ໃນລະຫວ່າງວັນທີ 14–15 ກັນຍາ 2026, ຢູ່ໂຮງແຮມ S Boutique, ເມືອງວັງວຽງ, ແຂວງວຽງຈັນ. ກົມການຄ້າ ຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບ ກົມພາສີ, ກະຊວງການເງິນ ຮ່ວມຈັດກອງປະຊຸມຝຶກ ອົບຮົມກ່ຽວກັບການສຶກສາເວລາກວດປ່ອຍສິນຄ້າ (Time Release Study – TRS) ຂອງ ສປປ ລາວ ປະຈຳປີ 2026 ຂຶ້ນເປັນເວລາ 2 ວັນເຕັມ, ໂດຍໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການ ຊີແລກ (SEAREC). ກອງປະຊຸມຄັ້ງນີ້ ແມ່ນເປັນການຝຶກອົບຮົມ (ຮອບທີ2) ສຳລັບຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ (ລວມ 11 ດ່ານສາກົນ) ຊຶ່ງເປັນການສືບຕໍ່ຈາກ ຄັ້ງທີ1 ທີ່ຈັດຂຶ້ນໃນລະຫວ່າງວັນທີ 3 - 4 ກັນຍາ 2026, ທີ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂັ້ນສູນກາງໂດຍ ກົມການຄ້າຕ່າງປະເທດ ຮ່ວມກັບ ກົມພາສີ ແລະ ຊ່ຽວຊານ TRS.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ໃນນາມຜູ້ປະຈຳການຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ພ້ອມດ້ວຍ ທ່ານ ກໍລະກັນ ສຣິດທິຣາດ, ຮອງຫົວໜ້າກົມພາສີ, ພ້ອມດ້ວຍມີບັນດາ ທ່ານ ຮອງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ພ້ອມວິຊາການນັກສໍາມະນາກອນຕາງໜ້າຈາກ ດ່ານສາກົນ ແລະ ຂະແໜງ ການລັດທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ, ພາສີປະຈຳແຂວງ, ທ່ານຫົວໜ້າຄະນະຄຸ້ມຄອງດ່ານ ແລະ ບັນດາເຈົ້າໜ້າທີ່ກ່ຽວ ຂ້ອງປະຈຳ 11 ດ່ານສາກົນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ຄວາມຊຳນານ ໃຫ້ແກ່ຄະນະຮັບຜິດຊອບ TRS ປີ 2026 ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ຮັບປະກັນຄວາມເປັນເອກະພາບໃນການເຂົ້າໃຈຂອບເຂດ ແລະ ວິທີການສຶກ ສາ, ພ້ອມທັງຮັບປະກັນຄຸນນະພາບຂອງຂັ້ນຕອນ, ຂໍ້ມູນທີ່ຈະນຳມາວິເຄາະ ແລະ ຄວາມໜ້າເຊື່ອຖືຂອງບົດລາຍງານ ເພື່ອໃຫ້ ບັນດານັກສຳມະນາກອນ ສາມາດນຳໄປດຳເນີນການສຶກສາ TRS 2026 ໄດ້ຢ່າງມີປະສິດທິພາບ.

                                               


ທ່ານ ມົວວິໄຊ ປາລີ ໄດ້ກ່າວມີຄຳເຫັນ ແລະ ຍົກໃຫ້ເຫັນວ່າ ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການ ຄ້າ ແລະ ການຂົນສົ່ງ 2025–2030 ໄດ້ກຳນົດໃຫ້ມີການທົບທວນ ແລະ ປັບປຸງບັນດານິຕິກຳ, ລະບຽບການ ແລະ ຂັ້ນຕອນໃນການອອກອະນຸຍາດ, ຢັ້ງຢືນສຳລັບການນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມສະດວກ, ຫຼຸດຂັ້ນຂອດ, ເວລາ ແລະ ເອກະສານທີ່ບໍ່ຈຳເປັນລົງ ແນໃສ່ຫຼຸດຜ່ອນເວລາໃຫ້ໄດ້ຢ່າງໜ້ອຍ 40–50%, ຊຶ່ງການສຶກສາ TRS ແມ່ນ ເຄື່ອງມືວັດແທກ ແລະ ຕົວຊີ້ວັດທີ່ສຳຄັນ ໃນການປະເມີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ທ່ານ ຍັງໄດ້ລາຍງານໃຫ້ຮູ້ວ່າ ອີງຕາມຜົນການສຶກສາ TRS ປີ 2024, ເວລາສະເລ່ຍໃນການກວດປ່ອຍສິນຄ້າຢູ່ດ່ານ ແມ່ນ 3 ຊົ່ວໂມງ 19 ນາທີ ຫຼຸດລົງ 32% ທຽບໃສ່ປີ 2022; ສ່ວນເວລາສະເລ່ຍໃນການອອກອະນຸຍາດຂອງຂະແໜງ ການທີ່ກ່ຽວຂ້ອງ ແມ່ນ 20 ຊົ່ວໂມງ 32 ນາທີ ຫຼຸດລົງ 41%. ພ້ອມກັນນັ້ນ, ຜົນຂອງການຈັດຕັ້ງປະຕິບັດ ແຜນປັບປຸງຕາມຂໍ້ແນະນຳຂອງບົດສຶກສາ TRS 2024 ຈຳນວນ 42 ກິດຈະກຳ ແມ່ນສຳເລັດແລ້ວ 20 ກິດຈະກຳ, ກຳລັງດຳເນີນການ 14 ກິດຈະກຳ ແລະ ຍັງບໍ່ທັນເລີ່ມ 8 ກິດຈະກຳ.

 

ທ່ານ ກໍລະກັນ ສຣິດທິຣາດ ຮອງຫົວໜ້າກົມພາສີ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ກົມພາສີ ໄດ້ດຳເນີນການສຶກສາ TRS ມາແລ້ວທັງໝົດ 7 ຄັ້ງ ຊຶ່ງຜົນການສຶກສາໄດ້ສະແດງໃຫ້ເຫັນວ່າ ເວລາທີ່ໃຊ້ໃນການແຈ້ງພາສີ ແລະ ການກວດ ປ່ອຍສິນຄ້າອອກຈາກສາງ ຫຼື ດ່ານຊາຍແດນ ນັບມື້ນັບຫຼຸດລົງຢ່າງໜ້າພໍໃຈ ແລະ ບັນດາຂະແໜງການທີ່ເຂົ້າຮ່ວມການ ສຶກສາໂດຍສະເພາະ ກົມການຄ້າຕ່າງປະເທດ, ກົມຂົນສົ່ງ, ກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍ ກົມອາຫານ ແລະ ຢາ ກໍ່ໄດ້ປັບປຸງຂັ້ນຕອນການອອກອະນຸຍາດຂອງຕົນ ໃຫ້ວ່ອງໄວຂຶ້ນກວ່າເກົ່າ. ໃນສະພາບທີ່ ສປປ ລາວ ຕ້ອງ ເພີ່ມທະວີການສົ່ງອອກ ແລະ ດຶງດູດການລົງທຶນ, ທ່ານ ໄດ້ເນັ້ນໜັກວ່າ ຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ສືບຕໍ່ປັບປຸງ ຂອດຂັ້ນ ແລະ ກົນໄກຕ່າງໆ ໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຕໍ່ລະບົບ ແລະ ການບໍລິການຂອງພາກລັດ.

 

ນອກຈາກຄຳເຫັນໂດຍສັງເຂບຂອງຄະນະປະທານແລ້ວ, ເນື້ອໃນຫຼັກຂອງກອງປະຊຸມຍັງໄດ້ນຳສະເໜີບົດຕ່າງໆ ໂດຍ ທ່ານ ສົມປະສົງ ອຳໄພແພງ, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 1 ໃນນາມຊ່ຽວຊານ TRS ຂອງ ສປປ ລາວ ເປັນຕົ້ນ ແມ່ນ ການກະກຽມສຶກສາເວລາກວດປ່ອຍສິນຄ້າ (TRS) 2026 ເຊັ່ນ: ຫຼັກການ, ຂອບເຂດ, ວິທີການ ແລະ ການວິເຄາະຂໍ້ມູນ ເຊິ່ງອະທິບາຍຂັ້ນຕອນການສຶກສາ 4 ຂັ້ນຕອນຫຼັກ ຄື: ການກະກຽມ; ການສຳຫຼວດເກັບກຳຂໍ້ມູນ; ການວິເຄາະ ແລະ ລາຍງານ; ການຕິດຕາມປະເມີນຜົນ. ພ້ອມທັງລົງເລິກວິທີການອອກແບບແຜນວາດຂັ້ນຕອນ, ການອອກແບບ ແລະ ທົດສອບແບບສອບຖາມ, ການກຳນົດຂະໜາດຕົວຢ່າງ ແລະ ວິທີຄິດໄລ່ເວລາຍ່ອຍ TP1, TP2, TP3 ຈົນເຖິງເວລາລວມ.

                                               


ນອກຈາກນັ້ນ, ຍັງໄດ້ຈັດໃຫ້ມີການແບ່ງກຸ່ມສົນທະນາ ເພື່ອໃຫ້ບັນດານັກສຳມະນາກອນ ໄດ້ແລກປ່ຽນບົດຮຽນ, ທົດ ລອງນຳໃຊ້ແຜນວາດ ແລະ ແບບສອບຖາມການສຳຫຼວດ ພ້ອມທັງປະກອບຄຳຄິດເຫັນຕໍ່ ຂອດຂັ້ນທີ່ຍັງເປັນສິ່ງກີດຂວາງ ໃນຕົວຈິງ.


                                               

ການສຶກສາທີ່ເປັນຈຸດໃໝ່ໃນຄັ້ງນີ້, ແມ່ນຈະມີການແຍກວິເຄາະເວລາສະເລ່ຍຂອງສິນຄ້າປະເພດເນົ່າເປື່ອຍງ່າຍ, ສິນຄ້າທາງໄປສະນີ ຫຼື ອີຄອມເມີສ ແລະ ສິນຄ້າຂອງຜູ້ປະກອບການມາດຕະຖານເອອີໂອ ຕ່າງຫາກ ເພື່ອເປັນຂໍ້ມູນ ໃນການປະເມີນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການ ຄ້າໂລກ (WTO-TFA). ພ້ອມກັນນັ້ນ, ການເກັບກຳຂໍ້ມູນຈະດຳເນີນດ້ວຍ 2 ຮູບແບບຄວບຄູ່ກັນ ຄື ແບບສອບຖາມ ທີ່ຜູ້ກ່ຽວຂ້ອງປະຈຳຈຸດເປັນຜູ້ບັນທຶກ ແລະ ການດຶງຂໍ້ມູນເວລາຈາກລະບົບເອເລັກໂຕຣນິກທີ່ມີຢູ່ ຊຶ່ງຈະຊ່ວຍເພີ່ມ ຄວາມຖືກຕ້ອງ ແລະ ຫຼຸດພາລະການບັນທຶກດ້ວຍມື.

                                               

ອີກໜຶ່ງຈຸດສຳຄັນ ແມ່ນປີ 2026 ເປັນປີທຳອິດ ທີ່ຊ່ຽວຊານ TRS ຂອງ ສປປ ລາວ ໄດ້ພັດທະນາຄູ່ມືການສຶກສາເວລາ ກວດປ່ອຍສິນຄ້າສຳເລັດ ແລະ ເປັນປີທຳອິດ ທີ່ຈະໝູນໃຊ້ພະນັກງານລັດເປັນຜູ້ດຳເນີນການສຶກສາດ້ວຍຕົນເອງ ຫຼັງຈາກໂຄງການ LCT ທີ່ເຄີຍໃຫ້ການສະໜັບສະໜູນໄດ້ສິ້ນສຸດລົງ ຊຶ່ງເປັນການຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມຍືນຍົງຂອງໜ້າວຽກດັ່ງກ່າວ.

                                               

ອີງຕາມແຜນການ, ການເກັບກຳຂໍ້ມູນຕົວຈິງ ທີ່ຈະໄດ້ດຳເນີນພາຍໃນງວດທີ 3 ຫຼື ງວດທີ 4 ຂອງປີ 2026 ໂດຍເກັບກຳຂໍ້ມູນຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນເວລາ 7 ວັນລັດຖະການ ແລະ ຢູ່ຂະແໜງການອອກ ອະນຸຍາດເປັນເວລາ 20 ວັນລັດຖະການ, ຈາກນັ້ນຈະເຂົ້າສູ່ໄລຍະວິເຄາະຂໍ້ມູນ ແລະ ສ້າງບົດລາຍງານເພື່ອລາຍງານ ຜົນການສຶກສາຕໍ່ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທັງເຜີຍແຜ່ຢ່າງກວ້າງຂວາງ ໃນຕົ້ນປີ 2027.


ໃນຕອນທ້າຍ, ທ່ານປະທານ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງໄດ້ຮັບການຝຶກອົບຮົມ, ໄດ້ເຮັດຕົວຈິງ ແລະ ຖອດຖອນບົດຮຽນຄວບຄູ່ກັນ ເພື່ອນຳເອົາວຽກງານດັ່ງກ່າວ ໄປຜັນຂະຫຍາຍຢູ່ຂະແໜງການຂອງຕົນ ພ້ອມທັງເຜີຍແຜ່ຕໍ່ພາກສ່ວນກ່ຽວຂ້ອງ, ເພື່ອປະກອບສ່ວນຕື່ມຂໍ້ມູນແບບສອບຖາມຈັບເວລາໃຫ້ໄດ້ປະສິດທິພາບສູງ ແລະ ເຮັດວຽກງານສຳເລັດຕາມແຜນການທີ່ກຳນົດໄວ້ ໃນທ້າຍປີ 2026 ແລະ ສາມາດພົວພັນນໍາຊ່ຽວຊານ, ຄະນະຮັບຜິດຊອບ ຂອງກົມການຄ້າຕ່າງປະເທດ ແລະ ກົມພາສີໄດ້, ຖ້າຍັງມີຂໍ້ຂ້ອງໃຈໃນໄລຍະການເກັບກໍາ ຫຼື ວິເຄາະຂໍ້ມູນ. ເພື່ອຮັບປະກັນໃຫ້ຂໍ້ມູນທີ່ເກັບກຳໄດ້ມີຄວາມຖືກຕ້ອງທີ່ສຸດ.

ໃນໂອກາດດຽວກັນນີ້, ທ່ານ ປະທານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສົມປະສົງ ອໍາໄພເເພງ, ຫົວໜ້າພາສີປະຈໍາດ່ານສາກົນຂົວມິດຕະພາບ 1 ໃນຖານະຊ່ຽວຊານ TRS, ທີ່ໄດ້ເສຍສະຫຼະເຫື່ອແຮງ, ສະຕິປັນຍາ ແລະ ເວລາອັນມີຄ່າ ເຂົ້າໃນການຖ່າຍທອດຄວາມຮູ້ໃຫ້ນັກສຳມະນາກອນ ແລະ ຂອບໃຈບັນດານັກສຳມະນາກອນ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ເຂົ້າຮ່ວມກອງປະຊຸມຈົນສຸດກົກສຸກປາຍ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບຂອງກົມການຄ້າການຕ່າງປະເທດ ແລະ ກົມພາສີ ທີ່ໄດ້ສຸມທຸກຄວາມພະຍາຍາມ ໃນການກະກຽມເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

 

>>>>>

**ຂໍ້ມູນຕິດຕໍ່**

ພະແນກອຳນວຍຄວາມສະດວກທາງດ້ານການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ

ໂທ: [+856-21 454224] / ອີເມວ: [ [email protected] ]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.