ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຫກຄອຄຂ.ສ) ໄດ້ຈັດກອງປະຊຸມ “ວຽກງານການປະເມີນຜົນກະທົບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NTMs” ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຜູ້ປະຈຳການຫ້ອງການກອງເລຂາຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ພ້ອມທັງມີບັນດາຄະນະກົມ, ຄະນະພະແນກ, ວິຊາການ ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມດັ່ງກ່າວມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການພາກລັດທີ່ຮັບຜິດຊອບ ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທາງດ້ານການຄ້າ ກ່ຽວກັບຄວາມໝາຍ, ຄວາມສໍາຄັນ ຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ວິທີການສັງລວມ ແລະ ຈັດປະເພດມາດຕະການ ແລະ ສິ່ງສໍາຄັນແມ່ນການປະເມີນຜົນກະທົບມາດຕະການ NTMs ຕາມຄໍາແນະນໍາທີ່ວາງອອກ ໃຫ້ມີຄວາມເປັນເອກະພາບກັນ. ສປປ ລາວ ໄດ້ກ້າວໄປອີກບາດກ້າວໜຶ່ງ ໃນວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ພາຍຫຼັງ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ອອກ ຄຳແນະນຳ ເລກທີ 005/ຄອຄຂ.ສ, ລົງວັນທີ 08 ເມສາ 2026 ວ່າດ້ວຍການປະເມີນຜົນກະທົບຂອງມາດຕະການທີ່ບໍ່ແມ່ນພາສີ (NTMs) ພາຍຫຼັງລັດຖະບານໄດ້ອອກ ແຈ້ງການ ເລກທີ 396/ຫສນຍ, ລົງວັນທີ 30 ມີນາ 2026 ເຫັນດີຮັບຮອງເອົາຄຳແນະນຳດັ່ງກ່າວ. 

ໃນການລາຍງານສະພາບລວມ, ທ່ານປະທານກອງປະຊຸມ ໄດ້ໃຫ້ຮູ້ວ່າ: ໃນຍຸກແຫ່ງການເຊື່ອມໂຍງ-ເຊື່ອມຈອດ ແລະ ການເປີດການຄ້າເສລີ, ອັດຕາພາສີນຳເຂົ້າຂອງຫຼາຍປະເທດໄດ້ຫຼຸດລົງຢ່າງຫຼວງຫຼາຍ ໂດຍສະເພາະໃນຂອບສັນຍາການຄ້າດ້ານສິນຄ້າອາຊຽນ ທີ່ອັດຕາພາສີນຳເຂົ້າ 0–5% ກວມເອົາປະມານ 99% ຂອງລາຍການສິນຄ້າທັງໝົດ. ດ້ວຍເຫດນັ້ນ, ຫຼາຍປະເທດຈຶ່ງໄດ້ຫັນມານຳໃຊ້ມາດຕະການ NTMs ໂດຍອ້າງເຫດຜົນດ້ານການປົກປ້ອງສຸຂະພາບຂອງພືດ, ຄົນ ແລະ ສັດ, ຄວາມປອດໄພຂອງຜູ້ຊົມໃຊ້ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງໃນບາງກໍລະນີ ຫາກເກີນຄວາມຈຳເປັນ ກໍຈະກາຍເປັນສິ່ງກີດຂວາງທາງດ້ານການຄ້າ (NTBs) ທີ່ບໍ່ສອດຄ່ອງກັບພັນທະທີ່ ສປປ ລາວ ມີຕໍ່ອົງການການຄ້າໂລກ ແລະ ອາຊຽນ.

              

ກອງປະຊຸມ ໄດ້ຮັບຟັງສະພາບລວມ, ຄວາມໝາຍ ຄວາມສໍາຄັນ ຂອງຈັດປະເພດ ແລະ ປະເມີນຜົນກະທົບມາດຕະການ NTMs ພ້ອມທັງໄດ້ແບ່ງກຸ່ມສົນທະນາ ແລະ ການຕື່ມຂໍ້ມູນໃສ່ແບບຟອມປະເມີນຕົວຈິງ ໂດຍນຳໃຊ້ຕົວຢ່າງຮ່າງນິຕິກຳທີ່ກຳລັງປັບປຸງ ແລະ ນິຕິກຳທີ່ຖືກຮັບຮອງ ໃຫ້ກັບບັນດາຜູ້ເຂົ້າໄດ້ທົດລອງການປະເມີນຕົວຈິງ ເພື່ອສ້າງຄວາມເຂົ້າໃຈ, ມີເນື້ອໃນຮັດກຸມ ແລະ ຈະແຈ້ງຂຶ້ນຕື່ມ ໂດຍສະເພາະ ແມ່ນດ້ານການປະເມີນຜົນກະທົບມາດຕະການ ຂອງ (NTMs).


ໃນຕອນທ້າຍຂອງກອງປະຊຸມ, ທ່ານ ປະທານ ໄດ້ສະຫຼຸບຜົນຂອງກອງປະຊຸມ 3 ຂໍ້ຫຼັກ ດັ່ງນີ້: (1) ກອງປະຊຸມມີຄວາມເປັນເອກະພາບສູງ ຕໍ່ການລາຍງານຜົນການຈັດຕັ້ງປະຕິບັດວຽກງານ NTMs ຢູ່ ສປປ ລາວ ໃນໄລຍະຫຼາຍກວ່າ 10 ປີ ຜ່ານມາ; (2) ວຽກງານການປະເມີນຜົນກະທົບຕາມຄຳແນະນຳ ເລກທີ 005/ຄອຄຂ.ສ ຖືເປັນວຽກງານໃໝ່ ຈຶ່ງຕ້ອງໄດ້ທົດລອງປະຕິບັດ ແລະ ຖອດຖອນບົດຮຽນຄຽງຄູ່ກັນໂດຍໄລຍະທຳອິດຈະສຸມໃສ່ນິຕິກຳຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ອນ ພ້ອມທັງເປີດກວ້າງໃຫ້ຂະແໜງການອື່ນນຳໄປໝູນໃຊ້ ໂດຍກອງເລຂາພ້ອມໃຫ້ການຊ່ວຍເຫຼືອ ແລະ ຄຳແນະນຳ; ແລະ (3) ສະເໜີຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍວຽກງານການປະເມີນຜົນກະທົບມາດຕະການ NTMs ຕາມທີ່ໄດ້ກຳນົດໄວ້ໃນແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.