ປະກາດກະຊວງກະເສດ ແລະ ສະຫະກອນ
ເລື່ອງ ກໍານົດພືດຈາກແຫຼ່ງທີ່ກໍານົດເປັນສິ່ງຕ້ອງຫ້າມ ຂໍ້ຍົກເວັ້ນ ແລະ ເງື່ອນໄຂ ຕາມພຣະຣາຊບັນຍັດກັກພືດ ພ.ສ. 2507 (ສະບັບທີ 10) ພ.ສ. 2553
_____________

ອາໄສອໍານາດຕາມຄວາມ ໃນມາດຕາ 6 ແຫ່ງພຣະຣາຊບັນຍັດກັກພືດ ພ.ສ. 2507 ຊຶ່ງແກ້ໄຂເພີ່ມເຕີມ ໂດຍພຣະຣາຊບັນຍັດກັກພືດ (ສະບັບທີ 3) ພ.ສ. 2551 ລັດຖະມົນຕີວ່າການກະຊວງກະເສດ ແລະ ສະຫະກອນ ໂດຍຄໍາແນະນໍາຂອງຄະນະກໍາມະການກັກພືດ ອອກປະກາດໄວ້ດັ່ງຕໍ່ໄປນີ້:

ຂໍ້ 1 ໃຫ້ຍົກເລີກ

1.1. ປະກາດກະຊວງກະເສດ ແລະ ສະຫະກອນ ເລື່ອງ ກໍານົດພືດຈາກແຫຼ່ງທີ່ກໍານົດເປັນສິ່ງຕ້ອງຫ້າມ ຂໍ້ຍົກເວັ້ນ ແລະ ເງື່ອນໄຂ ຕາມພຣະຣາຊບັນຍັດກັກພືດ ພ.ສ. 2507 ລົງວັນທີ 17 ມີນາ 2543.

1.2. ປະກາດກະຊວງກະເສດ ແລະ ສະຫະກອນ ເລື່ອງ ກໍານົດພືດຈາກແຫຼ່ງທີ່ກໍານົດເປັນສິ່ງຕ້ອງຫ້າມ ຂໍ້ຍົກເວັ້ນ ແລະ ເງື່ອນໄຂ ຕາມພຣະຣາຊບັນຍັດກັກພືດ ພ.ສ. 2507 (ສະບັບທີ 4) ພ.ສ. 2546 ລົງວັນທີ 14 ຕຸລາ 2546.

ຂໍ້ 2 ໃນປະກາດນີ້

"ອາຫານສໍາເລັດຮູບ" ໝາຍຄວາມວ່າ ອາຫານທີ່ໄດ້ມາຈາກສ່ວນຂອງພືດ ຊຶ່ງຍັງມີລັກສະນະເປັນພືດຢູ່ ແລະ ໄດ້ຜ່ານຂະບວນການທີ່ສາມາດທໍາລາຍ ເຊື້ອພະຍາດ ແລະ ສັດຕູພືດ.

ຂໍ້ 3 ໃຫ້ພືດທີ່ໄດ້ຮັບການຕັດຕໍ່ພັນທຸກໍາຈາກທຸກແຫຼ່ງ ຕາມເອກະສານຊ້ອນທ້າຍຂອງປະກາດນີ້ ເປັນສິ່ງຕ້ອງຫ້າມ.

ຂໍ້ 4 ໃນກໍລະນີທີ່ໄດ້ຮັບອະນຸຍາດໃຫ້ນໍາເອົາສິ່ງຕ້ອງຫ້າມ ຕາມຂໍ້ 3 ເຂົ້າມາໃນຣາຊອານາຈັກ (ໄທ) ເພື່ອການທົດລອງ ຫຼື ວິໄຈ ຕ້ອງປະຕິບັດຕາມຫຼັກການ, ວິທີການ ແລະ ເງື່ອນໄຂທີ່ອະທິບໍດີກົມວິຊາການກະເສດກໍານົດ ກ່ອນການນໍາເຂົ້າ ແລະ ໄລຍະເວລາຂອງການທົດລອງວິໄຈ.

ຂໍ້ 5 ຂໍ້ຍົກເວັ້ນ ແລະ ເງື່ອນໄຂ

5.1. ອາຫານສໍາເລັດຮູບ
5.2. ສາລີທີ່ໃຊ້ເປັນວັດຖຸດິບ ໃນການຜະລິດອາຫານສັດ ຫຼື ອາຫານສໍາລັບຄົນ ຫຼື ໃຊ້ເພື່ອການອຸດສາຫະກໍາ ຕ້ອງມີໃບຢັ້ງຢືນປອດສັດຕູພືດ ຈາກປະເທດຜູ້ສົ່ງອອກຕິດຄັດມານໍາ.
5.3. ຖົ່ວເຫຼືອງທີ່ໃຊ້ເປັນວັດຖຸດິບ ໃນການຜະລິດອາຫານສັດ ຫຼື ອາຫານສໍາລັບຄົນ ຫຼື ໃຊ້ເພື່ອການອຸດສາຫະກໍາ ຕ້ອງມີໃບຢັ້ງຢືນປອດສັດຕູພືດ ຈາກປະເທດຜູ້ສົ່ງອອກຕິດຄັດມານໍາ.

ປະກາດສະບັບນີ້ ມີຜົນບັງຄັບໃຊ້ພາຍຫຼັງ 60 ວັນ ນັບແຕ່ວັນທີ່ໄດ້ອອກປະກາດ ໃນຣາຊກິດຈານຸເບກສາເປັນຕົ້ນໄປ.

ປະກາດ ວັນທີ 11 ມີນາ ພ.ສ. 2553
ສຸພະໄຊ ໂພສຸ
ລັດຖະມົນຕີຊ່ວຍວ່າການກະຊວງກະເສດ ແລະ ສະຫະກອນ ຮັກສາການແທນ
ລັດຖະມົນຕີວ່າການກະຊວງກະເສດ ແລະ ສະຫະກອນ


ເອກະສານຊ້ອນທ້າຍ
ລາຍຊື່ພືດ ໃນປະກາດກະຊວງກະເສດ ແລະ ສະຫະກອນ
ເລື່ອງ ກໍານົດພືດຈາກແຫຼ່ງທີ່ກໍານົດເປັນສິ່ງຕ້ອງຫ້າມ ຂໍ້ຍົກເວັ້ນ ແລະ ເງື່ອນໄຂ ຕາມພຣະຣາຊບັນຍັດກັກພືດ ພ.ສ. 2507 (ສະບັບທີ 10) ພ.ສ. 2553

1. ສ່ວນໃດສ່ວນໜຶ່ງຂອງພືດຕໍ່ໄປນີ້:

  • ໝາກນັດ Ananas comosus (L.) Merr
  • ຜັກເຊເລີລີ Apium graveolens var.dulce (Mill) D.C
  • ອາຣາບີດັອບຊີສ ທາລີອານາ (ພືດທີ່ໃກ້ຄຽງກັບຜັກກາດ ເປັນພືດທີ່ໃຊ້ໃນການທົດລອງທາງດ້ານຊີວະວິທະຍາ) Arabidopsis Thaliana L.
  • HorseRadish ພືດຕະກູນກະລໍ່າ Armoracia rusticana P. Gaertner Meyer & Scherb
  • ຫນໍ່ໄມ້ຝຣັ່ງ Asparagus officinalis L.
  • ເບນລາດອນນ່າ (ພືດຕະກູນໝາກເຂືອຂື່ນ) Atropa Belladonna
  • ເຂົ້າໂອ້ດ Avena sativa L.
  • ຜັກກາດແດງ Sugar Beet (Beta Vulgaris L. subsp.vulgaris)
  • ໝາກຫຸ່ງ Carica papaya L.
  • ດອກຄໍາຝອຍ Carthamus tinctorius L.
  • ພີແຄນ (Pecan, Carya illinoinensis ((wangeh.)) k.koch)
  • ດອກຊິໂຄລີ Cichorium intybus L.
  • ໝາກໂມ Citrullus lanatus (Thunb.) Matsum.& Nakai
  • ໝາກພ້າວ Cocos nucifera L.
  • ຫົວກາລົດ Daucus Carota L.
  • ດອກຄາເນຊັ້ນ Dianthus caryophyllus
  • ນໍ້າມັນປາມ Elaeis guineensis Jacq.
  • ຖົ່ວເຫລືອງ Glycine max (L.) Merr.
  • ຜັກສະຫຼັດ Lactuca sativa L.
  • ຖົ່ວເລນທິວ Lens culinaris Medik.
  • ໝາກແບລັກເຄີແຣນ Ribes nigrum L.
  • ໝາກເລັ່ນ Lycopersicon esculentum Miller.
  • ໝາກມ່ວງ Mangifera indica L.
  • ມັນຕົ້ນ Manihot esculenta Crantz.
  • ອັລຟັລຟ່າ Medicago sativa L.
  • ຢາສູບ Nicotiana tabacum L.
  • ໝາກກອກ Olea europaea subsp. Europaea L.
  • ຜັກກາດຊອມ Spinacia oleracea L.
  • ໂກໂກ້ Theobroma cacao L.
  • ດອກ Torenia fournierie Lind.
  • ສາລີ Zea mays L.

2. ສ່ວນໃດສ່ວນໜຶ່ງຂອງພືດໃນຕະກູນຕໍ່ໄປນີ້

  • ພືດຕະກູນ Actinidia spp.
  • ພືດຕະກູນ Agrostis spp.
  • ພືດຕະກູນ Alliums spp.
  • ພືດຕະກູນ Amelanchier spp.
  • ພືດຕະກູນ Arachis spp.
  • ພືດຕະກູນ Brassica spp.
  • ພືດຕະກູນ Camellia spp.
  • ພືດຕະກູນ Capsicum spp.
  • ພືດຕະກູນ Chrysanthemum spp.
  • ພືດຕະກູນ Citrus spp.
  • ພືດຕະກູນ Coffea spp.
  • ພືດຕະກູນ Cucumis spp.
  • ພືດຕະກູນ Cucurbita spp.
  • ພືດຕະກູນ Dendranthema spp.
  • ພືດຕະກູນ Eucalyptus spp.
  • ພືດຕະກູນ Fortunella spp.
  • ພືດຕະກູນ Fragaria spp.
  • ພືດຕະກູນ Gladiolus spp.
  • ພືດຕະກູນ Gossypium spp.
  • ພືດຕະກູນ Helianthus spp.
  • ພືດຕະກູນ Hevea spp.
  • ພືດຕະກູນ hordeum spp.
  • ພືດຕະກູນ Ipomoea spp.
  • ພືດຕະກູນ Juglans spp.
  • ພືດຕະກູນ Lupinus spp.
  • ພືດຕະກູນ Malus spp.
  • ພືດຕະກູນ Musa spp.
  • ພືດຕະກູນ Oryza spp.
  • ພືດຕະກູນ Papaver spp.
  • ພືດຕະກູນ Pelargonium spp.
  • ພືດຕະກູນ Petunia spp.
  • ພືດຕະກູນ Phaseolus spp.
  • ພືດຕະກູນ Picea spp.
  • ພືດຕະກູນ Poncirus spp.
  • ພືດຕະກູນ Populus spp.
  • ພືດຕະກູນ Prunus spp.
  • ພືດຕະກູນ Pyrus spp.
  • ພືດຕະກູນ Ricinus spp.
  • ພືດຕະກູນ Rosa spp.
  • ພືດຕະກູນ Rubus spp.
  • ພືດຕະກູນ Saccharum spp.
  • ພືດຕະກູນ Solanum spp.
  • ພືດຕະກູນ Sorghum spp.
  • ພືດຕະກູນ Stylosanthes spp.
  • ພືດຕະກູນ Trifolium spp.
  • ພືດຕະກູນ Triticum spp.
  • ພືດຕະກູນ Vaccinium spp.
  • ພືດຕະກູນ Vigna spp.
  • ພືດຕະກູນ Vitis spp.
  • ພືດຕະກູນ Zoysia spp.

3. ສ່ວນໃດສ່ວນໜຶ່ງຂອງພືດໃນວົງຕໍ່ໄປນີ້:

  • ພືດວົງ Orchidaceae
     
# ຫົວຂໍ້ ດາວໂຫຼດ
1 Ministry of Agriculture and Cooperatives of Thailand has issued an announcement on determined plant from the sources, those are prohibited, the exceptions and the conditions under the plant quarantine act, No. 10 in 2553 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.