ລະບຽບການຄຸ້ມຄອງນໍາເຂົ້າ-ສົ່ງອອກສາລີລ້ຽງສັດ ໃນ ສປປ ລາວ

  1. ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9/12/2008;
  2. ດໍາລັດແນະນໍາປະຕິບັດ ກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 229/ລບ, ລົງວັນທີ  31/5/2012;
  3. ບົດແນະນໍາຂອງຫົວໜ້າກົມປູກຝັງ ກ່ຽວກັບຫຼັກການ ແລະ ວິທີການໃນການອອກໃບຢັ້ງຢືນສຸຂານາໄມພືດ ສະບັບເລກທີ 1077/ກປຝ, ລົງວັນທີ 30/09/2010.

ຂັ້ນຕອນການນໍາເຂົ້າ:

ບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການນໍາເຂົ້າສາລີມາໃນ ສປປ ລາວ ຕ້ອງຍື່ນສະເໜີຂໍອະນຸຍາດນໍາເຂົ້າ ຈາກກົມປູກຝັງກ່ອນລ່ວງໜ້າ 1 ​ອາທິດ ໂດຍປະກອບເອກະສານຄັດຕິດດັ່ງລຸ່ມນີ້:

  • ໃບສະເໜີຂໍອະນຸຍາດນໍາເຂົ້າ;
  • ສໍາເນົາໃບອະນຸຍາດດໍາເນີນທຸລະກິດດ້ານກະສິກໍາ ແລະ ປ່າໄມ້ ຈາກຂະແໜງການກະສິກໍາ ແລະ ປ່າໄມ້;
  • ສໍາເນົາໃບທະບຽນດໍາເນີນທຸລະກິດຈາກຂະແໜງອຸດສາຫະກໍາ ແລະ ການຄ້າ.
  • ໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate) (ຈາກປະເທດສົ່ງອອກ);
  • ໃບແຈ້ງລາຍການສິນຄ້າ ແລະ ໃບແຈ້ງລາຄາ.

ພາຍຫຼັງໄດ້ຮັບໃບອະນຸຍາດນໍາເຂົ້າແລ້ວ, ໃນເວລານໍາເຂົ້າຕົວຈິງຂອງສິນຄ້າ ຕ້ອງນໍາເຂົ້າຜ່ານດ່ານເຂົ້າ-ອອກ ທີ່ອົງການຄຸ້ມຄອງວຽກງານປ້ອງກັນພືດ ກໍານົດໃຫ້ເທົ່ານັ້ນ ໂດຍແຈ້ງຕໍ່ເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ ເພື່ອຂໍຮັບການກວດກາສັດຕູພືດຕາມລະບຽບກົດໝາຍ ກ່ອນດໍາເນີນການແຈ້ງພາສີໃນຂັ້ນຕອນຕໍ່ໄປ.

ຂັ້ນຕອນການສົ່ງອອກ:

ຜູ້ສົ່ງອອກຕ້ອງສະເໜີຂໍໃບຢັ້ງຢືນສຸຂານາໄມພືດ ຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນທີ່ມີດ່ານສົ່ງອອກສາລີ ຫຼື ແຂວງໃກ້ຄຽງ ທີ່ໄດ້ຮັບສິດໃນການອອກໃບຢັ້ງຢືນສຸຂານາໄມພືດ ຈາກກົມປູກຝັງມີຄື: ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ນະຄອນຫຼວງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ອັດຕະປື, ໂດຍປະກອບມີເອກະສານຄັດຕິດດັ່ງລຸ່ມນີ້:

  • ໃບສະເໜີຂໍຢັ້ງຢືນສຸຂານາໄມພືດ;
  • ໃບອະນຸຍາດນໍາເຂົ້າ (ອອກໃຫ້ໂດຍສໍານັກງານຄວບຄຸມວັດສະດຸການກະເສດ, ກົມວິຊາການກະເສດ ຫຼື ດ່ານກວດພືດຂອງປະເທດໄທ);
  • ໃບຢັ້ງຢືນກວດກາສັດຕູພືດ (ອອກໃຫ້ໂດຍຂະແໜງປູກຝັງແຂວງ, ນະຄອນບ່ອນທີ່ເປັນແຫຼ່ງຜະລິດຕະພັນພືດສົ່ງອອກ);
  • ໃບແຈ້ງລາຍການສິນຄ້າ ແລະ ໃບແຈ້ງລາຄາ.

 ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມ ເພື່ອຊາບລາຍລະອຽດກ່ຽວກັບເນື້ອທີ່ການປູກສາລີ ໃນທົ່ວປະເທດ ແລະ ການສົ່ງອອກສາລີຂອງລາວໄປປະເທດໄທ ສໍາລັບປີ 2011;

 

# ຫົວຂໍ້ ດາວໂຫຼດ
1 Notice on the paperwork and the procedure for the import-export of solid maize in Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.