ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຈ້ງການ
ເຖິງ: ບັນດາບໍລິສັດ, ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການປະກອບເອກະສານຂໍໃບອະນຸຍາດນໍາເຂົ້າຊົ່ວຄາວ ແລະ ສົ່ງອອກຄືນພາຫະນະທາງບົກ.
- ອີງຕາມ ຂໍ້ຕົກລົງ ວ່າດ່ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1990/ອຄ, ລົງວັນທີ 09 ກັນຍາ 2025;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງ ສະບັບເລກທີ 230/ອຄ.ກຂອ, ລົງວັນທີ 25 ມີນາ 2021;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າຕໍ່ເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສະບັບເລກທີ 1101/ອຄ, ລົງວັນທີ 11 ກໍລະກົດ 2023.
ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຂໍແຈ້ງມາຍັງ ກ່ຽວກັບການສະເໜີຂໍໃບອະນຸຍາດນໍາເຂົ້າຊົ່ວຄາວ ແລະ ສົ່ງອອກຄືນ ພາຫະນະທາງບົກ ໃຫ້ຍື່ນຄໍາຮ້ອງຕໍ່ກົົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
- ຄໍາຮ້ອງ ຕາມແບບພິມຂອງກົົມການຄ້າຕ່າງປະເທດ;
- ໃບອະນຸຍາດນຳເຂົ້າ ທີ່ຕື່ມຂໍ້ມູນຄົບຖ້ວນ ແລະ ຖືກຕ້ອງ;
- ຂໍ້ຕົກລົງຮັບຮອງແຜນນໍາເຂົ້າຈາກຂະແໜງການທີ່ຮັບຜິດຊອບ (Master List);
- ໃບຕິດຕາມຫັກລົບຕາມຂໍ້ຕົກລົງ Master List ຕາມແບບພິມຂອງກົມການຄ້າຕ່າງປະເທດ;
- ສໍາເນົາໃບແຈ້ງລາຄາສິນຄ້າ (Invoice) ແລະ ໃບລາຍການຫຸ້ມຫໍ່ (Packing List) ລະຫວ່າງ ຜູ້ສະໜອງສິນຄ້າຕົ້ນທາງ ແລະ ຜູ້ນໍາເຂົ້າ ແລະ ຜູ້ຊົມໃຊ້ສຸດທ້າຍ (ຍົກເວັ້ນພາຫະນະນໍາໃຊ້ແລ້ວຂອງນັກການທູດ);
- ສໍາເນົາໃບທະບຽນວິສາຫະກິດ;
- ໃບອະນຸຍາດດໍາເນີນທຸລະກິດ (ສຳລັບພາຫະນະຮັບໃຊ້ໂຄງການ);
- ໃບຢັ້ງຢືນມອບພັນທະອາກອນ ປະຈໍາປີ;
- ໃບມອບສິດຈາກຫົວໜ້າໂຄງການ, ຫ້ອງການສະຖານທູດ, ຫົວໜ້າອົງການຈັດຕັ້ງສາກົນຕ່າງໆ ກໍລະນີ ມອບໃຫ້ບໍລິສັດ/ບຸກຄົນອື່ນຕາງໜ້າມາພົວພັນວຽກແທນ ຕາມແບບພິມຂອງກົມການຄ້າຕ່າງປະເທດ.
ສໍາລັບເອກະສານຂໍ້ທີ 3, 6, 7, 8 ແລະ 9 ໃຫ້ປະກອບມາພຽງຄັ້ງດຽວເທົ່ານັ້ນ.
ໃບອະນຸຍາດນໍາເຂົ້າຊົ່ວຄາວ ພາຫະນະທາງບົກ ແມ່ນຈະອອກໃຫ້ພຽງຄັ້ງດຽວ, ຊຶ່ງມີອາຍຸນໍາໃຊ້ 01 ເດືອນ ນັບແຕ່ມື້ອອກໃບອະນຸຍາດເປັນຕົ້ນໄປ ແລະ ບໍ່ສາມາດຕໍ່ອາຍຸໄດ້.
ການສົ່ງອອກຄືນ ພາຫະນະທາງບົກ ທີ່ນໍາເຂົ້າຊົ່ວຄາວ ຂອງບັນດາບໍລິສັດ, ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງສາກົນ ໃຫ້ຍື່ນຄໍາຮ້ອງຕໍ່ກົົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
- ຄໍາຮ້ອງ ຕາມແບບພິມຂອງກົົມການຄ້າຕ່າງປະເທດ;
- ສໍາເນົາໃບອະນຸຍາດນໍາເຂົ້າຊົ່ວຄາວ ພາຫະນະທາງບົກ;
- ເອກະສານຢັ້ງຢຶນເຫັນດີການສົ່ງອອກຄືນ ພາຫະນະທາງບົກ ຈາກຂະແໜງການກ່ຽວຂ້ອງ;
- ສໍາເນົາ (ໃບ ບໍ) ການນໍາເຂົ້າຊົ່ວຄາວ ພາຫະນະທາງບົກ;
- ໃບຕິດຕາມຫັກລົບຕາມຂໍ້ຕົກລົງ Master List ຕາມແບບພິມຂອງກົມການຄ້າຕ່າງປະເທດ.
ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2026 ເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.
ຫົວໜ້າຫ້ອງການ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແຈ້ງການກ່ຽວກັບການປະກອບເອກະສານຂໍໃບອະນຸຍາດນໍາເຂົ້າຊົ່ວຄາວ ແລະ ສົ່ງອອກຄືນພາຫະນະທາງບົກ. | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF