ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມເຜີຍແຜ່ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຂຶ້ນ ໃນວັນທີ 20-21 ກັນຍາ 2012, ທີ່ໂຮງແຮມ ເມີກຽວ, ນະຄອນຫຼວງວຽງຈັນ ຊຶ່ງໄດ້ຮັບກຽດເປັນປະທານກ່າວເປີດໂດຍ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໄດ້ມີຜູ້ເຂົ້າຮ່ວມຈາກທາງພາກລັດເຊັ່ນ: ພະແນກອຸດສາຫະກໍາ ແລະ ການຄ້າ, ພາສີເຂດ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກສາທາລະນະສຸກ, ຫ້ອງວ່າການແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ພາກທຸລະກິດ ຈາກນະຄອນຫຼວງ ແລະ 4 ແຂວງພາກກາງລວມມີ: ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ທັງພາກລັດ ແລະ ພາກທຸລະກິດ ໄດ້ຮຽນຮູ້ວິທີການເຂົ້າຫາ ແລະ ຄົ້ນຫາຂໍ້ມູນທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານເວັບໄຊທ໌ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ແລະ ເພື່ອເຮັດໃຫ້ການເຂົ້າເຖິງ ຂໍ້ມູນຂ່າວສານການຄ້າຂອງສາທາລະນະຊົນ ມີລັກສະນະກວ້າງຂວາງ ແລະ ຖືກເຜີຍແຜ່ໃນທົ່ວປະເທດ ລວມທັງສາກົນອີກດ້ວຍ.

ໃນການຝຶກອົບຮົມດັ່ງກ່າວ ໄດ້ມີການນໍາສະເໜີທາງດ້ານເນື້ອໃນທີ່ສໍາຄັນເຊັ່ນ: ການແນະນໍາໂດຍສັງເຂບຄວາມໝາຍຄວາມສໍາຄັນຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ພ້ອມທັງສາທິດໃນການຄົ້ນຫາຂໍ້ມູນນິຕິກໍາ, ລະບຽບກົດໝາຍ ແລະ ຄົ້ນຫາລາຍການສິນຄ້າ, ແນະນໍາໜ້າຂໍ້ມູນທົ່ວໄປ, ໜ້າຂໍ້ມູນການເຂົ້າສູ່ຕະຫຼາດ ແລະ ນໍາສະເໜີໜ້າຈຸດສອບຖາມ ດ້ານສຸຂານາໄມ-ສຸຂານາໄມພືດ ແລະ ສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ. ພ້ອມທັງນໍາສະເໜີການລົງທະບຽນເປັນສະມາຊິກ, ວິທີການຕິດຕໍ່ພົວພັນ ແລະ ນໍາໃຊ້ແບບຟອມສະແດງຄວາມຄິດເຫັນ ແລະ ຂໍ້ແນະນໍາ. ນອກນັ້ນ, ຍັງມີການແນະນໍາ ໃຫ້ຜູ້ເຂົ້າຮ່ວມຝຶກຫັດນໍາໃຊ້ຕົວຈິງກັບທີ່ເລີຍ ໂດຍການຈັດແບ່ງເປັນກຸ່ມຝຶກຫັດ.

ໃນການຝຶກອົບຮົມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຮຽນຮູ້ເອົາບົດຮຽນ ການນໍາໃຊ້ສູນຂໍ້ມູນຂ່າວສານດັ່ງກ່າວ ຢ່າງພ້ອມພຽງ ເຊິ່ງໄດ້ສະແດງອອກໃນການເຮັດແບບຝຶກຫັດ ແລະ ຕອບຄໍາຖາມໄດ້ເປັນຢ່າງດີ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ສູງສົມຄວນ.

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້່າ ຍັງຈະມີການຈັດຝຶກອົບ ຮົມລັກສະນະນີ້ອີກໃນຄັ້ງຕໍ່ໄປ ໃນບັນດາແຂວງພາກເໜືອ ຊຶ່ງຈະເນັ້ນເຊື້ອເຊີນພາກທຸລະກິດໃຫ້ເຂົ້າຮ່ວມຫຼາຍຂຶ້ນ ເຮັດໃຫ້ພາກທຸລະກິດໄດ້ຮັບຮູ້ຂໍ້ມູນ ແລະ ຮູ້ຈັກນໍາໃຊ້ເຄື່ອງມືທີ່ທັນສະໄໝນີ້ ເພື່ອເຂົ້າເຖິງສູນຂໍ້ມູນຂ່າວສານທາງດ້ານການຄ້່າໄດ້ສະດວກ ແລະ ງ່າຍດາຍຂຶ້ນກວ່າເກົ່າ. ນອກຈາກນນັ້ນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້່າ ຍັງຈະສືບຕໍ່ເຮັດວຽກກັບ ບັນດາສະມາຊິກ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອອັບເດດຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ທັນກັບສະພາບການ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.