ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ຕຸລາ 2012 ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຫງວຽນ ເກີມຕູ້ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ, ເປັນກຽດເຂົ້າຮ່ວມພິທີ ແລະ ກ່າວຕ້ອນຮັບໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະຜູ້ແທນທັງພາກລັດ ແລະ ທຸລະກິດທັງສູນກາງ ແລະ ທ້ອງຖິ່ນຂອງແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ລາວ-ຫວຽດນາມ ຫຼາຍກວ່າ 120 ​ທ່ານ.

ກອງປະຊຸມໃນຄັ້ງນີ້ ໄຂຂຶ້ນພາຍໃຕ້ບັນຍາກາດທີ່ທົ່ວພັກ ທົ່ວປວງຊົນຂອງສອງຊາດ ກໍາລັງສະເຫຼີມສະຫຼອງສອງເຫດການສໍາຄັນ ທາງດ້ານປະຫວັດສາດຂອງສອງປະເທດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 35 ປີ, ຂະແໜງອຸດສາຫະກໍາ ແລະ ການຄ້າ ເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນຕໍ່ສອງວັນປະຫວັດສາດດັ່ງກ່າວ ຊຶ່ງກອງປະຊຸມໃນຄັ້ງນີ້ກໍແມ່ນຫນຶ່ງໃນກິດຈະກໍາທີ່ສະເຫຼີມສະຫຼອງວັນດັ່ງກ່າວ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ VII ທີ່ຜ່ານມາ ຊຶ່ງສອງຝ່າຍໄດ້ເປັນເອກະພາບຜັດປ່ຽນກັນຈັດ 02 ປີຕໍ່ຄັ້ງ, ເພື່ອແລກປ່ຽນຄໍາຄິດຄໍາເຫັນ ແລະ ຊອກຫາວິທີທາງກົນໄກແກ້ໄຂສິ່ງກີດຂວາງ ຕໍ່ການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ໃນຕໍ່ໜ້າເພື່ອແນໃສ່ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການພັດທະນາການຄ້າ ລາວ-ຫວຽດນາມ ໄລຍະ 2008-2015, ໃຫ້ບັນລຸ 01 ຕື້ໂດລາ ໃນປີ 2012 ແລະ 02 ຕື້ໂດລາ ໃນປີ 2015 ໃຫ້ປະກົດຜົນເປັນຈິງ ຊຶ່ງຜ່ານຈາກການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ເຫັນໄດ້ວ່າມູນຄ່າການຄ້າ ລາວ-ຫວຽດນາມ ໃນປີ 2011 ທຽບໃສ່ປີ 2010 ເພີ່ມຂຶ້ນ 49%, ໃນນັ້ນການສົ່ງອອກ ເພີ່ມຂຶ້ນ 57% ແລະ ການນໍາເຂົ້າເພີ່ມຂຶ້ນ 38%.

ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລືບັນຫາທີ່ພົ້ນເດັ່ນເຊັ່ນ: ການຈັດຕັ້ງປະຕິບັດໂຄງການແຜນແມ່ບົດ ພັດທະນາຕາໜ່າງຕະຫຼາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ທີ່ສອງຝ່າຍໄດ້ຮັບຮອງເອົາ, ໂຄງການຍົກລະດັບຕະຫຼາດຫ້ວຍດິນດໍາ ໃຫ້ສາມາດເລີ່ມຕົ້ນດໍາເນີນໂຄງການໃນປີ 2013, ການສ້າງລະບຽບການຄຸ້ມຄອງຕະຫຼາດຊາຍແດນຮ່ວມ ລະຫວ່າງລາວ-ຫວຽດນາມ ໂດຍທົດລອງນໍາໃຊ້ຢູ່ບາງຈຸດຕະຫຼາດຕາມຊາຍແດນ, ການຈັດຕັ້ງປະຕິບັດຂໍ້ຕົກລົງຮ່າໂນ້ຍ ປີ  2007 ກ່ຽວກັບການຮ່ວມມືກັນລົງຕິດຕາມກວດກາການຈັດຕັ້ງປະຕິບັດ ການຄຸ້ມຄອງຕະຫຼາດຊາຍແດນ ແລະ ການຄ້າຊາຍແດນ. ການຈັດຕັ້ງປະຕິບັດສັນຍາການຫຼຸດຜ່ອນອັດຕາພາສີ 50% ແລະ 0% ທີ່ ສປປ ລາວ ແລະ ສສ ຫວຽດນາມ ໄດ້ປະຕິບັດນໍາກັນເພື່ອໃຫ້ສອດຄ່ອງກັບການຕົກລົງຂອງສອງຝ່າຍ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການຄຸ້ມຄອງການຄ້າຊາຍແດນ ກັບບັນດາຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ໂຄສະນາ ແລະ ເຜີຍແຜ່ກົນໄກ, ນະໂຍບາຍການຄ້າຊາຍແດນໃຫ້ແກ່ປະຊາຊົນຢູ່ຂົງເຂດຊາຍແດນ ແລະ ພາກທຸລະກິດຂອງສອງປະເທດ, ນອກນັ້ນຍັງໄດ້ປຶກສາຫາລືກ່ຽວກັບ ການເພີ່ມທະວີວຽກງານການຄຸ້ມຄອງຕະຫຼາດຊາຍແດນ ແນໃສ່ຫຼຸດຜ່ອນການຄ້າຂາຍນອກລະບົບ. ສິ່ງທີ່ພົ້ນເດັ່ນສອງຝ່າຍ ໄດ້ຊອກຫາຊ່ອງທາງໃນການດຶງດູດນັກລົງທຶນ ເພື່ອພັດທະນາເຂດການຄ້າຊາຍແດນຂອງສອງປະເທດ ທີ່ໄດ້ກໍານົດໄວ້ຢູ່ແຜນແມ່ບົດດັ່ງກ່່າວ ໃຫ້ບັນລຸຕາມແຜນທີ່ກໍານົດໄວ້ ເພື່ອແນໃສ່ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ຕາມແນວທາງຂອງພັກສະໄໝທີ IX ໃຫ້ປະກົດຜົນເປັນຈິງ.

# ຫົວຂໍ້ ດາວໂຫຼດ
1 The 8th conference on Lao-Vietnam border trade cooperation officially opened on Oct 18, 2012 at Sekong Provincial Governor’s Office PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.