ສາລະບານ

1. ຄວາມໝາຍຂອງວຽກງານປ້ອງກັນພືດ
2. ຄວາມຮັບຜິດຊອບຂອງຂະແໜງການປູກຝັງຕໍ່ວຽກງານປ້ອງກັນພືດ

2.1. ກົມປູກຝັງ
2.2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
2.3.ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
2.4 ດ່ານປ້ອງກັນພືດ

3. ເຈົ້າໜ້າທີ່ປ້ອງກັນພືດ
4. ການຂໍອະນຸຍາດ ແລະ ການກວດກາພືດຂາເຂົ້າ-ອອກ

4.1. ການນໍາເຂົ້າພືດຕິດຕົວຜູ້ໂດຍສານ ຫຼື ສົ່ງທາງໄປສະນີ
4.2. ການນໍາເຂົ້າພືດ ແລະ ຜະລິດຕະພັນພືດທີ່ເປັນສິນຄ້າ
4.3. ການກວດກາພືດຜ່ານແດນ
4.4. ການກວດກາພືດອາອອກ

5. ການປ້ອງກັນພືດພາຍໃນ
6. ຜູ້ປະກອບການດ້ານສຸຂານາໄມພືດ
7. ມາດຕະການຈັດຕັ້ງປະຕິບັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້  ເລກທີ 1429/ກປ
ນະຄອນຫຼວງວຽງຈັນ, ວັນທີ 18 ພະຈິກ 2009

ແຈ້ງການ

ເຖິງ: ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ

ເລື່ອງ: ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນພືດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ, ສະບັບເລກທີ 06/ສພຊ, ລົງວັນທີ 9/12/2008;
  • ອີງຕາມ ສົນທິສັນຍາປ້ອງກັນພືດສາກົນທີ່ ສປປ ລາວ ເປັນພາຄີ.

ໃນໄລຍະຜ່ານມານີ້ພັກ ແລະ ລັດຖະບານ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນພືດ ອັນເຮັດໃຫ້ການຂົນສົ່ງເຄື່ອນຍ້າຍ, ການນໍາເຂົ້າ ແລະ ສົ່ງອອກພືດ ແລະ ຜະລິດຕະພັນພືດ ໄດ້ຫັນເຂົ້າສູ່ລະບຽບຫຼັກການ ແລະ ສອດຄ່ອງກັບກົດໝາຍເປັນຢ່າງດີ, ການຜະລິດພືດກະສິກໍາ ແລະ ຜະລິດຕະພັນກະສິກໍາສົ່ງອອກ ກໍໄດ້ຮັບການຄຸ້ມຄອງປ້ອງກັນ ຈາກການທໍາລາຍຂອງສັດຕູພືດທີ່ຕິດແປດຮ້າຍແຮງ ໄດ້ເປັນຢ່າງດີແຕ່ເຖິງຢ່າງໃດກໍຕາມ ປະກົດການແຜ່ລະບາດຂອງສັດຕູພືດ ໃນບາງທ້ອງຖິ່ນຍັງເກີດມີຢູ່ເຊັ່ນ: ດ້ວງເຈາະຍອດພ້າວ, ແມງວັນທອງເຈາະທໍາລາຍໝາກໄມ້ ແລະ ມອດເຈາະໝາກກາເຟ, ສາເຫດດັ່ງກ່າວແມ່ນເກີດຈາກການຂົນສົ່ງເຄື່ອນຍ້າຍ, ການນໍາເຂົ້າ ແລະ ສົ່ງອອກພືດ ແລະ ຜະລິດຕະພັນພືດ ໂດຍບໍ່ໄດ້ຜ່ານຂັ້ນຕອນລະບຽບການ ການກັກກັນພືດ ແລະ ບໍ່ໄດ້ຮັບການກວດກາຮັບຮອງ ຈາກເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ.

ເພື່ອແກ້ໄຂປະກົດການດັ່ງກ່າວ ທັງເປັນການຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ລະບາດ ຂອງສັດຕູພືດ ແນໃສ່ຮັບປະກັນໃຫ້ງານມະຫາກໍາກິລາຊີເກມ ຄັ້ງທີ 25 ທີ່ ສປປລາວ ເປັນເຈົ້າພາບໃຫ້ມີຄວາມສະຫງົບຮຽບຮ້ອຍດີ.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການດັ່ງນີ້:

1. ຄວາມໝາຍຂອງວຽກງານປ້ອງກັນພືດ

ການປ້ອງກັນພືດແມ່ນການຄວບຄຸມ, ກວດກາພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນໆ ໃນເວລາເຄື່ອນຍ້າຍຈາກພື້ນທີ່ໜຶ່ງໄປຍັງອີກພື້ນທີ່ໜຶ່ງ ໂດຍປະຕິບັດຕາມລະບຽບກົດໝາຍ ແລະ ໃຫ້ຖືກຕ້ອງຕາມຫຼັກການວິຊາການ ແນໃສ່ຈໍາກັດ ແລະ ສະກັດກັ້ນການແຜ່ລະບາດຂອງສັດຕູພືດ, ປ້ອງກັນບໍ່ໃຫ້ສັດຕູພືດລະບາດຈາກເຂດໜຶ່ງ ໄປຫາອີກເຂດໜຶ່ງພາຍໃນປະເທດ ຫຼື ແຜ່ລະບາດເຂົ້າມາໃນປະເທດ ແລະ ອອກສູ່ປະເທດອື່ນ. ຂ້າງເທິງ

2. ຄວາມຮັບຜິດຊອບຂອງຂະແໜງການປູກຝັງຕໍ່ວຽກງານປ້ອງກັນພືດ

2.1. ກົມປູກຝັງ

ມີໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງການອອກໃບອະນຸຍາດນໍາເຂົ້າພືດ ທັງປະສານສົມທົບກັບພາກສ່ວນອື່ນໆ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ, ໂດຍເປັນຈຸດໃຈກາງໃນການສ້າງບົດເຕັກນິກ ຕອບສະໜອງຂໍ້ມູນຂ່າວສານທີ່ຈໍາເປັນ ພ້ອມທັງອໍານວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

2.2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ

ມີໜ້າທີ່ໃນການຜັນຂະຫຍາຍ, ແນະນໍາ, ໂຄສະນາ ແລະ ເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນພືດ ເພື່ອຈັດຕັ້ງປະຕິບັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃຫ້ເຂົ້າໃຈ, ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍຊີ້ນໍາ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ດ່ານປ້ອງກັນພືດ ເພື່ອສະຫຼຸບລາຍງານໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນຢ່າງເປັນປະຈໍາ. ຂ້າງເທິງ

2.3. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ

ມີໜ້າທີ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ, ແນະນໍາ ແລະ ໂຄສະນາກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນພືດ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພາຍໃນເມືອງ, ເທດສະບານ, ເຊື່ອມຊຶມເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ. ຕິດຕາມ ແລະ ລາຍງານສະພາບການແຜ່ລະບາດຂອງສັດຕູພືດ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ໃຫ້ສາຍການຈັດຕັ້ງຂອງຕົນ ແລະ ອົງການປົກຄອງເມືອງ, ເທດສະບານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃນແຕ່ລະໄລຍະ. ຂ້າງເທິງ

2.4. ດ່ານປ້ອງກັນພືດ

ມີໜ້າທີ່ ໃນການໂຄສະນາເຜີຍແຜ່ລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ຫຼັກວິຊາການຢ່າງຖືກຕ້ອງ ແລະ ທັນຕາມກໍານົດເວລາ. ສະກັດກັ້ນການລະເມີດລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດ; ດໍາເນີນຄະດີຕໍ່ຜູ້ກະທໍາຜິດ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ພ້ອມທັງອໍານວຍຄວາມສະດວກ ໃຫ້ແກ່ການສົ່ງອອກ-ນໍາເຂົ້າພືດ, ຜະລິດຕະພັນພືດຢ່າງວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ນອກນີ້ຍັງສາມາດກັກແຍກປ່ຽວພືດ, ຜະລິດຕະພັນພືດ ຫຼື ແຈ້ງໃຫ້ເຈົ້າຂອງພືດເຮັດສຸຂານາໄມພືດ ຫຼື ສົ່ງຄືນ ຫຼື ທໍາລາຍພືດ ໃນກໍລະນີທີ່ພົບເຫັນສັດຕູພືດ, ເກັບຄ່າທໍານຽມ ແລະ ຄ່າບໍລິການຕາມລະບຽບການຂອງລັດ ວາງອອກຢ່າງຄົບຖ້ວນ. ຂ້າງເທິງ

3. ເຈົ້າໜ້າທີ່ປ້ອງກັນພືດ

ເຈົ້າໜ້າທີ່ປ້ອງກັນພືດມີໜ້າທີ່ໃນການຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ຫຼັກວິຊາການຢ່າງຖືກຕ້ອງ ແລະ ທັນຕາມກໍານົດເວລາທີ່ດ່ານປ້ອງກັນພືດ ແລະ ຕ້ອງແມ່ນບຸກຄົນທີ່ຖືກແຕ່ງຕັ້ງຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ໂດຍມີບັດປະຈໍາດ່ານທີ່ໄດ້ຈາກການຝຶກອົບຮົມ ແລະ ຮັບຮອງທາງດ້ານວິຊາການຈາກກົມປູກຝັງ. ໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ປ້ອງກັນພືດຕ້ອງນຸ່ງເຄື່ອງແບບ ທີ່ມີເຄື່ອງໝາຍ ແລະ ຖືບັດປະຈໍາດ່ານທີ່ກໍານົດໂດຍກົມປູກຝັງ. ເຈົ້າໜ້າທີ່ປ້ອງກັນພືດສາມາດມີວິຊາການຊ່ວຍ ແຕ່ຕ້ອງໄດ້ຜ່ານການຝຶກອົບຮົມ ແລະ ມີບັດວິຊາການຊ່ວຍປ້ອງກັນພືດອອກໃຫ້ໂດຍ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ຕາມກໍານົດໝາຍເຕັກນິກທີ່ກົມປູກຝັງກໍານົດໃຫ້. ຂ້າງເທິງ

4. ການຂໍອະນຸຍາດ ແລະ ການກວດກາພືດຂາເຂົ້າ-ອອກ

ຫ້າມອົງການຈັດຕັ້ງ, ບໍລິສັດ ຫຼື ບຸກຄົນໃດໜຶ່ງນໍາເຂົ້າສິນຄ້າພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນທີ່ຖືກຄວບຄຸມ ພາຍໃຕ້ກົດໝາຍວ່າດ້ວຍການປ້ອງກັນພືດ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດເປັນທາງການ ຈາກກົມປູກຝັງ ແລະ ການນໍາເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນດັ່ງກ່າວນັ້ນ ຕ້ອງຜ່ານດ່ານປ້ອງກັນພືດທີ່ໄດ້ຮັບອະນຸຍາດສ້າງຕັ້ງ ຈາກກະຊວງກະສິກໍາ ແລະ ປ່າໄມ້ຢ່າງເປັນທາງການ. ຂ້າງເທິງ

4.1. ການນໍາເຂົ້າພືດຕິດຕົວຜູ້ໂດຍສານ ຫຼື ສົ່ງທາງໄປສະນີ

ການນໍາເຂົ້າພືດຕິດຕົວຜູ້ໂດຍສານ ຫຼື ສົ່ງທາງໄປສະນີ ເຈົ້າຂອງພືດມີພັນທະແຈ້ງຂໍ້ມູນຕາມແບບຮ່າງ ທີ່ໄດ້ກໍານົດໄວ້ ແລະ ໄດ້ຮັບການກວດກາຈາກເຈົ້າໜ້າທີ່ປ້ອງກັນພືດ ຕາມລະບຽບການ. ຂ້າງເທິງ

4.2. ການນໍາເຂົ້າພືດ ແລະ ຜະລິດຕະພັນພືດທີ່ເປັນສິນຄ້າ

ເຈົ້າຂອງພືດຈະຕ້ອງຂໍອະນຸຍາດຈາກກົມປູກຝັງລ່ວງໜ້າ 01 (ໜຶ່ງ) ອາທິດ ເພື່ອວິໄຈຄວາມສ່ຽງຂອງສັດຕູພືດ ແລະ ກໍານົດມາດຕະການທາງສຸຂານາໄມພືດ ໂດຍຍື່ນໃບສະເໜີຂໍອະນຸຍາດນໍາເຂົ້າ ຕາມແບບຮ່າງທີ່ໄດ້ກໍານົດໄວ້. ຜູ້ໄດ້ຮັບອະນຸຍາດໃຫ້ນໍາເຂົ້າ ຕ້ອງນໍາເອົາສິນຄ້າຕາມປະເພດ ແລະ ຈໍານວນທີ່ໄດ້ອະນຸຍາດ ແລະ ນໍາເຂົ້າຕາມດ່ານທີ່ໄດ້ກໍານົດໄວ້ເທົ່ານັ້ນ. ເມື່ອສິນຄ້າມາເຖິງດ່ານເຈົ້າຂອງສິນຄ້າ ຕ້ອງນໍາເອກະສານທີ່ກ່ຽວຂ້ອງ ທີ່ອອກໃຫ້ໂດຍປະເທດຕົ້ນທາງ ແຈ້ງຕໍ່ເຈົ້າໜ້າທີ່ປ້ອງກັນພືດກວດກາຄວາມຖືກຕ້ອງ.

ການນໍາເຂົ້າແມ່ນລວມທັງການນໍາເຂົ້າໃນຮູບການອື່ນ ທີ່ຍັງບໍ່ທັນໄດ້ກໍານົດໄວ້ ເປັນຕົ້ນແມ່ນເພື່ອຈຸດປະສົງຄົ້ນຄວ້າທົດລອງ, ສົ່ງເສີມ, ວາງສະແດງ, ຮັບໃຊ້ທາງການ, ຮັບຈາກການຊ່ວຍເຫຼືອຂອງຕ່າງປະເທດ ແລະ ຂອງຂວັນ.

ເຈົ້າໜ້າທີ່ປ້ອງກັນພືດຕ້ອງຈັດຕັ້ງການກວດກາພືດ ແລະ ລາຍງານຜົນການກວດກາພາຍໃນ 24 ຊົ່ວໂມງ ຫຼັງຈາກໄດ້ຮັບໃບສະເໜີຈາກເຈົ້າຂອງພືດ. ໃນກໍລະນີທີ່ພົບເຫັນສັດຕູພືດ ເຈົ້າໜ້າທີ່ປ້ອງກັນພືດຕ້ອງແຈ້ງໃຫ້ເຈົ້າຂອງພືດຊາບ ແລ້ວດໍາເນີນມາດຕະການສຸຂານາໄມພືດ ຄືການອະນາໄມພືດ ຫຼື ສົ່ງກັບປະເທດຕົ້ນທາງ ຫຼື ທໍາລາຍຖິ້ມແລ້ວແຕ່ກໍລະນີຢ່າງເຂັ້ມງວດ ຕາມຫຼັກວິຊາການ ແລະ ເມື່ອພືດທີ່ນໍາເຂົ້າຖືກປະຕິບັດຕາມຂໍ້ກໍານົດ ພາຍຫຼັງກວດກາແລ້ວ ຕ້ອງໄດ້ຮັບອະນຸຍາດໃຫ້ຜ່ານໃນທັນທີ ໂດຍປະທັບກາຈໍ້າຜ່ານ ຈາກດ່ານປ້ອງກັນພືດ ແລະ ລາຍເຊັນຂອງເຈົ້າໜ້າທີ່ປະຈໍາດ່ານ ໃສ່ໃບສະເໜີ. ເຈົ້າຂອງພືດຮັບຜິດຊອບຈ່າຍຄ່າທໍານຽມຕ່າງໆ ຕາມລະບຽບການຂອງລັດວາງອອກຢ່າງຄົບຖ້ວນ. ຂ້າງເທິງ

4.3. ການກວດກາພືດຜ່ານແດນ

ເຈົ້າຂອງພືດຕ້ອງຍື່ນໃບສະເໜີກວດກາພືດຜ່ານແດນ ຕໍ່ດ່ານປ້ອງກັນພືດ ເພື່ອຂໍຮັບການກວດກາ ແລະ ຢັ້ງຢືນຄວາມປອດໄພ ແລະ ຄວາມຖືກຕ້ອງຂອງໃບຢັ້ງຢືນສຸຂານາໄມພືດ, ຜະລິດຕະພັນພືດ, ວັດຖຸອື່ນໆ. ພາຍຫຼັງທີ່ໄດ້ຮັບໃບສະເໜີຈາກເຈົ້າຂອງພືດ ເຈົ້າໜ້າທີ່ປ້ອງກັນພືດຕ້ອງຈັດຕັ້ງການກວດກາພືດ ແລະ ລາຍງານຜົນການກວດກາພາຍໃນ 24 ຊົ່ວໂມງ ເມື່ອພືດທີ່ສົ່ງຜ່ານຖືກປະຕິບັດຕາມຂໍ້ກໍານົດ ພາຍຫຼັງກວດກາແລ້ວ ຕ້ອງໄດ້ຮັບອະນຸຍາດໃຫ້ຜ່ານໃນທັນທີ. ຂ້າງເທິງ

4.4. ການກວດກາພືດອາອອກ

ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນຕ້ອງສະເໜີຕໍ່ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນທີ່ກໍານົດໄວ້ ເພື່ອກວດກາ ແລະ ຢັ້ງຢືນສຸຂານາໄມ ຕາມເງື່ອນໄຂຄວາມຕ້ອງການຂອງປະເທດປາຍທາງ. ຂ້າງເທິງ

5. ການປ້ອງກັນພືດພາຍໃນ

ຄອບຄົວ ຫຼື ການຈັດຕັ້ງທີ່ພົບເຫັນປະກົດການ ການທໍາລາຍ ຫຼື ການແຜ່ລະບາດຂອງສັດຕູພືດຢູ່ພື້ນທີ່ໃດໜຶ່ງ ຕ້ອງລາຍງານຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ຫຼື ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງຢ່າງຮີບດ່ວນ. ໃນກໍລະນີທີ່ເກີດການແຜ່ລະບາດຂອງສັດຕູພືດ ຂະແໜງການປູກຝັງທີ່ຮັບຜິດຊອບວຽກງານປ້ອງກັນພືດ ຕ້ອງສະເໜີລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອປະກາດເຂດສັດຕູພືດລະບາດ ແລະ ນໍາໃຊ້ມາດຕະການຄວບຄຸມການແຜ່ລະບາດ ແລ້ວແຕ່ກໍລະນີຕາມທີ່ກໍານົດໄວ້ ໃນກົດໝາຍປ້ອງກັນພືດ. ຂ້າງເທິງ

6. ຜູ້ປະກອບການດ້ານສຸຂານາໄມພືດ

ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງໃຫ້ບໍລິການ ການກໍາຈັດສັດຕູພືດ ແລະ ການສຸຂານາໄມພືດ ຕ້ອງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ແລະ ຕ້ອງໄດ້ຜ່ານການອະນຸຍາດດ້ານວິຊາການ ຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

7. ມາດຕະການຈັດຕັ້ງປະຕິບັດ

ໃຫ້ກົມປູກຝັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ມວນຊົນ ແລະ ສ້າງກົນໄກການປະສານງານກັບອົງການຕ່າງໆ ທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ໃຫ້ມີປະສິດທິຜົນສູງສຸດ.

ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນເກັບຂໍ້ມູນ ແລະ ລາຍງານດ່ານຊາຍແດນ ແລກປ່ຽນສິນຄ້າທີ່ບໍ່ທັນໄດ້ຮັບອະນຸມັດ ຈັດຕັ້ງເປັນດ່ານປ້ອງກັນພືດຈາກກະຊວງກະສິກໍາ ແລະ ປ່າໄມ້ ສົ່ງໃຫ້ກະຊວງ ເພື່ອອອກຂໍ້ຕົກລົງສ້າງຕັ້ງເປັນດ່ານປ້ອງກັນພືດ ເພື່ອໃຫ້ສອດຄ່ອງກັບແຈ້ງການຂອງຄະນະ ເລຂາທິການລັດຖະບານ ສະບັບເລກທີ 405/ຄລບ ລົງວັນທີ 14/3/2007.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ສີຕາເຮັ່ງ ຣາຊະພົນ

# ຫົວຂໍ້ ດາວໂຫຼດ
1 Notification on Enhancing the Implementation of Plant Protection Functions No. 1429/MAF PDF
2 ແຈ້ງການ ເພີ່ມທະວີ ຄວາມຮັບຜິດຊອບຕໍ່ ວຽກງານປ້ອງກັນພືດ ເລກທີ 1429/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.