ຂ່າວດີສໍາລັບຜູ້ປະກອບການທາງດ້ານການຄ້າ! ແອັບພລິເຄຊັນ ສູນຂໍ້ມູນຂ່າວສານທາງດ້ານການຄ້າ (Trade Information Portal - TIP) ສໍາລັບ ສປປ ລາວ ໄດ້ເປີດໃຫ້ນໍາໃຊ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ!
ທ່ານສາມາດເຂົ້າເຖິງ ຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໄດ້ທຸກເວລາ ແລະ ທຸກສະຖານທີ່ ຜ່ານມືຖືຂອງທ່ານ ຄື:
✅ ຂ່າວສານ ແລະ ປະກາດສໍາຄັນ ລ່າສຸດ
✅ ຮັບການແຈ້ງເຕືອນໂດຍທັນທີ
✅ ຂໍ້ມູນສະຖິຕິການຄ້າ, ເອກະສານນິຕິກໍາ, ອັດຕາພາສີ, ເເລະ ຂັ້ນຕອນຕ່າງໆ
✅ ການຄົ້ນຫາຂໍ້ມູນທີ່ງ່າຍດາຍ
✅ ສົ່ງຄໍາຖາມຕ່າງໆ ຜ່ານທາງອອນໄລນ໌.
ດາວໂຫຼດໄດ້ແລ້ວຕັ້ງແຕ່ວັນນີ້ທີ່:
- App Store: https://apps.apple.com/la/app/tip-trade-information-portal/id6743605653
- Play Store: https://play.google.com/store/apps/details?id=com.cyberia.toolkit.app
ລົງທະບຽນງ່າຍໆພຽງຄັ້ງດຽວ ແລ້ວທ່ານຈະບໍ່ພາດຂ່າວສານທາງດ້ານການຄ້າທີ່ສໍາຄັນ!
#TIP/LTP#MobileApp
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.