
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 3990/ອຄ
ນະຄອນຫຼວງວຽງຈັນ, ວັນທີ 28 ຕຸລາ 2026
ຄຳສັ່ງ
ກ່ຽວກັບການຈຳກັດການແຂ່ງຂັນທາງທຸລະກິດ ແລະ
ການສ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ
ເຖິງ: - ຫ້ອງການ, ກົມ ແລະ ສະຖາບັນ ທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ.
- ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ;
- ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໃນຂອບເຂດທົ່ວປະເທດ.
- ອີງຕາມ ກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 550/ລບ, ລົງວັນທີ 01 ກັນຍາ 2025;
- ອີງຕາມ ຄຳສັ່ງ ກ່ຽວກັບການລຶບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ສະບັບເລກທີ 0359/ອຄ, ລົງວັນທີ 25 ກຸມພາ 2011;
- ອີງຕາມ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018.
ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມປະທານຄະນະກຳມະການຄວບຄຸມການແຂ່ງຂັນ ທາງທຸລະກິດ ປະຕິບັດສິດ ແລະ ໜ້າທີ່ ຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ຄຳສັ່ງ ກ່ຽວກັບການລຶບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ. ໃນໄລຍະຜ່ານມາມີແຈ້ງການ, ຄຳສັ່ງ ຫຼື ມາດຕະການ ທີ່ອາດມີຜົນກະທົບ ເປັນການຈຳກັດການແຂ່ງຂັນທາງທຸລະກິດ ຫຼື ກີດຂວາງການຈໍລະຈອນສິນຄ້າ ເປັນຕົ້ນ ການບັງຄັບຊື້-ຂາຍສິນຄ້າຈາກຜູ້ສະໜອງ ຫຼື ຜູ້ຈຳໜ່າຍພຽງລາຍດຽວ, ການຈຳກັດປະລິມານ ຫຼື ລາຄາສິນຄ້າຢ່າງບໍ່ເປັນທຳ ແລະ ການຫ້າມ ຫຼື ຈຳກັດການເຄື່ອນຍ້າຍສິນຄ້າ ລະຫວ່າງ ເມືອງຫາເມືອງ, ແຂວງຫາແຂວງ. ສະນັ້ນ, ເພື່ອໃຫ້ການດຳເນີນທຸລະກິດເປັນໄປຢ່າງເສລີ, ເປັນທຳ ແລະ ສອດຄ່ອງກັບກົດໝາຍ.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:
1. ຫ້າມບໍ່ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ອອກແຈ້ງການ, ຄຳສັ່ງ ຫຼື ມາດຕະການໃດໆ ທີ່ມີຜົນເປັນການຈຳກັດ ຫຼື ກີດຂວາງການແຂ່ງຂັນທາງທຸລະກິດ ດັ່ງນີ້:
1)ບັງຄັບ ຫຼື ກຳນົດ ໃຫ້ຊື້-ຂາຍ ຫຼື ສະໜອງສິນຄ້າ ຫຼື ໃຫ້ແກ່ວິສາຫະກິດພຽງລາຍດຽວ;
2)ການຈຳກັດປະລິມານ, ແຫຼ່ງຈັດຊື້, ພື້ນທີ່ຈຳໜ່າຍ ຫຼື ເງື່ອນໄຂການຄ້າ ທີ່ສົ່ງຜົນໃຫ້ການແຂ່ງຂັນຫຼຸດລົງ;
3)ການຈຳກັດ ຫຼື ຫ້າມການນຳເຂົ້າ, ສົ່ງອອກ ຫຼື ເຄື່ອນຍ້າຍ ສິນຄ້າພາຍໃນປະເທດ ໂດຍບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4)ອອກມາດຕະການທີ່ເລືອກປະຕິບັດ ຫຼື ໃຫ້ສິດພິເສດ ແກ່ຜູ້ປະກອບການໃດໜຶ່ງ ທີ່ມີຜົນກະທົບຕໍ່ການແຂ່ງຂັນ.
2. ຕ້ອງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍສິນຄ້າ ແລະ ບໍ່ອະນຸຍາດໃຫ້ມີການຕັ້ງດ່ານ ຫຼື ຈຸດກວດກາທຸກຮູບແບບ ຕາມຄຳສັ່ງ ກ່ຽວກັບການລຶບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ສະບັບເລກທີ 0395/ອຄ, ລົງວັນທີ 25 ກຸມພາ 2011. ການກວດກາສິນຄ້າທີ່ຈຳເປັນຕາມກົດໝາຍສະເພາະ, ຕ້ອງດຳເນີນໄປຢ່າງເໝາະສົມ, ບໍ່ເລືອກປະຕິບັດ ແລະ ບໍ່ໃຊ້ເປັນມາດຕະການເພື່ອກີດຂວາງການຈໍລະຈອນສິນຄ້າ;
3. ມອບໃຫ້ກົມທີ່ກ່ຽວຂ້ອງຂອງກະຊວງ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ກວດກາຄືນບັນດານິຕິກຳ ແລະ ມາດຕະການການຈັດຕັ້ງປະຕິບັດທີ່ ຂະແໜງອຸດສາຫະກຳ ແລະ ການຄ້າ ວາງອອກໃນໄລຍະຜ່ານມາ ທີ່ເຫັນວ່າເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ແລະ ບໍ່ສອດຄ່ອງກັບຄຳສັ່ງສະບັບນີ້ ເພື່ອສົມທົບກັບຫ້ອງການກະຊວງ ແລະ ສະເໜີຄະນະນຳກະຊວງ ພິຈາລະນາປັບປຸງ;
4. ຜູ້ປະກອບການທີ່ໄດ້ຮັບຜົນກະທົບຈາກແຈ້ງການ, ຄຳສັ່ງ ຫຼື ມາດຕະການທີ່ບໍ່ສອດຄ່ອງກັບຄຳສັ່ງ ສະບັບນີ້ ສາມາດສົ່ງຄຳຄິດຄຳເຫັນຕໍ່ກົມການຄ້າພາຍໃນ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ;
5. ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮ່ວມມືໃນການຕິດຕາມ ກວດກາ ແລະ ແກ້ໄຂມາດຕະການ ທີ່ບໍ່ສອດຄ່ອງ ກັບກົດໝາຍ ແລະ ຄຳສັ່ງສະບັບນີ້. ຜູ້ລະເມີດຄຳສັ່ງສະບັບນີ້ ຈະຖືກປະຕິບັດມາດຕະການ ຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;
6. ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ປະສານສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລາຍງານຜົນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ປະຈຳ 6 ເດືອນ ແລະ ປະຈຳປີ. ຫາກພົບເຫັນການລະເມີດ ຫຼື ມາດຕະການໃດ ທີ່ເປັນການຈຳກັດການແຂ່ງຂັນ ຫຼື ກີດຂວາງການຈໍລະຈອນສິນຄ້າ ໃຫ້ລາຍງານຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ທັນທີ ພ້ອມສົ່ງສຳເນົາເອກະສານ ແລະ ຂໍ້ມູນປະກອບ ທີ່ກ່ຽວຂ້ອງ;
7. ຫ້ອງການ, ກົມ ແລະ ສະຖາບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ;
8. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ລັດຖະມົນຕີ
ພຸດທະວັນ ນັນທະວົງ
ສຳເນົາ:
1.ຫ້ອງການ, ກົມ ແລະ ສະຖາບັນ ພາກສ່ວນລະ 1 ສະບັບ;
2.ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ພາກສ່ວນລະ 1 ສະບັບ;
3.ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ພາກສ່ວນລະ 1 ສະບັບ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF
PDF