ໃນລະຫວ່າງວັນທີ 3-4 ກັນຍາ 2026, ຢູ່ທີ່ ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກົມພາສີ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການສຶກສາເວລາກວດປ່ອຍສິນຄ້າ (Time Release Study - TRS) ຂອງ ສປປ ລາວ ປະຈໍາປີ 2026 ຂຶ້ນ ເປັນເວລາ 2 ວັນ.
ກອງປະຊຸມດັ່ງກ່າວ ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ, ຫົວໜ້າກົມການຄ້າຕ່າງປະເທດ, ຜູ້ປະຈຳການຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ປະທານຮ່ວມໂດຍ ທ່ານ ພູເຂົາຄຳ ວັນນະວົງໄຊ, ຫົວໜ້າກົມພາສີ, ກະຊວງການເງິນ ພ້ອມທັງມີບັນດາຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ຕາງໜ້າຈາກຂະແໜງການລັດທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ປະຈຳດ່ານສາກົນຂົວມິດຕະພາບ 1, ທ່າບົກທ່ານາແລ້ງ ແລະ ດ່ານສະໜາມສາກົນບິນວັດໄຕ ພ້ອມດ້ວຍຊ່ຽວຊານ TRS ເຂົ້າຮ່ວມຫຼາຍກວ່າ 40 ທ່ານ.
%202026/413A0640.jpg)
ກອງປະຊຸມຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ຄວາມຊຳນານໃຫ້ແກ່ຄະນະຮັບຜິດຊອບ ຕາມຂໍ້ຕົກລົງ ເລກທີ 008/ຄອຄຂ.ສ, ລົງວັນທີ 04 ສິງຫາ 2026 ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກ່ຽວກັບຫຼັກການ, ຂອບເຂດ ແລະ ວິທີການສຶກສາ TRS ຕາມມາດຕະຖານຂອງອົງການພາສີໂລກ (WCO) ພ້ອມທັງຮັບປະກັນຄຸນນະພາບຂອງຂໍ້ມູນທີ່ຈະນຳມາວິເຄາະ ເພື່ອໃຫ້ສາມາດນຳໄປດຳເນີນການສຶກສາ TRS ປີ 2026 ໄດ້ຢ່າງມີປະສິດທິຜົນ.
ໃນການລາຍງານສະພາບລວມ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ປະທານກອງປະຊຸມ ໄດ້ກ່າວວ່າ: ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໄດ້ກໍານົດຄາດໝາຍສູ້ຊົນ ເພື່ອຫຼຸດຜ່ອນເວລາ ໃນການນໍາເຂົ້າ-ສົ່ງອອກ ສິນຄ້າ ໃຫ້ໄດ້ຢ່າງໜ້ອຍ 40-50% ຊຶ່ງການສຶກສາ TRS ຖືເປັນເຄື່ອງມືວັດແທກ ແລະ ຕົວຊີ້ວັດສໍາຄັນໃນການປະເມີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ໃນນາມປະທານຮ່ວມ, ທ່ານ ຫົວໜ້າກົມພາສີ ໄດ້ເນັ້ນໜັກວ່າ ໃນສະພາບທີ່ ສປປ ລາວ ພວມພົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການເພີ່ມທະວີການສົ່ງອອກ ແລະ ການດຶງດູດການລົງທຶນຕ່າງປະເທດ ໄດ້ ຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ປັບປຸງຂອດຂັ້ນ ແລະ ກົນໄກຕ່າງໆ ຕິດພັນກັບການອອກອະນຸຍາດ ແລະ ການຄຸ້ມຄອງການນຳເຂົ້າ-ສົ່ງອອກຢູ່ດ່ານຊາຍແດນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ລາຍງານຜົນການສຶກສາເວລາກວດປ່ອຍສິນຄ້າ ຫຼື TRS ໃນປີ 2024 ເຫັນວ່າເວລາມີການຫຼຸດລົງທຽບໃສ່ປີ 2022 ເປັນຕົ້ນ ແມ່ນ:
- ເວລາສະເລ່ຍໃນການກວດປ່ອຍສິນຄ້າຢູ່ດ່ານ ແມ່ນ 3 ຊົ່ວໂມງ 19 ນາທີ (ຫຼຸດລົງ 32%); ແລະ
- ເວລາສະເລ່ຍໃນການອອກອະນຸຍາດຂອງຂະແໜງການ ແມ່ນ 20 ຊົ່ວໂມງ 32 ນາທີ (ຫຼຸດລົງ 41%).
ຫາກເບິ່ງໃນໄລຍະຍາວ, ເວລາສະເລ່ຍໃນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ ໄດ້ຫຼຸດລົງຈາກ 17.8 ຊົ່ວໂມງ ໃນປີ 2009 ມາເປັນ 3.2 ຊົ່ວໂມງ ໃນປີ 2024, ຊຶ່ງເປັນຜົນມາຈາກການລົງທຶນເຂົ້າໃນລະບົບແຈ້ງພາສີ ແບບເອເລັກໂຕຣນິກ, ການນຳໃຊ້ກົນໄກບໍລິຫານຄວາມສ່ຽງ ແລະ ການກວດສອບຄືນຫຼັງການແຈ້ງພາສີ.
%202026/413A0970.jpg)
ຕະຫຼອດໄລຍະ 2 ວັນ, ບັນດານັກສໍາມະນາກອນ ໄດ້ຮັບຟັງບົດນຳສະເໜີ ແລະ ຮ່ວມປຶກສາຫາລືໃນຫຼາຍຫົວຂໍ້ສຳຄັນ ຄື:
- ຜົນການສຶກສາ TRS 2024 ແລະ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຕາມຂໍ້ແນະນຳຂອງບົດລາຍງານດັ່ງກ່າວ;
- ຮັບຟັງ ກ່ຽວກັບເຄື່ອງມື ແລະ ຄຳແນະນຳຂອງອົງການພາສີໂລກ (WCO) ຕໍ່ວຽກງານອຳນວຍຄວາມສະດວກດ້ານການຄ້າ ແລະ ວຽກງານການຫັນເປັນສະໄໝຂອງຂະແໜງພາສີ;
- ຮັບຟັງ ກ່ຽວກັບ ຫຼັກການ ແລະ ວິທີການສຶກສາເວລາການກວດປ່ອຍສິນຄ້າ ຕາມປຶ້ມຄູ່ມືທີ່ຊ່ຽວຊານ TRS ໄດ້ພັດທະນາຂຶ້ນ;
- ໄດ້ເຮັດແບບຝຶກຫັດ ແລະ ປັບປຸງແຕ້ມແຜນວາດຂັ້ນຕອນ ແລະ ສ້າງແບບສອບຖາມຕົວຈິງ ເພື່ອໃຫ້ແທດເໝາະກັບສະພາບໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຂະແໜງການລັດ ແລະ ດ່ານສາກົນ ຢ່າງສໍາເລັດ;
- ໄດ້ທົດລອງ ແລະ ຝຶກແອບການປ້ອນຂໍ້ມູນທີ່ໄດ້ຈາກແບບສອບຖາມ, ເກັບກຳຂໍ້ມູນ ແລະ ການວິເຄາະຂໍ້ມູນ;
- ໄດ້ຜ່ານການສົນທະນາ ແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງ ຜູ້ເຂົ້າຮ່ວມ ແລະ ຊ່ຽວຊານ ຢ່າງກົງໄປກົງມາ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ກັບການສຶກສາ TRS ໃນຄັ້ງນີ້.
%202026/413A1021.jpg)
ກອງປະຊຸມຍັງໄດ້ຈັດການແບ່ງກຸ່ມສົນທະນາ ແລະ ຝຶກປະຕິບັດຕົວຈິງ ເພື່ອໃຫ້ນັກສຳມະນາກອນ ໄດ້ລົງມືເຮັດດ້ວຍຕົນເອງ ໃນການກຳນົດຂອບເຂດການສຶກສາ, ການສ້າງແຜນວາດຂັ້ນຕອນການໄຫຼວຽນເອກະສານ (Process Flowchart) ຂອງແຕ່ລະຂະແໜງການ ແລະ ດ່ານ, ການອອກແບບ ແລະ ທົດສອບແບບສອບຖາມ, ການກຳນົດຂະໜາດຕົວຢ່າງ ຕະຫຼອດຮອດວິທີການບັນທຶກ ແລະ ວິເຄາະຂໍ້ມູນທາງສະຖິຕິ ພ້ອມທັງແລກປ່ຽນສິ່ງທ້າທາຍ ແລະ ບົດຮຽນຕົວຈິງຈາກແຕ່ລະດ່ານ ແລະ ແຕ່ລະຂະແໜງການ. ການສຶກສາ TRS ປີ 2026 ຖືເປັນຄັ້ງທີ 08 ນັບແຕ່ປີ 2009 ເປັນຕົ້ນມາ ໂດຍຄາດວ່າຈະດໍາເນີນການໃຫ້ສໍາເລັດໃນເດືອນ ທັນວາ 2026 ນີ້.
%202026/413A1000.jpg)
%202026/413A1010.jpg)
ໃນຕອນທ້າຍ, ທ່ານປະທານ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງໄດ້ຮັບການຝຶກອົບຮົມ, ໄດ້ເຮັດຕົວຈິງ ແລະ ຖອດຖອນບົດຮຽນຄວບຄູ່ກັນ ເພື່ອນຳເອົາວຽກງານດັ່ງກ່າວ ໄປຜັນຂະຫຍາຍຢູ່ຂະແໜງການຂອງຕົນ ພ້ອມທັງເຜີຍແຜ່ຕໍ່ພາກສ່ວນກ່ຽວຂ້ອງ, ເພື່ອປະກອບສ່ວນຕື່ມຂໍ້ມູນແບບສອບຖາມຈັບເວລາໃຫ້ໄດ້ປະສິດທິພາບສູງ ແລະ ເຮັດວຽກງານສຳເລັດຕາມແຜນການທີ່ກຳນົດໄວ້ ໃນທ້າຍປີ 2026 ແລະ ສາມາດພົວພັນນໍາຊ່ຽວຊານ, ຄະນະຮັບຜິດຊອບ ຂອງກົມການຄ້າຕ່າງປະເທດ ແລະ ກົມພາສີໄດ້, ຖ້າຍັງມີຂໍ້ຂ້ອງໃຈໃນໄລຍະການເກັບກໍາ ຫຼື ວິເຄາະຂໍ້ມູນ. ເພື່ອຮັບປະກັນໃຫ້ຂໍ້ມູນທີ່ເກັບກຳໄດ້ມີຄວາມຖືກຕ້ອງທີ່ສຸດ.
ໃນໂອກາດດຽວກັນນີ້, ທ່ານ ປະທານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສົມປະສົງ ອໍາໄພເເພງ, ຫົວໜ້າພາສີປະຈໍາດ່ານສາກົນຂົວມິດຕະພາບ 1 ໃນຖານະຊ່ຽວຊານ TRS, ທີ່ໄດ້ເສຍສະຫຼະເຫື່ອແຮງ, ສະຕິປັນຍາ ແລະ ເວລາອັນມີຄ່າ ເຂົ້າໃນການຖ່າຍທອດຄວາມຮູ້ໃຫ້ນັກສຳມະນາກອນ ແລະ ຂອບໃຈບັນດານັກສຳມະນາກອນ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ເຂົ້າຮ່ວມກອງປະຊຸມຈົນສຸດກົກສຸກປາຍ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບຂອງກົມການຄ້າການຕ່າງປະເທດ ແລະ ກົມພາສີ ທີ່ໄດ້ສຸມທຸກຄວາມພະຍາຍາມ ໃນການກະກຽມເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.
%202026/2/413A1397.jpg)
>>>>>
**ຂໍ້ມູນຕິດຕໍ່:**
ພະແນກອຳນວຍຄວາມສະດວກທາງການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ
ໂທ: [+856-21 454224] / ອີເມວ: [ [email protected] ]
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.