ກະຊວງອຸດສາຫະກຳ ແລະ ການຄ້າ
ຫ້ອງການ
ເລກທີ 3257 /ຫກ
ນະຄອນຫຼວງວຽງຈັນ, ວັນທີ 31 ສິງຫາ 2026
ແຈ້ງການ
ເຖິງ:
-
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
-
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ;
-
ວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການນຳໃຊ້ ໃບຢັ້ງຢືນການລົງທະບຽນຜູ້ໜຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສະບັບປັບປຸງໃໝ່.
-
ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1990/ອກ, ລົງວັນທີ 09 ກັນຍາ 2025;
-
ອີງຕາມ ຂໍ້ຕົກລົງນຳໃຊ້ກາໝາຍ (ໂລໂກ້) ໃໝ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1979/ອກ, ລົງວັນທີ 25 ມີຖຸນາ 2026.
ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ນັບແຕ່ວັນທີ 01 ກັນຍາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ ຈະເລີ່ມນຳໃຊ້ ໃບຢັ້ງຢືນການລົງທະບຽນຜູ້ໜຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສະບັບປັບປຸງໃໝ່ (ຮ່າງໃບຢັ້ງຢືນສະບັບປັບປຸງໃໝ່ໄດ້ຄັດຕິດຕິດມາພ້ອມນີ້).
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ນຳໃຊ້ ໃບຢັ້ງຢືນການລົງທະບຽນຜູ້ໜຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສະບັບປັບປຸງໃໝ່. | PDF |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF