ໃນຕອນເຊົ້າຂອງວັນທີ 26 ຕຸລາ 2012 ກອງປະຊຸມສະພາໃຫຍ່ສະໄໝວິສາມັນ ຂອງອົງການການຄ້າໂລກ (WTO) ໄດ້ໄຂຂຶ້ນທີ່ເຊີແນວ, ປະເທດສະວິດເຊີແລນ ເພື່ອຮັບຮອງເອົາເອກະສານ ເງື່ອນໄຂການເຂົ້າເປັນ ສະມາຊິກ ອຄລ ຂອງ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເອລີນ ໂຢຮານເຊນ, ຜູ້ຕາງໜ້າ ຖາວອນປະຈຳ ອຄລ ຂອງນໍເວ. ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ທັງເປັນປະທານ ຄະນະກຳມະການປະສານງານລະດັບຊາດວ່າດ້ວຍ ການເຊື່ອມໂຍງ ເສດຖະກິດກັບສາກົນ (ຄປຊ) ໄດ້ນຳພາຄະນະຜູ້ແທນລາວ ຂັ້ນລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການ ແລະ ວິຊາການ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງ ກະສິກຳ ແລະ ປ່າໄມ້, ທະນາ ຄານແຫ່ງ ສປປ ລາວ, ສະພາແຫ່ງຊາດ ແລະ ສຳນັກງານ ຜູ້ຕາງໜ້າຖາວອນ ລາວ ປະຈຳ ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນ ລວມຈຳນວນ 28 ທ່ານ ເຂົ້າຮ່ວມປະຊຸມ.
ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການ ຕ່າງປະເທດ ໄດ້ກ່າວ ຕໍ່ກອງປະຊຸມວ່າ ນີ້ເປັນຂ່າວທີ່ດີຫຼາຍທີ່ ສປປ ລາວ ຈະໄດ້ລາຍງານ ຕໍ່ກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ (ອາເຊັມ) ທີ່ຈະໄດ້ຈັດຂື້ນຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 5-6 ພະຈິກນີ້. ກອງປະຊຸມຄັ້ງນີ້ ຖືວ່າເປັນຂີດໝາຍ ປະຫວັດສາດອັນສຳຄັນ ສຳລັບ ສປປ ລາວ ໃນຂະບວນການເຊື່ອມໂຍງເສດຖະກິດກັບສາກົນ ຊຶ່ງເປັນຜົນສຳເລັດ ອັນພົ້ນເດັ່ນ ໃນໄລຍະເວລາ 15 ປີ ແຫ່ງການເຈລະຈາເຂົ້າເປັນສະມາຊິກ ອຄລ. ການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ຍັງເປັນການຕື່ມເຕັມໃຫ້ກຸ່ມອາຊຽນໃນອົງການການຄ້າໂລກ.
ທ່ານ ປາສະການ ລາມີ, ຜູ້ອຳນວຍການໃຫຍ່ຂອງ ອຄລ ໄດ້ກ່າວຕ້ອນຮັບ ສປປ ລາວ ຢ່າງ ສຸດອົກສຸດໃຈ ແລະ ເນັ້ນໜັກວ່າການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ບໍ່ພຽງແຕ່ ເປັນການປັບປຸງ ແລະ ສ້າງຄວາມ ເຂັ້ມແຂງພາຍໃນແກ່ ສປປ ລາວ ເທົ່ານັ້ນ ແຕ່ຍັງສ້າງຜົນດີ ຕໍ່ລະບົບການຄ້າຫຼາຍຝ່າຍອີກດ້ວຍ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ສະແດງຄວາມ ຂອບໃຈຕໍ່ ບັນດາສະມາຊິກ ອຄລ ກໍຄືຄູ່ຮ່ວມພັດທະນາຕ່າງໆ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະເວລາຜ່ານມາ ຈົນສາມາດສຳເລັດການເຈລະຈາໄດ້ຢ່າງ ສະຫງ່າງາມ ແລະ ຫວັງວ່າຈະຍັງຄົງ ໄດ້ການຊ່ອຍເຫຼືອ ພາຍຫຼັງການເຂົ້າເປັນສະມາຊິກ ອຄລ. ພ້ອມນີ້, ທ່ານຍັງໄດ້ກ່າວຂອບໃຈບັນດາປະທານ ກອງປະຊຸມໜ່ວຍປະຕິບັດງານ ໂດຍສະເພາະ ທ່ານ ອີ ສຽວຈຸນ, ຜູ້ຕາງໜ້າຖາວອນ ຂອງ ສປ ຈີນ ປະຈຳ ອົງການການຄ້າໂລກ ທີ່ໄດ້ ເອົາໃຈໃສ່ ຊຸກຍູ້ນຳພາຂະບວນການເຈລະຈາຂອງ ສປປ ລາວ ຈົນປະສົບຜົນສຳເລັດ.
ນອກນັ້ນ ທ່ານຍັງໄດ້ກ່າວຕໍ່ກອງປະຊຸມວ່າ ສປປ ລາວ ຈະຕັ້ງໜ້າປະຕິບັດພັນທະຂອງຕົນ ທີ່ໄດ້ເຈລະຈາກັບ ສະມາຊິກຂອງ ອຄລ ແລະ ຮຽກຮ້ອງໃຫ້ສະມາຊິກສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະ ຂອງການເປັນສະມາຊິກ ແລະ ມີສ່ວນຮ່ວມໃນການເຈລະຈາ ການຄ້າຂອງ ອຄລ ຄື ຮອບພັດທະນາໂດຮາ ທີ່ໄດ້ດຳເນີນນັບແຕ່ປີ 2001 ເປັນຕົ້ນມາ.
ຫຼັງຈາກນັ້ນ, ກໍໄດ້ມີພິທີລົງນາມເອກະສານເງື່ອນໄຂການເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ ພາຍໃນ ຕອນເຊົ້າດຽວກັນ ລະຫວ່າງທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການ ກະຊວງ ອຄ ແລະ ທ່ານ ປາສະການ ລາມີ, ຜູ້ອຳນວຍການໃຫຍ່ຂອງ ອຄລ ໂດຍມີຄະນະ ຜູ້ແທນລາວ ພ້ອມທັງ ຕາງໜ້າຂອງບາງສະມາຊິກ ອຄລ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ເປັນສັກຂີພິຍານ.
ການສຳເລັດພິທີຮັບຮອງ ແລະ ລົງນາມດັ່ງກ່າວ ຍັງບໍ່ຖືວ່າ ສປປ ລາວໄດ້ເຂົ້າເປັນສະມາຊິກ ອຄລ ຢ່າງສົມບູນ ເທື່ອ ແຕ່ເປັນພຽງການສຳເລັດການເຈລະຈາ. ສປປ ລາວ ຈະສະເໜີເອກະສານເງື່ອນໄຂດັ່ງກ່າວ ເຂົ້າພິຈາ ລະນາ ໃນກອງປະຊຸມຂອງສະພາແຫ່ງຊາດ ເພື່ອໃຫ້ສັດຕະຍາບັນ ໃນເດືອນທັນວານີ້. ຫຼັງຈາກການແຈ້ງຜົນ ການໃຫ້ສັດຕະຍາບັນດັ່ງກ່າວໃຫ້ກອງເລຂາ ອຄລ ຊາບແລ້ວ, ສປປ ລາວ ຈະກາຍເປັນສະມາຊິກສົມບູນຂອງ ອຄລ ໂດຍອັດຕະໂນມັດ ພາຍໃນ 30 ວັນ.
ຂໍ້ມູນເພີ່ມເຕີມຈາກເວັບໄຊ:
ອົງການການຄ້າໂລກ: http://www.wto.org/english/news_e/news12_e/acc_lao_26oct12_e.htm
· ພາຍຫຼັງທີ່ ສປປ ລາວ ເຂົ້າເປັນສະມາຊິກ ອຄລ ແລ້ວ ຈະມີທ່າແຮງ ແລະກາລະໂອກາດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຄືແນວໃດ?
ການເຂົ້າເປັນສະມາຊິກ ອຄລ ແມ່ນດຳເນີນພາຍໃຕ້ນະໂຍບານການເປີດກວ້າງ ກໍຄື ການເຊື່ອມໂຍງເສດຖະກິດກັບສາກົນ ທີ່ໄດ້ວາງໄວ້ໃນມະຕິກອງປະຊຸມໃຫຍ່ ຂອງພັກ ປະຊາຊົນປະຕິວັດລາວ ນັບແຕ່ສະໄໝທີ IV ເປັນຕົ້ນມາ ເພື່ອດຳເນີນແນວທາງປ່ຽນແປງໃໝ່ ຫັນເປັນເສດຖະກິດຕະຫຼາດ ແລະ ການສ້າງລັດແຫ່ງກົດໝາຍ ເທື່ອລະກ້າວ, ຫັນຈາກການຜະລິດແບບທຳມະຊາດກຸ້ມຢູ່ກຸ້ມກິນມາເປັນການຜະລິດເປັນສິນຄ້າ ແລະ ເປັນອຸດສາຫະກຳທັນສະໄໝ ແນໃສ່ເຮັດໃຫ້ປະເທດຊາດຫຼຸດຜົນອອກຈາກຄວາມທຸກຍາກຢ່າງສິ້ນເຊິງ ພາຍໃນປີ 2020. ມະຕິກົມການເມືອງສູນກາງພັກວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ ສະບັບເລກທີ 04/ກມສພ, ລົງວັນທ 15 ກຸມພາ 2012 ກໍໄດ້ຢັ້ງຢືນຄືນເນື້ອໃນຈິດດັ່ງກ່າວ ອີກຄັ້ງໜຶ່ງ.
ປະຈຸບັນນີ້ ການຄ້າຂາຍລະຫວ່າງສະມາຊິກ ອຄລ ໄດ້ກວມເອົາ 96% ຂອງມູນຄ່າການຄ້າຢູ່ໃນໂລກ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ພາຍຫຼັງການເຂົ້າເປັນສະມາຊິກ ອຄລ ຂອງລັດເຊຍ. ສປປ ລາວ ຍັງເປັນປະເທດດຽວໃນກຸ່ມອາຊຽນທີ່ຍັງບໍ່ເປັນສະມາຊິກ ອຄລ ເທ່ືອ. ດັ່ງນັ້ນ ຄວາມຄາດຫວັງກ່ຽວກັບຜົນປະໂຫຍດທີ່ ສປປ ລາວ ຈະໄດ້ຮັບຈາກການເປັນສະມາຊິກຂອງ ອຄລ ມີດັ່ງນີ້:
(1) ມີໂອກາດຂະຫຍາຍຖານຕະຫຼາດໃຫ້ກວ້າງອອກ ແລະ ມີສະຖຽນລະພາບກວ່າເກົ່າ. ສປປ ລາວຈະມີສິດເທົ່າທຽມກັບປະເທດອື່ນໃນການດຳເນີນການຄ້າສາກົນ ບົນພື້ນຖານຫຼັກການອັນດຽວກັນ ໂດຍສະເພາະຈະບໍ່ໄດ້ຮັບການເລືອກປະຕິບັດ. ອຄລ ກໍມີກົນໄກແກ້ໄຂຂໍ້ຂັດແຍ່ງດ້ານການຄ້າທີ່ມີປະສິດທິຜົນທີ່ສຸດ;
(2) ບົດບາດທາງດ້ານການເມືອງຈະໄດ້ຮັບການຍົກສູງຂື້ນຕື່ມອີກຢູ່ໃນພາກພື້ນ ແລະ ໃນ ເວທີໂລກ ພ້ອມດຽວກັນ ກໍຈະມີອຳນາດຕໍ່ລອງໃນການເຈລະຈາການຄ້າ ແລະ ດ້ານອື່ນໆ ໂດຍຮ່ວມກັບກຸ່ມອາຊຽນ ແລະ ກຸ່ມປະເທດດ້ອຍພັດທະນາ;
(3) ຈະເປີດໂອກາດໃຫ້ທັງໃນພາກລັດ ແລະທຸລະກິດ ໄດ້ພັດທະນາຄວາມຮູ້ ແລະຄວາມສາມາດໃນການຄ້າໃນລະດັບສາກົນ ສ້າງເງື່ອນໄຂອັນຈຳເປັນແກ່ການຫຼຸດຜ່ອນຄວາມທຸກຍາກ.
ບົດຮຽນຂອງປະເທດເພື່ອນມິດ ສະແດງໃຫ້ເຫັນໄດ້ວ່າການເຊື່ອມໂຍງເສດຖະກິດກັບສາກົນ ສ້າງຜົນປະໂຫຍດຫຼາຍກວ່າຜົນເສຍ. ພາຍຫຼັງ 10 ປີ ຂອງການເຂົ້າເປັນສະມາຊິກ ອຄລ, ສປ ຈີນ ໄດ້ກ້າວຈາກຄູ່ຄ້າອັນດັບທີ 7 ຂອງໂລກ ໃນປີ 2000 ເປັນອັນດັບທີສອງ, ຖັດຈາກສະຫະລັດອາເມລິກາ ນັບແຕ່ປີ 2011 ເປັນຕົ້ນມາ. ບົດຮຽນຂອງ ສສ ຫວຽດນາມ ທີ່ຄົບຮອບ 5 ປີ ໃນກາງປີ 2012 ກໍຢັ້ງຢືນໄດ້ເຊັ່ນດຽວກັນ ໂດຍມີການລົງທຶນຕ່າງປະເທດ ແລະ ການສົ່ງອອກ ເພີ່ມຂຶ້ນສູງ (20% ຕໍ່ປີ ໂດຍສະເລ່ຍ).
ເຖິງຢ່າງໃດກໍຕາມ ການຍາດເອົາຜົນປະໂຫຍດແມ່ນຈະຂຶ້ນກັບຄວາມເປັນເຈົ້າການຂອງໝົດ ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ການປັບປຸງລະບອບລະບຽບບໍລິຫານ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງທຸລະກິດ. ພ້ອມນັ້ນ, ຄຽງຄູ່ກັບຜົນປະໂຫຍດຕ່າງໆ ທີ່ຄາດຫວັງວ່າ ລາວເຮົາຈະໄດ້ຮັບ ກໍມີສິ່ງທ້າທາຍຈຳນວນໜຶ່ງ ດັ່ງນີ້:
(1) ຄວາມເຂົ້າໃຈຂອງບັນດາຂະແໜງການພາກລັດສ່ວນໃຫຍ່ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ລວມທັງພາກທຸລະກິດ ແລະ ປະຊາຊົນທົ່ວໄປ ກ່ຽວກັບຫລັກການພື້ນຖານ, ສັນຍາ ແລະ ພັນທະໃນການເຂົ້າເປັນສະມາຊິກ ຂອງ ອຄລ ຍັງມີຄວາມຈຳກັດຢູ່.
(2) ພື້ນຖານການຜະລິດຂອງລາວ ແມ່ນຍັງອ່ອນນ້ອຍ ແລະ ຍັງຂາດລະບົບຄຸ້ມຄອງ ຄຸນນະພາບທີ່ດີ.
(3) ການສົ່ງອອກແມ່ນຍັງອາໃສການຄ້າຊາຍແດນ ແລະ ແບບບໍ່ເປັນທາງການ. ສະນັ້ນ, ສປປ ລາວ ອາດຈະບໍ່ໄດ້ຮັບຜົນປະໂຫຍດດີເທົ່າທີ່ຄວນໃນໄລຍະສັ້ນ ຈາກການເຂົ້າເປັນສະມາຊິກ ອຄລ ເມື່ອສົມທຽບກັບ ສສ ຫວຽດນາມ ຖ້າບໍ່ມີການກະກຽມຄວາມພ້ອມ ລວມທັງເພີ່ມທະວີຄວາມຮັບຮູ້, ພັດທະນາຕົນເອງ ແລະ ບຸກທະລຸໃນການດໍາເນີນທຸລະກິດ ແລະ ການຄ້າ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.