ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກປ່ຽນ ຄ້າຂາຍຜະລິດຕະພັນສິນຄ້າກະສິກຳ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລົງນາມຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ໃນຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກ ໝາກຖົ່ວລຽນສົດ ຂອງ ສປປ ລາວ ໄປ ສປ ຈີນ. ໃນປັດຈຸບັນຂະບວນການຜະລິດ ໝາກ ຖົ່ວລຽນສົດ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ເຊິ່ງເປັນການສ້າງລາຍຮັບໃຫ້ ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ສະນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ໝາກຖົ່ວລຽນສົດ ຫັນເຂົ້າສູ່ລະບົບ, ມີ ຄວາມເປັນເອກະພາບ ແລະ ສອດຄ່ອງ ກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກ ໝາກ ຖົ່ວລຽນສົດ ຈາກ ສປປ ລາວ ໄປ ສປ ຈີນ, ກົດໝາຍ, ລະບຽບການ, ສົນທິສັນຍາວ່າດ້ວຍ ການປ້ອງກັນພືດສາ ກົນ ພ້ອມທັງອໍານວຍຄວາມສະດວກທາງດ້ານການຄ້າ.
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ຄໍາແນະນໍາ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກ ໝາກຖົ່ວລຽນສົດ ຈາກ ສປປ ລາວ ໄປ ສປ ຈີນ ເລກທີ 0467/ກປຟ, ລັງວັນທີ 21 ມັງກອນ 2026 | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF