ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຈ້ງການ
ເຖິງ: ບັນດານິຕິບຸກຄົນ ແລະ ການຈັດຕັ້ງ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການປະກອບເອກະສານສະເໜີຂໍເອົາສິນຄ້າຜ່ານແດນ ສສ ຫວຽດນາມ.
- ອີງຕາມ ດໍາລັດ ວ່າດ້ວຍການນໍາເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
- ອີງຕາມ ສັນຍາ ວ່າດ້ວຍສິນຄ້າຜ່ານແດນລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ລົງວັນທີ 13 ມີນາ 2009 ແລະ ອານຸສັນຍາ ເພື່ອປັບປຸງສັນຍາ ວ່າດວ້ຍສິນຄ້າຜ່ານແດນ ສະບັບປັບປຸງບາງມາດຕາ ໃນວັນທີ 26 ເມສາ 2017;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1990/ອຄ, ລົງວັນທີ 09 ກັນຍາ 2025.
ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຂໍແຈ້ງມາຍັງທ່ານ ກ່ຽວກັບການສະເໜີຂໍເອົາສິນຄ້າຜ່ານແດນ ສສ ຫວຽດນາມ ໃຫ້ຍື່ນຄໍາຮ້ອງຕໍ່ກົົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
- ຄໍາຮ້ອງ ຕາມແບບພິມ ຂອງກົົມການຄ້າຕ່າງປະເທດ;
- ໜັງສືສະເໜີຫາກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຕາມແບບພິມ ຂອງ ສສ ຫວຽດນາມ;
- ສໍາເນົາໃບທະບຽນວິສາຫະກິດ;
- ສໍາເນົາໃບອະນຸຍາດດໍາເນີນທຸລະກິດ (ສໍາລັບກິດຈະການທີ່ຕ້ອງຂໍອະນຸຍາດ);
- ສໍາເນົາໃບອະນຸຍາດນໍາເຂົ້າ/ສົ່ງອອກສິນຄ້າ (ສະເພາະສິນຄ້າທີ່ຕ້ອງຂໍອະນຸຍາດ ຕາມລະບຽບການກ່ຽວຂ້ອງ);
- ສໍາເນົາໃບລົງທະບຽນເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ;
- ສໍາເນົາໃບຢັ້ງຢືນແຈ້ງລົງທະບຽນເພື່ອເປີດ ຫຼື ຫັນບັນຊີເງິນຝາກ ກ່ຽວກັບການນໍາເຂົ້າ-ສົ່ງອອກ;
- ສໍາເນົາໃບແຈ້ງລາຄາສິນຄ້າ ແລະ ໃບລາຍການຫຸ້ມຫໍ່;
- ສໍາເນົາໃບແຈ້ງພາສີເປັນລາຍລະອຽດ (ຕ້ອງສະໜອງພາຍໃນ ສິບ ວັນລັດຖະການ ນັບຈາກມື້ທີ່ສິນຄ້າໄດ້ສົ່ງອອກ ຫຼື ນຳເຂົ້າ ມາ ສປປ ລາວ);
- ສໍາເນົາເອກະສານຂົນສົ່ງແຕ່ຕົ້ນທາງຫາປາຍທາງ;
- ສໍາເນົາໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຈາກປະເທດຕົ້ນທາງ (ກໍລະນີ ສິນຄ້າຄຸ້ມຄອງ);
- ສໍາເນົາສັນຍາຊື້-ຂາຍ ລະຫວ່າງ ຜູ້ສະໜອງສິນຄ້າ ແລະ ຜູ້ຊົມໃຊ້ສຸດທ້າຍ;
- ສໍາເນົາໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ (ໃບໄລ່ລ່ຽງປີຫຼ້າສຸດ);
- ສໍາເນົາເອກະສານຢັ້ງຢືນການຮັບຮອງແຜນຄວາມຕ້ອງການ (ນໍາເຂົ້າ ແລະ ສົ່ງອອກ);
- ໃບມອບສິດຈາກເຈົ້າຂອງສິນຄ້າ ໃຫ້ຜູ້ດໍາເນີນການຂໍອະນຸຍາດຜ່ານແດນ ກໍລະນີ ມອບໃຫ້ ບໍລິສັດ/ບຸກຄົນອື່ນຕາງໜ້າມາພົວພັນວຽກແທນ ຕາມແບບພິມ ຂອງກົມການຄ້າຕ່າງປະເທດ.
ສໍາລັບເອກະສານຂໍ້ທີ 3, 4, 5, 6 ແລະ 7 ໃຫ້ປະກອບມາພຽງຄັ້ງດຽວເທົ່ານັ້ນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.
ຫົວໜ້າຫ້ອງການ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແຈ້ງການກ່ຽວກັບການປະກອບເອກະສານສະເໜີຂໍເອົາສິນຄ້າຜ່ານແດນ ສສ ຫວຽດນາມ. | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF