ວັນທີ 5 ກຸມພາ 2026, ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຮ່ວມກັບອົງການ ອົງການຄະນະກຳມາທິການເສດຖະກິດ ແລະ ສັງຄົມ ແຫ່ງສະຫະປະຊາຊາດ ສຳລັບອາຊີ ແລະ ປາຊີຟິກ (ESCAP) ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການຄ້າຂ້າມແດນແບບທັນສະໄໝ” ໂດຍ ໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ, ຫົວໜ້າກົມການຄ້າຕ່າງປະເທດ ແລະ ທ່ານ ຢານ ດູວານ (Yann Duval), ຫົວໜ້າຂະແໜງນະໂຍບາຍ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ, ພະແນກການຄ້າ ການລົງທຶນ ແລະ ນະວັດຕະກໍາ, ຈາກ ອົງການ ESCAP, ມີບັນດາຄະນະກົມ, ຄະນະພະແນກ ແລະ ຕາງໜ້າຈາກພາກລັດ ແລະ ເອກະຊົນ ເຂົ້່າຮ່ວມ.

ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດສັນຍາ WTO-TFA ແລະ ວຽກງານການຄ້າຂ້າມແດນແບບທັນສະໄໝ, ລາຍງານຜົນການປະເມີນຄວາມພ້ອມການຄ້າຂ້າມແດນແບບທັນສະໄໝຂອງ ສປປ ລາວ ຊຶ່ງເປັນຄັ້ງທໍາອິດ ທີ່ນໍາມາເຜີຍແຜ່ເປັນທາງການ ພາຍຫຼັງບົດລາຍງານດັ່ງກ່າວ ໄດ້ສໍາເລັດໃນກາງປີ 2022 ແລະ ເພື່ອຊ່ວຍໃຫ້ພາກສ່ວນກ່ຽວຂ້ອງ ຢູ່ ສປປ ລາວ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມສໍາຄັນ ວຽກງານການຄ້າຂ້າມແດນແບບທັນສະໄໝ ລວມທັງເນື້ອໃນ ແລະ ຜົນປະໂຫຍດຂອງສັນຍາ CPTA.


ກອງປະຊຸມ ໄດ້ຮັບຟັງການນໍາສະເໜີກ່ຽວກັບວຽກບູລິມະສິດການອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ, ພິທີການ, ການຫັນເປັນທັນສະໄໝຂອງຂະແໜງພາສີ ແລະ ບົດລາຍງານຂອງຜູ້ຕາງໜ້າອົງການ ESCAP ພ້ອມດຽວກັນ ແມ່ນໄດ້ມີການປຶກສາຫາລືກັນເປັນແບບຜູ້ຮ່ວມສົນທະນາ (Panel) ແລະ ກຸ່ມສົນທະນາ (Group) ກ່ຽວກັບສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວຽກງານການຄ້າຂ້າມແດນແບບທັນສະໄໝ.

ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.