ໃນລະຫວ່າງ ວັນທີ 27-28 ພະຈິກ 2025, ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດໂດຍກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຈັດກອງປະຊຸມທົ່ວປະເທດ ຄັ້ງທີ 04 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາ ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ຂອງກະຊວງທີ່ກ່ຽວຂ້ອງ, ທ່ານ ຫົວໜ້າພະແນກ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ 18 ແຂວງ ທົ່ວປະເທດ ແລະ ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ເພື່ອລາຍງານ ແລະ ແລກປ່ຽນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກໃນໄລຍະຜ່ານມາ ໂດຍສະເພາະ ແມ່ນຄວາມຄືືບໜ້າໃນການຜັນຂະຫຍາຍຜົນກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ III, ແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ການຈັດຕັ້ງປະຕິບັດວຽກມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ຜົນການສຶກສາເວລາກວດປ່ອຍສິນຄ້າ (TRS) ປີ 2024 ແລະ ແຜນການໃນຕໍ່ໜ້າ, ຄວາມຄືບໜ້າໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ພົ້ນເດັ່ນ ແລະ ເປັນວຽກບູລິມະສິດ ໃນຂອບເຂດທົ່ວປະເທດ, ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າ ຫຼື Lao PDR Trade Portal (LTP) ແລະ ຜ່ານ (ຮ່າງ) ຄໍາແນະນໍາ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຈໍານວນໜຶ່ງ.
ກອງປະຊຸມໄດ້ຮັບການລາຍງານ ແລະ ແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ ຈາກບັນດາຜູ້ແທນທີ່ເຂົ້າຮ່ວມທັງພາກລັດ ແລະ ພາກທຸລະກິດ ໂດຍໄດ້ຍົກໃຫ້ເຫັນບັນຫາ, ສະເໜີທິດທາງ, ວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງ ໃນຂອບເຂດທົ່ວປະເທດມີຄວາມສະດວກ, ຫຼຸດຕົ້ນທຶນຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1ມື້ ເຄິງ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.