ຂະບວນລົດໄຟທີ່ບັນທຸກໝາກກວ້ຍ ທີ່ປູກໃນ ສປປ ລາວ ຖ້ຽວທໍາອິດໄດ້ຖືກສົ່ງໄປຮອດ ນະຄອນ ຈົງຊິ່ງ, ສປ ຈີນ, ຊຶ່ງເປັນການຂົນສົ່ງທີ່ນຳໃຊ້ລະບົບຂົນສົ່ງທາງລົດໄຟແບບຄົບວົງຈອນ ຈາກຕົ້ນທາງຮອດປາຍທາງ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ຂະບວນຂົນສົ່ງດັ່ງກ່າວປະກອບມີ ຕູ້ຄອນເທນເນີ 40 ຟຸດ ຈຳນວນ 5 ຕູ້ ນ້ຳໜັກລວມ 85.5 ໂຕນ ໂດຍອອກເດີນທາງຈາກນະຄອນຫຼວງວຽງຈັນ ແລະ ເຂົ້າສູ່ປະເທດຈີນຜ່ານດ່ານລົດໄຟ ໂມຮານ ແຂວງຢຸນນານ ກ່ອນຈະເດີນທາງຕໍ່ໄປຍັງນະຄອນຈົງຊິ່ງ.
ຫຼັງຈາກຜ່ານການກວດກາຂອງເຈົ້າໜ້າທີ່ກົມພາສີແລ້ວ, ໝາກກ້ວຍດັ່ງກ່າວໄດ້ຖືກຈັດຈຳໜ່າຍໃຫ້ແຕ່ລະຕະຫຼາດຂາຍສົ່ງໝາກໄມ້ໃນນະຄອນຈົງຊິ່ງ ແລະ ເຂດໃກ້ຄຽງ. ການຂົນສົ່ງໝາກວ້ຍ ຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການຕະທີ່ເພີ່ມຂຶ້ນຂອງຕະຫຼາດຈີນ ຕໍ່ໝາກໄມ້ທີ່ມີຄຸນນະພາບສູງຈາກ ອາຊຽນ. ໝາກກ້ວຍລາວ ແມ່ນກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນ ເນື່ອງຈາກມີແຫຼ່ງສະໜອງທີ່ໝັ້ນຄົງ, ລົດຊາດດີ ແລະ ລາຄາແຂ່ງຂັນໄດ້.
ການຂົນສົ່ງທາງລົດໄຟ ດັ່ງກ່າວ ແມ່ນມີລະບົບຄວບຄຸມອຸນຫະພູມ, ຕິດຕາມເວລາຂົນສົ່ງຕະຫຼອດໄລຍະທາງ ພ້ອມດຽວກັນ ຂັ້ນຕອນ ແລະ ໄລຍະເວລາໃນການຂົນສົ່ງສັ້ນຂຶ້ນ, ຫຼຸດຜ່ອນການສູນເສຍ ແລະ ຄ່າໃຊ້ຈ່າຍ ໂດຍລວມ ຄ່າຂົນສົ່ງ ຫຼຸດລົງເຖິງ 16% ເມື່ອທຽບກັບການຂົນສົ່ງທາງລົດ. ເພື່ອຮັບປະກັນການນຳເຂົ້າໝາກໄມ້ໃຫ້ເປັນໄປຢ່າງລຽບງ່າຍ ກົມສຸລະກາກອນນະຄອນຈົງຊິ່ງ ໄດ້ເລີ່ມນຳໃຊ້ໂຄງການທົດລອງການກວດກາ ແລະ ກັກກັນພືດ ພາຍໃຕ້ກອບຂອງແລວທາງການຄ້າທາງບົກ ແລະ ທາງທະເລສາກົນໃໝ່ ພ້ອມທັງເສີມສ້າງການປະສານງານກັບກົມພາສີ, ນະຄອນຄຸນໝິງ ແລະ ເຈົ້້າໜ້າທີລົດໄຟທີ່ກ່ຽວຂ້ອງ.
ທ່ານ ຈ່າວ ຂາຍ (Zhao Kai) ຮອງຜູ້ອຳນວຍການ ພະແນກກັກກັນສັດ ແລະ ພືດ ຂອງກົມພາສີ, ນະຄອນຈົງຊິ່ງ ກ່າວວ່າ ທາງລົດໄຟ ລາວ-ຈີນ ກຳລັງກາຍເປັນເສັ້ນທາງທີ່ໄດ້ຮັບຄວາມນິຍົມ, ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ເປັນມິດຕໍ່ສິ່ງແວດລ້ອມ ເໝາະສົມຕໍ່ການຂົນສົ່ງຜະລິດຕະພັນກະສິກຳຈາກພາກພື້ນອາຊຽນ ເຂົ້າສູ່ນະຄອນຈົງຊິ່ງ.
ແຫຼ່ງຂ່າວ: ໜັງສືພິມວຽງຈັນທາມສ໌, ສະບັບທີ 23, ລົງວັນທີ 3 ກຸມພາ 2026

ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.