ວັນທີ 12 ກຸມພາ 2026 ທີ່ ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມກ່ຽວກັບການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ວຽກງານທີ່ກ່ຽວຂ້ອງ ໂດຍເປັນປະທານຂອງ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ, ມີບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບວຽກງານການຜັນຂະຫຍາຍການຜັນຂະຫຍາຍແຜນດໍາເນີນງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ວິທີການສ້າງແຜນລະອຽດຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຄໍາແນະນໍາ ກ່ຽວກັບກົນໄກປະສານງານ ແລະ ການລາຍງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເລກທີ 001/ຄອຄຂ.ສ, ລົງວັນທີ 09 ມັງກອນ 2026, ຂໍ້ຕົກລົງ ຄະນະປະສານງານ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ຜ່ານເວັບໄຊທ໌ Lao PDR Trade Portal (LTP) ເລກທີ 005/ຄອຄຂ.ສ, ລົງວັນທີ 11 ກັນຍາ 2025 ພອ້ມດຽວກັນ ແມ່ນໄດ້ແນະນໍາວິທີການນໍາໃຊ້ Features ໃໝ່ໆຂອງເວັບໄຊທ໌ LTP, ການນໍາໃຊ້ ແອັບຟລີເຄເຊິນ ສູນຂໍ້ມູນຂ່າວສານດ້ານການຄ້າ Application TIP ແລະ ການເຮັດທົດລອງສ້າງ LTP Agency User ແລະ ບັນຈຸຂໍ້ມູນຂ່າວສານຂອງຂະແໜງການທີ່ກ່ຽວຂ້ອງ (Agency) ລົງໃນເວັບໄຊທ໌ LTP .

ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ, ປະທານກອງປະຊຸມກ່າວທີ່ປະຊຸມວ່າ: ລັດຖະບານ ໄດ້ສ້າງແຜນຍຸດທະສາດ ອໍານວຍຄວາມສະດວກທາງດ້ານການຄ້າ ສະບັບທໍາອິດ ປີ 2011-2015 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດບັນດາຂໍ້ຜູກມັດ ຫຼື ມາດຕະການ ທີ່ ສປປ ລາວ ຕ້ອງໄດ້ປະຕິບັດ ເພື່ອກະກຽມເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໂດຍສະເພາະແມ່ນການປັບປຸງຂັ້ນຕອນ ແລະ ລະບຽບການທາງດ້ານການຄ້າໃຫ້ມີຄວາມກະທັດຮັດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານການຄ້າ, ຊຶ່ງສໍາລັບແຜນດໍາເນີນງານ ປີ 2025-2030 ແມ່ນ ໄດ້ໂຮມເອົາວຽກການຄ້າ ແລະ ການຂົນສົ່ງເຂົ້ານໍາກັນ ເພື່ອເຮັດໃຫ້ກົນໄກປະສານງານ ແລະ ການແກ້ໄຂບັນຫາ ທີ່ຕິດພັນກັບການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ມີຄວາມກະທັດ ແລະ ສະດວກຄ່ອງຕົວ ເພາະສອງວຽກດັ່ງກ່າວມີການພົວພັນການຢ່າງສະໜິດແໜ້ນ, ດັ່ງທີ່ປະທານໄກສອນ ໄດ້ກ່າວໄວ້ເມື່ອກ່ອນວ່າ: “ການຄ້າ ເປັນຕ່ອງໂສ້ ແລະ ຄົມມະນາຄົມ ເປັນປາຍແຫຼມ”

ກອງປະຊຸມໄດ້ດໍາເນີນໄປ ເປັນເວລາ 1 ວັນເຕັມ ແລະ ປິດລົງໃນວັນດຽວກັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.