ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ
ແຈ້ງການ ເລກທີ ເລກທີ 2923/ ພອຄ.ນວ.ກຕ, ລົງວັນທີ 31 ທັນວາ 2025
ເຖິງ: ບັນດາ ບໍລິສັດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກ ພາຫະນະ ຢູ່ນະຄອນຫຼວງວຽງຈັນ.
ເລື່ອງ: ການຄຸ້ມຄອງອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ລົດປະເພດ 02 ລໍ້ ແລະ 03 ລໍ້.
- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ສະບັບເລກທີ 196/ຈນວ, ລົງວັນທີ 24 ກຸມພາ 2023;
- ອີງຕາມດຳລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ສະບັບເລກທີ 470/ລບ, ລົງວັນທີ 27ທັນວາ 2019;
- ອີງຕາມ ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກ, ສະບັບເລກທີ 0023/ອຄ, ລົງວັນທີ 06 ມັງກອນ 2022;
- ອີງຕາມບົດບັນທຶກກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ວງຊາດ (LNSW) ຄັ້ງວັນທີ 30 ຕຸລາ 2025.
ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ນັບແຕ່ວັນທີ 02 ມັງກອນ 2026 ເປັນຕົ້ນໄປ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແມ່ນຈະເລີ່ມຈັດຕັ້ງປະຕິບັດການອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ພາຫະນະ ປະເພດ 02 ລໍ້ ແລະ 03 ລໍ້ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງທຸລະກິດຍານພາຫະນະທາງບົກມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ຄຸ້ມຄອງການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ພາຫະນະປະເພດ 02 ລໍ້ ແລະ 03 ລໍ້ ສະບັບເລກທີ 0023/ອຄ, ລົງວັນທີ 06 ມັງກອນ 2012 ແລະ ແຈ້ງການຂອງກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ ການອອກໃບອະນຸຍາດນຳເຂົ້າສິນຄ້າປະເພດພາຫະນະ ໂດຍຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ສະບັບເລກທີ 2369/ກຂອ,ລົງວັນທີ 25 ກໍລະກົດ 2022. ສະນັ້ນ, ຈຶ່ງແຈ້ງມາຍັງບັນດາບໍລິສັດທີ່ດໍາເນີນທຸລະກິດນຳເຂົ້າ ແລະ ສົ່ງອອກພາຫະນະ ປະເພດ 02 ລໍ້ ແລະ 03 ລໍ້ ແມ່ນໃຫ້ຂໍໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ໂດຍຜ່ານລະບົບດັ່ງກ່າວ ນຳ ຂະແໜງການຄ້າຕ່າງປະເທດ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໂທ: 021 413212, 02099996547-02095335752 ຖະໜົນ 450 ປີ, ບ້ານ ໂຊກໃຫຍ່, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຈື່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.
ເຊັນແທນ ຫົວໜ້າພະແນກ
ຄໍາເປີ້ນ ວໍລະເດດ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ແຈ້ງການຄຸ້ມຄອງອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ລົດປະເພດ 02 ລໍ້ ແລະ 03 ລໍ້ ເລກທີ 2923/ ພອຄ.ນວ.ກຕ | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF