ສໍາລັບລົດກົນຈັກໜັກ ຢູ່ໃນບົດແນະນໍາສະບັບນີ້ ໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດລົດກົນຈັກໜັກທົ່ວໄປ (Universal Heavy Machinery) ແລະ ປະເພດກົນຈັກໜັກ ສະເພາະຂະແໜງການ (Specialized Heavy Machinery).

ແຕ່ລະປະເພດປະກອບມີ:

  • ປະເພດລົດກົນຈັກໜັກທົ່ວໄປລວມມີ: ລົດຕັກ (Wheel Loaders), ລົດຈົກ-ຕັກ (Backhoes), ລົດຈົກ (Excavators), ລົດດຸດ (Bulldozers), ລົດຍົກຍໍ (Forklift), ລົດຍົກ (Cranes), ລົດກວາດ (Graders), ລົດໂລ (Roller);
  • ປະເພດລົດກົນຈັກໜັກສະເພາະ ນໍາໃຊ້ສະເພາະໃນຂະແໜງການໃດໜຶ່ງຕໍ່ໄປນີ້: ການຂຸດຄົ້ນບໍ່ແຮ່, ການປູພື້ນ-ປູຢາງ, ການຜະລິດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ, ການບໍລິການສາທາລະນະ (ວຽກຂະແໜງໂຍທາທິການ) ແລະ ອຸດສາຫະກໍາການຂົນສ່ົງສະເພາະເປັນຕົ້ນແມ່ນ: ປະເພດຫົວລາກ-ຫາງລາກ, ລົດດ້າມ, ລົດນໍ້າ, ລົດກູ້ໄພຈະລາຈອນ, ລົດດັບເພີງ, ລົດຕູ້ແຊ່ເຢັນ ແລະ ລົດຂົນສົ່ງວັດຖຸອັນຕະລາຍ (ລົດບັນທຸກນໍ້າມັນ, ລົດອາຍແກ໊ສ, ລົດຂົນສົ່ງສານເຄມີ) ແລະອື່ນໆ;

ບົດແນະນໍາສະບັບນີ້ ໄດ້ກໍານົດບັນຊີລາຍຊື່ ແລະ ຮູບປະກອບຂອງລົດກົນຈັກໜັກທຸກປະເພດ ໂດຍທ່ານສາມາດດາວໂຫລດ ເພື່ອເບິ່ງລາຍລະອຽດໄດ້ທີ່

# ຫົວຂໍ້ ດາວໂຫຼດ
1 Instruction/Guideline on the definition of heavy machinery PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.