ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 2330/ຫອຄ, ລົງວັນທີ 05 ກັນຍາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໂດຍໃຫ້ເນັ້ນໜັກ ການອອກ CO ທີ່ໄດ້ຮັບສິດທິພິເສດ ແລະ ບໍ່ໄດ້ຮັບສິດທິພິເສດ ແມ່ນໃຫ້ອອກຜ່ານລະບົບເອເລັກໂຕຣນິກ (www.ecolao.gov.la) ພຽງຊ່ອງທາງດຽວ ແລະ ລາຍລະອຽດອື່ນໆແມ່ນສາມາດເບິ່ງໄດ້ຕາມແຈ້ງການທີ່ຄັດຕິດມາພ້ອມນີ້.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນຂອງແຈ້ງການສະບັບນີ້ຢ່າງພ້ອມພຽງກັນ ນັບຕັ້ງແຕ່ວັນທີ 01 ຕຸລາ 2025 ເປັນຕົ້ນໄປ. ຖ້າຫາກຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າໃດ ທີ່ບໍ່ສາມາດປະຕິບັດໄດ້ຕາມແຈ້ງການສະບັບນີ້ແມ່ນ ຈະໄດ້ເຮັດບົດບັນທຶກຕັກເຕືອນ ແລະ ຖ້າຍັງບໍ່ສາມາດແກ້ໄຂຂໍ້ບົກຜ່ອງທີ່ເກີດຂຶ້ນຕາມການປະເມີນຂອງກົມການຄ້າຕ່າງປະເທດ ແມ່ນຈະຖືກພິຈາລະນາຕັດສິດໃນການເປັນຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ.
ມີຂໍ້ສົງໄສ ສາມາດສອບຖາມຄືນໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການຄ້າຕ່າງປະເທດ ໃນໂມງ ແລະ ເວລາລັດຖະການ (ໂທ: 020 59641596, 020 29546495)
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF