັດຕັ້ງປະຕິບັດວຽກງານປິ່ນອ້ອມອໍານວຍຄວາມສະດວກການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຈາກຂະແໜງການຕ່າງໆ ພ້ອມທັງປະກອບຄໍາເຫັນຢ່າງກົງໄປກົງມາ, ກອງປະຊຸມຍັງເຫັນດີ ແລະ ເປັນເອກະພາບຕໍ່ກັບເນື້ອໃນການນໍາສະເໜີຂອງກົມການຄ້າຕ່າງປະເທດກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນສັນຍາ WTO-TFA ໂດຍສະເພາະ 4 ມາດຕະການ ໃນໝວດ C ແລະ ທັດສະນະວິຊາການຂອງກອງເລຂາກ່ຽວກັບການກະກຽມແຈ້ງ Notifications ໃຫ້ແກ່ອົງການການຄ້າໂລກໃນເດືອນ ກັນຍາ 2025 ນີ້.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.