ກົມພາສີ, ກະຊວງການເງິນໄດ້ລາຍງານ ຕໍໍ່ກອງປະຊຸມວຽກງານແຈ້ງເອກະສານພາສີແບບປະຕູດຽວອາຊຽນ ຄັ້ງທີ່ 9 ທີ່ນະຄອນຫລວງວຽງຈັນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ວ່າ : ສປປ ລາວ ມີຄວາມຄືບໜ້າໃນການກະກຽມວຽກງານ “ລະບົບແຈ້ງພາສີແບບປະຕູດຽວ” ເພື່ອການເຊື່ອມໂຍງເສດຖະກິດ ກັບບັນດາປະເທດ ໃນປະຊາຄົມອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ສະແດງອອກ ໂດຍການສ້າງຕັ້ງຄະນະກຳມະການປະຕູດຽວແຫ່ງຊາດ. ທ່ານ. ພຸດທະນີກອນ ເຄນນາວົງ, ຮັກສາການຫົວໜ້າກົມຮ່ວມມືພາສີສາກົນໄດ້ກ່າວວ່າ: “ສປປ ລາວ ໄດ້ສ້າງຄະນະກຳມະການປະຕູດຽວແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ  ລັດຖະມົນຕີຊ່ວຍວ່າການກະຊວງການເງິນ”. ອີງຕາມຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງຄະນະກໍາມະການປະຕູດຽວຂອງປະຊາຄົມອາຊີຕາເວັນອອກສ່ຽງໃຕ້ ທີ່ເອກະພາບກັນໃນເດືອນທັນວາ 2005 ທີ່ກົວລາລຳເປີ, ປະເທດມາເລເຊຍ, ແລະ ສົນທິສັນຍາ ວ່າດ້ວຍການສ້າງຕັ້ງຄະນະກໍາມະການປະຕູດຽວຂອງປະຊາຄົມອາຊີຕາເວັນອອກສ່ຽງໃຕ້ທີ່ເອກະພາບກັນໃນເດືອນທັນວາ2006, ປະເທດສະມາຊິກທັງໝົດ ຮຽກຮ້ອງໃຫ້ມີ ລະບົບປະຕູດຽວພາຍໃນປີ 2006, ສຳຫລັບ ກຳປູເຈຍ, ສປປ ລາວ ແລະ ມຽນມ້າ ແມ່ນໃຫ້ສຳເລັດໃນປີ 2012.

ທ່ານ. ພຸດທະນີກອນ ໄດ້ກ່າວວ່າ ບັນດາໝ່ວຍງານທີ່ກ່ຽວຂ້ອງ ໄດ້ສຳເລັດບັນດາວຽກງານກ່ຽວກັບໂຄງການສຶກສາ ກົດລະບຽບຂອງສາກົນ ທີ່ຈະສະໜັບສະໜູນນະໂຍບາຍ. ຕະຫລອດໄລຍະເວລາ 2 ປີທີ່ຜ່ານມາ ໄດ້ມີການຈັດກອງປະຊຸມ ຂຶ້ນ ຈຳນວນ 3 ຄັ້ງ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ແລະ ກອງເລຂາອາຊຽນ ເພື່ອປຶກສາຫາລື ກຳນົດແຜນວຽກທີ່ຈະປະຕິບັດ ໂດຍຕາງໜ້າເຂົ້າຮ່ວມຈາກພາກລັດ ແລະ ເອກະຊົນ. ລະບົບຜ່ານປະຕູດຽວອາຊຽນ ສ້າງຕັ້ງຂື້ນໂດຍຈຸດປະສົງຫລັກ ແມ່ນເລັງໃສ່ຄວາມສຳຄັນຂອງການເຊື່ອມຕໍ່ສາຍສຳພັນອາຊຽນ ແລະ ຕະໜັກເຖິງການໃຫ້ສັດຕະຍາບັນ ທີ່ຈະກ້າວເຂົ້າສູ່ປະຊາຄົມ ເສດຖະກິດອາຊຽນໃນປີ 2015. ທ່ານ ອາດສະພັງທອງ ສີພັນດອນ, ຫົວໜ້າກົມພາສີ ໄດ້ກ່າວໃນບົດກ່າວເປີດກອງປະຊຸມ ວຽກງານແຈ້ງ ພາສີແບບປະຕູດຽວອາຊຽນໃນຄັ້ງນີ້ວ່າ: ສປປ ລາວ ໃນຖານະທີ່ເປັນປະເທດສະມາຊິກອາຊຽນ ແລະ ສະມາຊິກຂອງອົງການການຄ້າໂລກ ແມ່ນໄດ້ພະຍາຍາມຢ່າງສຸດຂີດ ທີ່ຈະປັບປຸງການໃຫ້ບໍລິການດ້ານພາສີໃຫ້ທັນສະໄໝ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການຂົນສົ່ງ ແລະ ການລົງທືນ.

ສປປ ລາວໄດ້ ສຳເລັດ ການສ້າງລະບົບການແຈ້ງພາສີແບບອັດຕະໂນມັດ-ASYCUDA (ລະບົບອາຊີກູດາ) ເຊິ່ງນໍາໃຊ້ກັນໃນທົ່ວໂລກ ທີ່ພາສີດ່ານສາກົນຂົວມິດຕະພາບ 1  ແລະ ຈະຂະຫຍາຍຕື່ມຢູ່ຕາມ ຈຸດກວດກາຊາຍແດນ ຈຳນວນ 10 ຈຸດພາຍໃນປະເທດໃຫ້ສຳເລັດພາຍໃນປີນີ້.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ມວນຊົນຕ້ອງໄດ້ມີຄວາມເຂົ້າໃຈຕໍ່ລະບົບເອກະສານຜ່ານປະຕູດຽວຫລາຍກວ່າລະບົບພາສີ, ແລະ ຫລາຍໆກະຊວງຂອງລັດຖະບານລາວ ໄດ້ເລີ່ມເບິ່ງຄືນຂະບວນການທາງດ້ານທຸລະກິດ ແລະ ຈະສາມາດເລີ່ມປະຕິບັດໃນອານາຄົດອັນໃກ້ນີ້, ສປປ ລາວ ຫວັງວ່າ ຈະໃຫ້ທຸກຢ່າງທີ່ປະກອບໃນລະບົບດັ່ງກ່າວ ສຳເລັດພາຍໃນປີນີ້, ຊຶ່ງຈະເປັນການເປີດໂອກາດໃຫ້ແກ່ການບໍລິການແບບໃໝ່ທີ່ທັນສະໄໝຕໍ່ກັບສັງຄົມ.

ແຫລ່ງຂໍ້ມູນ

 http://www.worklivelaos.com/laos-moves-towards-single-window-customs-system/

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.