ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ວຽກງານຊັບພະຍາກອນທີ່ເປັນຢາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນໄປຢ່າງ ມີປະສິດທິພາບ ແລະ ປະສິດທິຜົນແນ່ໃສ່ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ຊັບພະຍາກອນທີ່ເປັນຢາ ບໍ່ໃຫ້ບົກແຫ້ງ, ສູນພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍົງ, ຮັບປະກັນການນໍາໃຊ້ຊັບພະຍາກອນທີ່ເປັນຢາ ທີ່ມີຄຸນນະພາບ ແລະ ປອດໄພ ເຂົ້າໃນການປິ່ນປົວ, ຮັກສາສຸຂະພາບຂອງຄົນ, ເຮັດໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ, ສ້າງເປັນຜະລິດຕະພັນສົ່ງອອກ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກ ແລະ ພັດທະນາປະເທດຊາດ.
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ເລກທີ 55/ສພຊ; ລົງວັນທີ 28 ມິຖຸນາ 2024. | PDF |
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຕ້ອງຂໍອະນຸຍາດສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາທີ່ປຸງແຕ່ງ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາຕ້ອງໄດ້ຂໍອະນຸຍາດຈາກຂະແໜງສາທາລະນະສຸກ;ຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໂດຍຜ່ານການກວດກາຂອງເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ເຈົ້າໜ້າທີ່ອື່ນໆທີ່ກ່ຽວຂ້ອງ | ກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ເລກທີ 55/ສພຊ; ລົງວັນທີ 28 ມິຖຸນາ 2024. | 9999-12-31 | ALL |
| 2 | ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າຊັບພະຍາກອນທຳມະຊາດທີ່ເປັນຢາ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການນຳເຂົ້າຊັບພະຍາກອນທຳມະຊາດທີ່ເປັນຢາຕ້ອງໄດ້ຂໍອະນຸຍາດຈາກຂະແໜງສາທາລະນະສຸກ | ກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ເລກທີ 55/ສພຊ; ລົງວັນທີ 28 ມິຖຸນາ 2024. | (not set) | ALL |
| 3 | ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າເພື່ອສົ່ງອອກຕໍ່ - ຊັບພະຍາກອນທຳມະຊາດທີ່ເປັນຢາ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ສາທາລະນະສຸກ | ການນຳເຂົ້າເພື່ອສົ່ງອອກຕໍ່ຊັບພະຍາກອນທຳມະຊາດທີ່ເປັນຢາຕ້ອງໄດ້ຂໍອະນຸຍາດຈາກຂະແໜງສາທາລະນະສຸກ | ກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ເລກທີ 55/ສພຊ; ລົງວັນທີ 28 ມິຖຸນາ 2024. | (not set) | ALL |
| 4 | ຮຽກຮ້ອງໃຫ້ໃບຢັ້ງຢືນຈາກປະເທດຕົ້ນທາງ -ຊັບພະຍາກອນທຳມະຊາດທີ່ເປັນຢາ | TBT | ກະຊວງ ສາທາລະນະສຸກ | ການນຳເຂົ້າຊັບພະຍາກອນທຳມະຊາດທີ່ເປັນຢາຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາ, ໃບຢັ້ງຢືນແນວພັນພືດ, ໃບຢັ້ງຢືນຄຸນນະພາບ (COA), ໃບຢັ້ງຢືນສຸຸຂານາໄມພືດ ອອກໂດຍອົງການທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ | ກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ເລກທີ 55/ສພຊ; ລົງວັນທີ 28 ມິຖຸນາ 2024. | (not set) | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF