ກອງປະຊຸມປະເມີນການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+)
ແລະ ກໍານົດແຜນວຽກໃນປີ 2026-2027

ໃນວັນທີ 06 ຕຸລາ 2026, ທີ່ຫ້ອງປະຊຸມສ່ອງແສງ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າຕ່າງປະເທດ ໃນນາມຫ້ອງການກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ແລະ ກຳນົດແຜນວຽກ ໃນປີ 2026–2027 ຄັ້ງທີ 2 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ; ມີ ທ່ານ ວົງວັນເພັງ ພູມສະຫວັນ, ຮອງຫົວໜ້າກົມພາສີ ແລະ ຕາງໜ້າຂະແໜງການ ທີ່ກ່ຽວຂ້ອງຂັ້ນສູນກາງ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ບໍລິສັດ ຮ່ວມພັດທະນາລະບົບ (ບໍລິສັດ BIVAC) ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ການນຳໃຊ້ NSWA+ ເປັນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ຕາມສັນຍາອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ແລະ ແຜນດຳເນີນງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025–2030 ທີ່ກຳນົດໃຫ້ທຸກຂະແໜງການ ແລະ ທຸກໃບອະນຸຍາດນໍາເຂົ້າ-ສົ່ງອອກສິນຄ້າ ນຳໃຊ້ລະບົບ NSWA+.
ລະບົບ NSWA+ ຫຼື ລະບົບ Lao National Single Window (LNSW) ໄດ້ຮັບການພັດທະນາໂດຍກະຊວງການເງິນ (ກົມພາສີ) ແລະ ບໍລິສັດ BIVAC ຊຶ່ງແມ່ນລະບົບແຈ້ງເອກະສານແບບເອເລັກໂຕຼນິກ ເພື່ອໃຫ້ຂະແໜງການລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງກັບການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນ ສາມາດແລກປ່ຽນຂໍ້ມູນ ແລະ ເອກະສານຜ່ານລະບົບປະຕູດຽວ ເພື່ອດໍາເນີນຂັ້ນຕອນການຂໍອະນຸຍາດ ແລະ ການອອກອະນຸຍາດ ຕາມລະບຽບກົດໝາຍຂອງແຕ່ລະຂະແໜງການລັດທີ່ກ່ຽວຂ້ອງ. ກົມການຄ້າຕ່າງປະເທດ ເປັນຂະແໜງການທໍາອິດທີ່ນໍາໃຊ້ລະບົບ NSWA+ ເຂົ້າໃນການອອກອະນຸຍາດນໍາເຂົ້າສິນຄ້າ ໃນປີ 2019, ຕໍ່ມາແມ່ນ ກົມຂົນສົ່ງໃນປີ 2020, ກົມອາຫານ ແລະ ຢາ ໃນປີ 2023 ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ໃນເດືອນ ກຸມພາ 2026. ລະບົບ NSWA+ ຖືກນຳໃຊ້ແລ້ວຢູ່ 27 ດ່ານສາກົນທົ່ວປະເທດໃນການແຈ້ງພາສີ, ມີຫຼາຍກວ່າ 5,000 ບໍລິສັດ ທີ່ໄດ້ລົງທະບຽນນຳໃຊ້.

ລ່າສຸດໃນວັນທີ 01 ຕຸລາ 2026, ກົມພາສີ ແລະ ກົມປູກຝັງ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການນຳໃຊ້ລະບົບ NSWA+ ຊຶ່ງເປັນບາດກ້າວສຳຄັນໃນການຫັນການອອກອະນຸຍາດນຳເຂົ້າພືດ ແລະ ສິນຄ້າປະເພດອື່ນຂອງຂະແໜງກະສິກໍາ, ລ້ຽງສັດ ແລະ ປ່າໄມ້ ຈາກຮູບແບບເຈ້ຍມາເປັນ ຮູບແບບເອເລັກໂຕຣນິກຜ່ານລະບົບ NSWA+.
ຜ່ານການປະເມີນການຈັດຕັ້ງປະຕິບັດເຫັນວ່າ: ບັນຫາດ້ານເຕັກນິກສ່ວນໃຫຍ່ໄດ້ຮັບການປັບປຸງແກ້ໄຂແລ້ວ, ແຕ່ມີບາງບັນຫາທີ່ຍັງຈະສືບຕໍ່ປັບປຸງ ເພື່ອເພີ່ມປະສິດທິພາບການນໍາໃຊ້ລະບົບດັ່ງກ່າວ. ສໍາລັບການຂະຫຍາຍລະບົບ NSWA+ ໄປສູ່ຂະແໜງການອື່ນທີ່ກ່ຽວຂ້ອງ ຍັງມີຄວາມລ່າຊ້າທຽບໃສ່ເປົ້າໝາຍທີ່ວາງໄວ້ ເນື່ອງຈາກມີຫຼາຍຂັ້ນຂອດ ແລະ ໃຊ້ເວລາ ເປັນຕົ້ນ ການເກັບກໍາຂໍ້ມູນຂັ້ນຕອນການໄຫຼວຽນເອກະສານ ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອອອກແບບ ແລະ ພັດທະນາລະບົບ, ການເຊັນລົງນາມ MOU, ການຢັ້ງຢືນຄວາມຖືກຕ້ອງຂອງແບບຟອມໃບອະນຸຍາດ, ການກໍານົດບັນຊີລາຍຮັບ, ແບບຢ່າງລາຍເຊັນ ແລະ ການອອກແຈ້ງການຈັດຕັ້ງປະຕິບັດ.

ສໍາລັບແຜນການຂະຫຍາຍລະບົບ NSWA+ ເຂົ້າໃນການອອກອະນຸຍາດນໍາເຂົ້າ-ສົ່ງອອກ ຂອງຂະແໜງການທີ່ກ່ຽວຂ້ອງ ໃນປີ 2026-2027 ມີ ດັ່ງນີ້:
- ໃນໄຕມາດ 4 2026:
- ພືດ ແລະ ຜະລິດຕະພັນພືດ - ຢູ່ກົມປູກຝັງ;
- ສັດ, ສັດນ້ຳ ແລະ ອາຫານສັດ - ຢູ່ກົມລ້ຽງສັດ ແລະ ການປະມົງ;
- ກົນຈັກໜັກກະສິກຳ - ຢູ່ກົມຂົນສົ່ງ;
- ເຂົ້າກິນ ແລະ ໄມ້ - ຢູ່ກົມການຄ້າຕ່າງປະເທດ;
- ປີ 2027:
- ເຄມີ - ຢູ່ກົມອຸດສາຫະກໍາປຸງແຕ່ງ;
- ແຮ່ທາດ - ຢູ່ກົມທໍລະນີສາດ ແລະ ບໍ່ແຮ່;
- ສິນຄ້າທີ່ນອນໃນບັນຊີ CITES - ຢູ່ກົມປ່າໄມ້;
- ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ອຸປະກອນ ICT - ຢູ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ກົມເຕັກໂນໂລຊີດິຈິຕອນ.
>>>>>
**ຂໍ້ມູນຕິດຕໍ່:**
ພະແນກອຳນວຍຄວາມສະດວກທາງການຄ້າ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ
ໂທ: [+856-21 454224] / ອີເມວ: [ [email protected] ] [ [email protected] ]
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.