ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງການເງິນ
ເລກທີ 4890/ກງ
ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2025
ແຈ້ງການ
ເຖິງ: - ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ;
- ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສລາວ;
- ຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟ;
- ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ;
- ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບທຸລະກິດການນໍາເຂົ້ານໍ້າມັນເຊື້ອໄຟ ໃນຂອບ ເຂດທົ່ວປະເທດ.
ເລື່ອງ: ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ການເຄື່ອນຍ້າຍພາຍໃນ.
- ອີງຕາມ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນສະບັບເລກທີ 538/ນຍ, ລົງວັນທີ 21 ສິງຫາ 2025,
- ອີງຕາມ ໜັງສືລາຍງານຂອງກົມພາສີ ສະບັບເລກທີ 11017/ກພສ, ລົງວັນທີ 06 ພະຈິກ 2025.
ເພື່ອຮັບປະກັນໃນການຄຸ້ມຄອງການນຳເຂົ້າ ແລະ ເຄື່ອນຍ້າຍພາຍໃນສິນຄ້າປະເພດນໍ້າມັນເຊື້ອໄຟ ຊຶ່ງເປັນສິນຄ້າຍຸດທະສາດ ແລະ ມີຄວາມອ່ອນໄຫວຕໍ່ເສດຖະກິດ-ການເງີນ ທີ່ລັດຖະບານຄວບຄຸມ, ດັດສົມໃຫ້ເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດໃນແຕ່ລະໄລຍະ, ແນໃສ່ປ້ອງກັນການຫຼົບຫຼີກ ການປະຕິບັດພັນທະດ້ານພາສີ-ອາກອນ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ປະກົດຜົນເປັນຈິງ; ເຮັດໃຫ້ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.
ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີ້:
1. ຜູ້ປະກອບການນຳເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ອາຍແກັສ ຕ້ອງປະກອບເອກະສານການແຈ້ງພາສີເປັນອັນສະເພາະ ຊຶ່ງມີລາຍລະອຽດ ດັ່ງນີ້:
1) ໃບແຈ້ງພາສີໂດຍສັງເຂບ (Cargo Manifest Declaration);
2) ໃບແຈ້ງພາສີເປັນລາຍລະອຽດ (ACDD);
3) ໃບແຈ້ງລາຄາ (Invoice);
4) ໃບລາຍການຫຸ້ມຫໍ່ສິນຄ້າ (Packing List);
5) ໃບອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ (Import Permit);
6) ໃບຢັ້ງຢືນດ້ານປະລິມານ (Certificate of Quantity) ທີ່ອອກໃຫ້ໂດຍໂຮງກັ່ນນໍ້າມັນເຊື້ອໄຟຈາກປະເທດຕົ້ນທາງການຂົນສົ່ງ;
7) ໃບກໍາກັບການຂົນສົ່ງ (Delivery Note/Truck BillBill of Lading) ທີ່ອອກໃຫ້ໂດຍຜູ້ບໍລິການຂົນສົ່ງຈາກປະເທດຕົ້ນທາງ;
8) ໃບແຈ້ງພາສີຂາອອກ (Customs Declaration for Export);
9) ສັນຍາຊື້-ຂາຍນ້ຳມັນເຊື້ອໄຟ ລະຫວ່າງ ຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າ (Sale Contract).
2. ການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ອາຍແກັສ ແມ່ນໃຫ້ດໍາເນີນການແຈ້ງພາສີເປັນລາຍລະອຽດ ຢູ່ດ່ານພາສີສາກົນ ທີ່ມີລະບົບແຈ້ງພາສີແບບເອເລັກໂຕຣນິກ ແລະ ເຄື່ອງມືຮັບໃຊ້ໃນການກວດກາຂອງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ຊຶ່ງມີລາຍລະອຽດ ດັ່ງນີ້:
1) ດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1;
2) ດ່ານພາສີສາກົນສາກົນບໍ່ເຕັນ;
3) ດ່ານພາສີສາກົນຂົວມິດຕະພາບ 4;
4) ດ່ານພາສີສາກົນປາງຫົກ;
5) ດ່ານພາສີສາກົນນໍ້າເຫືອງ;
6) ດ່ານພາສີສາກົນນໍ້າເງິນ;
7) ດ່ານພາສີສາກົນນໍ້າໂສຍ;
8) ດ່ານພາສີສາກົນນຳ້ກັນ;
9) ດ່ານພາສີສາກົນປາກຊັນ;
10)ດ່ານພາສີສາກົນນ້ຳພາວ;
11)ດ່ານພາສີສາກົນນາເພົ້າ;
12)ດ່ານພາສີສາກົນຂົວມິດຕະພາບ 3;
13)ດ່ານພາສີສາກົນແດນສະຫວັນ;
14)ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ;
15)ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ;
16)ດ່ານພາສີສາກົນໜອງນົກຂຽນ,
17)ດ່ານພາສີສາກົນລະໄລ;
18)ດ່ານພາສີສາກົນດາກຕະອອກ;
19)ດ່ານພາສີສາກົນພູເກືອ.
ໝາຍເຫດ: ດ່ານພາສີສານອື່ນທີ່ບໍ່ໄດ້ລະບຸໄວ້ຂ້າງເທິງ ແມ່ນອະນຸຍາດໃຫ້ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ອາຍແກັສຢ່າງເດັດຂາດ.
3. ການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ເຄື່ອນຍ້າຍໄປຈຳໜ່າຍພາຍໃນ ໃຫ້ປະຕິບັດ ດັ່ງນີ້:
|
ລຳດັບ |
ດ່ານພາສີສາກົນ ບ່ອນນຳເຂົ້າ |
ແຂວງທີ່ອະນຸຍາດໃຫ້ເຄື່ອນຍ້າຍໄປຈຳໜ່າຍ |
|
1 |
ດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1, ນະຄອນຫຼວງວຽງຈັນ |
ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງຫຼວງພະບາງ |
|
2 |
ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນໍ້າທາ |
ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຜົ້ງສາລີ ແຂວງບໍ່ແກ້ວ, |
|
3 |
ດ່ານພາສີສາກົນຂົວມິດຕະພາບ 4, ແຂວງບໍ່ແກ້ວ |
ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງ ຫຼວງນ້ຳທາ |
|
4 |
ດ່ານພາສີສາກົນປາງຫົກ, ແຂວງຜົ້ງສາລີ |
ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ |
|
5 |
ດ່ານພາສີສາກົນນໍ້າເຫືອງ, ແຂວງໄຊຍະບູລີ |
ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງວຽງຈັນ |
|
6 |
ດ່ານພາສີສາກົນນໍ້າເງິນ, ແຂວງໄຊຍະບູລີ |
ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ |
|
7 |
ດ່ານພາສີສາກົນນໍ້າໂສຍ, ແຂວງຫົວພັນ |
ແຂວງຫົວພັນ, ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ |
|
8 |
ດ່ານພາສີສາກົນນໍ້າກັນ, ແຂວງຊຽງຂວາງ |
ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງຫົວພັນ ແລະ ແຂວງບໍລິຄຳໄຊ |
|
9 |
ດ່ານພາສີສາກົນນໍ້າພາວ, ແຂວງບໍລິຄຳໄຊ |
ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຄຳມ່ວນ, ແຂວງ ຊຽງຂວາງ ແລະ ແຂວງຫົວພັນ |
|
|
ດ່ານພາສີສາກົນນາເພົ້າ, ແຂວງຄຳມ່ວນ |
ແຂວງຄໍາມ່ວນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ |
|
|
ດ່ານພາສີສາກົນຂົວມິດຕະພາບ 3, ແຂວງຄຳມ່ວນ |
ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ |
|
|
ດ່ານພາສີສາກົນແດນສະຫວັນ, ແຂວງສະຫວັນນະເຂດ |
ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງສາລະວັນ ແລະ ແຂວງຈຳປາສັກ |
|
|
ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ |
ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງສາລະວັນ ແລະ ແຂວງຈຳປາສັກ |
|
|
ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ |
ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື |
|
|
ດ່ານພາສີສາກົນໜອງນົກຂຽນ, ແຂວງຈຳປາສັກ |
ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື |
|
|
ດ່ານພາສີສາກົນລະໄລ, ແຂວງສາລະວັນ |
ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງ ອັດຕະປື |
|
|
ດ່ານພາສີສາກົນດາກຕະອອກ, ແຂວງເຊກອງ |
ແຂວງເຊກອງ, ແຂວງຈຳປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື |
|
|
ດ່ານພາສີສາກົນພູເກືອ, ແຂວງອັດຕະປື |
ແຂວງອັດຕະປື, ແຂວງເຊກອງ, ແຂວງຈຳປາສັກ ແລະ ແຂວງສາລະວັນ
|
ກໍລະນີ ຜູ້ປະກອບການມີຄວາມຈໍາເປັນຕ້ອງການເຄື່ອນຍ້າຍນໍ້າມັນເຊື້ອໄຟ ໄປສະໜອງໃຫ້ໂຄງການພັດທະນາຢູ່ແຂວງອື່ນ ນອກຈາກຂອບເຂດການເຄື່ອນຍ້າຍທີ່ກໍານົດໄວ້ໃນຕາຕະລາງຂ້າງເທິງ ຕ້ອງສະເໜີເຖິງກົມພາສີ ເພື່ອພິຈາ ລະນາເປັນແຕ່ລະກໍລະນີ.
4. ມອບໃຫ້ກົມພາສີ, ພາສີປະຈຳແຂວງ, ນະຄອນຫຼວງ ແລະ ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ, ເຜີຍແຜ່ ແລະ ແນະນໍາໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນ ເອົາໃຈໃສ່ໃນການກວດກາຂໍ້ມູນ, ເອກະ ສານປະກອບການແຈ້ງ ແລະ ສິນຄ້າ, ເຄື່ອງຂອງຕົວຈິງຕາມຫຼັການບໍລິຫານຄວາມສ່ຽງ. ການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ໃຫ້ນຳໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນແມ່ນຊິງຊັ່ງດີຈິຕອນ, ການເຄື່ອນຍ້າຍນໍ້າມັນເຊື້ອໄຟອອກຈາກດ່ານທຸກຄັ້ງ ຕ້ອງໄດ້ຮັບການຢັ້ງຢືນການຢອດສານມາກເກີ ແລະ ການຢັ້ງຢືນດ້ານຄຸນນະພາບນໍ້າມັນເຊື້ອໄຟ ຈາກຂະແໜງການອື່ນທີ່ກ່ຽວຂ້ອງປະຈໍາດ່ານ;
5. ແຈ້ງການສະບັບນີ້ ໃຊ້ປ່ຽນແທນແຈ້ງການຂອງກະຊວງການເງີນ ກ່ຽວກັບການຄຸ້ມຄອງການນໍາເຂົ້າ ແລະ ການເຄື່ອນຍ້າຍນໍ້າມັນເຊື້ອໄຟ ສະບັບເລກທີ 2766/ກງ, ລົງວັນທີ 12 ກັນຍາ 2023 ແລະ ແຈ້ງການໂຈະຊົ່ວຄາວຂອງກະຊວງການເງິນ ກ່ຽວກັບການນໍາໃຊ້ມາດຕະການ ໃນການຄວບຄຸມການເຄື່ອນຍ້າຍນໍ້າມັນເຊື້ອໄຟ ສະບັບເລກທີ 0334/ກງ, ລົງວັນທີ 29 ມັງກອນ 2024 ແລະ ມີຜົນສັກສິດນຳໃຊ້ນັບແຕ່ວັນທີ 01 ມັງກອນ 2026 ເປັນຕົ້ນໄປ.
ກະຊວງການເງິນ
ລັດຖະມົນຕີ
ສັນຕິພາບ ພົມວິຫານ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແຈ້ງການ ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ການເຄື່ອນຍ້າຍພາຍໃນ ເລກທີ 4890/ກງ ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2025 | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF