
ຕອນເຊົ້າຂອງວັນທີ 15 ກໍລະກົດ 2026 ທີ່ ນະຄອນຫຼວງວຽງຈັນ, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມທົ່ວປະເທດ ຄັ້ງທີ IV ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍມີຈຸດປະສົງ ເພື່ອລາຍງານບົດສະຫຼູບການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະ 6 ເດືອນທ້າຍປີ 2025 ຫາ 6 ເດືອນຕົ້ນປີ 2026, ກໍານົດທິດທາງ ແລະ ແຜນການດໍາເນີນງານສໍາລັບສົກປີ 2026–2027 ພ້ອມທັງປືກສາຫາລືບັນຫາຕ່າງໆທີ່ຕິດພັນກັບວຽກອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ
.jpeg)
ກອງປະຊຸມໄດ້ຮັບກຽດເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຄອຄຂ.ສ). ເຂົ້າຮ່ວມມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ ແລະ ຮອງປະທານຄະນະກໍາມະການປົກຄອງແຂວງ/ນະຄອນຫຼວງ, ຜູ້ຕາງໜ້າຈາກກະຊວງ, ອົງການທີ່ກ່ຽວຂ້ອງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ

ກອງປະຊຸມ ໄດ້ຮັບຟັງລາຍງານສະຫຼຸບຜົນການດໍາເນີນວຽກງານໃນໄລຍະຜ່ານມາ ແລະ ແຜນການສໍາລັບສົກປີ 2026–2027 ພ້ອມທັງປືກສາຫາລືບັນຫາຕ່າງໆທີ່ຕິດພັນກັບວຽກອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ເປັນຕົ້ນແມ່ນການເກັບຄ່າບໍລິການທ່າບົກ, ການຜັນຂະຫຍາຍດໍາລັດວ່າດ້ວຍທ່າບົກ ເລກທີ 298/ລບ, ການເກັບອາກອນການເຄື່ອນຍ້າຍ ແລະ ການສົ່ງອອກສິນຄ້າກະສິກໍາ ແລະ ເຄື່ອງປ່າຂອງດົງ, ການຂະຫຍາຍການນໍາໃຊ້ລະບົບ NSWA+, ການຄຸ້ມຄອງນໍ້າໜັກລົດຂົນສົ່ງ, ການເກັບຄ່າທາງ ແລະ ຄ່າປັບໄໝ, ການເກັບຄ່າຂົນສົ່ງສິນຄ້າແບບລາງສູ່ລາງ, ການຄຸ້ມຄອງສາງຄ່ຽນຖ່າຍສິນຄ້າ, ຕູ້ສິນຄ້າຄອນເທນເນີ ແລະ ບັນຫາອື່ນໆ ທີ່ຍັງເປັນອຸປະສັກຕໍ່ການຄ້າ ແລະ ການຂົນສົ່ງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ເປີດກວ້າງຮັບຟັງ ຄໍາເຫັນ ແລະ ການປຶກສາຫາລື ຢ່າງກົງໄປກົງມາ ຈາກບັນດາຜູ້ເຂົ້າຮ່ວມ ຕໍ່ກັບບັນຫາຕ່າງໆທີ່ຍົກຂຶ້ນ

ທ່ານ ປະທານກອງປະຊຸມໄດ້ເນັ້ນວ່າ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີຄວາມສໍາຄັນຫຼາຍຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງ ສປປ ລາວ. ພ້ອມກັນນັ້ນ ທ່ານໄດ້ຊີ້ນໍາໃຫ້ກອງເລຂາ ຄອຄຂ.ສ ສືບຕໍ່ຊຸກຍູ້ ແລະ ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕ່າງໆທີ່ຄົງຄ້າງໃຫ້ສໍາເລັດຕາມແຜນການ ໂດຍສະເພາະ ແມ່ນວຽກການຫຼຸດຈຸດກວດກາຕາມເສັ້ນທາງ, ການຂະຫຍາຍການນໍາໃຊ້ລະບົບປະຕູດຽວແຫ່ງຊາດ (NSWA+) ໃນການອອກອະນຸຍາດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບັນຫາອື່ນໆ ທີ່ກ່ຽວພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ


ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.