ສປປ ລາວ ໄດ້ແຈ້ງໃຫ້ອົງການການຄ້າໂລກ ໃນວັນທີ 3 ມັງກອນ 2013 ຊາບກ່ຽວກັບ ການຮັບຮອງເອົາຂໍ້ຕົກລົງການເຂົ້າເປັນສະມາຊິກ, ອີງຕາມຂັ້ນຕອນຂອງອົງການການຄ້າ ໂລກນັ້ນໝາຍຄວາມວ່າ ສປປ ລາວ ຈະກາຍເປັນປະເທດສະມາຊິກທີ 158 ຂອງອົງການ ການຄ້າໂລກຢ່າງເປັນທາງການ ໃນວັນທີ 2 ກຸມພາ 2013 ນີ້.

ອະນຸສັນຍາຂອງການເຂົ້າເປັນສະມາຊິກຖືກຮັບຮອງເອົາ ໂດຍສະພາໃຫຍ່ຂອງອົງການການຄ້າໂລກ ໃນວັນທີ 26 ຕຸລາ 2012 ຜ່ານມາ. ຫົວໜ້າຄະນະເຈລະຈາຂອງ ສປປ ລາວ,  ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າ ການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປາສະການ ລາມີ, ຜູ້ອໍານວຍການໃຫຍ່ຂອງອົງການການ ຄ້າໂລກ ໄດ້ຮ່ວມລົງນາມໃນອະນຸສັນຍາຂອງການເຂົ້າເປັນສະມາຊິກທັນທີຫລັງຈາກນັ້ນ ເຊິ່ງເປັນບາດກ້າວຂອງ ການສິ້ນສຸດການເຈລະຈາທີ່ຍາວນານເຖິງ 15 ປີ.

ການເຂົ້າເປັນສະມາຊິກອົງການການຄ້າໂລກເປັນຂີດໝາຍອັນສຳຄັນຂອງການເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນ ແລະ ຄາດຫວັງໄວ້ວ່າ ສປປ ລາວ ຈະມີຄູ່ຄ້າໃໝ່ໆອີກຕື່ມ ເຊັ່ນດຽວກັນກັບການຂະຫຍາຍໂອກາດຂອງການລົງທຶນແບບ ໃໝ່ໃນ ສປປ ລາວ. ການເຂົ້າເປັນສະມາຊິກອົງການການຄ້າໂລກນີ້ຖືວ່າເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ ລັດຖະບານລາວທີ່ຈະນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມເປັນປະເທດດ້ອຍພັດທະນາໃນປີ 2020.

ແຫຼ່ງຂໍ້ມູນ:

http://www.wto.org/english/news_e/news13_e/acc_lao_08jan13_e.htm

http://www.google.com/hostednews/afp/article/ALeqM5jG7oOAsPpsoZPzv3ubLnSJyR5YDQ?docId=CNG.2169d918ba230a318984860587a8323e.01

 

 

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.