ກົມວິຊາການກະເສດ ໄດ້ວິເຄາະຄວາມສ່ຽງສັດຕູພືດຂອງຢາສູບ ຈາກ ສປປ ລາວ ແລະ ໄດ້ອອກປະກາດຂອງກົມວິຊາການກະເສດ ອີງຕາມພະຣາຊະບັນຍັດກັກພືດ (ສະບັບທີ 3) ພ.ສ 2551 ດັ່ງນີ້:

ຂໍ້ 1 ປະກາດນີ້ເອີ້ນວ່າ "ປະກາດກົມວິຊາການກະເສດ ເລື່ອງ ເງື່ອນໄຂການນໍາຜ່ານຢາສູບ ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ.ສ 2555".

ຂໍ້ 2 ປະກາດນີ້ ມີຜົນບັງຄັບໃຊ້ ຫຼັງຈາກ ສາມສິບວັນ ນັບແຕ່ວັນປະກາດໃນຣາຊະກິດຈານຸເບກສາ ເປັນຕົ້ນໄປ.

ຂໍ້ 3 ຊະນິດພືດຢາສູບ (Tobacco, Nicotiana spp.) ຕາມປະກາດນີ້ ແມ່ນໃບຢາສູບອົບແຫ້ງ (Dried tobacco left).

ຂໍ້ 4 ໜ່ວຍງານທີ່ຮັບຜິດຊອບ
4.1. ຣາຊະອານາຈັກໄທ ຄື ກົມວິຊາການກະເສດ
4.2. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄື Ministry of Agriculture and Forestry ຫຼື "MAF"

ຂໍ້ 5 ການຂໍອະນຸຍາດນໍາຜ່ານ
    ຕ້ອງມີໃບອະນຸຍາດນໍາຜ່ານ ເຊິ່ງອອກໃຫ້ໂດຍກົມວິຊາການກະເສດ

ຂໍ້ 6 ວິທີການຂົນສົ່ງ
    ຕ້ອງສົ່ງຢາສູບມາຈາກເມືອງທ່າແຫ່ງໜຶ່ງ ໃນ ສປປ ລາວ ໄປຍັງເມືອງທ່າປາຍທາງໃນຣາຊະອານາຈັກໄທ ໃນລັກສະນະເປັນສິນຄ້າຂົນສົ່ງທາງບົກ.

ຂໍ້ 7 ຂໍ້ກໍານົດສໍາລັບການນໍາເຂົ້າ
7.1. ຕ້ອງບັນຈຸຢາສູບໃນພາຊະນະບັນຈຸທີ່ໃໝ່, ສະອາດ;
7.2. ຕ້ອງບັນຈຸຢາສູບໃນຕູ້ຂົນສົ່ງສິນຄ້າທີ່ປິດແໜ້ນໜາ;
7.3. ຕ້ອງຕິດບັດກໍາກັບການຜ່ານແບບ ພ.ກ 4-2 ທີ່ຕູ້ບັນຈຸສິນຄ້າ
7.4. ຕ້ອງມີໃບຮັບຮອງສຸຂານາໄມພືດຊຶ່ງອອກໂດຍ MAF ຄັດຕິດມານໍາ, ໂດຍຕົ້ນສະບັບຕ້ອງຕິດຄັດ ມາພ້ອມກັບສິນຄ້າທຸກຄັ້ງທີ່ນໍາຜ່ານ ຣາຊະອານາຈັກໄທ.

# ຫົວຂໍ້ ດາວໂຫຼດ
1 Department of Agriculture, Ministry of Agriculture and Cooperatives of Thailand has issued an announcement concerning conditions on tobacco exporting from Lao PDR transiting Thailand. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.