ຂໍ້ຕົກລົງ ສະບັບນີ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການດໍາເນີນທຸລະກິດທາງດ້ານເຕັກໂນໂລຊີ ດິຈິຕອນ ເພື່ອສົ່ງເສີມການນໍາໃຊ້, ການໃຫ້ການບໍລິການມີປະສິດທິພາບ, ເອກະພາບ, ຮັບປະກັນຄຸນນະພາບມາດຕະຖານເຕັກນິກການໃຫ້ບໍລິການ ແລະ ອຸປະກອນ ແນ່ໃສ່ ໃຫ້ມີຄວາມເປັນລະບຽບ, ປອດໄພ, ຍຸຕິທໍາ ຕໍ່ຜູ້ໃຊ້ບໍລິການ ແລະ ສັງຄົມ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຕ້ອງໄດ້ຮັບອະນຸຍາດອຸປະກອນດ້ານເຕັກໂນໂລຊີດິຈິຕອນນຳເຂົ້າ | ຕ້ອງໄດ້ຮັບອະນຸມັດ | ກະຊວງ ເຕັກໂນໂລຊີ ແລະ ການສື່ສານ | ການນໍາເຂົ້າອຸປະກອນເຕັກໂນໂລຊີດີຈີຕອນ ແມ່ນການຂໍອະນຸຍາດນໍາເຂົ້າອຸປະກອນເຕັກໂນໂລຊີດີຈີຕອນ ພາຍຫຼັງທີ່ໄດ້ຮັບການຢັ້ງຢືນລະບຽບການດ້ານເຕັກນິກ ຜູ້ໃຫ້ບໍລິການນໍາເຂົ້າອຸປະກອນດ້ານເຕັກໂນໂລຊີດີຈີຕອນ ຕ້ອງໄດ້ຂໍໃບອະນຸຍາດນໍາເຂົ້າອຸປະກອນຕາມຈໍານວນຕົວຈິງ ທີ່ຈະນໍາເຂົ້າແຕ່ລະຄັ້ງ ຈາກຂະແໜງການເຕັກໂນໂລຊີ ແລະ ການສື່ສານ (ກົມເຕັກໂນໂລຊີດິຈິຕອນ) | ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ເລກທີ 3643/ກຕສ; ລົງວັນທີ 29 ກັນຍາ 2025. | 9999-12-31 | ALL |
| 2 | ຕ້ອງໄດ້ຮັບການຂຶ້ນທະບຽນເປັນຜູ້ນໍາເຂົ້າ - ອຸປະກອນດ້ານເຕັກໂນໂລຊີດິຈິຕອນ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ເຕັກໂນໂລຊີ ແລະ ການສື່ສານ | ນິຕິບຸກຄົນ ທີ່ຕ້ອງການດໍາເນີນທຸລະກິດໃຫ້ບໍລິການນໍາເຂົ້າອຸປະກອນເຕັກໂນໂລຊີດິຈິຕອນ ຕ້ອງໄດ້ຂໍອະນຸຍາດນໍາຂະແໜງການເຕັກໂນໂລຊີ ແລະ ການສື່ສານ (ກົມເຕັກໂນໂລຊີດິຈິຕອນ) ຕາມເງື່ອນໄຂ ແລະ ມາດຕະຖານທີ່ກໍານົດໄວ້ | ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ເລກທີ 3643/ກຕສ; ລົງວັນທີ 29 ກັນຍາ 2025. | 9999-12-31 | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.