ສະພາການຄ້າ ແລະ ອູດສາຫະກໍາແຫ່ງຊາດ ມົງໂກເລຍ ໄດ້ແຈ້ງຜ່ານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອຊາບກ່ຽວກັບການໃຫ້ນໍາໃຊ້ແບບຟອມຂໍອອກຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທາງເອເລັກໂຕຼນິກ ຮູບແບບໃໝ່, ຊຶ່ງຈະເລີ່ມນໍາໃຊ້ຕັ້ງແຕ່ ວັນທີ 1 ມັງກອນ 2026 ເປັນຕົ້ນໄປ, ສະນັ້ນ, ບັນດາຄູ່ຮ່ວມທາງດ້ານການຄ້າ ແລະ ຜູ້ປະກອບຈາກ ສປປ ລາວ ທີ່ມີຈຸດປະສົງຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກ ມົງໂກເລຍ ແມ່ນໃຫ້ປະຕີບັດນໍາໃຊ້ແບບຟອມໃໝ່ທີ່ຄັດຕິດມາພ້ອມນີ້, ທ່ານສາມາດ ດາວໂລດແບບຟອມໄດ້ທີ່ນີ້
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແບບຟອມຂໍຢັ້ງຢືນແຫຼ່ງກໍານເນີດສິນຄ້າ ຈາກປະເທດ ມົງໂກເລຍ | PDF |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF