ລະບຽບການໃຫມ່ ວ່າດ້ວຍລະບົບການຜ່ອນຜັນພາສີນໍາເຂົ້າສິນຄ້າ ຈາກປະເທດກໍາລັງພັດທະນາ (Generalised scheme of Preferences=GSP) ນີ້ ປະກອບດ້ວຍ 3 ປະເພດ: (1) GSP ທົ່ວໄປ ແມ່ນສໍາລັບປະເທດກໍາລັງພັດທະນາທີ່ນອນໃນບັນຊີທັງໝົດ 176 ປະເທດ, (2) GSP+ ແມ່ນສໍາລັບປະເທດກໍາລັງພັດທະນາ ແຕ່ປະຕິບັດມາດຕະການເພື່ອການພັດທະນາແບບຍືນຍົງ ແລະ ການປົກຄອງແບບປະຊາທິປະໄຕ ແລະ ສິດທິມະນຸດ ໂດຍໃຫ້ສັດຕະຍາບັນ ແລະ ຈັດຕັ້ງປະຕິບັດສົນທິສັນຍາໃນຂົງເຂດເຫຼົ່ານີ້; (3) EBA (Everything But Arms) ນະໂຍບາຍນີ້ແມ່ນ ຍົກເວັ້ນພາສີ ສໍາລັບສິນຄ້າທຸກປະເພດ ຍົກເວັ້ນອາວຸດ, ວາງອອກສໍາລັບປະເທດດ້ອຍພັດທະນາ 48 ປະເທດ ໃນນັ້ນມີ ສປປ ລາວ.

ທ່ານສາມາດເບິ່ງລາຍລະອຽດຂອງລະບຽບການວ່າດ້ວຍລະບົບ GSP ໃໝ່ນີ້ໄດ້ທີ່ວາລະສານທາງການຂອງສະຫະພາບ ເອີຣົບທີ່ http://ec.europa.eu/trade/wider-agenda/development/generalised-system-of-preferences/

# ຫົວຂໍ້ ດາວໂຫຼດ
1 European Union has passed and disseminated the new regulations on the reduced rate of import duty for products importing from developing countries (GSP or Generalised Scheme of Preferences). PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.