ໃນຕອນເຊົ້າຂອງວັນທີ 19 ມັງກອນ 2026, ທີ່ຫ້ອງປະຊຸມ ສະໂມສອນຫຼັກ 4 ແຂວງ ຈຳປາສັກ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງວິສາຫະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະຜ່ານມາ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຈັນທະບຸນ ສຸກອາລຸນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ພິມພອນ ພັນດານຸວົງ, ຮອງປະທານຄະນະກຳມະທິການປົກຄອງແຂວງ ຈຳປາສັກ. ໃນກອງປະຊຸມດັ່ງກ່າວ ໄດ້ມີແຂກທີ່ເຂົ້າຮ່ວມຈາກບັນດາຫົວໜ້າກົມ, ຮອງກົມ ຈາກບັນດາກົມທີ່ກ່ຽວຂ້ອງພາຍໃນກະຊວງ ອຄ, ຄະນະພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ, ແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ພ້ອມດ້ວຍບັນດາຂະແໜງການກ່ຽວຂ້ອງ ແລະ ບັນດາຫົວໜ່ວຍວິສາຫະກິດນຳເຂົ້າ ແລະ ສົ່ງອອກສິນຄ້າ ພາຍໃນແຂວງ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ: ເພື່ອປຶກສາຫາລືກ່ຽວກັບ ການທົບທວນຄືນບັນດາກົນໄກ ແລະ ການຈັດຕັ້ງປະະຕິບັດນິຕິກຳ, ຕີລາຄາບັນດາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຍົກໃຫ້ເຫັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ພ້ອມທັງຮ່ວມກັນປຶກສາຫາຊອກໃຫ້ບັນດາສິ່ງທ້າທາຍດັ່ງກ່າວໃນຕໍ່ໜ້າ. ໃນກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການນຳສະເໜີ ກ່ຽວກັບ ການຄຸ້ມຄອງວິສາຫະກິດນໍາເຂົ້າ ແລະ ສົ່ງອອກສິນຄ້າ; ນະໂຍບາຍການຄຸ້ມຄອງບັນຊີວິສາຫະກິດນໍາເຂົ້າ ແລະ ສິນຄ້າ; ແລະ ການດັດສົມວິສາຫະກິດນຳເຂົ້າ ແລະ ສົ່ງອອກທີ່ຕິດພັນກັບວຽກງານການຄ້າພາຍໃນ.

ກອງປະຊຸມດັ່ງກ່າວໄດ້ສຸມໃສ່ເປີດເວທີໃຫ້ຜູ້ເຂົ້າຮ່ວມທັງພາກລັດ ແລະ ພາກເອກະຊົນ ປະກອບຄໍາຄິດຄໍາເຫັນ, ແລກປ່ຽນ ຢ່າງກົມໄປກົງມາ ແລະ ມີຈຸດສຸມ. ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງວິສາຫະກິດນໍາເຂົ້າ ແລະ ສົ່ງອອກ ແລະ ກົນໄກປະສານງານລະຫວ່າງສູນກາງດ້ວຍກັນ, ສູນກາງກັບທ້ອງຖິ່ນ ແລະ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມເປັນເອກະພາບ, ເຂົ້າສູ່ລະບົບ ແລະ ຮ່ວມກັນຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບການ ທີ່ວາງອອກໃຫ້ມີປະສິດທິຜົນສູງສຸດ. ກອງປະຊຸມໄດ້ດໍາເນີນ ແລະ ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ


ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.