ຕອນເຊົ້າຂອງວັນທີ 26 ກັນຍາ 2025 ທີ່ ຫ້ອງປະຊຸມ ຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມວິສາມັນຂຶ້ນ ໂດຍມີຈຸດປະສົງ ເພື່ອປຶກສາຫາລືແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ. ກອງປະຊຸມໄດ້ໃຫ້ກຽດເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໂດຍມີທ່ານເຈົ້າແຂວງ ສະຫວັນນະເຂດ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງສະຫັວນນະເຂດ ແລະ ຜູ້ຕາງໜ້າຈາກພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ພາກທຸລະກິດ ຈາກສູນກາງ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ

   

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ໂດຍສະເພາະແມ່ບັນຫາການເກັບຄ່າບູລະນະໂຄງລ່າງພື້ນຖານ ຢູ່ດ່ານສາກົນແດນສະຫວັນ-ລາວບາວ, ບັນຫາການເກັບຄ່າບໍລິການຜ່ານທ່າບົກສະຫວັນນະເຂດ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມ ທີ່ເກີດຢູ່ແຂວງສະຫວັນນະເຂດ ກໍ່ຄືບາງແຂວງພາກກາງ ແລະ ພາກໃຕ້. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບວຽກການຄວບຄຸມກວດກາຮ່ວມກັນຈຸດດຽວ (Common Control Area: CCA) ຢູ່ດ່ານສາກົນແດນສະຫວັນ-ລາວບາວ, ຄວາມຄືບໜ້າການປັບປຸງເສັ້ນທາງເລກ 9 ແລະ ສະພາບການດໍາເນີນງານຂອງເຂດເສດຖະກິດສະຫວັນ-ເຊໂນ.    

 

  

ກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ສືບຕໍ່ໃຫ້ການຮ່ວມມື ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ຍົກຂຶ້ນມາເບື້ອງຕົ້ນ ໂດຍສະເພາະ ແມ່ນປັບປຸງພື້ນຖານໂຄງລ່າງດ່ານສາກົນແດນສະຫວັນ, ບູລະນະເສັ້ນທາງເລກ 9, ປັບປຸງຄ່າບໍລິການທ່າບົກສະຫວັນນະເຂດ, ຄົ້ນຄ້ວາເພີ່ມຄວາມສາມາດໃນການສະໜອງວັດຖຸດິບໃຫ້ໂຮງງານຜະລິດເຈ້ຍ ທີ່ຕັ້ງຢູ່ ແຂວງສະຫວັນນະເຂດ ເພື່ອຫລຸດຜ່ອນການນຳເຂົ້າວັດຖຸດິບຈາກຕ່າງປະເທດ.

  

ໃນໄລຍະເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມຄະນະຕິດຕາມຈາກສູນກາງ ແລະ ແຂວງສະຫວັນນະເຂດ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ ການດໍາເນີນງານ ຂອງບໍລິສັດ ຜະລິດເຈ້ຍ Sun paper ທີ່ ເມືອງເຊໂປນ, ການປັບປຸງດ່ານສາກົນແດນສະຫັວນ-ລາວບາວ ແລະ ເຂດເສດຖະກິດສະຫວັນ-ເຊໂນ.

 

  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.