​        ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ພະຈິກ 2012 ​ທີ່ຫ້ອງ​ປະຊຸມກົມ​ແຜນການ, ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ມີ​ການ​ຮ່ວມ​ເຮັດ​ວຽກ​ຂອງ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ກົມ​ມາດຕະຖານ ​ແລະ ວັດ​ແທກ), ກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ (ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ), ​ກະຊວງ ກະສິກຳ ​ແລະ ປ່າ​ໄມ້ (ກົມ​ແຜນການ) ​ແລະ ໂຄງການ LUNA ​ໂດຍ​ໄດ້ ສະຫຼຸບ​ການ​ໄປ​ຖອດ​ຖອນ​ບົດຮຽນ​ກັບ ສສ ຫວຽດນາມ​ຄັ້ງ​ວັນ​ທີ 11​-17 ພະຈິກ 2012 ​​ແລະ ປຶກສາ​ຫາລື​ເພື່ອສູ້​ຊົນ​ໃຫ້​ວຽກ​ງານຈັດ​ຕັ້ງ​ປະຕິບັດ​ຫຼັກການ​ຄວາມ​ໂປ່​ງ​ໃສ່​ພາຍ​ໃຕ້​ສັນຍາ SPS ​ແລະ TBT ຂອງ ສປປ ລາວ ​ໃຫ້​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ໃນ​ມື້​ທີ່ ສປປ ລາວ​ເປັນ​ສະມາຊິກ WTO ສົມບູນ​ຕົ້ນ​ປີໜ້າ. ການ​ປຶກສາ​ຫາລື​ເຫັນ​ໄດ້​ປັດ​ໃຈທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ເຊັ່ນ: ຄວາມ​ເຫັນ​ດີ ​ແລະ ຮັບ​ຮູ້​ຂອງ​ຂອງ​ຂັ້ນ​ນຳ​ແຕ່​ລະ​ຂັ້ນ​ໃນ​ແຕ່ລະ​ຂະ​ແໜງ​ການ, ການ​ເພີ່ມ​ບຸກຄະ​ລາ​ກອນ, ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​​​ ​ໂດຍ​ສະ​ເພາະຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສັນຍາ SPS ​ແລະ TBT ຂອງ​ພະນັກງານ​ຮັດ​ຜິດ​ຊອບ ແລະ ປັດ​ໃຈ​ຈຳ​ເປັນ​ອື່ນໆ​.
         ພ້ອມ​ນັ້ນ ການ​ປຶກສາ​ຫາລື​ຍັງ​ໄດ້​ຕົກລົງ​ກັນ​ກະກຽມ​ຈັດ​ກອງ​ປະຊຸມ​ລະດັບຄະນະ​ນຳ​ແຕ່​ລະ​ຂັ້ນ​ເພື່ອ​​ໃຫ້​​ເຂົ້າ​ໃຈ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ວຽກ​ງານ SPS ​ແລະ TBT ທີ່​ຕິດ​ພັນ​ກັບ​ພັນທະ​ຂອງ​ການ​ເຂົ້າ​ເປັນ​ສະມາຊິກ WTO ຂອງ ສປປ ລາວ.
​        ໃນ​ນັ້ນ ​ໂຄງການ LUNA ລາວ ພ້ອມ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ງົບ​ປະມານ​ທີ່​ຈຳ​ເປັນ ສຳລັບ​ການ​ສ້າງ​ກິດຈະ​ກຳ​ເຜີຍ​ແຜ່ ​ແລະ ຜະລິດ​ສິ່ງ​ພິິມ​ຕ່າງໆ​ໃນ​ຕໍ່ໜ້າ. 
ຂ່າວ ຂຽນ​ໂດຍ: ສອນ​ທະນູ ໜ່ວຍ​ງານ​ແຈ້ງ​ຂໍ້​ມູນ​ SPS ​ແລະ TBT ຂອງ ສປປ ລາວ
ວັນ​ທີ 4 ທັນວາ 2012
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.