ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ໝວດທີ 2 - ການລົງທຶນທຸລະກິດຮ່ວມຕາມສັນຍາ ແລະ ການກໍານົດທຶນຈົດທະບຽນ

ມາດຕາ 2. ການລົງທຶນທຸລະກິດຮ່ວມຕາມສັນຍາ
ມາດຕາ 3. ການກໍານົດທຶນຈົດທະບຽນ
ມາດຕາ 4. ການຖອກທຶນຈົດທະບຽນ

ໝວດທີ 3 - ການລົງທຶນໃນກິດຈະການທົ່ວໄປ

ມາດຕາ 5. ການສະເໜີລົງທຶນ
ມາດຕາ 6. ຂັ້ນຕອນ, ກໍານົດເວລາໃນການພິຈາລະນາ
ມາດຕາ 7. ການປະກອບເອກະສານສະເໜີລົງທຶນ
ມາດຕາ 8. ໃບທະບຽນວິສາຫະກິດ
ມາດຕາ 9. ການອອກເລກປະຈໍາຕົວຜູ້ເສັຍອາກອນ

ໝວດທີ 4 - ການລົງທຶນໃນກິດຈະການສໍາປະທານ

ມາດຕາ 10. ການສະເໜີລົງທຶນ
ມາດຕາ 11. ການປະກອບເອກະສານສະເໜີລົງທຶນ
ມາດຕາ 12. ການຄັດເລືອກຜູ້ສໍາປະທານ
ມາດຕາ 13. ການພິຈາລະນາ
ມາດຕາ 14. ການເຈລະຈາສັນຍາສໍາປະທານ
ມາດຕາ 15. ການວາງເງິນຄໍ້າປະກັນ
ມາດຕາ 16. ໃບທະບຽນສໍາປະທານ
ມາດຕາ 17. ເນື້ອໃນຂອງໃບທະບຽນສໍາປະທານ
ມາດຕາ 18. ເງື່ອນໄຂການໂອນຮຸ້ນ ຫຼື ຮ່ວມທຶນໃນກິດຈະການສໍາປະທານ

ໝວດທີ 5 - ການສ້າງ ແລະ ພິຈາລະນາບັນຊີຮຽກການລົງທຶນ

ມາດຕາ 19. ການສ້າງບັນຊີຮຽກການລົງທຶນ
ມາດຕາ 20. ຂອບເຂດສິດໃນການຮັບຮອງບັນຊີຮຽກການລົງທຶນ
ມາດຕາ 21. ການອະນຸມັດການລົງທຶນໃນໂຄງການ ຫຼື ກິດຈະການຮຽກການລົງທຶນ

ໝວດທີ 6 - ຄະນະສົ່ງເສີມການລົງທຶນ ແລະ ການບໍລິການການລົງທຶນປະຕູດຽວ

ມາດຕາ 22. ຄະນະສົ່ງເສີມການລົງທຶນ
ມາດຕາ 23. ສິດ ແລະ ໜ້າທີ່ຂອງຄະນະສົ່ງເສີມການລົງທຶນ
ມາດຕາ 24. ຫ້ອງການບໍລິການການລົງທຶນປະຕູດຽວ
ມາດຕາ 25. ເງື່ອນໄຂມາດຕະຖານຂອງພະນັກງານຫ້ອງການບໍລິການການລົງທຶນປະຕູດຽວ
ມາດຕາ 26. ສິດ ແລະ ໜ້າທີ່ຂອງພະນັກງານຫ້ອງການບໍລິການການລົງທຶນປະຕູດຽວ

ໝວດທີ 7 - ຫ້ອງການຜູ້ຕາງໜ້າ

ມາດຕາ 27. ຫ້ອງການຜູ້ຕາງໜ້າ
ມາດຕາ 28. ອາຍຸຂອງຫ້ອງການຜູ້ຕາງໜ້າ
ມາດຕາ 29. ຂອບເຂດສິດ ແລະ ໜ້າທີ່ຂອງຫ້ອງການຜູ້ຕາງໜ້າ
ມາດຕາ 30. ຂໍ້ຫ້າມໃນການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ

ໝວດທີ 8 - ການສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນ

ມາດຕາ 31. ກິດຈະການສົ່ງເສີມ
ມາດຕາ 32. ເຂດສົ່ງເສີມການລົງທຶນ
ມາດຕາ 33. ນະໂຍບາຍດ້ານອາກອນ
ມາດຕາ 34. ການຍົກເວັ້ນອາກອນກໍາໄລ ສໍາລັບກິດຈະການຜະລິດສິນຄ້າໃໝ່, ກິດຈະການຄົ້ນຄວ້າ ແລະ ສ້າງເທັກໂນໂລຢີໃໝ່
ມາດຕາ 35. ການຍົກເວັ້ນອາກອນກໍາໄລ ຍ້ອນການນໍາເອົາກໍາໄລສຸດທິໄປລົງທຶນຕໍ່
ມາດຕາ 36. ການຍົກມູນຄ່າການຂາດທຶນປະຈໍາປີໄປຫັກອອກຈາກກໍາໄລໃນປີຖັດໄປ
ມາດຕາ 37. ການຍົກເວັ້ນພາສີ
ມາດຕາ 38. ຂັ້ນຕອນການພິຈາລະນາຍົກເວັ້ນພາສີ
ມາດຕາ 39. ການຍົກເວັ້ນພາສີນໍາເຂົ້າວັດຖຸອຸປະກອນ ສໍາລັບການກໍ່ສ້າງ ແລະ ເຄື່ອງຈັກເພື່ອການຜະລິດ
ມາດຕາ 40. ການຍົກເວັ້ນພາສີນໍາເຂົ້າອຸປະກອນ ແລະ ອາໄຫຼ່ປ່ຽນຖ່າຍເຄື່ອງຈັກ ເພື່ອຮັບໃຊ້ການຜະລິດ
ມາດຕາ 41. ການຍົກເວັ້ນພາສີນໍາເຂົ້າເຄື່ອງຮັບໃຊ້ຫ້ອງການ
ມາດຕາ 42. ການຍົກເວັ້ນພາສີນໍາເຂົ້າຍານພາຫະນະ ເພື່ອຮັບໃຊ້ການຜະລິດ
ມາດຕາ 43. ການນໍາເຂົ້າຊົ່ວຄາວເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ເຄື່ອງໃຊ້ຫ້ອງການ
ມາດຕາ 44. ການນໍາເຂົ້າຊົ່ວຄາວພາຫະນະ
ມາດຕາ 45. ນະໂຍບາຍການເຂົ້າເຖິງແຫຼ່ງທຶນ
ມາດຕາ 46. ນະໂຍບາຍສົ່ງເສີມສະເພາະ

ໝວດທີ 9 - ການສົ່ງເສີມດ້ານຂໍ້ມູນຂ່າວສານ ແລະ ສິດນໍາໃຊ້ທີ່ດິນ

ມາດຕາ 47. ການສົ່ງເສີມດ້ານຂໍ້ມູນຂ່າວສານ
ມາດຕາ 48. ການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ
ມາດຕາ 49. ການຂໍນະໂຍບາຍສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ
ມາດຕາ 50. ເງື່ອນໄຂການຂໍຊື້ສິດນໍາໃຊ້ທີ່ດິນຂອງຜູ້ລົງທຶນຕ່າງປະເທດ
ມາດຕາ 51.  ການພິຈາລະນາການຂໍຊື້ສິດນໍາໃຊ້ທີ່ດິນຂອງຜູ້ລົງທຶນຕ່າງປະເທດ
ມາດຕາ 52. ສິດຜົນປະໂຫຍດຂອງຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ
ມາດຕາ 53. ພັນທະຂອງຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ

ໝວດທີ 10 - ການຄຸ້ມຄອງຜູ້ລົງທຶນ ແລະ ຄອບຄົວຂອງຜູ້ລົງທຶນຕ່າງປະເທດ ທີ່ມາລົງທຶນຢູ່ ສປປ ລາວ

ມາດຕາ 54. ການຂໍອະນຸຍາດນໍາເຂົ້າແຮງງານ ແລະ ຂຶ້ນທະບຽນແຮງງານຕ່າງປະເທດ
ມາດຕາ 55. ເງື່ອນໄຂ ແລະ ຂັ້ນຕອນຂອງຜູ້ຂໍວີຊາທຸລະກິດ
ມາດຕາ 56. ການຂໍອະນຸຍາດຂຶ້ນທະບຽນ ຫຼື ເຮັດບັດພັກເຊົາໃຫ້ຜູ້ລົງທຶນ ພ້ອມດ້ວຍສະມາຊິກຄອບຄົວ, ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຮອງອໍານວຍການ, ນັກຊ່ຽວຊານ, ນັກວິຊາການ
ມາດຕາ 57. ການພິຈາລະນາອອກບັດພັກເຊົາ ແລະ ການຕໍ່ອາຍຸບັດ
ມາດຕາ 58. ພັນທະຂອງຜູ້ລົງທຶນ

ໝວດທີ 11 - ການແບ່ງຂັ້ນໃນການຄຸ້ມຄອງ

ມາດຕາ 59. ການແບ່ງຂັ້ນໃນການຄຸ້ມຄອງການລົງທຶນ
ມາດຕາ 60. ຄວາມຮັບຜິດຊອບຂອງອົງການຄຸ້ມຄອງການລົງທຶນ
ມາດຕາ 61. ການຄຸ້ມຄອງຂອງຂະແໜງການກ່ຽວຂ້ອງ

ໝວດທີ 12 - ສະຫຼຸບ ແລະ ລາຍງານຂໍ້ມູນກ່ຽວກັບການລົງທຶນ

ມາດຕາ 62. ການສະຫຼຸບຂໍ້ມູນ
ມາດຕາ 63. ການລາຍງານວຽກງານການລົງທຶນ
ມາດຕາ 64. ການລາຍງານການເຄື່ອນໄຫວຂອງວິສາຫະກິດ

ໝວດທີ 13 - ການຮັບຮູ້ການລົງທຶນຂອງວິສາຫະກິດທີ່ໄດ້ຮັບອະນຸຍາດຜ່ານມາ

ມາດຕາ 65. ການຮັບຮູ້ການລົງທຶນຂອງວິສາຫະກິດທີ່ໄດ້ຮັບອະນຸຍາດຜ່ານມາ
ມາດຕາ 66. ການຂໍຢັ້ງຢືນ ແລະ ຮັບຮອງຕໍ່ການປ່ຽນແປງເອກະສານນິຕິກໍາ

ໝວດທີ 14 - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 67. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 68. ມາດຕະການຕໍ່ຜູ້ລະເມີດ

ໝວດທີ 15 - ບົດບັນຍັດສຸດທ້າຍ

ມາດຕາ 69. ການຈັດຕັ້ງປະຕິບັດ
ມາດຕາ 70. ຜົນສັກສິດຂອງດໍາລັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ    ເລກທີ 119/ນຍ
ນະຄອນຫຼວງວຽງຈັນ, ວັນທີ 20/04/2011

ດໍາລັດ
ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບປັບປຸງເລກທີ 02/ສພຊ, ລົງວັນທີ 6 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009;
  • ອີງຕາມ ໜັງສືສະເໜີຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 2733/ຜທ.ລທ4, ລົງວັນທີ 23 ພະຈິກ 2010.

ນາຍົກລັດຖະມົນຕີອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ດໍາລັດສະບັບນີ້ວາງອອກ ເພື່ອຜັນຂະຫຍາຍ ແລະ ແນະນໍາອະທິບາຍເນື້ອໃນຂອງບາງມາດຕາ  ທີ່ເຫັນວ່າຈໍາເປັນໃຫ້ລະອຽດຈະແຈ້ງ ຊ່ວຍໃຫ້ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນໄດ້ງ່າຍ, ຊັດເຈນ ແລະ ຮັດກຸມເຊັ່ນ: ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງຂະແໜງການຂອງສູນກາງດ້ວຍກັນ, ການບໍລິການການລົງທຶນປະຕູດຽວດັ່ງນີ້ເປັນຕົ້ນ ແນໃສ່ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນເຮັດໃຫ້ການລົງທຶນມີປະສິດທິຜົນ. ຂ້າງເທິງ

ໝວດທີ 2
ການລົງທຶນທຸລະກິດຮ່ວມຕາມສັນຍາ ແລະ ການກໍານົດທຶນຈົດທະບຽນ

ມາດຕາ 2. ການລົງທຶນທຸລະກິດຮ່ວມຕາມສັນຍາ
ນິຕິບຸກຄົນຕ່າງປະເທດທີ່ມາຮ່ວມທຸລະກິດ ກັບນິຕິບຸກຄົນພາຍໃນ ດ້ວຍຮູບແບບທຸລະກິດຮ່ວມຕາມສັນຍາ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 11 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຕ້ອງໄດ້ນໍາເອົາສັນຍາທີ່ເຊັນຮ່ວມກັນ ໄປຈົດທະບຽນນໍາສໍານັກງານທະບຽນສານກ່ອນ. ຫຼັງຈາກນັ້ນ ຈຶ່ງນໍາມາແຈ້ງຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ຫຼື ຂະແໜງການແຜນການ ແລະ ການລົງທຶນ ບ່ອນທີ່ນິຕິບຸກຄົນພາຍໃນ ໄດ້ຮັບອະນຸຍາດສ້າງຕັ້ງ ເພື່ອອອກໜັງສືຢັ້ງຢືນຮັບຮູ້ຕາມກົດໝາຍ.

ລັກສະນະຂອງການດໍາເນີນທຸລະກິດຕາມສັນຍາ ສາມາດເຮັດໄດ້ໃນຮູບແບບການຮ່ວມມື ໃນຂອບເຂດທຸລະກິດທີ່ລະບຸໄວ້ໃນສັນຍາ ເພື່ອແບ່ງປັນຜົນປະໂຫຍດຮ່ວມກັນ ແລະ ບໍ່ມີການສ້າງຕັ້ງເປັນນິຕິບຸກຄົນໃໝ່ຂຶ້ນຢູ່ໃນ ສປປ ລາວ. ຂ້າງເທິງ

ມາດຕາ 3. ການກໍານົດທຶນຈົດທະບຽນ
ຜູ້ລົງທຶນຕ່າງປະເທດທີ່ລົງທຶນໃນກິດຈະການທົ່ວໄປ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 17 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຕ້ອງມີທຶນທັງໝົດ ແລະ ທຶນຈົດທະບຽນຕໍ່າສຸດບໍ່ໃຫ້ຫຼຸດ ໜຶ່ງຕື້ກີບ. ຂ້າງເທິງ

ມາດຕາ 4. ການຖອກທຶນຈົດທະບຽນ
ສໍາລັບກິດຈະການລົງທຶນທົ່ວໄປ ພາຍຫຼັງທີ່ຜູ້ລົງທຶນໄດ້ຮັບໃບທະບຽນວິສາຫະກິດແລ້ວ ຕ້ອງຖອກທຶນຈົດທະບຽນ ໂດຍຜ່ານທະນາຄານທຸລະກິດ ທີ່ໄດ້ຮັບການສ້າງຕັ້ງຢູ່ ສປປ ລາວ ແລະ ຕ້ອງນໍາໄປຢັ້ງຢືນການຖອກທຶນດັ່ງກ່າວ ຢູ່ທະນາຄານແຫ່ງ ສປປ ລາວ ພາຍໃນກໍານົດເວລາສິບວັນລັດຖະການ.

ການຖອກທຶນຈົດທະບຽນຂອງວິສາຫະກິດ ທີ່ລົງທຶນໃນແຕ່ລະຂະແໜງການ ໃຫ້ປະຕິບັດຕາມອັດຕາ ແລະ ກໍານົດເວລາດັ່ງນີ້:

  1. ການດໍາເນີນທຸລະກິດໃນຂະແໜງກະສິກໍາ ຕ້ອງຖອກທຶນຈົດທະບຽນເບື້ອງຕົ້ນໃນອັດຕາ 40% ຂອງທຶນຈົດທະບຽນທັງໝົດ ພາຍໃນກໍານົດເວລາເກົ້າສິບວັນລັດຖະການ ແລະ ທຶນຈົດທະບຽນທີ່ຍັງເຫຼືອ ຕ້ອງຖອກໃຫ້ຄົບຖ້ວນພາຍໃນກໍານົດເວລາ ໜຶ່ງປີ ນັບແຕ່ວັນໄດ້ຮັບໃບທະບຽນວິສາຫະກິດເປັນຕົ້ນໄປ.
  2. ການດໍາເນີນທຸລະກິດໃນຂະແໜງການຜະລິດ, ປຸງແຕ່ງອຸດສາຫະກໍາ-ຫັດຖະກໍາ ຕ້ອງຖອກທຶນຈົດທະບຽນເບື້ອງຕົ້ນໃນອັດຕາ 60% ຂອງທຶນຈົດທະບຽນທັງໝົດພາຍໃນກໍານົດເວລາ ເກົ້າສິບວັນລັດຖະການ ແລະ ທຶນຈົດທະບຽນທີ່ຍັງເຫຼືອຕ້ອງຖອກໃຫ້ຄົບຖ້ວນ ພາຍໃນກໍານົດເວລາ ໜຶ່ງປີ ນັບແຕ່ວັນໄດ້ຮັບໃບທະບຽນວິສາຫະກິດເປັນຕົ້ນໄປ.
  3. ການດໍາເນີນທຸລະກິດໃນຂະແໜງການຄ້າ ແລະ ບໍລິການອື່ນໆ ຕ້ອງຖອກທຶນຈົດທະບຽນເບື້ອງຕົ້ນໃນອັດຕາ 80% ຂອງທຶນຈົດທະບຽນທັງໝົດ ພາຍໃນກໍານົດເວລາ ເກົ້າສິບວັນລັດຖະການ ແລະ ທຶນຈົດທະບຽນທີ່ຍັງເຫຼືອ ຕ້ອງຖອກໃຫ້ຄົບຖ້ວນພາຍໃນ ໜຶ່ງປີ ນັບແຕ່ວັນໄດ້ຮັບໃບທະບຽນວິສາຫະກິດເປັນຕົ້ນໄປ. ສໍາລັບການດໍາເນີນທຸລະກິດກ່ຽວກັບທະນາຄານທຸລະກິດ ຫຼື ສະຖາບັນການເງິນໃຫ້ປະຕິບັດຕາມລະບຽບການ ຂອງສະຖາບັນການເງິນ ຫຼື ທະນາຄານ ສປປ ລາວ ວາງອອກ.

ສໍາລັບທຶນຈົດທະບຽນໃນກິດຈະການສໍາປະທານ ໄດ້ກໍານົດອັດຕາຕໍ່າສຸດໄວ້ໃນ ມາດຕາ  12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ຜູ້ລົງທຶນຕ້ອງຖອກທຶນຈົດທະບຽນເບື້ອງຕົ້ນຢ່າງໜ້ອຍ 20% ຂອງທຶນຈົດທະບຽນທັງໝົດ ພາຍໃນກໍານົດເວລາ ເກົ້າສິບວັນລັດຖະການ ໂດຍຜ່ານທະນາຄານທຸລະກິດ ທີ່ໄດ້ຮັບການສ້າງຕັ້ງຢູ່ ສປປ ລາວ ແລະ ທຶນຈົດທະບຽນທີ່ເຫຼືອຕ້ອງຖອກໃຫ້ຄົບຖ້ວນ ພາຍໃນກໍານົດເວລາ ສອງປີ ນັບແຕ່ວັນສ້າງຕັ້ງວິສາຫະກິດເປັນຕົ້ນໄປ ການຖອກທຶນແຕ່ລະຄັ້ງຂອງວິສາຫະກິດ ຕ້ອງໄດ້ຮັບການຢັ້ງຢືນຖອກທຶນດັ່ງກ່າວ ຢູ່ທະນາຄານແຫ່ງ ສປປ ລາວ ພາຍໃນກໍານົດເວລາ ສິບວັນລັດຖະການ.

ການຖອກທຶນຈົດທະບຽນຂອງວິສາຫະກິດ ທີ່ລົງທຶນໃນກິດຈະການທົ່ວໄປ ແລະ ກິດຈະການສໍາປະທານ ຕ້ອງຖອກເປັນເງິນກີບ. ຂ້າງເທິງ

ໝວດທີ 3
ການລົງທຶນໃນກິດຈະການທົ່ວໄປ

ມາດຕາ 5. ການສະເໜີລົງທຶນ

ຜູ້ລົງທຶນທີ່ມີຈຸດປະສົງລົງທຶນໃນກິດຈະການທົ່ວໄປ ກໍານົດຢູ່ໃນບັນຊີປະເພດທຸລະກິດຄວບຄຸມ ແລະ ບໍ່ຢູ່ໃນບັນຊີປະເພດທຸລະກິດຄວບຄຸມ ທີ່ບໍ່ຕິດພັນກັບກິດຈະການສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 17 ແລະ 18 ຂອງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສາມາດຍື່ນຄໍາຮ້ອງຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂະແໜງການອຸດສາຫະກໍາ ແລະ ການຄ້າຂັ້ນສູນກາງ ແລະ ທ້ອງຖິ່ນ. ຂ້າງເທິງ

ມາດຕາ 6. ຂັ້ນຕອນ, ກໍານົດເວລາໃນການພິຈາລະນາ

ການພິຈາລະນາການຂຶ້ນທະບຽນວິສາຫະກິດຕາມທີ່ໄດ້ກໍານົດໃນ ມາດຕາ 18 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 14 ແລະ 16 ຂອງກົດໝາຍວ່າດ້ວຍວິສາຫະກິດ ໂດຍບໍ່ຜ່ານກອງປະຊຸມ ເວັ້ນເສຍແຕ່ຂະແໜງການທີ່ກ່ຽວຂ້ອງ ຫາກມີຄວາມເຫັນບໍ່ເປັນເອກະພາບ, ບໍ່ຄົບຖ້ວນ ຫຼື ມີບັນຫາອື່ນໆ ຊຶ່ງບໍ່ສາມາດຂຶ້ນທະບຽນວິສາຫະກິດໄດ້. ຂ້າງເທິງ

ມາດຕາ 7. ການປະກອບເອກະສານສະເໜີລົງທຶນ

ເອກະສານປະກອບການສະເໜີລົງທຶນ ໃນກິດຈະການທົ່ວໄປມີດັ່ງນີ້:

  1. ຄໍາຮ້ອງຂໍລົງທຶນຕາມແບບພິມ;
  2. ສັນຍາ ແລະ ຂໍ້ຜູກພັນຕ່າງໆ (ຖ້າມີການຮ່ວມທຶນກັນ);
  3. ເອກະສານທີ່ກ່ຽວຂ້ອງອື່ນໆເປັນຕົ້ນ:
  • ຊີວະປະຫວັດຫຍໍ້ຂອງຜູ້ລົງທຶນ;
  • ໃບຢັ້ງຢືນຖານະການເງິນ ແລະ ປະສົບການຂອງຜູ້ລົງທຶນ;
  • ເອກະສານຢັ້ງຢືນກ່ຽວກັບການເປັນນິຕິບຸກຄົນ ຢູ່ຕ່າງປະເທດ (ຖ້າມີ);
  • ສໍາເນົາບັດປະຈໍາຕົວ (ບຸກຄົນພາຍໃນ) ແລະ ສໍາເນົາໜັງສືຜ່ານແດນ (ບຸກຄົນຕ່າງປະເທດ);

ຜູ້ລົງທຶນທີ່ມີຈຸດປະສົງຢາກລົງທຶນ ໃນກິດຈະການທົ່ວໄປ ສາມາດເອົາແບບພິມຂໍລົງທຶນ ນໍາຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າຂັ້ນສູນກາງ ແລະ ທ້ອງຖິ່ນ ຫຼື ເອົາຈາກເວັບໄຊທ໌. ຂ້າງເທິງ

ມາດຕາ 8. ໃບທະບຽນວິສາຫະກິດ

ໃບທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໝາຍເຖິງເອກະສານທີ່ຢັ້ງຢືນວ່າ ຜູ້ລົງທຶນສາມາດດໍາເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ແລະ ສາມາດເຄື່ອນໄຫວໄດ້ຕະຫຼອດອາຍຸຂອງກິດຈະການ. ໃບທະບຽນວິສາຫະກິດລວມເອົາໃບອະນຸຍາດລົງທຶນ, ນະໂຍບາຍສົ່ງເສີມ, ໃບທະບຽນອາກອນ. ກ່ອນຈະດໍາເນີນກິດຈະການວິສາຫະກິດ ຕ້ອງຂໍໃບອະນຸຍາດທາງດ້ານເຕັກນິກ ຫຼື ໃບຢັ້ງຢືນດໍາເນີນກິດຈະການ ນໍາຂະແໜງການທີ່ກ່ຽວຂ້ອງຕາມແຕ່ລະກໍລະນີ.

ຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນຜູ້ພິຈາລະນາອອກໃບທະບຽນວິສາຫະກິດ ແລ້ວສໍາເນົາສົ່ງໃຫ້ພາກສ່ວນກ່ຽວຂ້ອງ ພາຍໃນກໍານົດເວລາ ສິບວັນລັດຖະການ ນັບແຕ່ວັນອອກໃບທະບຽນວິສາຫະກິດເປັນຕົ້ນໄປ ເພື່ອຕິດຕາມ ແລະ ຄຸ້ມຄອງຕາມພາລະບົດບາດຂອງຕົນ ທີ່ກໍານົດໄວ້ໃນລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.

ສໍາລັບໃບທະບຽນວິສາຫະກິດທີ່ແຂວງ, ນະຄອນອອກນັ້ນ ຕ້ອງສໍາເນົາສົ່ງຜ່ານພາກສ່ວນກ່ຽວຂ້ອງ ແລະ ນໍາສົ່ງຂໍ້ມູນໃຫ້ຫ້ອງການບໍລິການປະຕູດຽວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃນກໍານົດເວລາ ສິບວັນລັດຖະການ ນັບແຕ່ວັນອອກໃບທະບຽນດັ່ງກ່າວເປັນຕົ້ນໄປ.

ເນື້ອໃນຂອງໃບທະບຽນວິສາຫະກິດ ໃຫ້ປະຕິບັດຕາມລະບຽບການ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າກໍານົດ.

ຂະແໜງການການເງິນ ເປັນຜູ້ອອກເລກປະຈໍາຕົວຂອງຜູ້ເສັຍອາກອນ ເພື່ອຈົດໃສ່ໃບທະບຽນວິສາຫະກິດ. ຜູ້ລົງທຶນຕ້ອງນໍາໃຊ້ເລກປະຈໍາຕົວດັ່ງກ່າວ ໃນການແຈ້ງເອກະສານຢ່າງເປັນທາງການຕໍ່ພາກລັດ.

ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດແລ້ວ ໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ ບ່ອນທີ່ຂຶ້ນທະບຽນດັ່ງກ່າວ ແລະ ອອກໃບອະນຸຍາດຄວັດຕາປະທັບພ້ອມ ເພື່ອໃຫ້ຂະແໜງການປ້ອງກັນຄວາມສະຫງົບ ຄວັດຕາປະທັບໃຫ້ຫົວໜ່ວຍທຸລະກິດພາຍໃນກໍານົດເວລາບໍ່ເກີນ ເຈັດວັນລັດຖະການ. ຂ້າງເທິງ

ມາດຕາ 9. ການອອກເລກປະຈໍາຕົວຜູ້ເສັຍອາກອນ

ເລກປະຈໍາຕົວຂອງຜູ້ເສັຍອາກອນແມ່ນ ເລກລະຫັດທີ່ໃຊ້ສະເພາະກັບຜູ້ມີພັນທະເສັຍອາກອນໃຫ້ລັດ ໄປຈົນກວ່າສິ້ນສຸດອາຍຸຂອງໃບທະບຽນສໍາປະທານ ຫຼື ໃບທະບຽນວິສາຫະກິດ ເພື່ອຄຸ້ມຄອງ ແລະ ຕິດຕາມຂໍ້ມູນການມອບອາກອນໃນແຕ່ລະໄລຍະ ຊຶ່ງຂະແໜງສ່ວຍສາອາກອນ ເປັນຜູ້ກໍານົດເພື່ອໃຫ້ຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ ຈົດໃສ່ໃບທະບຽນສໍາປະທານ ຫຼື ໃບທະບຽນວິສາຫະກິດ ເລກປະຈໍາຕົວຜູ້ເສັຍອາກອນດັ່ງກ່າວນັ້ນ ຍັງນໍາໃຊ້ເຂົ້າໃນໃບແຈ້ງເສັຍພາສີອາກອນ, ໃບເກັບເງິນ, ເອກະສານຊໍາລະອາກອນ, ເອກະສານແຈ້ງພາສີ, ເອກະສານການບັນຊີ, ເອກະສານເຄື່ອນຍ້າຍສິນຄ້າເຄື່ອງຂອງ ຫຼື ຜະລິດຕະພັນ ແລະ ເອກະສານອື່ນໆໃນທາງລັດຖະການ.

ຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນຜູ້ປະສານງານເອົາເລກປະຈໍາຕົວຜູ້ເສັຍອາກອນ ນໍາຂະແໜງການການເງິນ. ຂ້າງເທິງ

ໝວດທີ 4
ການລົງທຶນໃນກິດຈະການສໍາປະທານ

ມາດຕາ 10. ການສະເໜີລົງທຶນ

ການສະເໜີລົງທຶນ ໃນກິດຈະການສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ຜູ້ລົງທຶນຕ້ອງແມ່ນນິຕິບຸກຄົນ ແລະ ຕ້ອງປະກອບເອກະສານຄົບຖ້ວນ ສະເໜີຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຶ່ງກິດຈະການທີ່ອະນຸຍາດໃຫ້ສໍາປະທານ ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍເລກທີ 3 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 11. ການປະກອບເອກະສານສະເໜີລົງທຶນ

ເອກະສານປະກອບການສະເໜີລົງທຶນ ໃນກິດຈະການສໍາປະທານມີດັ່ງນີ້:

  1. ຄໍາຮ້ອງຂໍສໍາປະທານ;
  2. ຂໍ້ມູນພື້ນຖານກ່ຽວກັບໂຄງການ ຫຼື ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນການດໍາເນີນທຸລະກິດຢູ່ ສປປ ລາວ;
  3. ສັນຍາຜູ້ຮ່ວມສ້າງຕັ້ງວິສາຫະກິດ ຊຶ່ງຕ້ອງໃຫ້ຖືກຕ້ອງຕາມຮູບການ, ຮູບແບບຂອງວິສາຫະກິດທີ່ກໍານົດໄວ້ໃນ ກົດໝາຍວ່າດ້ວຍວິສາຫະກິດ (ຖ້າເປັນການລົງທຶນແບບຮຸ້ນສ່ວນ);
  4. ເອກະສານຊ້ອນທ້າຍອື່ນໆເປັນຕົ້ນ:
  • ເອກະສານຢັ້ງຢືນຖານະການເງິນ ແລະ ປະສົບການຂອງຜູ້ລົງທຶນ;
  • ຊີວະປະຫວັດຫຍໍ້ຂອງຜູ້ລົງທຶນ;
  • ສໍາເນົາບັດປະຈໍາຕົວ (ບຸກຄົນພາຍໃນ) ແລະ ສໍາເນົາໜັງສືຜ່ານແດນ (ບຸກຄົນຕ່າງປະເທດ).

ນອກຈາກເອກະສານປະກອບຂ້າງເທິງນັ້ນແລ້ວ ສໍາລັບກິດຈະການສໍາປະທານເປັນຕົ້ນ ກິດຈະການແຮ່ທາດ, ພະລັງງານໄຟຟ້າ ແລະ ສໍາປະທານທີ່ດິນ ແມ່ນຕ້ອງມີບົດບັນທຶກການເກັບກໍາຂໍ້ມູນເບື້ອງຕົ້ນ ຈາກພາກສະໜາມນໍາອີກ.

ສໍາລັບຜູ້ລົງທຶນທີ່ມີຈຸດປະສົງສ້າງຕັ້ງ ຫຼື ພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃຫ້ປະຕິບັດຕາມລະບຽບການສະເພາະ. ຂ້າງເທິງ

ມາດຕາ 12. ການຄັດເລືອກຜູ້ສໍາປະທານ

ໃນກິດຈະການສໍາປະທານທີ່ມີຄໍາຮ້ອງຂໍລົງທຶນ ແຕ່ສອງສະບັບຂຶ້ນໄປ ວິທີການຄັດເລືອກໃຫ້ປະຕິບັດຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ຂ້າງເທິງ

ມາດຕາ 13. ການພິຈາລະນາ

ການພິຈາລະນາການຂໍລົງທຶນ ໃນກິດຈະການສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 23 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ປະຕິບັດດັ່ງນີ້:

  1. ໂຄງການ ຫຼື ກິດຈະການສໍາປະທານ ໃນບັນຊີຮຽກການລົງທຶນ ໃຫ້ຂະແໜງການແຜນການ ແລະ ການລົງທຶນຄົ້ນຄວ້າພິຈາລະນາ ແລ້ວນໍາສະເໜີຕໍ່ກອງປະຊຸມຄະນະສົ່ງເສີມການລົງທຶນ ເພື່ອພິຈາລະນາອະນຸຍາດ ຫຼື ປະຕິເສດ:
  • ໃນກໍລະນີຫາກໄດ້ຮັບການເຫັນດີ ແມ່ນໃຫ້ດໍາເນີນການເຈລະຈາ ກ່ຽວກັບບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາແລ້ວລາຍງານຜົນການເຈລະຈາດັ່ງກ່າວ ຕໍ່ກອງປະຊຸມຄະນະສົ່ງເສີມການລົງທຶນ ກ່ອນຈະນໍາສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນຊາບ ເພື່ອຂໍໃບມອບສິດເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາໂຄງການ.
  • ໃນກໍລະນີຫາກບໍ່ເຫັນດີ ແມ່ນໃຫ້ອອກໜັງສືແຈ້ງຕອບຜູ້ສະເໜີຂໍລົງທຶນຊາບ.
  1. ໂຄງການ ຫຼື ກິດຈະການສໍາປະທານໃດ ທີ່ບໍ່ມີໃນບັນຊີຮຽກການລົງທຶນ ໃຫ້ຂະແໜງການແຜນການ ແລະ ການລົງທຶນ ຄົ້ນຄວ້າພິຈາລະນາ ໂດຍປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອປະກອບຄໍາເຫັນເປັນລາຍລັກອັກສອນ ໂດຍຜ່ານການນໍາຂອງຕົນແລ້ວສົ່ງໃຫ້ຂະແໜງການແຜນການ ແລະ ການລົງທຶນ ພາຍໃນກໍານົດເວລາ ຊາວຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບໜັງສືສະເໜີເປັນຕົ້ນໄປ. ຫຼັງຈາກນັ້ນ ຂະແໜງການແຜນການ ແລະ ການລົງທຶນ ນໍາສະເໜີຕໍ່ກອງປະຊຸມຄະນະສົ່ງເສີມການລົງທຶນ ກ່ອນຈະນໍາສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນ ເພື່ອພິຈາລະນາອະນຸຍາດ ຫຼື ປະຕິເສດ:
  • ໃນກໍລະນີຫາກໄດ້ຮັບການເຫັນດີ ແມ່ນໃຫ້ດໍາເນີນການເຈລະຈາກ່ຽວກັບບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ ແລ້ວລາຍງານຜົນການເຈລະຈາດັ່ງກ່າວ ຕໍ່ກອງປະຊຸມຄະນະສົ່ງເສີມການລົງທຶນ ກ່ອນຈະນໍາສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນຊາບ ເພື່ອຂໍໃບມອບສິດເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາໂຄງການ;
  • ໃນກໍລະນີຫາກບໍ່ເຫັນດີ ແມ່ນໃຫ້ອອກໜັງສືແຈ້ງຕອບຜູ້ສະເໜີຂໍລົງທຶນຊາບ. ຂ້າງເທິງ

ມາດຕາ 14. ການເຈລະຈາສັນຍາສໍາປະທານ

ນັບແຕ່ວັນໄດ້ຮັບແຈ້ງການຕົກລົງເຫັນດີຂອງລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນ ຂະແໜງການແຜນການ ແລະ ການລົງທຶນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ລົງທຶນຊາບ ພາຍໃນກໍານົດເວລາສອງວັນລັດຖະການ ນັບແຕ່ວັນໄດ້ຮັບແຈ້ງການຕົກລົງດັ່ງກ່າວເປັນຕົ້ນໄປ ເພື່ອໃຫ້ຜູ້ລົງທຶນເຂົ້າມາເຈລະຈາ ບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ.

ພາຍຫຼັງໄດ້ຮັບແຈ້ງແລ້ວ ຜູ້ລົງທຶນຕ້ອງແຈ້ງໃຫ້ຂະແໜງການແຜນການ ແລະ ການລົົງທຶນຊາບ ກ່ຽວກັບວັນເວລາທີ່ຈະເຂົ້າມາເຈລະຈາ ພາຍໃນກໍານົດເວລາ ສິບວັນລັດຖະການ, ຖ້າກາຍກໍານົດເວລາດັ່ງກ່າວ ຫຼື ຖ້າວ່າຜູ້ລົງທຶນ ຫາກບໍ່ເຂົ້າມາເຈລະຈາພາຍໃນກໍານົດເວລາ ສາມວັນລັດຖະການ ນັບຈາກວັນເວລາທີ່ໄດ້ອອກໜັງສືແຈ້ງໃຫ້ເຂົ້າມາເຈລະຈາ ຖືວ່າຜູ້ລົງທຶນສະລະສິດໃນການລົງທຶນ.

ເມື່ອຂະແໜງການແຜນການ ແລະ ການລົງທຶນ ໄດ້ສໍາເລັດການເຈລະຈາບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາແລ້ວ ຕ້ອງລາຍງານຜົນການເຈລະຈາຕໍ່ ກອງປະຊຸມຄະນະສົ່ງເສີມການລົງທຶນ ກ່ອນຈະນໍາສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນຊາບ ເພື່ອຂໍໃບມອບສິດເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາໂຄງການດັ່ງກ່າວ. ຂ້າງເທິງ

ມາດຕາ 15. ການວາງເງິນຄໍ້າປະກັນ

ການວາງເງິນຄໍ້າປະກັນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 23 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຕ້ອງວາງເງິນຄໍ້າປະກັນການປະຕິບັດບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ.

ເງື່ອນໄຂ ແລະ ຈໍານວນເງິນຄໍ້າປະກັນແມ່ນຂຶ້ນກັບຂະໜາດ, ປະເພດ, ຂະແໜງການ ແລະ ການຕົກລົງໃນເວລາເຈລະຈາບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາເຊັ່ນ:

  1. ໂຄງການໄຟຟ້າ
  • ຂະໜາດກໍາລັງຕິດຕັ້ງ ແຕ່ 5 ເມກາວັດລົງມາ: ວາງເງິນຄໍ້າປະກັນ ຈໍານວນ 10.000 ໂດລາສະຫະລັດ;
  • ຂະໜາດກໍາລັງຕິດຕັ້ງ ສູງກວ່າ 5 ເມກາວັດ ຫາ 100 ເມກາວັດ: ວາງເງິນຄໍ້າປະກັນ ຈໍານວນ 30.000 ໂດລາສະຫະລັດ;
  • ຂະໜາດກໍາລັງຕິດຕັ້ງ ສູງກວ່າ 100 ເມກາວັດຂຶ້ນໄປ: ວາງເງິນຄໍ້າປະກັນ ຈໍານວນ 50.000 ໂດລາສະຫະລັດ.
  1. ໂຄງການສໍາປະທານທີ່ດິນ
  • ເນື້ອທີ່ດິນ 2 ຫາ 150 ເຮັກຕາ: ວາງເງິນຄໍ້າປະກັນ ຈໍານວນ 30.000 ໂດລາສະຫະລັດ;
  • ເນື້ອທີ່ດິນ 151 ຫາ 1.000 ເຮັກຕາ: ວາງເງິນຄໍ້າປະກັນ ຈໍານວນ 50.000 ໂດລາສະຫະລັດ.

ການວາງເງິນຄໍ້າປະກັນ ເນື້ອທີ່ສໍາປະທານແຮ່ທາດອະໂລຫະ, ແຮ່ທາດພະລັງງານເຊື້ອໄຟ ແລະ ແຮ່ທາດແຫຼວ ຈະມີລະບຽບການສະເພາະ ໃນການກໍານົດເນື້ອທີ່ ແລະ ຈໍານວນເງິນຄໍ້າປະກັນ.

ການວາງເງິນຄໍ້າປະກັນ ສໍາລັບກິດຈະການສໍາປະທານປະເພດອື່ນໆ ທີ່ບໍ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້ ແມ່ນຂຶ້ນກັບການຕົກລົງໃນເວລາເຈລະຈາ ບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ.

ຜູ້ລົງທຶນຕ້ອງວາງເງິນຄໍ້າປະກັນເປັນເງິນສົດ ດ້ວຍການໂອນເຂົ້າບັນຊີຂອງຂະແໜງການແຜນການ ແລະ ການລົງທຶນທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ. ສໍາລັບເງິນຄໍ້າປະກັນນັ້ນ ອາດເປັນສະກຸນເງິນກີບ ຫຼື ເງິນຕາຕ່າງປະເທດ (ໂດລາສະຫະລັດ, ເງິນສະກຸນອື່ນໆ ທີ່ທະນາຄານແຫ່ງ ສປປ ລາວ ຮັບເອົາໄດ້) ກໍໄດ້ ໂດຍຄິດໄລ່ອັດຕາແລກປ່ຽນ ໃນວັນວາງເງິນຄໍ້າປະກັນ ຕາມທີ່ໄດ້ຕົກລົງກັນໃນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ.

ເງິນຄໍ້າປະກັນການປະຕິບັດບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາຈະສົ່ງຄືນໃຫ້ຜູ້ລົງທຶນ ເມື່ອຜູ້ລົງທຶນສໍາເລັດການປະຕິບັດພັນທະ ແລະ ເງື່ອນໄຂທີ່ກໍານົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ ໂດຍມີການຢັ້ງຢືນຂອງຂະແໜງການກ່ຽວຂ້ອງ. ໃນກໍລະນີຜູ້ລົງທຶນຫາກບໍ່ປະຕິບັດພັນທະ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາເງິນຄໍ້າປະກັນດັ່ງກ່າວ ຈະຖືກຮິບເປັນຂອງລັດ. ຂ້າງເທິງ

ມາດຕາ 16. ໃບທະບຽນສໍາປະທານ

ໃບທະບຽນສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 25 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໝາຍເຖິງເອກະສານທີ່ຢັ້ງຢືນວ່າ ຜູ້ລົງທຶນສາມາດດໍາເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ແລະ ສາມາດເຄື່ອນໄຫວໄດ້ຕະຫຼອດອາຍຸຂອງການສໍາປະທານ. ໃບທະບຽນສໍາປະທານລວມເອົາໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ, ນະໂຍບາຍສົ່ງເສີມ, ໃບທະບຽນອາກອນ. ກ່ອນຈະດໍາເນີນກິດຈະການວິສາຫະກິດ ຕ້ອງຂໍໃບຢັ້ງຢືນ ຫຼື ໃບອະນຸຍາດດ້ານເຕັກນິກຂອງຂະແໜງການທີ່ກ່ຽວຂ້ອງອື່ນ ຕາມແຕ່ລະກໍລະນີ.

ຂະແໜງການແຜນການ ແລະ ການລົງທຶນ ເປັນຜູ້ພິຈາລະນາອອກໃບທະບຽນສໍາປະທານ ແລ້ວສໍາເນົາສົ່ງໃຫ້ພາກສ່ວນກ່ຽວຂ້ອງ ພາຍໃນກໍານົດເວລາ ສິບວັນລັດຖະການ ນັບແຕ່ວັນອອກໃບທະບຽນສໍາປະທານເປັນຕົ້ນໄປ ເພື່ອຕິດຕາມ ແລະ ຄຸ້ມຄອງຕາມພາລະບົດບາດຕົນ ທີ່ໄດ້ກໍານົດໄວ້ໃນລະບຽບການ ແລະ ກົດໝາຍຂອງ ສປປ ລາວ.

ສໍາລັບໃບທະບຽນສໍາປະທານທີ່ແຂວງ, ນະຄອນອອກນັ້ນ ຕ້ອງສໍາເນົາສົ່ງໃຫ້ພາກສ່ວນກ່ຽວຂ້ອງ ແລະ ນໍາສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ພາຍໃນກໍານົດເວລາສິບວັນລັດຖະການ ນັບແຕ່ວັນອອກໃບທະບຽນດັ່ງກ່າວເປັນຕົ້ນໄປ.

ຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອອກເລກລະຫັດປະຈໍາຕົວວິສາຫະກິດ ເພື່ອຈົດໃສ່ໃບທະບຽນສໍາປະທານ.

ຂະແໜງການການເງິນ ເປັນຜູ້ອອກເລກປະຈໍາຕົວຂອງຜູ້ເສັຍອາກອນ ເພື່ອຈົດໃສ່ໃບທະບຽນສໍາປະທານ. ຜູ້ລົງທຶນຕ້ອງນໍາໃຊ້ເລກປະຈໍາຕົວດັ່ງກ່າວ ໃນການແຈ້ງເສັຍອາກອນຕໍ່ຂະແໜງການການເງິນ ໃນແຕ່ລະປີ.

ຂະແໜງການແຜນການ ແລະ ການລົງທຶນ ເປັນຜູ້ປະສານງານເອົາເລກລະຫັດປະຈໍາຕົວວິສາຫະກິດ ນໍາຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ປະສານງານເອົາເລກປະຈໍາຕົວຂອງຜູ້ເສຍອາກອນນໍາຂະແໜງການການເງິນ.

ພາຍຫຼັງໄດ້ອອກໃບທະບຽນສໍາປະທານແລ້ວ ໃຫ້ຂະແໜງການແຜນການ ແລະ ການລົງທຶນ ບ່ອນທີ່ອອກທະບຽນດັ່ງກ່າວ ອອກໃບອະນຸຍາດຄວັດຕາປະທັບພ້ອມ ເພື່ອໃຫ້ຂະແໜງການປ້ອງກັນຄວາມສະຫງົບຄວັດຕາປະທັບ ພາຍໃນກໍານົດເວລາບໍ່ເກີນເຈັດວັນລັດຖະການ. ຂ້າງເທິງ

ມາດຕາ 17. ເນື້ອໃນຂອງໃບທະບຽນສໍາປະທານ

ໃບທະບຽນສໍາປະທານປະກອບມີເນື້ອໃນຕົ້ນຕໍດັ່ງນີ້:

  • ຊື່ວິສາຫະກິດ;
  • ທີ່ຕັ້ງຂອງຫ້ອງການວິສາຫະກິດ ແລະ/ຫຼື ທີ່ຕັ້ງບ່ອນດໍາເນີນກິດຈະການ;
  • ກິດຈະການທີ່ໄດ້ຮັບອະນຸຍາດໃຫ້ລົງທຶນ;
  • ຮູບການລົງທຶນ;
  • ປະເພດ, ຮູບການ ແລະ ຮູບແບບຂອງວິສາຫະກິດ;
  • ຊື່ຜູ້ຖືຮຸ້ນ ແລະ ກໍານົດອັດຕາສ່ວນການຖືຮຸ້ນ (ເປັນເປີເຊັນຂອງທຶນຈົດທະບຽນ);
  • ທຶນທັງໝົດ ແລະ ທຶນຈົດທະບຽນ ກໍານົດເປັນຫົວໜ່ວຍເງິນກີບ. ໃນກໍລະນີຜູ້ລົງທຶນແຈ້ງທຶນທັງໝົດ ແລະ ທຶນຈົດທະບຽນ ເປັນຫົວໜ່ວຍເງິນຕາຕ່າງປະເທດ ແມ່ນໃຫ້ຄິດໄລ່ເປັນເງິນກີບ ຕາມອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ ທີ່ກໍານົດອອກໃນມື້ອອກໃບທະບຽນສໍາປະທານ;
  • ພັນທະທາງດ້ານພາສີ ແລະ ອາກອນ;
  • ພັນທະດ້ານອື່ນໆ (ຖ້າມີ);
  • ນະໂຍບາຍສົ່ງເສີມອາກອນທີ່ໄດ້ຮັບ (ຖ້າມີ);
  • ລະຫັດໃບທະບຽນສໍາປະທານ (ແມ່ນອັນດຽວກັນກັບເລກທີຂອງໃບທະບຽນສໍາປະທານ);
  • ເລກລະຫັດປະຈໍາຕົວວິສາຫະກິດ;
  • ເລກປະຈໍາຕົວຜູ້ເສັຍອາກອນ;
  • ເນື້ອໃນອື່ນໆ ຕາມສະພາບຈຸດພິເສດຂອງແຕ່ລະກິດຈະການ.

ລະຫັດໃບທະບຽນສໍາປະທານຂອງແຕ່ລະວິສາຫະກິດ ແມ່ນນໍາໃຊ້ລະຫັດດຽວກັນຂອງທຸກຂະແໜງການ ເພື່ອຈຸດປະສົງຂອງການຕິດຕາມ ແລະ ຄຸ້ມຄອງວິສາຫະກິດ. ສໍາລັບໃນໄລຍະທີ່ບໍ່ທັນມີລະບົບເຄື່ອຂ່າຍເຊື່ອມໂຍງກັນ ລະຫວ່າງພາກສ່ວນກ່ຽວຂ້ອງ ໃນການອອກລະຫັດໃບທະບຽນສໍາປະທານ ທີ່ເປັນເອກະພາບໃຫ້ນໍາໃຊ້ລະຫັດ ຫຼື ເລກປະຈໍາຕົວຂອງແຕ່ລະຂະແໜງການທີ່ມີໃນປະຈຸບັນ ໄປຈົນກວ່າຈະມີລະບົບຖານຂໍ້ມູນທີ່ເປັນເອກະພາບ. ຂ້າງເທິງ

ມາດຕາ 18. ເງື່ອນໄຂການໂອນຮຸ້ນ ຫຼື ຮ່ວມທຶນໃນກິດຈະການສໍາປະທານ

ວິສາຫະກິດທີ່ມີຈຸດປະສົງໂອນສິດສໍາປະທານ, ໂອນຮຸ້ນ ຫຼື ດັດແກ້ປ່ຽນແປງສັນຍາສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນວັກສຸດທ້າຍຂອງ ມາດຕາ 26 ແລະ 27 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຕ້ອງນໍາສະເໜີຕໍ່ຂະແໜງການແຜນການ ແລະ ການລົງທຶນ ເພື່ອພິຈາລະນາຮັບຮອງເອົາ ຕາມເງື່ອນໄຂທີ່ວິສາຫະກິດດັ່ງກ່າວ:

  1. ໄດ້ຖອກທຶນຈົດທະບຽນຢ່າງຄົບຖ້ວນ ຕາມທີ່ກໍານົດໃນໃບທະບຽນສໍາປະທານ;
  2. ໄດ້ຊໍາລະອາກອນຢ່າງເປັນປົກກະຕິ ແລະ ຄົບຖ້ວນ;
  3. ໄດ້ຊໍາລະຄ່າເຊົ່າ, ຄ່າສໍາປະທານເປັນປົກກະຕິ;
  4. ໄດ້ປະຕິບັດໜ້າວຽກຕ່າງໆຕາມຕາຕະລາງເຄື່ອນໄຫວວຽກງານ ໃນແຕ່ລະໄລຍະ. ຂ້າງເທິງ

ໝວດທີ 5
ການສ້າງ ແລະ ພິຈາລະນາບັນຊີຮຽກການລົງທຶນ

ມາດຕາ 19. ການສ້າງບັນຊີຮຽກການລົງທຶນ

ການສ້າງບັນຊີຮຽກການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ກະຊວງແຜນການ ແລະ ການລົງທຶນ ແນະນໍາ, ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າ ແລະ ສ້າງ ຫຼື ປັບປຸງບັນຊີຮຽກການລົງທຶນ;
  2. ຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຕ້ອງສົ່ງບັນຊີຮຽກການລົງທຶນຂອງຕົນ ໃຫ້ຂະແໜງການແຜນການ ແລະ ການລົງທຶນ ພາຍໃນເດືອນເມສາຂອງທຸກໆປີ;
  3. ຂະແໜງການແຜນການ ແລະ ການລົງທຶນ ຮິບໂຮມ, ຄັດເລືອກບັນຊີດັ່ງກ່າວ ແລ້ວນໍາສະເໜີລັດຖະບານ ຫຼື ອົງການປົກຄອງແຂວງ, ນະຄອນ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ;

ການສ້າງບັນຊີຮຽກການລົງທຶນດັ່ງກ່າວ ຕ້ອງຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຂ້າງເທິງ

ມາດຕາ 20. ຂອບເຂດສິດໃນການຮັບຮອງບັນຊີຮຽກການລົງທຶນ

ການພິຈາລະນາຮັບຮອງບັນຊີໂຄງການ ຫຼື ກິດຈະການຮຽກການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 31 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດຕາມຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະຂັ້ນດັ່ງນີ້:

  • ໂຄງການ ຫຼື ກິດຈະການທີ່ມີມູນຄ່າການລົງທຶນ ຫຼາຍກວ່າ ຊາວລ້ານ ໂດລາສະຫະລັດຂຶ້ນໄປ ຕ້ອງຜ່ານການຮັບຮອງຂອງລັດຖະບານ;
  • ໂຄງການ ຫຼື ກິດຈະການທີ່ມີມູນຄ່າການລົງທຶນ ແຕ່ຫ້າລ້ານ ໂດລາສະຫະລັດ ຫາ ຊາວລ້ານ ໂດລາສະຫະລັດ ໃຫ້ຜ່ານການຮັບຮອງຂອງກະຊວງແຜນການ ແລະ ການລົງທຶນ;
  • ໂຄງການ ຫຼື ກິດຈະການທີ່ມີມູນຄ່າຫຼຸດ ຫ້າລ້ານ ໂດລາສະຫະລັດລົງມາ ໃຫ້ຜ່ານການຮັບຮອງຂອງອົງການປົກຄອງແຂວງ, ນະຄອນ. ຂ້າງເທິງ

ມາດຕາ 21. ການອະນຸມັດການລົງທຶນໃນໂຄງການ ຫຼື ກິດຈະການຮຽກການລົງທຶນ

ການອະນຸຍາດການລົງທຶນໃນໂຄງການ ຫຼື ກິດຈະການຮຽກການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດດັ່ງນີ້:

  • ຂະແໜງການອຸດສາຫະກໍາ ແລະ ການຄ້າ ເປັນຜູ້ອະນຸມັດໂຄງການ ຫຼື ກິດຈະການຮຽກການລົງທຶນ ກ່ຽວກັບກິດຈະການທົ່ວໄປ;
  • ຂະແໜງການແຜນການ ແລະ ການລົງທຶນ ເປັນຜູ້ອະນຸມັດໂຄງການ ຫຼື ກິດຈະການຮຽກການລົງທຶນ ກ່ຽວກັບກິດຈະການສໍາປະທານ. ຂ້າງເທິງ

ໝວດທີ 6
ຄະນະສົ່ງເສີມການລົງທຶນ ແລະ ການບໍລິການການລົງທຶນປະຕູດຽວ

ມາດຕາ 22. ຄະນະສົ່ງເສີມການລົງທຶນ

ຄະນະສົ່ງເສີມການລົງທຶນຊຶ່ງຂຽນຫຍໍ້ວ່າ: ຄລທ ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມ ແລະ ຄຸ້ມຄອງວຽກງານການລົງທຶນຂອງພາຍໃນ ແລະ ຕ່າງປະເທດຢູ່ ສປປ ລາວ ຊຶ່ງປະກອບມີຄະນະສົ່ງເສີມການລົງທຶນຂັ້ນສູນກາງ ແລະ ຄະນະສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ.

ຄະນະສົ່ງເສີມການລົງທຶນປະກອບດ້ວຍ: ປະທານ, ຮອງປະທານ ແລະ ຄະນະຈໍານວນໜຶ່ງດັ່ງນີ້:

  • ປະທານຄະນະສົ່ງເສີມການລົງທຶນຂັ້ນສູນກາງ ແມ່ນລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ເປັນປະທານໂດຍຕໍາແໜ່ງ ແລະ ຮອງປະທານ ແມ່ນລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນໍາວຽກງານລົງທຶນເປັນຮອງປະທານໂດຍຕໍາແໜ່ງ;
  • ປະທານຄະນະສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນເປັນປະທານໂດຍຕໍາແຫນ່ງ ແລະ ຮອງປະທານແມ່ນຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຜູ້ຊີ້ນໍາ ວຽກງານເສດຖະກິດເປັນຮອງປະທານໂດຍຕໍາແໜ່ງ;
  • ຄະນະຂອງຄະນະສົ່່ງເສີມການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນປະກອບດ້ວຍ ຜູ້ຕາງໜ້າຈາກຂະແໜງການດັ່ງນີ້: ຂະແໜງການແຜນການ ແລະ ການລົງທຶນ, ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການການເງິນ, ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການການຕ່າງປະເທດ, ຂະແໜງການກະສິກໍາ ແລະ ປ່າໄມ້, ຂະແໜງການພະລັງງານ ແລະ ບໍ່ແຮ່, ຂະແໜງການໂຍທາທິການ ແລະ ຂົນສົ່ງ, ຂະແໜງການໂທລະຄົມ ແລະ ໄປສະນີ, ຂະແໜງການສຶກສາທິການ, ຂະແໜງການສາທາລະນະສຸກ, ຂະແໜງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງການທ່ອງທ່ຽວແຫ່ງຊາດ, ຂະແໜງການຄຸ້ມຄອງທີ່ດິນແຫ່ງຊາດ, ຂະແໜງການຖະແຫຼງຂ່າວ ແລະ ວັດທະນະທໍາ, ຂະແໜງຍຸຕິທໍາ ແລະ ຂະແໜງການທະນາຄານແຫ່ງ ສປປ ລາວ, ຊຶ່ງຢູ່ຂັ້ນສູນກາງ ມີລັດຖະມົນຕີຊ່ວຍວ່າການ ແລະ ພະນັກງານຂັ້ນກົມ ຫຼື ຂັ້ນພະແນກກ່ຽວຂ້ອງຂອງແຕ່ລະຂະແໜງການ ເປັນຄະນະຂອງຄະນະສົ່ງເສີມການລົງທຶນຂັ້ນສູນກາງ, ສໍາລັບຢູ່ທ້ອງຖິ່ນມີພະນັກງານຂັ້ນພະແນກ ເປັນຄະນະຂອງຄະນະກົມສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ.
  • ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ແລະ ພະແນກແຜນການ ແລະ ການລົງທຶນຂັ້ນແຂວງ, ນະຄອນເປັນກົງຈັກຊ່ວຍວຽກ ແລະ ເປັນເສນາທິການໃຫ້ແກ່ຄະນະສົ່ງເສີມການລົງທຶນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນ.
  • ຫ້ອງການບໍລິການການລົງທຶນປະຕູດຽວຢູ່ຂັ້ນສູນກາງ ແລະ ຢູ່ຂັ້ນທ້ອງຖິ່ນຂອງຂະແໜງການແຜນການ ແລະ ການລົງທຶນ.

ຄະນະສົ່ງເສີມການລົງທຶນຂັ້ນສູນກາງ ໃຊ້ຕາປະທັບດຽວກັນກັບຕາປະທັບຂອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະສົ່ງເສີມການລົງທຶນຂັ້ນທ້ອງຖິ່ນ ໃຊ້ຕາປະທັບດຽວກັນກັບຕາປະທັບຂອງເຈົ້າແຂວງ, ເຈົ້າຄອງນະຄອນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຕາມພາລະບົດບາດຂອງຕົນທີ່ໄດ້ກໍານົດໄວ້ໃນກົດໝາຍ. ຂ້າງເທິງ

ມາດຕາ 23. ສິດ ແລະ ໜ້າທີ່ຂອງຄະນະສົ່ງເສີມການລົງທຶນ

ຄະນະສົ່ງເສີມການລົງທຶນມີສິດ ແລະ ໜ້າທີ່ດັ່ງນີ້:

  • ດໍາເນີນກອງປະຊຸມພິຈາລະນາວຽກງານການລົງທຶນ ປະຈໍາອາທິດ, ໃນບາງກໍລະນີກອງປະຊຸມ ອາດຈະຈັດຂຶ້ນໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນແຕ່ລະໄລຍະ;
  • ຄົ້ນຄວ້າ, ລາຍງານ, ພິຈາລະນາ, ຕົກລົງອະນຸຍາດ ຫຼື ປະຕິເສດກິດຈະການການລົງທຶນ ຕາມຂອບເຂດສິດຂອງຕົນ;
  • ຄົ້ນຄວ້າ, ລາຍງານ, ພິຈາລະນາ, ຕົກລົງອະນຸຍາດ ຫຼື ປະຕິເສດການດັດແກ້, ການໂອນຮຸ້ນ, ການຕໍ່ອາຍຸ, ປັບປຸງ, ປ່ຽນແປງ, ໂຈະ ຫຼື ຍົກເລີກກິດຈະການການລົງທຶນ ຫຼື ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ ແລະ ສັນຍາສໍາປະທານອື່ນໆ ຕາມຂອບເຂດສິດຂອງຕົນ;
  • ພິຈາລະນາຮັບຮອງບັນຊີໂຄງການ ຫຼື ກິດຈະການຮຽກການລົງທຶນ ຕາມຂອບເຂດສິດຂອງຕົນ;
  • ເຊັນໃບທະບຽນສໍາປະທານ ຫຼື ໃບອະນຸຍາດຕ່າງໆ ຕາມພາລະບົດບາດຂອງຕົນ;
  • ລົງນາມໃນເອກະສານນິຕິກໍາຕ່າງໆ ຄືບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ ແລະ ສັນຍາສໍາປະທານອື່ນໆ ຕາມການມອບສິດຂອງລັດຖະບານ;
  • ຕິດຕາມ, ກວດກາ, ປະເມີນຜົນ, ຊຸກຍູ້ ແລະ ແນະນໍາບັນດາວິສາຫະກິດ ທີ່ດໍາເນີນກິດຈະການການລົງທຶນ ໃຫ້ປະຕິບັດຖືກຕ້ອງຕາມສັນຍາ, ລະບຽບການ ແລະ ກົດໝາຍຂອງ ສປປ ລາວ;
  • ຕິດຕາມ, ກວດກາການສົ່ງເສີມ ແລະ ຄຸ້ມຄອງການອອກອະນຸຍາດການລົງທຶນ ຂອງຄະນະສົ່ງເສີມການລົງທຶນ ໃນແຕ່ລະຂັ້ນ;
  • ອອກແຈ້ງການໂຈະ ຫຼື ຍົກເລີກໃບທະບຽນສໍາປະທານ ຫຼື ໃບອະນຸຍາດຕ່າງໆທີ່ຂັດກັບກົດໝາຍ, ລະບຽບນິຕິກໍາ, ບົດບັນທຶກຄວາມເຂົ້າໃຈ, ສັນຍາພັດທະນາໂຄງການ ຫຼື ສັນຍາສໍາປະທານ;
  • ດໍາເນີນກອງປະຊຸມສະຫຼຸບ, ປະເມີນຜົນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການບໍລິການການລົງທຶນປະຕູດຽວ, ວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນແຕ່ລະໄຕມາດ, ງວດ ແລະ ປີ;
  • ຕົກລົງຍ້ອງຍໍ ຫຼື ລົງວິໄນຕໍ່ພະນັກງານ ຂອງຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນ;
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງລັດຖະບານ. ຂ້າງເທິງ

ມາດຕາ 24. ຫ້ອງການບໍລິການການລົງທຶນປະຕູດຽວ

ຫ້ອງການບໍລິການການລົງທຶນປະຕູດຽວ ແມ່ນຖືກສ້າງຕັ້ງຂຶ້ນ ໂດຍສອດຄ່ອງກັບມາດຕາ 44 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ໂດຍແມ່ນຫ້ອງການບໍລິການການລົງທຶນປະຕູດຽວ ທີ່ຕັ້ງຢູ່ຂະແໜງການແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເປັນໃຈກາງ, ຊຶ່ງແມ່ນສະຖານທີ່ລວມສູນ ແລະ ບ່ອນປະຈໍາການຂອງບັນດາພະນັກງານບໍລິການປະຕູດຽວ ຈາກຂະແໜງການຕົ້ນຕໍຄື: ຂະແໜງການແຜນການ ແລະ ການລົງທຶນ, ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການການເງິນ, ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການການຕ່າງປະເທດ ແລະ ຂະແໜງການອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນໃນແຕ່ລະໄລຍະ ຕາມການເຫັນດີຂອງປະທານຄະນະສົ່ງເສີມການລົງທຶນ.

ຫ້ອງການບໍລິການການລົງທຶນປະຕູດຽວມີສິດ ແລະ ໜ້າທີ່ດັ່ງນີ້:

  • ເກັບກໍາ, ລວບລວມ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການລົງທຶນ ໃຫ້ແກ່ຜູ້ລົງທຶນ ໂດຍການປະສານກັບບັນດາຂະແໜງການກ່ຽວຂ້ອງ;
  • ອະທິບາຍຊີ້ແຈງດ້ານກົດໝາຍ, ລະບຽບນິຕິກໍາຕ່າງໆທີ່ກ່ຽວຂ້ອງ ກັບວຽກງານການລົງທຶນໃຫ້ຜູ້ລົງທຶນ;
  • ອະທິບາຍ ແລະ ແນະນໍາວິທີການປະກອບເອກະສານ ຕາມແບບພິມທີ່ໄດ້ກໍານົດໄວ້ ແລະ ເອກະສານຕ່າງໆກ່ຽວກັບວຽກງານການລົງທຶນ;
  • ຮັບຄໍາຮ້ອງການລົງທຶນ ໃນກິດຈະການທົ່ວໄປ ແລະ ກິດຈະການສໍາປະທານ;
  • ຮັບຄໍາຮ້ອງການຂໍປ່ຽນແປງພື້ນຖານທາງດ້ານນິຕິກໍາ ໃນກິດຈະການທົ່ວໄປ ແລະ ກິດຈະການສໍາປະທານ;
  • ຮັບຄໍາຮ້ອງຂໍນະໂຍບາຍດ້ານພາສີ ຂອງວິສາຫະກິດທີ່ລົງທຶນໃນກິດຈະການທົ່ວໄປ ແລະ ກິດຈະການສໍາປະທານ;
  • ຮັບ ແລະ ບໍລິການຄໍາຮ້ອງຂໍວີຊາທຸລະກິດ, ບັດແຮງງານ ແລະ ບັດພັກເຊົາຂອງຜູ້ລົງທຶນຕ່າງປະເທດ ພ້ອມດ້ວຍຄອບຄົວ, ວິຊາການ ແລະ ແຮງງານຕ່າງປະເທດ;
  • ອອກໃບຢັ້ງຢືນການຮັບເອກະສານ ພາຍຫຼັງທີ່ໄດ້ກວດກາຄວາມຄົບຖ້ວນຂອງເອກະສານຕ່າງໆ ຕາມແບບພິມທີ່ໄດ້ກໍານົດໄວ້ ແລະ ລະບຸວັນເວລາການນັດໝາຍ ມາຮັບເອົາຄໍາຕອບຕໍ່ເອກະສານທີ່ຜູ້ລົງທຶນ ຫຼື ວິສາຫະກິດໄດ້ສະເໜີ;
  • ນໍາສົ່ງເອກະສານ ຫຼື ຄໍາຮ້ອງຕ່າງໆ ໃຫ້ຂະແໜງການກ່ຽວຂ້ອງຂອງຕົນພິຈາລະນາ;
  • ມອບຈົດໝາຍຕອບຜູ້ລົງທຶນ, ມອບໃບທະບຽນວິສາຫະກິດ, ໃບທະບຽນສໍາປະທານ, ໃບຮັບຮອງການໃຫ້ນະໂຍບາຍຍົກເວັ້ນພາສີ ແລະ ໃບອະນຸຍາດຕ່າງໆທີ່ກ່າວມາຂ້າງເທິງ ໃຫ້ແກ່ຜູ້ລົງທຶນ ຫຼື ວິສາຫະກິດ ພາຍຫຼັງທີ່ຂະແໜງການກ່ຽວຂ້ອງໄດ້ພິຈາລະນາ ແລະ ຕົກລົງ;
  • ກະກຽມວາລະກອງປະຊຸມ ແລະ ສັງລວມບັນດາເອກະສານສໍາລັບກອງປະຊຸມ ກ່ອນນໍາສະເໜີຕໍ່ຄະນະສົ່ງເສີມການລົງທຶນ ເພື່ອພິຈາລະນາຈັດກອງປະຊຸມ;
  • ອອກຈົດໝາຍເຊີນຄະນະສົ່ງເສີມການລົງທຶນ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມ;
  • ບັນທຶກກອງປະຊຸມ ແລະ ນໍາສົ່ງມະຕິກອງປະຊຸມໃຫ້ແກ່ຄະນະສົ່ງເສີມການລົງທຶນ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມ;
  • ປະສານງານເອົາເລກລະຫັດປະຈໍາຕົວວິສາຫະກິດ ນໍາຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ປະສານງານເອົາເລກປະຈໍາຕົວວຂອງຜູ້ເສຍອາກອນ ນໍາຂະແໜງການການເງິນ;
  • ປະຕິບັດໜ້າທີ່ວຽກງານອື່ນໆ ຕາມການມອບໝາຍຂອງຄະນະສົ່ງເສີມການລົງທຶນ.

ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນຂັ້ນສູນກາງ ແມ່ນການຈັດຕັ້ງໜຶ່ງທີ່ສັງກັດຢູ່ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໂດຍແມ່ນຫົວໜ້າກົມສົ່ງເສີມການລົງທຶນ ເປັນຫົວໜ້າຫ້ອງການໂດຍຕໍາແໜ່ງ.

ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນຂັ້ນທ້ອງຖິ່ນ ແມ່ນການຈັດຕັ້ງໜຶ່ງທີ່ສັງກັດ ຢູ່ພະແນກແຜນການ ແລະ ການລົງທຶນ ໂດຍແມ່ນຫົວໜ້າພະແນກແຜນການ ແລະ ການລົງທຶນ ເປັນຫົວໜ້າຫ້ອງການໂດຍຕໍາແໜ່ງ.

ສໍາລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການການລົງທຶນປະຕູດຽວ ທີ່ຕັ້ງຢູ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃຫ້ປະຕິບັດຕາມລະບຽບການຂອງພາກສ່ວນດັ່ງກ່າວ. ຂ້າງເທິງ

ມາດຕາ 25. ເງື່ອນໄຂມາດຕະຖານຂອງພະນັກງານຫ້ອງການບໍລິການການລົງທຶນປະຕູດຽວ

ພະນັກງານຫ້ອງການບໍລິການການລົງທຶນປະຕູດຽວ ແມ່ນພະນັກງານລະດັບຂັ້ນພະແນກ ຫຼື ນັກວິຊາການທີ່ຖືກມອບໝາຍຈາກຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ຮັບການແຕ່ງຕັ້ງ ໂດຍປະທານຄະນະສົ່ງເສີມການລົງທຶນ, ຊຶ່ງຕ້ອງເປັນຜູ້ມີເງື່ອນໄຂມາດຕະຖານດັ່ງນີ້:

  1. ມີລະດັບການສຶກສາປະລິນຍາຕີຂຶ້ນໄປ;
  2. ເປັນຜູ້ມີລະດັບຄວາມຮູ້ຄວາມສາມາດ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໄດ້ເປັນຢ່າງດີ;
  3. ກໍາແໜ້ນລະບຽບກົດໝາຍ ແລະ ວຽກງານຂອງຂະແໜງການຕົນເປັນຢ່າງດີ;
  4. ຮູ້ພາສາອັງກິດ ແລະ ສາມາດນໍາໃຊ້ລະບົບໄອທີ ໃນລະດັບທີ່ແນ່ນອນສົມຄວນ;
  5. ມີຄຸນສົມບັດ ແລະ ມະນຸດສໍາພັນດີ;
  6. ມີສຸຂະພາບດີ. ຂ້າງເທິງ

ມາດຕາ 26. ສິດ ແລະ ໜ້າທີ່ຂອງພະນັກງານຫ້ອງການບໍລິການການລົງທຶນປະຕູດຽວ

  1. ພະນັກງານຫ້ອງການບໍລິການການລົງທຶນປະຕູດຽວມີສິດດັ່ງນີ້:
  • ເຂົ້າຮ່ວມກອງປະຊຸມຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການລົງທຶນ;
  • ປະກອບຄໍາເຫັນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການບໍລິຫານການລົງທຶນ;
  • ໄດ້ຮັບການຝຶກອົບຮົມ, ຖອດຖອນບົດຮຽນກ່ຽວກັບ ການຄຸ້ມຄອງວຽກງານລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ;
  • ຕົກລົງບັນຫາຕາມການມອບໝາຍຂອງຂະແໜງການຂອງຕົນ;
  • ປະສານງານ ແລະ ທວງຖາມເອົາຄໍາຕອບຈາກຂະແໜງການຂອງຕົນ ທີ່ກ່ຽວຂ້ອງກັບວຽກບໍລິການທີ່ຕົນຮັບຜິດຊອບ.
  • ສະເໜີຄະນະສົ່ງເສີມການລົງທຶນ ເພື່ອປັບປຸງແກ້ໄຂກົນໄກການປະສານງານ ຂອງຂະແໜງການຕົນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;
  • ອະທິບາຍຊີ້ແຈງຕໍ່ຄະນະສົ່ງເສີມການລົງທຶນ ໃນກໍລະນີທີ່ບໍ່ໄດ້ຮັບຄວາມເປັນທໍາ;
  • ໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍຕ່າງໆ ໃນການປະກອບສ່ວນວຽກງານການລົງທຶນ ເປັນແຕ່ລະໄລຍະຕາມຄວາມເໝາະສົມ;
  • ນໍາໃຊ້ສິດອື່ນໆຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ.
  1. ພະນັກງານຫ້ອງການບໍລິການການລົງທຶນປະຕູດຽວມີໜ້າທີ່ດັ່ງນີ້:
  • ເກັບກໍາຂໍ້ມູນ ແລະ ເອກະສານຕ່າງໆກ່ຽວກັບວຽກງານການລົງທຶນ ທີ່ກ່ຽວຂ້ອງກັບຂະແໜງການຕົນ ສົ່ງໃຫ້ຫ້ອງການບໍລິການການລົງທຶນປະຕູດຽວຢ່າງຄົບຖ້ວນ;
  • ສະໜອງຂໍ້ມູນຂ່າວສານ, ອະທິບາຍກ່ຽວກັບລະບຽບກົດໝາຍ ທີ່ພົວພັນກັບວຽກງານວິຊາສະເພາະ ຂອງຂະແໜງການຕົນ;
  • ກວດກາເບິ່ງຄວາມຄົບຖ້ວນຂອງເອກະສານ ຕາມແບບພິມທີ່ໄດ້ກໍານົດໄວ້ ແລ້ວນໍາສົ່ງໄປຍັງຂະແໜງການຂອງຕົນ ເພື່ອສືບຕໍ່ຄົ້ນຄວ້າພິຈາລະນາຕາມລະບຽບການ ແລະ ກົດໝາຍ;
  • ລາຍງານວຽກງານຕ່າງໆທີ່ກ່ຽວກັບຄວາມຮັບຜິດຊອບຂອງຕົນ ໃຫ້ຂັ້ນເທິງຖັດຕົນເປັນປະຈໍາແຕ່ລະວັນ, ອາທິດ, ເດືອນ;
  • ຕິດຕາມ, ປະສານງານກັບຂະແໜງການຕົນ ໃນການໃຫ້ບໍລິການການລົງທຶນ ໂດຍສອດຄ່ອງກັບສິດ ແລະ ພາລະບົດບາດຂອງຕົນ;
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ໝວດທີ 7
ຫ້ອງການຜູ້ຕາງໜ້າ

ມາດຕາ 27. ຫ້ອງການຜູ້ຕາງໜ້າ

ຫ້ອງການຜູ້ຕາງໜ້າທີ່ສ້າງຕັ້ງຂຶ້ນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 47 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແມ່ນຕົວແທນຂອງນິຕິບຸກຄົນທີ່ຈົດທະບຽນຢູ່ຕ່າງປະເທດ ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນ ສປປ ລາວ ເພື່ອເກັບກໍາຂໍ້ມູນຕ່າງໆກ່ຽວກັບການລົງທຶນ ແລະ/ຫຼື ເຮັດໜ້າທີ່ປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ຂອງລັດຖະບານກັບບໍລິສັດແມ່ຢູ່ຕ່າງປະເທດ, ຊຶ່ງຂະແໜງການແຜນການ ແລະ ການລົງທຶນຂັ້ນສູນກາງ ເປັນຜູ້ພິຈາລະນາ ແລະ ອອກໃບທະບຽນຫ້ອງການຜູ້ຕາງໜ້າດັ່ງກ່າວ ໂດຍບໍ່ຜ່ານກອງປະຊຸມຄະນະສົ່ງເສີມການລົງທຶນ.

ໃບທະບຽນຫ້ອງການຜູ້ຕາງໜ້າປະກອບດ້ວຍ ເລກລະຫັດປະຈໍາຕົວວິສາຫະກິດ ແລະ ເລກປະຈໍາຕົວຜູ້ເສັຍອາກອນ, ຊຶ່ງຂະແໜງການແຜນການ ແລະ ການລົງທຶນ ເປັນຜູ້ປະສານງານເອົາເລກລະຫັດປະຈໍາຕົວວິສາຫະກິດ ນໍາຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ປະສານງານເອົາເລກປະຈໍາຕົວຂອງຜູ້ເສຍອາກອນ ນໍາຂະແໜງການການເງິນ. ພາຍຫຼັງໄດ້ອອກໃບທະບຽນຫ້ອງການຜູ້ຕາງໜ້າແລ້ວ, ຂະແໜງການແຜນການ ແລະ ການລົງທຶນ ຕ້ອງອອກໃບອະນຸຍາດຄວັດຕາປະທັບພ້ອມ ເພື່ອໃຫ້ຂະແໜງການປ້ອງກັນຄວາມສະຫງົບຄວັດຕາປະທັບບໍ່ເກີນ ເຈັດວັນລັດຖະການ ພ້ອມທັງສໍາເນົາສົ່ງໃບທະບຽນ ແລະ ເອກະສານທີ່ກ່ຽວຂ້ອງຂອງຫ້ອງການຜູ້ຕາງໜ້າດັ່ງກ່າວ ໃຫ້ຂະແໜງການປ້ອງກັນຄວາມສະຫງົບ ຕິດຕາມການເຄື່ອນໄຫວຂອງຜູ້ລົງທຶນ ຕາມພາລະບົດບາດຂອງຕົນ.

ສໍາລັບນິຕິບຸກຄົນຕ່າງປະເທດ ທີ່ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາກັບລັດຖະບານ ໃນກໍລະນີຍັງບໍ່ທັນມີນິຕິບຸກຄົນຢູ່ລາວ ຕ້ອງໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າຂຶ້ນຢູ່ລາວ ເພື່ອອໍານວຍຄວາມສະດວກເປັນສື່ກາງ ໃຫ້ແກ່ພາກລັດໃນການຕິດຕໍ່ປະສານງານ ກັບບໍລິສັດແມ່ຢູ່ຕ່າງປະເທດ (ບໍລິສັດທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາກັບລັດຖະບານ). ຂ້າງເທິງ

ມາດຕາ 28. ອາຍຸຂອງຫ້ອງການຜູ້ຕາງໜ້າ
ອາຍຸຂອງຫ້ອງການຜູ້ຕາງໜ້າແມ່ນ 1 ປີ ແລະ ສາມາດຂໍຕໍ່ໄດ້ 2 ຄັ້ງ ລວມອາຍຸທັງໝົດຂອງຫ້ອງການຜູ້ຕາງໜ້າ ແມ່ນບໍ່ໃຫ້ເກີນ 3 ປີ, ຍົກເວັ້ນກໍລະນີບໍລິສັດແມ່ ຂອງຫ້ອງການຜູ້ຕາງໜ້ານັ້ນ ມີບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາເຊັນກັບລັດຖະບານ ເພື່ອສໍາຫຼວດ ແລະ ເກັບກໍາຂໍ້ມູນສະເພາະຂອງໂຄງການ ແມ່ນສາມາດຂໍຕໍ່ໄດ້ຕາມອາຍຸຂອງບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາທີ່ເຊັນກັບລັດຖະບານ.

ສໍາລັບຫ້ອງການຜູ້ຕາງໜ້າໃຫ້ບໍລິສັດແມ່ຢູ່ຕ່າງປະເທດ ທີ່ຈົດທະບຽນຢູ່ຕະຫຼາດຫຼັກຊັບ ທີ່ໄດ້ຮັບອະນຸຍາດຜ່ານມາຢູ່ ສປປ ລາວ ແມ່ນສາມາດຂໍຕໍ່ອາຍຸໄດ້ຕື່ມອີກ 3 ຄັ້ງ ນັບແຕ່ວັນດໍາລັດສະບັບນີ້ມີຜົນສັກສິດເປັນຕົ້ນໄປ. ໃນບາງກໍລະນີທີ່ຈໍາເປັນ ກະຊວງແຜນການ ແລະ ການລົງທຶນ ອາດພິຈາລະນາຕໍ່ອາຍຸໃຫ້ເປັນກໍລະນີສະເພາະ. ພາຍຫຼັງສິ້ນສຸດອາຍຸຂອງຫ້ອງການຜູ້ຕາງໜ້າແລ້ວ, ຫາກບໍລິສັດແມ່ມີຄວາມສົນໃຈລົງທຶນ ຕ້ອງຍື່ນຄໍາຮ້ອງຂໍລົງທຶນຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ.

ອາຍຸຂອງຫ້ອງການຜູ້ຕາງໜ້າ ອາດຈະສິ້ນສຸດລົງກ່ອນກໍານົດເວລາທີ່ກໍານົດໄວ້ ໃນໃບທະບຽນຫ້ອງການຜູ້ຕາງໜ້າ ຕາມການສະເໜີຂອງຜູ້ລົງທຶນ ຫຼື ຕາມການຕົກລົງຂອງຂະແໜງການແຜນການ ແລະ ການລົງທຶນ ໃນກໍລະນີຜູ້ລົງທຶນ ຫຼື ຫ້ອງການຜູ້ຕາງໜ້າດັ່ງກ່າວ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 29. ຂອບເຂດສິດ ແລະ ໜ້າທີ່ຂອງຫ້ອງການຜູ້ຕາງໜ້າ
ຫ້ອງການຜູ້ຕາງໜ້າມີຂອບເຂດສິດ ແລະ ໜ້າທີ່ດັ່ງນີ້:

  • ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນ;
  • ຕິດຕໍ່ພົວພັນທັງພາຍໃນ ແລະ ຕ່າງປະເທດ ເພື່ອອໍານວຍຄວາມສະດວກໃຫ້ບໍລິສັດແມ່;
  • ຕິດຕາມການປະຕິບັດບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ;
  • ໃນກໍລະນີທີ່ຫ້ອງການຜູ້ຕາງໜ້າຂອງນິຕິບຸກຄົນຕ່າງປະເທດ ທີ່ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາກັບລັດຖະບານ ມີສິດໄດ້ຮັບນະໂຍບາຍດ້ານພາສີ ໃນການນໍາເຂົ້າເຄື່ອງມືອຸປະກອນ ທີ່ເປັນພາຫະນະກົນຈັກໜັກ ຮັບໃຊ້ວຽກງານວິຊາສະເພາະ ຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາດັ່ງກ່າວ. ຂ້າງເທິງ

ມາດຕາ 30. ຂໍ້ຫ້າມໃນການເຄື່ອນໄຫວຂອງຫ້ອງການຜູ້ຕາງໜ້າ
ຫ້ອງການຜູ້ຕາງໜ້າ ຫ້າມບໍ່ໃຫ້ເຄື່ອນໄຫວດັ່ງນີ້:

  • ດໍາເນີນທຸລະກິດ ຫຼື ເຄື່ອນໄຫວທາງດ້ານການຄ້າໃດໜຶ່ງ ນອກຈາກການເຄື່ອນໄຫວທີ່ໄດ້ຮັບອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດສະບັບນີ້;
  • ສ້າງລາຍຮັບ;
  • ອອກໃບຮັບເງິນ ຫຼື ໃບຮຽກເກັບເງິນສໍາລັບລາຍໄດ້ ຫຼື ລາຍຮັບຕ່າງໆ;
  • ປະກາດຕົນເອງຢູ່ໃນຖານະບໍ່ສາມາດໃຊ້ໜີ້ສິນຕາມກໍານົດ ຫຼື ປະກາດຕົນເອງລົ້ມລະລາຍ. ຂ້າງເທິງ

ໝວດທີ 8
ການສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນ

ມາດຕາ 31. ກິດຈະການສົ່ງເສີມ
ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 49 ຂອງກົດໝາຍສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້າ ແລະ ສ້າງເປັນບັນຊີລະອຽດ ແລ້ວສະເໜີຕໍ່ລັດຖະບານ ເພື່ອຮັບຮອງເອົາບັນຊີດັ່ງກ່າວ ໃຫ້ເປັນເອກະສານຊ້ອນທ້າຍເລກທີ 1 ຂອງດໍາລັດສະບັບນີ້. ເອກະສານຊ້ອນທ້າຍດັ່ງກ່າວ ອາດຈະມີການປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບເປັນຈິງ ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 32. ເຂດສົ່ງເສີມການລົງທຶນ
ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທັບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຂັ້ນສູນກາງເປັນຜູ້ຄົ້ນຄວ້າ ແລະ ສ້າງບັນຊີລະອຽດກ່ຽວກັບເຂດສົ່ງເສີມການລົງທຶນ ໃນແຕ່ລະໄລຍະແລ້ວນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາບັນຊີດັ່ງກ່າວ ອາດຈະມີການປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບເປັນຈິງໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 33. ນະໂຍບາຍດ້ານອາກອນ
ການລົງທຶນໃນກິດຈະການສົ່ງເສີມ ແລະ ເຂດສົ່ງເສີມການລົງທຶນ ທີ່ກໍານົດໃນເອກະສານຊ້ອນທ້າຍ ເລກທີ 1 ແລະ ເລກທີ 2 ຂອງດໍາລັດສະບັບນີ້ ຖືກຍົກເວັ້ນອາກອນກໍາໄລ ຕາມກໍານົດເວລາທີ່ກໍານົດໄວ້ໃນມາດຕາ  51 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນຂອງ ສປປ ລາວ ທີ່ມີຜົນບັງຄັບໃຊ້ໃນແຕ່ລະໄລຍະ.

ນະໂຍບາຍ ແລະ ໄລຍະເວລາຍົກເວັ້ນອາກອນກໍາໄລ ແມ່ນກໍານົດໄວ້ໃນທະບຽນສໍາປະທານ ຫຼື ໃບທະບຽນວິສາຫະກິດ. ໄລຍະເວລາຍົກເວັ້ນອາກອນກໍາໄລ ແມ່ນນັບແຕ່ວັນທີ່ວິສາຫະກິດມີລາຍຮັບເປັນຕົ້ນໄປ.

ສ່ວນການນໍາເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ ແລະ ອາໄຫຼ່ ແລະ ພາຫະນະຮັບໃຊ້ການຜະລິດທາງກົງ, ການບໍລິການ, ການກໍ່ສ້າງໂຮງງານ, ຕຶກອາຄານ, ການສໍາຫຼວດອອກແບບ, ການກໍ່ສ້າງ ຫຼື ພັດທະນາໂຄງການແມ່ນປະຕິບັດຕາມລະບຽບ ແລະ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 34. ການຍົກເວັ້ນອາກອນກໍາໄລ ສໍາລັບກິດຈະການຜະລິດສິນຄ້າໃໝ່, ກິດຈະການຄົ້ນຄວ້າ ແລະ ສ້າງເທັກໂນໂລຢີໃໝ່
ກິດຈະການການຜະລິດສິນຄ້າໃໝ່ ໝາຍເຖິງການຜະລິດ, ການປຸງແຕ່ງວັດຖຸດິບພາຍໃນປະເທດ ໃຫ້ເປັນຜະລິດຕະພັນສໍາເລັດຮູບທີ່ມີຍີ່ຫໍ້ໃໝ່ ດ້ວຍການນໍາໃຊ້ກໍາມະວິທີ ແລະ ເຕັກໂນໂລຢີໃໝ່ເຂົ້າໃນການຜະລິດ ແລະ ປຸງແຕ່ງ; ຄວາມທັນສະໄໝຂອງກໍາມະວິທີ ແລະ ເຕັກໂນໂລຢີ ລວມທັງຜະລິດຕະພັນທີ່ຜະລິດອອກມານັ້ນ ໄດ້ມີການຮັບຮອງແລະ ຢັ້ງຢືນດ້ານຄຸນນະພາບ ແລະ ມາດຕະຖານສາກົນ (ISO ຫຼື ມາດຕະຖານທີ່ສາກົນນໍາໃຊ້) ຈາກອົງການທີ່ກ່ຽວຂ້ອງ. ໄລຍະການຍົກເວັ້ນອາກອນກໍາໄລ ສໍາລັບກິດຈະການການຜະລິດສິນຄ້າໃໝ່ ແມ່ນນັບແຕ່ປີມີກໍາໄລເປັນຕົ້ນໄປ. ໃນກໍລະນີທີ່ກິດຈະການດັ່ງກ່າວ ຫາກບໍ່ໄດ້ຮັບການຢັ້ງຢືນພາຍໃນໄລຍະເວລາ ສາມປີ, ໄລຍະຍົກເວັ້ນການເສັຍອາກອນກໍາໄລ ຈະນັບແຕ່ວັນດໍາເນີນທຸລະກິດເປັນຕົ້ນໄປ.

ການຄົ້ນຄວ້າ ແລະ ການພັດທະນາເທັກໂນໂລຢີໃໝ່ ໝາຍເຖິງການລົງທຶນເຂົ້າໃນກິດຈະການກໍ່ສ້າງສູນຄົ້ນຄວ້າ ແລະ ສູນວິໄຈ, ຫ້ອງທົດລອງທາງດ້ານວິທະຍາສາດ ເພື່ອພັດທະນາຜະລິດຕະພັນ ຫຼື ປະດິດຜະລິດຕະພັນຊະນິດໃໝ່ ໃຫ້ກາຍເປັນສິນຄ້າ. ໄລຍະການຍົກເວັ້ນອາກອນກໍາໄລ ສໍາລັບກິດຈະການຜະລິດສິນຄ້າໃໝ່ ແມ່ນນັບແຕ່ປີມີກໍາໄລເປັນຕົ້ນໄປ. ຂ້າງເທິງ

ມາດຕາ 35. ການຍົກເວັ້ນອາກອນກໍາໄລ ຍ້ອນການນໍາເອົາກໍາໄລສຸດທິໄປລົງທຶນຕໍ່
ວິສາຫະກິດທີ່ພົ້ນຈາກໄລຍະທີ່ຖືກຍົກເວັ້ນອາກອນກໍາໄລ ຫາກນໍາເອົາກໍາໄລສຸດທິ ຫຼັງຈາກເສັຍອາກອນກໍາໄລປະຈໍາປີແລ້ວໄປລົງທຶນຕໍ່ ເພື່ອເພີ່ມກິດຈະການ ຫຼື ຂະຫຍາຍກິດຈະການອອກຕື່ມ ຈະຖືກຍົກເວັ້ນອາກອນກໍາໄລຂອງປີຕໍ່ໄປ ພາຍໃນກໍານົດ ໜຶ່ງປີ ຕາມອັດຕາສ່ວນກໍາໄລທີ່ໄດ້ລົງທຶນຕໍ່ ເມື່ອສົມທຽບໃສ່ທຶນຕົວຈິງຕາມການສະຫຼຸບບັນຊີທ້າຍປີ. ຂ້າງເທິງ

ມາດຕາ 36. ການຍົກມູນຄ່າການຂາດທຶນປະຈໍາປີໄປຫັກອອກຈາກກໍາໄລໃນປີຖັດໄປ
ວິສາຫະກິດທີ່ແຈ້ງເສັຍອາກອນກໍາໄລ ຕາມລະບົບການຖືບັນຊີແບບຂະຫຍາຍຕົວ ຫຼື ແບບທໍາມະດາ ທີ່ໄດ້ປະຕິບັດຕາມລະບົບການຖືບັນຊີຢ່າງຄົບຖ້ວນ ຕາມກົດໝາຍວ່າດ້ວຍການບັນຊີ ຫາກມີການຂາດທຶນປະຈໍາປີ ໂດຍມີການຢັ້ງຢືນການຂາດທຶນຈາກອົງການກວດສອບບັນຊີ ຫຼື ບໍລິສັດກວດສອບບັນຊີທີ່ລັດຖະບານ ສປປ ລາວ ຮັບຮູ້ ແລະ ຂະແໜງສ່ວຍສາອາກອນ ໄດ້ກວດກາເຫັນວ່າຂາດທຶນແທ້ຕາມການຢັ້ງຢືນດັ່ງກ່າວ ມີສິດຍົກມູນຄ່າການຂາດທຶນດັ່ງກ່າວ ໄປຫັກອອກຈາກກໍາໄລຂອງປີຖັດໄປ ພາຍໃນກໍານົດສາມປີ, ເມື່ອໝົດກໍານົດແລ້ວ ມູນຄ່າການຂາດທຶນທີ່ຍັງເຫຼືອ ຈະບໍ່ອະນຸຍາດໃຫ້ຫັກອອກຈາກກໍາໄລຕໍ່ໄປອີກ. ຂ້າງເທິງ

ມາດຕາ 37. ການຍົກເວັ້ນພາສີ
ວິສາຫະກິດທີ່ລົງທຶນໃນກິດຈະການສົ່ງເສີມການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ ເລກທີ 1 ແລະ ກິດຈະການສໍາປະທານ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ ເລກທີ 3 ຂອງດໍາລັດສະບັບນີ້ ຈະໄດ້ຮັບການຍົກເວັ້ນການເສັຍພາສີນໍາເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ ແລະ ພາຫະນະຮັບໃຊ້ການຜະລິດທາງກົງ. ວິສາຫະກິດທີ່ກ່ຽວຂ້ອງ ຕ້ອງສ້າງແຜນການນໍາເຂົ້າປະຈໍາປີ ແລ້ວສະເໜີຕໍ່ຂະແໜງການການເງິນ ຂັ້ນສູນກາງ ຫຼື ທ້ອງຖິ່ນ ຫຼື ຍື່ນຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນແລ້ວແຕ່ກໍລະນີ.

ສໍາລັບວິສາຫະກິດລົງທຶນພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບອະນຸຍາດລົງທຶນ ກ່ອນກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 08/07/2009 ທີ່ຕ້ອງການໄດ້ຮັບນະໂຍບາຍຍົກເວັ້ນພາສີນໍາເຂົ້າ ຕາມດໍາລັດສະບັບນີ້ ໃຫ້ປະຕິບັດຕາມທີ່ໄດ້ກ່າວມາຂ້າງເທິງນີ້ເຊັ່ນດຽວກັນ. ຂ້າງເທິງ

ມາດຕາ 38. ຂັ້ນຕອນການພິຈາລະນາຍົກເວັ້ນພາສີ
ການພິຈາລະນາຍົກເວັ້ນພາສີ ໃຫ້ປະຕິບັດບົນພື້ນຖານການຮັບຮອງ ເອົາແຜນການນໍາເຂົ້າປະຈໍາປີຂອງວິສາຫະກິດ ຊຶ່ງຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້:

  1. ປະກອບເອກະສານ ຕາມແບບພິມແຜນການນໍາເຂົ້າປະຈໍາປີ ທີ່ຂະແໜງການການເງິນກໍານົດ;
  2. ພາຍຫຼັງທີ່ຂະແໜງການການເງິນ ໄດ້ຮັບເອກະສານຄໍາຮ້ອງຄົບຖ້ວນແລ້ວ ໃຫ້ນໍາສົ່ງໄປຍັງຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ສະເໜີຂໍທິດຊີ້ນໍາຈາກຂັ້ນນໍາຂອງຕົນ;
  3. ຂະແໜງການທີ່ກ່ຽວຂ້ອງ ຕ້ອງປະກອບຄໍາເຫັນຢ່າງເປັນລາຍລັກອັກສອນ ໃຫ້ແກ່ຂະແໜງການການເງິນ ພາຍໃນກໍານົດເວລາ ສິບວັນລັດຖະການ. ໃນກໍລະນີ ຫາກບໍ່ໃຫ້ຄໍາຕອບພາຍໃນກໍານົດເວລາດັ່ງກ່າວ  ຖືວ່າຂະແໜງການນັ້ນເຫັນດີ;
  4. ຫຼັງຈາກນັ້ນຂະແໜງການການເງິນ ຈັດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາຜ່ານແຜນການນໍາເຂົ້າປະຈໍາປີ ແລະ ອອກໃບຮັບຮອງໃຫ້ວິສາຫະກິດ ພາຍໃນກໍານົດ ສາມສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

ແຜນການນໍາເຂົ້າປະຈໍາປີທີ່ໄດ້ຮັບຮອງແລ້ວ ສາມາດສະເໜີຂໍດັດແກ້ໄດ້ໜຶ່ງຄັ້ງ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການດໍາເນີນທຸລະກິດຕົວຈິງ.

ສໍາລັບການນໍາເຂົ້ານອກແຜນ ຂອງແຜນການນໍາເຂົ້າປະຈໍາປີເປັນຕົ້ນ ການນໍາເຂົ້າອຸປະກອນຮັບໃຊ້ ຫຼື ອາໄຫຼ່ສຸກເສີນ ເພື່ອທົດແທນອັນເກົ່າທີ່ເປ່ເພ ເຊິ່ງມູນຄ່າລວມທັງໝົດບໍ່ເກີນ 30.000 ໂດລາສະຫະລັດ ແລະ ອະນຸຍາດບໍ່ໃຫ້ເກີນ ສອງເທື່ອຕໍ່ປີ ມອບໃຫ້ຂະແໜງການການເງິນ ເປັນຜູ້ພິຈາລະນາອະນຸຍາດໄດ້ເລີຍ. ໃນກໍລະນີມູນຄ່າລວມທັງໝົດ ເກີນ 30.000 ໂດລາສະຫະລັດ ຕ້ອງໄດ້ຄົ້ນຄວ້າຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອສະເໜີຂັ້ນນໍາພິຈາລະນາ;

  1. ຂະແໜງການການເງິນ ຕ້ອງສົ່ງແຜນການນໍາເຂົ້າປະຈໍາປີ ທີ່ຖືກຮັບຮອງແລ້ວນັ້ນ ໃຫ້ດ່ານພາສີສາກົນບ່ອນນໍາເຂົ້າ ເພື່ອຄຸ້ມຄອງ, ກວດກາການນໍາເຂົ້າຕົວຈິງໃນແຕ່ລະຄັ້ງ ໂດຍມີປຶ້ມຕິດຕາມການນໍາເຂົ້າ ພ້ອມທັງເຮັດບົດສະຫຼຸບລາຍງານປະຈໍາເດືອນ, ປະຈໍາໄຕມາດ ສົ່ງໃຫ້ຂະແໜງການການເງິນ, ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການແຜນການ ແລະ ການລົງທຶນ. ຂ້າງເທິງ

ມາດຕາ 39. ການຍົກເວັ້ນພາສີນໍາເຂົ້າວັດຖຸອຸປະກອນ ສໍາລັບການກໍ່ສ້າງ ແລະ ເຄື່ອງຈັກເພື່ອການຜະລິດ
ການນໍາເຂົ້າສັດສະດຸ ແລະ ອຸປະກອນກໍ່ສ້າງ ແມ່ນອະນຸຍາດໃຫ້ນໍາເຂົ້າ ສໍາລັບເພື່ອການກໍ່ສ້າງໂຮງງານ, ຕຶກອາຄານ ແລະ ສິ່ງປຸກສ້າງທີ່ເປັນຊັບສິນຄົງທີ່ຂອງວິສາຫະກິດເທົ່ານັ້ນ. ສໍາລັບຈໍານວນວັດສະດຸ ແລະ ອຸປະກອນກໍ່ສ້າງທີ່ຈະນໍາເຂົ້າ ໃຫ້ອີງໃສ່ແບບ, ແຜນຜັງ, ໃບຄິດໄລ່ບໍລິມາດວຽກງານຂອງການກໍ່ສ້າງ ທີ່ໄດ້ຮັບຮອງໂດຍຂະແໜງການທີ່ກ່ຽວຂ້ອງ.

ການອະນຸຍາດໃຫ້ນໍາເຂົ້າເຄື່ອງຈັກ ເພື່ອການຜະລິດ ໃຫ້ອີງໃສ່ຄວາມຕ້ອງການຕົວຈິງ ຕາມບົດວິພາກເສດຖະກິດເຕັກນິກ ຫຼື ແຜນການດໍາເນີນທຸລະກິດ ບົນພື້ນຖານການເຫັນດີຂອງຂະແໜງການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 40. ການຍົກເວັ້ນພາສີນໍາເຂົ້າອຸປະກອນ ແລະ ອາໄຫຼ່ປ່ຽນຖ່າຍເຄື່ອງຈັກ ເພື່ອຮັບໃຊ້ການຜະລິດ
ການນໍາເຂົ້າອຸປະກອນ ແລະ ອາໄຫຼ່ປ່ຽນຖ່າຍເຄື່ອງຈັກ ເພື່ອຮັບໃຊ້ການຜະລິດ ທີ່ມີຢູ່ໃນແຜນການນໍາເຂົ້າປະຈໍາປີຂອງວິສາຫະກິດ ທີ່ຂະແໜງການການເງິນຮັບຮອງແລ້ວ ແມ່ນໄດ້ຮັບການຍົກເວັ້ນພາສີນໍາເຂົ້າ. ຂ້າງເທິງ

ມາດຕາ 41. ການຍົກເວັ້ນພາສີນໍາເຂົ້າເຄື່ອງຮັບໃຊ້ຫ້ອງການ
ເຄື່ອງຮັບໃຊ້ຫ້ອງການ ໃນການລິເລີ່ມສ້າງຕັ້ງວິສາຫະກິດເຊັ່ນ: ຄອມພິວເຕີ, ຈັກພິມດີດ, ຈັກອັດເອກະສານ, ເຄື່ອງແຟັກເອກະສານເປັນຕົ້ນ ແມ່ນອະນຸຍາດໃຫ້ຍົກວັ້ນພາສີນໍາເຂົ້າ ພຽງຄັ້ງດຽວໂດຍສອດຄ່ອງກັບບົດວິພາກເສດຖະກິດ ຫຼື ແຜນດໍາເນີນທຸລະກິດທີ່ຮັບຮອງ ໂດຍຂະແໜງການທີ່ກ່ຽວຂ້ອງ. ສໍາລັບການນໍາເຂົ້າຄັ້ງຕໍ່ໄປໃຫ້ເສັຍພາສີ-ອາກອນ ຕາມກົດໝາຍ. ຂ້າງເທິງ

ມາດຕາ 42. ການຍົກເວັ້ນພາສີນໍາເຂົ້າຍານພາຫະນະ ເພື່ອຮັບໃຊ້ການຜະລິດ
ຍານພາຫະນະທີ່ຮັບໃຊ້ແກ່ການຜະລິດ ແລະ ການບໍລິການໂດຍກົງ ຊຶ່ງສອດຄ່ອງກັບກິດຈະການ ແລະ ໜ້າວຽກຂອງການລົງທຶນ ແມ່ນອະນຸຍາດໃຫ້ນໍາເຂົ້າໂດຍການຍົກເວັ້ນພາສີ. ຈໍານວນພາຫະນະ ທີ່ອະນຸຍາດໃຫ້ຍົກເວັ້ນພາສີນໍາເຂົ້ານັ້ນ ຕ້ອງສອດຄ່ອງກັບບໍລິມາດວຽກງານຕົວຈິງຂອງແຕ່ລະໂຄງການ ທີ່ຂະແໜງການກ່ຽວຂ້ອງໄດ້ຮັບຮອງ.

ການຍົກເວັ້ນພາສີນໍາເຂົ້າຍານພາຫະນະ ເພື່ອຮັບໃຊ້ການຜະລິດ ໃຫ້ປະຕິບັດຕາມລະບຽບການສະເພາະ ຂອງກະຊວງການເງິນ. ຂ້າງເທິງ

ມາດຕາ 43. ການນໍາເຂົ້າຊົ່ວຄາວເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ເຄື່ອງໃຊ້ຫ້ອງການ
ການນໍາເຂົ້າຊົ່ວຄາວເຄື່ອງຈັກ, ເຄື່ອງມື, ອຸປະກອນຮັບໃຊ້ການຜະລິດ, ສໍາຫຼວດອອກແບບ, ກໍ່ສ້າງ ຫຼື ພັດທະນາໂຄງການ ອະນຸຍາດສະເພາະແຕ່ວັດຖຸສິ່ງຂອງ ທີ່ມີອາຍຸການໃຊ້ງານຕະຫຼອດໄລຍະອາຍຸຂອງວຽກງານ ຫຼື ໂຄງການ ແລະ ສາມາດນໍາອອກຄືນໄດ້ຕາມຈໍານວນ ແລະ ຕາມສັນຍາຄໍ້າປະກັນເທົ່ານັ້ນ ຕົວຢ່າງ: ອຸປະກອນຫ້ອງທົດລອງ, ເຄື່ອງປັ່ນໄຟ, ປໍ້ານໍ້າ, ເຄື່ອງມືຊ່າງ, ເຄື່ອງສໍາຮອງໄຟ, ຖັງບັນຈຸນໍ້າ, ຖັງບັນຈຸນໍ້າມັນ, ຖັງຕົ້ມຢາງ, ປໍ້າລົມ, ເຄື່ອງຕັດເຫຼັກ, ເລື່ອຍ, ເຄື່ອງເຈຍ, ເຫຼັກແມ່ແບບ, ໂຄງເຫຼັກນັ່ງຮ້ານ ແລະອື່ນໆ.

ສ່ວນວັດຖຸສິ່ງຂອງ, ວັດຖຸອຸປະກອນ ມາຮັບໃຊ້ໃນການກໍ່ສ້າງ ແລະ ສ້ອມແປງ, ເຄື່ອງອາໄຫຼ່ທີ່ນໍາໃຊ້ໝົດໄປ ຫຼື ຫຼຸ້ຍຫ້ຽນໄປຈາກສະພາບເດີມ ທີ່ບໍ່ສາມາດນໍາອອກຄືນໄດ້ຕາມຈໍານວນ ແລະ ສະພາບເດີມຈາກໃນເວລານໍາເຂົ້າ ເນື່ອງຈາກການໃຊ້ງານໃນໂຄງການນັ້ນ ແມ່ນບໍ່ອະນຸຍາດນໍາເຂົ້າຊົ່ວຄາວ ຕົວຢ່າງ: ເຫຼັກເສັ້ນ, ຊີມັງ, ທູບຈອດ, ຫີນເຈຍ, ຢາງຕີນລົດ, ເຄື່ອງອາໄຫລ່ປ່ຽນຖ່າຍພາຍໃນເຄື່ອງຈັກ, ອຸປະກອນ ແລະອື່ນໆ. ຂ້າງເທິງ

ມາດຕາ 44. ການນໍາເຂົ້າຊົ່ວຄາວພາຫະນະ
ນິຕິບຸກຄົນພາຍໃນ ແລະ ນິຕິບຸກຄົນຕ່າງປະເທດ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາກັບລັດຖະບານ ໃນການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ສໍາຫຼວດ ແລະ ອອກແບບຂອງໂຄງການ ສາມາດນໍາເຂົ້າຊົ່ວຄາວພາຫະນະຮັບໃຊ້ການຜະລິດ ທາງກົງ ແລະ ທາງອ້ອມ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍວ່າດ້ວຍພາສີ.

ສໍາລັບນິຕິບຸກຄົນຕ່າງປະເທດ ທີ່ຈະນໍາເຂົ້າຊົ່ວຄາວພາຫະນະໄດ້ນັ້ນ ຕ້ອງໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າຢູ່ ສປປ ລາວ ໂດຍສອດຄ່ອງກັບ ມາດຕາ 27 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 45. ນະໂຍບາຍການເຂົ້າເຖິງແຫຼ່ງທຶນ
ສໍາລັບວິສາຫະກິດທີ່ຕ້ອງການກູ້ຢືມເງິນ ຈາກແຫຼ່ງທຶນພາຍໃນ ຕ້ອງຖອກທຶນຈົດທະບຽນເບື້ອງຕົ້ນ ຂອງວິສາຫະກິດຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງດໍາລັດສະບັບນີ້ສາກ່ອນ.

ວິສາຫະກິດສາມາດກູ້ຢືມເງິນນໍາທະນາຄານທຸລະກິດ ແລະ ສະຖາບັນການເງິນຢູ່ ສປປ ລາວ ຕາມລະບຽບການຂອງທະນາຄານທຸລະກິດກ່ຽວຂ້ອງ ແລະ ຢູ່ຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຂອງທະນາຄານແຫ່ງ ສປປ ລາວ. ຂ້າງເທິງ

ມາດຕາ 46. ນະໂຍບາຍສົ່ງເສີມສະເພາະ
ວິສາຫະກິດທີ່ຈະໄດ້ຮັບນະໂຍບາຍສົ່ງເສີມສະເພາະ ຕາມມາດຕາ 54 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແມ່ນກິດຈະການສົ່ງເສີມລະດັບທີ 1 ຂອງເອກະສານຊ້ອນທ້າຍ ເລກທີ 1 ຂອງດໍາລັດສະບັບນີ້. ຂ້າງເທິງ

ໝວດທີ 9
ການສົ່ງເສີມດ້ານຂໍ້ມູນຂ່າວສານ ແລະ ສິດນໍາໃຊ້ທີ່ດິນ

ມາດຕາ 47. ການສົ່ງເສີມດ້ານຂໍ້ມູນຂ່າວສານ
ການສົ່ງເສີມຂໍ້ມູນດ້ານຂ່າວສານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 57 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແມ່ນຜູ້ລົງທຶນພາຍໃນ, ຜູ້ລົງທຶນຕ່າງປະເທດ ແລະ ວິສາຫະກິດ ສາມາດຮັບຂໍ້ມູນຂ່າວສານການລົງທຶນ ໂດຍຜ່ານລະບົບເວັບໄຊທ໌ ແລະ ຈາກຫ້ອງການບໍລິການການລົງທຶນປະຕູດຽວ ນໍາຂະແໜງການແຜນການ ແລະ ການລົງທຶນ, ຂະແໜງການອຸດສາຫະກໍາ ແລະ ການຄ້າຂັ້ນສູນກາງ ແລະ ທ້ອງຖິ່ນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ສະຖານທູດລາວ, ກົງສູນລາວ ຫຼື ຫ້ອງການຜູ້ຕາງໜ້າທາງດ້ານການຄ້າລາວ ປະຈໍາຢູ່ຕ່າງປະເທດ. ຂ້າງເທິງ

ມາດຕາ 48. ການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ
ການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 58 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໝາຍເຖິງການອະນຸຍາດໃຫ້ຜູ້ລົງທຶນຕ່າງປະເທດ ຊື້ສິດນໍາໃຊ້ທີ່ດິນນໍາລັດສູງສຸດບໍ່ເກີນ ແປດຮ້ອຍຕາແມັດ ເພື່ອປຸກສ້າງເປັນທີ່ຢູ່ອາໄສ ຫຼື ສໍານັກງານຫ້ອງການຂອງວິສາຫະກິດ. ນອກຈາກທີ່ດິນທີ່ຜູ້ລົງທຶນຕ່າງປະເທດໄດ້ເຊົ່າ ຫຼື ສໍາປະທານນໍາລັດ ຫຼື ເຊົ່າຈາກພົນລະເມືອງລາວ ເພື່ອດໍາເນີນທຸລະກິດຕາມລະບຽບການ ແລະ ກົດໝາຍ. ຂ້າງເທິງ

ມາດຕາ 49. ການຂໍນະໂຍບາຍສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ
ຜູ້ລົງທຶນຕ່າງປະເທດທີ່ລົງທຶນພັດທະນາໂຄງການຕ່າງໆ ໃນ ສປປ ລາວ ຫາກມີຈຸດປະສົງຊື້ສິດນໍາໃຊ້ທີ່ດິນຈາກລັດ ທີ່ໄດ້ຈັດສັນໄວ້ແລ້ວນັ້ນ ໃຫ້ຍື່ນຄໍາຮ້ອງພ້ອມດ້ວຍເອກະສານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ: ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານ ແລະ ເອກະສານອື່ນໆ ຕໍ່ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ບ່ອນທີ່ດິນຕັ້ງຢູ່ ໂດຍມີຄວາມເຫັນຢັ້ງຢືນຈາກຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ ບ່ອນອອກໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານ. ບໍ່ວ່າໃນກໍລະນີໃດກໍຕາມ ບໍ່ອະນຸຍາດໃຫ້ຜູ້ລົງທຶນຕ່າງປະເທດ ຊື້ສິດນໍາໃຊ້ທີ່ດິນທີ່ລັດບໍ່ໄດ້ຈັດສັນ ຫຼື ຊື້ໂດຍກົງຈາກບຸກຄົນ ຫຼື ນິຕິບຸກຄົນທີ່ເປັນພົນລະເມືອງລາວ. ຂ້າງເທິງ

ມາດຕາ 50. ເງື່ອນໄຂການຂໍຊື້ສິດນໍາໃຊ້ທີ່ດິນຂອງຜູ້ລົງທຶນຕ່າງປະເທດ
ຜູ້ລົງທຶນຕ່າງປະເທດທີ່ລົງທຶນພັດທະນາໂຄງການຕ່າງໆ ໃນ ສປປ ລາວ ຫາກມີຈຸດປະສົງຊື້ສິດນໍາໃຊ້ທີ່ດິນຈາກລັດ ຕ້ອງມີເງື່ອນໄຂດັ່ງນີ້:

  1. ຕ້ອງມີທຶນຈົດທະບຽນ ແຕ່ຫ້າແສນໂດລາສະຫະລັດຂຶ້ນໄປ ໂດຍມີການຢັ້ງຢືນມູນຄ່າທຶນນໍາເຂົ້າຕົວຈິງຄົບຖ້ວນ ຕາມຈໍານວນທຶນຈົດທະບຽນດັ່ງກ່າວ ຈາກທະນາຄານແຫ່ງ ສປປ ລາວ;
  2. ຕ້ອງແມ່ນທີ່ດິນທີ່ລັດໄດ້ຈັດສັນໄວ້ ແລະ ມີຂອບເຂດເນື້ອທີ່ດິນບໍ່ເກີນ ແປດຮ້ອຍຕາແມັດ ເທົ່ານັ້ນ;
  3. ຕ້ອງນໍາໃຊ້ເພື່ອປຸກສ້າງເປັນທີ່ຢູ່ອາໄສ ຫຼື ສໍານັກງານຫ້ອງການ ຮັບໃຊ້ໃນການດໍາເນີນທຸລະກິດຂອງຕົນ;
  4. ອະນຸຍາດໃຫ້ຊື້ສິດນໍາໃຊ້ທີ່ດິນນໍາລັດ ພຽງເທື່ອດຽວຕໍ່ໜຶ່ງວິສາຫະກິດ ໂດຍບໍ່ຂຶ້ນກັບຈໍານວນຫົວໜ່ວຍວິສາຫະກິດ ທີ່ສ້າງຕັ້ງຢູ່ ສປປ ລາວ; ໃນກໍລະນີວິສາຫະກິດໃດໜຶ່ງຫາກມີຜູ້ຖືຮຸ້ນ ຫຼາຍກວ່າສອງຂາຮຸ້ນຂຶ້ນໄປ ຫຼື ມີການຂະຫຍາຍສາຂາການລົງທຶນ ກໍອະນຸຍາດໃຫ້ຊື້ສິດນໍາໃຊ້ທີ່ດິນ ໃນນາມນິຕິບຸກຄົນດຽວ ແລະ ຊື້ສິດນໍາໃຊ້ທີ່ດິນນໍາລັດໄດ້ເທື່ອດຽວເທົ່ານັ້ນ. ຂ້າງເທິງ

ມາດຕາ 51.  ການພິຈາລະນາການຂໍຊື້ສິດນໍາໃຊ້ທີ່ດິນຂອງຜູ້ລົງທຶນຕ່າງປະເທດ
ຫຼັງຈາກອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ໄດ້ຮັບຄໍາຮ້ອງຂອງຜູ້ລົງທຶນຕ່າງປະເທດ ທີ່ຂໍຊື້ສິດນໍາໃຊ້ທີ່ດິນແລ້ວ ຕ້ອງກວດກາເບິ່ງເອກະສານຕ່າງໆ ແລະ ເງື່ອນໄຂຂອງຜູ້ລົງທຶນທີ່ສະເໜີມານັ້ນ ຖືກຕ້ອງ ແລະ ຄົບຖ້ວນຕາມ ມາດຕາ 58 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ມາດຕາ 49 ແລະ 50 ຂອງດໍາລັດສະບັບນີ້ ຖ້າຖືກຕ້ອງ ແລະ ຄົບຖ້ວນແລ້ວ ແມ່ນໃຫ້ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ບ່ອນທີ່ດິນຕັ້ງຢູ່ນັ້ນ ລົງກວດກາເບິ່ງພື້ນທີ່ຕົວຈິງ ໂດຍສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ພາຍໃນແຂວງ, ນະຄອນ ແລ້ວນໍາສະເໜີລາຍງານຄະນະນໍາອົງການປົກຄອງແຂວງ, ນະຄອນ ພິຈາລະນາຕົກລົງຕາມລະບຽບການ.

ຫຼັງຈາກຄະນະນໍາອົງການປົກຄອງແຂວງ, ນະຄອນ ພິຈາລະນາຕົກລົງແລ້ວ ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ບ່ອນທີ່ດິນຕັ້ງຢູ່ນັ້ນ ຈຶ່ງອອກໃບຕາມດິນໃຫ້ຜູ້ລົງທຶນຕ່າງປະເທດ ທີ່ສະເໜີຊື້ສິດນໍາໃຊ້ທີ່ດິນນັ້ນ ໂດຍກໍານົດຊື່ບຸກຄົນ ຫຼື ນິຕິບຸກຄົນ ແລະ ກໍານົດອາຍຸສິດນໍາໃຊ້ທີ່ດິນໃສ່ໃນໃບຕາດິນດັ່ງກ່າວ. ຂ້າງເທິງ

ມາດຕາ 52. ສິດຜົນປະໂຫຍດຂອງຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ
ຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ ມີສິດຜົນປະໂຫຍດດັ່ງນີ້:

  1. ນໍາໃຊ້ທີ່ດິນຕາມເປົ້າໝາຍທີ່ໄດ້ຮັບອະນຸຍາດ ຕາມກໍານົດເວລາທີ່ກໍານົດໄວ້ ໃນສັນຍາສໍາປະທານ ຫຼື ລະບຽບກົດໝາຍຂອງ ສປປ ລາວ ກໍານົດໄວ້ສະເພາະ; ສໍາລັບຜູ້ລົງທຶນຕ່າງປະເທດ ທີ່ລົງທຶນໃນກິດຈະການທົ່ວໄປ ອາຍຸຂອງສິດນໍາໃຊ້ທີ່ດິນແມ່ນ ໃຫ້ປະຕິບັດຕາມກໍານົດເວລາເຊົ່າ ຫຼື ສໍາປະທານທີ່ດິນຕາມທີ່ກໍານົດໄວ້ ໃນກົດໝາຍວ່າດ້ວຍທີ່ດິນ ດ້ວຍການກໍານົດອາຍຸສິດນໍາໃຊ້ທີ່ດິນ ໄວ້ໃນໃບຕາດິນຄັກແນ່;
  2. ມອບໂອນສິດນໍາໃຊ້ທີ່ດິນຂອງຕົນໃຫ້ຜູ້ລົງທຶນອື່ນ ທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 50 ຂອງດໍາລັດສະບັບນີ້ ຊຶ່ງຕ້ອງໄດ້ຮັບການຢັ້ງຢືນ ຈາກຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ. ສໍາລັບອາຍຸຂອງສິດນໍາໃຊ້ທີ່ດິນ  ຂອງຜູ້ທີ່ໄດ້ຮັບຊ່ວງຕໍ່ຈາກຜູ້ລົງທຶນຕ່າງປະເທດນັ້ນ ແມ່ນບໍ່ໃຫ້ເກີນອາຍຸທີ່ຍັງເຫຼືອທີ່ໄດ້ກໍານົດໄວ້ໃນໃບຕາດິນ;
  3. ເອົາສິດນໍາໃຊ້ທີ່ດິນຂອງຕົນ ໄປຄໍ້າປະກັນການກູ້ຢືມຈາກທະນາຄານ ຫຼື ສະຖາບັນການເງິນທີ່ເຄື່ອນໄຫວຖືກຕ້ອງ ໃນ ສປປ ລາວ;
  4. ໂອນ ຫຼື ຂາຍສິ່ງປຸກສ້າງທີ່ເປັນກໍາມະສິດຂອງຕົນນັ້ນ ໃຫ້ບຸກຄົນ ຫຼື ນິຕິບຸກຄົນອື່ນ ໂດຍຖືກຕ້ອງຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 53. ພັນທະຂອງຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ
ຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບສິດນໍາໃຊ້ທີ່ດິນ ມີພັນທະດັ່ງນີ້:

  1. ຊໍາລະຄ່າຊື້ສິດນໍາໃຊ້ທີ່ດິນໃຫ້ລັດເທື່ອດຽວ ຕາມລາຄາທ້ອງຕະຫຼາດບ່ອນທີ່ດິນຕັ້ງຢູ່ ໃນເວລາຊື້ສິດນໍາໃຊ້ທີ່ດິນ;
  2. ຕ້ອງນໍາໃຊ້ທີ່ດິນຕາມເປົ້າໝາຍ, ເສັຍຄ່າທໍານຽມການໂອນສິດນໍາໃຊ້ທີ່ດິນ, ຄ່າທໍານຽມນໍາໃຊ້ທີ່ດິນໃນແຕ່ລະປີ ຕາມອັດຕາທີ່ກໍານົດໄວ້ ໃນລະບຽບການ ແລະ ກົດໝາຍຂອງ ສປປ ລາວ;
  3. ບໍ່ສ້າງຄວາມເສຍຫາຍໃຫ້ແກ່ຄຸນນະພາບດິນ, ບໍ່ສ້າງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດ ຫຼື ສັງຄົມ;
  4. ບໍ່ລະເມີດສິດ ແລະ ຜົນປະໂຫຍດຂອງຜູ້ອື່ນ;
  5. ພາຍໃນກໍານົດສີ່ສິບຫ້າວັນ ກ່ອນໝົດອາຍຸສິດນໍາໃຊ້ທີ່ດິນ ຜູ້ລົງທຶນຕ້ອງສະເໜີຕໍ່ອົງການຄຸ້ມຄອງທີ່ດິນປະຈໍາແຂວງ, ນະຄອນ ກ່ຽວກັບຈຸດປະສົງໃນການນໍາໃຊ້ສິ່ງປຸກສ້າງ ທີ່ເປັນກໍາມະສິດຂອງຕົນ ໃນດິນຕອນດັ່ງກ່າວ ໂດຍໃຫ້ປະຕິບັດຕາມແຕ່ລະກໍລະນີດັ່ງນີ້:
  • ໃນກໍລະນີຜູ້ລົງທຶນຕ້ອງການສືບຕໍ່ນໍາໃຊ້ສິ່ງປຸກສ້າງ ທີ່ເປັນກໍາມະສິດຂອງຕົນ ແຕ່ອາຍຸຂອງສິດນໍາໃຊ້ທີ່ດິນທີ່ໄດ້ກໍານົດໄວ້ໃນໃບຕາດິນ ໄດ້ສິ້ນສຸດແລ້ວ, ຜູ້ລົງທຶນຕ້ອງເຊົ່າ ຫຼື ຊື້ສິດນໍາໃຊ້ທີ່ດິນ ບ່ອນທີ່ສິ່ງປຸກສ້າງຂອງຕົນຕັ້ງຢູ່ນັ້ນນໍາລັດ ໂດຍການຊໍາລະຄ່າຊື້ສິດນໍາໃຊ້ທີ່ດິນໃຫ້ລັດ ຕາມລາຄາທ້ອງຕະຫຼາດໃນເວລານັ້ນ ແລະ ປະຕິບັດຕາມຂັ້ນຕອນຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 51 ຂອງດໍາລັດສະບັບນີ້. ສໍາລັບອາຍຸສິດນໍາໃຊ້ທີ່ດິນ ທີ່ຊື້ຈາກລັດ ໃນກໍລະນີທີ່ຕ້ອງການສືບຕໍ່ນໍາໃຊ້ສິ່ງປຸກສ້າງຂອງຕົນ ແມ່ນບໍ່ເກີນອາຍຸການລົງທຶນທີ່ໄດ້ຕໍ່ນັ້ນ.
  • ໃນກໍລະນີຜູ້ລົງທຶນຕ່າງປະເທດຕ້ອງການໂອນ ຫຼື ຂາຍສິ່ງປຸກສ້າງ ທີ່ເປັນກໍາມະສິດຂອງຕົນໃນທີ່ດິນດັ່ງກ່າວ ໃຫ້ບຸກຄົນທົ່ວໄປ ຫຼື ຜູ້ລົງທຶນອື່ນຕ້ອງເສຍຄ່າທໍານຽມຕ່າງໆ ຖືກຕ້ອງຕາມກົດໝາຍ ແລະ ລະບຽບນິຕິກໍາຂອງ ສປປ ລາວ. ຖ້າຜູ້ຊື້ສິ່ງປຸກສ້າງຕໍ່ ຫາກເປັນບຸກຄົນທົ່ວໄປ ຕ້ອງໄດ້ເຊົ່າທີ່ດິນນໍາລັດ, ແຕ່ຖ້າຜູ້ຊື້ສິ່ງປຸກສ້າງຕໍ່ ເປັນຜູ້ລົງທຶນຕ່າງປະເທດທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 50 ຂອງດໍາລັດສະບັບນີ້ ສາມາດເຊົ່າດິນ ຫຼື ຊື້ສິດນໍາໃຊ້ທີ່ດິນດັ່ງກ່າວນໍາລັດ ໂດຍໄດ້ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ໃນ ມາດຕາ 49 ຂອງດໍາລັດສະບັບນີ້ ແລະ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ສໍາລັບອາຍຸໃນການເຊົ່າ ຫຼື ອາຍຸສິດນໍາໃຊ້ທີ່ດິນຂອງຜູ້ຊື້ສິ່ງປຸກສ້າງຕໍ່ນັ້ນ ແມ່ນໃຫ້ປະຕິບັດຄືກັບເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາ 52 ຂໍ້ 1 ຂອງດໍາລັດສະບັບນີ້. ໃນກໍລະນີຜູ້ລົງທຶນບໍ່ສາມາດຂາຍສິ່ງປຸກສ້າງ ໃນຕອນດິນດັ່ງກ່າວໄດ້ ພາຍໃນກໍານົດໜຶ່ງປີ ນັບແຕ່ວັນແຈ້ງຈຸດປະສົງຂອງຕົນ ຕໍ່ອົງການຄຸ້ມຄອງທີ່ດິນເປັນຕົ້ນໄປ ຫຼື ພາຍໃນກໍານົດ ໜຶ່ງປີ ທີ່ອາຍຸຂອງສິດນໍາໃຊ້ທີ່ດິນດັ່ງກ່າວສິ້ນສຸດ ຖືວ່າສິດນໍາໃຊ້ທີ່ດິນພ້ອມດ້ວຍສິ່ງປຸກສ້າງ ໃນທີ່ດິນດັ່ງກ່າວໄດ້ກາຍເປັນຂອງລັດ;
  1. ປະຕິບັດຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ. ຂ້າງເທິງ

ໝວດທີ 10
ການຄຸ້ມຄອງຜູ້ລົງທຶນ ແລະ ຄອບຄົວຂອງຜູ້ລົງທຶນຕ່າງປະເທດ ທີ່ມາລົງທຶນຢູ່ ສປປ ລາວ

ມາດຕາ 54. ການຂໍອະນຸຍາດນໍາເຂົ້າແຮງງານ ແລະ ຂຶ້ນທະບຽນແຮງງານຕ່າງປະເທດ
ການວ່າຈ້າງແຮງງານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 66 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ວິສາຫະກິດທີ່ມີຈຸດປະສົງຂໍອະນຸຍາດ ນໍາເຂົ້າແຮງງານຕ່າງປະເທດ ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ສະເໜີແຜນຄວາມຕ້ອງການແຮງງານຕ່າງປະເທດ ຂອງໂຄງການລົງທຶນຕ່າງໆ ນໍາຂະແໜງການແຜນການ ແລະ ການລົງທຶນ;
  2. ສະເໜີຂໍອະນຸຍາດນໍາເຂົ້າຈໍານວນແຮງງານຕ່າງປະເທດ ນໍາຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ;
  3. ສະເໜີຜ່ານລາຍຊື່ຜູ້ອອກແຮງງານຕ່າງປະເທດ ນໍາຂະແໜງການປ້ອງກັນຄວາມສະຫງົບຂອງ ສປປ ລາວ;
  4. ສະເໜີຜ່ານກະຊວງການຕ່າງປະເທດ ເພື່ອຂໍວີຊາທຸລະກິດ ຢູ່ສະຖານທູດລາວ ຫຼື ສະຖານກົງສູນລາວຢູ່ຕ່າງປະເທດ, ຍົກເວັ້ນໃນກໍລະນີຈໍາເປັນ ສາມາດຂໍວີຊາຢູ່ກັບດ່ານສາກົນໄດ້.

ວິສາຫະກິດທີ່ມີຈຸດປະສົງ ຂໍອະນຸຍາດຂຶ້ນທະບຽນແຮງງານ ໃຫ້ແກ່ແຮງງານຕ່າງປະເທດທີ່ໄດ້ເຂົ້າມາ ສປປ ລາວ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ຂໍອະນຸຍາດເຮັດບັດເຮັດວຽກ ນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼື ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນ;
  2. ຂໍຂຶ້ນທະບຽນພັກເຊົາ ຫຼື ຂໍອະນຸຍາດເຮັດບັດພັກເຊົາຊົ່ວຄາວຢູ່ ສປປ ລາວ ນໍາກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ;
  3. ຂໍອະນຸຍາດວີຊາເຂົ້າ-ອອກ ສປປ ລາວ ຫຼາຍເທື່ອນໍາກະຊວງການຕ່າງປະເທດຂອງ ສປປ ລາວ.

ຂັ້ນຕອນການຂໍອະນຸຍາດນໍາເຂົ້າແຮງງານ ແລະ ຂຶ້ນທະບຽນແຮງງານຕ່າງປະເທດດັ່ງກ່າວຂ້າງເທິງນີ້ ສາມາດຍື່ນຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນ. ຂ້າງເທິງ

ມາດຕາ 55. ເງື່ອນໄຂ ແລະ ຂັ້ນຕອນຂອງຜູ້ຂໍວີຊາທຸລະກິດ
ຜູ້ລົງທຶນຕ່າງປະເທດ ພ້ອມດ້ວຍສະມາຊິກຄອບຄົວ, ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຮອງອໍານວຍການ ທີ່ມີຈຸດປະສົງຂໍອະນຸຍາດເອົາວີຊາທຸລະກິດ ເພື່ອເຂົ້າມາເຮັດວຽກໃນວິສາຫະກິດທີ່ຕັ້ງຢູ່ ສປປ ລາວ ຕ້ອງມີເງື່ອນໄຂດັ່ງນີ້:

  • ເປັນຜູ້ລົງທຶນທີ່ຖືກຕ້ອງຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ;
  • ຜູ້ຖືຮຸ້ນ, ອໍານວຍການ, ຮອງອໍານວຍການ ຕ້ອງມີລາຍຊື່ຢູ່ໃນກົດລະບຽບ ຫຼື ໂຄງຮ່າງການຈັດຕັ້ງຂອງວິສາຫະກິດ ຮັບຮອງໂດຍຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  • ມີຊີວະປະຫວັດຈະແຈ້ງ, ບໍ່ຫຼົບຫຼີກຄະດີ ເພື່ອເຂົ້າມາລົງທຶນຢູ່ ສປປ ລາວ;
  • ຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງ ສປປ ລາວ;
  • ມີສຸຂະພາບສົມບູນ, ບໍ່ມີພະຍາດຕິດແປດ ຊຶ່ງອົງການອະນາໄມໂລກ ຫ້າມເຄື່ອນຍ້າຍ.

ຜູ້ລົງທຶນ ພ້ອມດ້ວຍສະມາຊິກຄອບຄົວ, ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ ທີ່ມີຈຸດປະສົງຂໍອະນຸຍາດວີຊາທຸລະກິດ ໃຫ້ປະກອບແບບພິມຕາມທີ່ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນກໍານົດ. ຂ້າງເທິງ

ມາດຕາ 56. ການຂໍອະນຸຍາດຂຶ້ນທະບຽນ ຫຼື ເຮັດບັດພັກເຊົາໃຫ້ຜູ້ລົງທຶນ ພ້ອມດ້ວຍສະມາຊິກຄອບຄົວ, ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຮອງອໍານວຍການ, ນັກຊ່ຽວຊານ, ນັກວິຊາການ
ວິສາຫະກິດທີ່ມີຈຸດປະສົງຂໍຂຶ້ນທະບຽນ ແລະ ຂໍອະນຸຍາດເຮັດບັດພັກເຊົາໃຫ້ຜູ້ລົງທຶນ ພ້ອມດ້ວຍສະມາຊິກຄອບຄົວ, ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ນັກຊ່ຽວຊານ, ນັກວິຊາການຊອງວິສາຫະກິດຕົນ ໃຫ້ແຈ້ງບັນຊີລາຍຊື່ຈໍານວນບຸກຄົນດັ່ງກ່າວ ພ້ອມທັງລະບຸຕໍາແໜ່ງງານ, ສັນຊາດ, ກໍານົດເວລາເຮັດວຽກຢູ່ ສປປ ລາວ ແລ້ວສະເໜີຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂອງຂະແໜງການແຜນການ ແລະ ການລົງທຶນ ເພື່ອພິຈາລະນາ.

ວິສາຫະກິດທີ່ບໍ່ປະຕິບັດຕາມເງື່ອນໄຂຂ້າງເທິງນີ້ ແມ່ນບໍ່ອະນຸຍາດໃຫ້ເຮັດບັດພັກເຊົາ ເພື່ອຢູ່ ສປປ ລາວ ຢ່າງເດັດຂາດ. ຂ້າງເທິງ

ມາດຕາ 57. ການພິຈາລະນາອອກບັດພັກເຊົາ ແລະ ການຕໍ່ອາຍຸບັດ
ການພິຈາລະນາອອກບັດພັກເຊົາ ແລະ ການຕໍ່ອາຍຸບັດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 67 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແມ່ນໃຫ້ປະຕິບັດຕາມດໍາລັດວ່າດ້ວຍ ການຄຸ້ມຄອງການເຂົ້າ-ອອກ ສປປ ລາວ ແລະ ການຄຸ້ມຄອງຄົນຕ່າງປະເທດ ສະບັບເລກທີ 136/ນຍ, ລົງວັນທີ 25 ພຶດສະພາ 2009. ຂ້າງເທິງ

ມາດຕາ 58. ພັນທະຂອງຜູ້ລົງທຶນ
ພັນທະກ່ຽວກັບການຖືບັນຊີ ແລະ ການເສັຍພາສີ, ອາກອນຂອງຜູ້ລົງທຶນ ຕາມທີ່ໄດ້ກໍານົດໄວ່ໃນ ມາດຕາ 69 ຂໍ້ 1 ແລະ ຂໍ້ 2 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດດັ່ງນີ້:

  • ຕ້ອງໄດ້ແຈ້ງເສັຍອາກອນໃຫ້ຄົບຖ້ວນ ຕາມການເຄື່ອນໄຫວທຸລະກິດຕົວຈິງ ແລະ ຖືກຕ້ອງຕາມເງື່ອນໄຂ, ກໍານົດເວລາທີ່ກໍານົດໄວ້ຢູ່ໃນ ກົດໝາຍວ່າດ້ວຍສ່ວຍສາອາກອນ;
  • ຕ້ອງນໍາໃຊ້ໃບເກັບເງິນ ໂດຍສອດຄ່ອງກັບດໍາລັດວ່າດ້ວຍໃບເກັບເງິນ;
  • ຖືບັນຊີຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການບັນຊີຂອງ ສປປ ລາວ. ໃນກໍລະນີທີ່ຈໍາເປັນ ກໍສາມາດນໍາໃຊ້ລະບົບບັນຊີອື່ນ ທີ່ສາກົນຮັບຮູ້ ແຕ່ຕ້ອງໄດ້ຮັບການເຫັນດີຈາກຂະແໜງການການເງິນ;
  • ຕ້ອງສະຫຼຸບບັນຊີການເຄື່ອນໄຫວທຸລະກິດຂອງປີຜ່ານມາ ແລະ ສ້າງແຜນການເຄື່ອນໄຫວທຸລະກິດ ພ້ອມທັງແຜນການມອບພັນທະຂອງປີຕໍ່ໄປ ແຈ້ງຕໍ່ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ກ່ອນວັນທີ 31 ມີນາ ຂອງທຸກໆປີ ພ້ອມທັງສະເໜີຂໍໃບຢັ້ງຢືນ ການເສັຍອາກອນປະຈໍາປີ ເພື່ອປະກອບໃສ່ສໍານວນເອກະສານ ທາງລັດຖະການຕ່າງໆ; ຂ້າງເທິງ

ໝວດທີ 11
ການແບ່ງຂັ້ນໃນການຄຸ້ມຄອງ

ມາດຕາ 59. ການແບ່ງຂັ້ນໃນການຄຸ້ມຄອງການລົງທຶນ
ອົງການຄຸ້ມຄອງການລົງທຶນ ແບ່ງອອກເປັນສອງຂັ້ນ: ຂັ້ນສູນກາງ ແລະ ທ້ອງຖິ່ນ.

  • ອົງການຄຸ້ມຄອງການລົງທຶນຂັ້ນສູນກາງ ປະກອບດ້ວຍກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອຊີ້ນໍາໂຄງການສ້າງເຂດເສດຖະກິດພິເສດຢູ່ ສປປ ລາວ ແລະ ບັນດາກະຊວງ-ອົງການທີ່ກ່ຽວຂ້ອງຂັ້ນສູນກາງ ພາຍໃຕ້ການຊີ້ນໍາຂອງລັດຖະບານ;
  • ອົງການຄຸ້ມຄອງການລົງທຶນຂັ້ນທ້ອງຖິ່ນ ປະກອບດ້ວຍພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງທ້ອງຖິ່ນ.

ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອຊີ້ນໍາໂຄງການສ້າງເຂດເສດຖະກິດພິເສດຢູ່ ສປປ ລາວ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂັ້ນສູນກາງມີສິດ ແລະ ໜ້າທີ່ປະຕິບັດຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 86, 90 ແລະ 91 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ບັນດາພະແນກທີ່ກ່ຽວຂ້ອງຂອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 87, 88 ແລະ 91 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ຂ້າງເທິງ

ມາດຕາ 60. ຄວາມຮັບຜິດຊອບຂອງອົງການຄຸ້ມຄອງການລົງທຶນ
ອົງການຄຸ້ມຄອງການລົງທຶນໃນແຕ່ລະຂັ້ນ ມີຄວາມຮັບຜິດຊອບດັ່ງນີ້:

  • ຂັ້ນສູນກາງ: ຮັບຜິດຊອບໃນາກນຄຸ້ມຄອງມະຫາພາກ, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານການສົ່ງເສີມການລົງທຶນ ຂອງຂັ້ນທ້ອງຖິ່ນ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ;
  • ຂັ້ນທ້ອງຖິ່ນ: ເປັນຜູ້ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນກ່ຽວກັບການລົງທຶນ ທີ່ຂຶ້ນກັບຂອບເຂດຄວາມຮັບຜິດຊອບຂອງຕົນ ລວມທັງບັນດາໂຄງການ ຫຼື ກິດຈະການທີ່ສູນກາງອະນຸຍາດ ທີ່ຢູ່ໃນທ້ອງຖິ່ນຕົນ ໂດຍປະສານສົມທັບກັບຂະແໜງການອື່ນທີ່ກ່ຽວຂ້ອງ ພາຍໃນແຂວງແລ້ວລາຍງານໃຫ້ຂັ້ນສູນກາງຮັບຊາບ. ຂ້າງເທິງ

ມາດຕາ 61. ການຄຸ້ມຄອງຂອງຂະແໜງການກ່ຽວຂ້ອງ
ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາບັນດາໂຄງການ ຫຼື ກິດຈະການລົງທຶນທາງດ້ານເຕັກນິກ-ວິຊາການ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຂອງຕົນ ພ້ອມທັງລາຍງານການປະເມີນຜົນ ໃຫ້ຂະແໜງການທີ່ອອກອະນຸຍາດເປັນແຕ່ລະໄລຍະ. ຂ້າງເທິງ

ໝວດທີ 12
ສະຫຼຸບ ແລະ ລາຍງານຂໍ້ມູນກ່ຽວກັບການລົງທຶນ

ມາດຕາ 62. ການສະຫຼຸບຂໍ້ມູນ
ການສະຫຼຸບ ແລະ ລາຍງານກ່ຽວກັບວຽກງານການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 86 ຂໍ້ 9 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ຂະແໜງການແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການການເງິນ, ທະນາຄານແຫ່ງ ສປປ ລາວ ກໍານົດກົນໄກເກັບກໍາຂໍ້ມູນ ກ່ຽວກັບວຽກງານການລົງທຶນ ໃນຂອບເຂດທົ່ວປະເທດ ໂດຍກໍານົດແບບພິມການເກັບກໍາສະຖິຕິການລົງທຶນ ຢ່າງເປັນລະບົບ ແລະ ໃຫ້ເປັນເອກະພາບ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

  • ຂະແໜງການແຜນການ ແລະ ການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຜູ້ເກັບກໍາຂໍ້ມູນການລົງທຶນ ຫຼື ສະຖິຕິການລົງທຶນຂອງກິດຈະການສໍາປະທານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  • ຂະແໜງການອຸດສາຫະກໍາ ແລະ ການຄ້າຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຜູ້ເກັບກໍາສະຖິຕິການລົງທຶນ ໃນກິດຈະການທົ່ວໄປ ແລະ ເປັນຖານຂໍ້ມູນແຫ່ງຊາດ ກ່ຽວກັບຫົວໜ່ວຍວິສາຫະກິດ;
  • ຂະແໜງການການເງິນຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຜູ້ເກັບກໍາສະຖິຕິກ່ຽວກັບການເສັຍອາກອນກໍາໄລ, ເຄື່ອງຈັກ, ພາຫະນະຮັບໃຊ້ການຜະລິດທາງກົງ, ການນໍາເຂົ້າອື່ນໆ ຂອງບັນດາວິສາຫະກິດທີ່ໄດ້ຮັບ ແລະ ບໍ່ໄດ້ຮັບນະໂຍບາຍສົ່ງເສີມ;
  • ທະນາຄານແຫ່ງ ສປປ ລາວ ເປັນຜູ້ເກັບກໍາຂໍ້ມູນການນໍາເຂົ້າທຶນຂອງບັນດາວິສາຫະກິດ. ຂ້າງເທິງ

ມາດຕາ 63. ການລາຍງານວຽກງານການລົງທຶນ
ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການການເງິນ, ທະນາຄານແຫ່ງ ສປປລາວ ຕ້ອງສັງລວມຂໍ້ມູນສະຖິຕິ ແລະ ສະພາບການຈັດຕັ້ງປະຕິບັດວຽກງານການລົງທຶນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເປັນປະຈໍາແຕ່ລະເດືອນ, ສາມເດືອນ, ຫົກເດືອນ ແລະ ປະຈໍາປີ ສົ່ງໃຫ້ຂະແໜງການແຜນການ ແລະ ການລົງທຶນ ເພື່ອສັງລວມ ແລະ ລາຍງານຕໍ່ລັດຖະບານ.

ໃນກໍລະນີຈໍາເປັນ ທຸກພາກສ່ວນທີ່ຮັບຜິດຊອບຕໍ່ວຽກງານການລົງທຶນ ຕ້ອງໄດ້ສະຫຼຸບສັງລວມຂໍ້ມູນສະຖິຕິ ແລະ ສະພາບການຈັດຕັ້ງປະຕິບັດວຽກງານການລົງທຶນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃນແຕ່ລະໄລຍະ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ຂ້າງເທິງ

ມາດຕາ 64. ການລາຍງານການເຄື່ອນໄຫວຂອງວິສາຫະກິດ
ການລາຍງານການເຄື່ອນໄຫວຂອງວິສາຫະກິດ ໃຫ້ປະຕິບັດດັ່ງນີ້:

  • ວິສາຫະກິດທີ່ລົງທຶນໃນກິດຈະການທົ່ວໄປ ໃຫ້ລາຍງານສະພາບການເຄື່ອນໄຫວຂອງຕົນ ປະຈໍາຫົກເດືອນ ແລະ ປະຈໍາປີ ໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  • ວິສາຫະກິດທີ່ລົງທຶນໃນກິດຈະການສໍາປະທານ ຫຼື ມີບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາກັບລັດຖະບານ ໃຫ້ລາຍງານສະພາບການເຄື່ອນໄຫວຂອງຕົນ ປະຈໍາຫົກເດືອນ ແລະ ປະຈໍາປີ ຫຼື ຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາໃຫ້ຂະແໜງການແຜນການ ແລະ ການລົງທຶນ. ຂ້າງເທິງ

ໝວດທີ 13
ການຮັບຮູ້ການລົງທຶນຂອງວິສາຫະກິດທີ່ໄດ້ຮັບອະນຸຍາດຜ່ານມາ

ມາດຕາ 65. ການຮັບຮູ້ການລົງທຶນຂອງວິສາຫະກິດທີ່ໄດ້ຮັບອະນຸຍາດຜ່ານມາ
ບັນດາວິສາຫະກິດທີ່ໄດ້ຮັບໃບອະນຸຍາດລົງທຶນ ຫຼື ເຊັນສັນຍາສໍາປະທານ ກ່ອນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009 ຖືກປະກາດໃຊ້ ແລະ ມີຜົນໃນາກນຈັດຕັ້ງປະຕິບັດຢ່າງເປັນທາງການ ແມ່ນຖືກຮັບຮູ້ສິດ ແລະ ພັນທະຕາມທີ່ໄດ້ກໍານົດໄວ້ ໃນໃບອະນຸຍາດລົງທຶນພາຍໃນ ຫຼື ໃບອະນຸຍາດລົງທຶນຕ່າງປະເທດ ຫຼື ສັນຍາສໍາປະທານປະເພດຕ່າງໆ ຈົນກວ່າຈະໝົດອາຍຸການລົງທຶນ.

ວິສາຫະກິດທີ່ໄດ້ຮັບອະນຸຍາດຜ່ານມາ ຊຶ່ງມີຈຸດປະສົງຕ້ອງການຮັບນະໂຍບາຍສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ເລກທີ 02/ສພຊ, ລົງວັນທີ 8 ກໍລະກົດ 2009 ໃຫ້ສະເໜີພາຍໃນກໍານົດ ເກົ້າສິບວັນລັດຖະການ ນັບແຕ່ວັນປະກາດໃຊ້ດໍາລັດສະບັບນີ້ ຕໍ່ຂະແໜງການດັ່ງນີ້:

  • ວິສາຫະກິດທີ່ລົງທຶນໃນກິດຈະການທົ່ວໄປ ໃຫ້ສະເໜີຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  • ວິສາຫະກິດທີ່ລົງທຶນໃນກິດຈະການສໍາປະທານ ໃຫ້ສະເໜີຕໍ່ຂະແໜງການແຜນການ ແລະ ການລົງທຶນ. ຂ້າງເທິງ

ມາດຕາ 66. ການຂໍຢັ້ງຢືນ ແລະ ຮັບຮອງຕໍ່ການປ່ຽນແປງເອກະສານນິຕິກໍາ
ວິສາຫະກິດທີ່ໄດ້ຮັບອະນຸຍາດລົງທຶນ ກ່ອນ ແລະ ຫຼັງດໍາລັດສະບັບນີ້ ຊຶ່ງມີຈຸດປະສົງປ່ຽນແປງເນື້ອໃນ ຂອງເອກະສານນິຕິກໍາໃດໜຶ່ງ ຕ້ອງສະເໜີຂໍການຢັ້ງຢືນ ແລະ ຮັບຮອງຢ່າງເປັນທາງການຈາກພາກສ່ວນດັ່ງນີ້:

  • ສໍາລັບວິສາຫະກິດທີ່ລົງທຶນໃນກິດຈະການທົ່ວໄປ ໃຫ້ສະເໜີຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  • ສໍາລັບວິສາຫະກິດທີ່ລົງທຶນໃນກິດຈະການສໍາປະທານ ໃຫ້ສະເໜີຕໍ່ຂະແໜງການແຜນການ ແລະ ການລົງທຶນ ບ່ອນທີ່ຕົນໄດ້ຮັບອະນຸຍາດເຊັນສັນຍາ. ຂ້າງເທິງ

ໝວດທີ 14
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 67. ນະໂຍບາຍຕໍ່ຜູ້ມີຜົນງານ
ນະໂຍບາຍຕໍ່ຜູ້ມີຜົນງານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 96 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫ້ປະຕິບັດດັ່ງນີ້:

  • ບຸກຄົນ ຫຼື ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ການດຶງດູດ ແລະ ຊຸກຍູ້ການລົງທຶນ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ ໂດຍການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ;
  • ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວດໍາເນີນທຸລະກິດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ເປັນຕົ້ນ ການລົງທຶນມີປະສິດທິຜົນສູງ, ການປະຕິບັດພັນທະຕ່າງໆໄດ້ດີ, ການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ນໍາໃຊ້ ແລະ ຍົກລະດັບແຮງງານຄົນລາວໄດ້ດີ, ປະກອບສ່ວນໃນການຫຼຸດຜ່ອນ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ, ການຮັກສາສະພາບແວດລ້ອມ, ການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ ໂດຍການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 68. ມາດຕະການຕໍ່ຜູ້ລະເມີດ
ມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 97 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃຫເ້ປະຕິບັດດັ່ງນີ້:

  • ບຸກຄົນໃດທີ່ລະເມີດ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ຂັດຂວາງຖ່ວງດຶງເອກະສານ, ເມີນເສີຍຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ ຈະຖືກສຶກສາອົບຮົມ, ລົງວິໄນ ຫຼື ດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ;
  • ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດທີ່ລະເມີດກົດໝາຍຂອງ ສປປ ລາວ ທີ່ປະກາດໃຊ້ໃນແຕ່ລະໄລຍະ ຈະຖືກກ່າວເຕືອນ ແລະ ປະຕິບັດມາດຕະການຕາມຂັ້ນຕອນດັ່ງນີ້:
  1. ຄັ້ງທີ 1 ຈະຖືກຕັກເຕືອນ, ສຶກສາອົບຮົມ ແລະ ແນະນໍາ ໃຫ້ຈັດຕັ້ງປະຕິບັດຖືກຕ້ອງໂດຍມີບົດບັນທຶກ ເປັນລາຍລັກອັກສອນຄັກແນ່;
  2. ຄັ້ງທີ 2 ຈະຖືກປະຕິບັດມາດຕະການຕ່າງໆ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ທີ່ໄດ້ກໍານົດໄວ້ດັ່ງນີ້:
  • ວິສາຫະກິດທີ່ບໍ່ນໍາໃຊ້ໃບເກັບເງິນ ຫຼື ໄດ້ນໍາໃຊ້ ແຕ່ບໍ່ຖືກຕ້ອງຕາມດໍາລັດວ່າດ້ວຍໃບເກັບເງິນ; ບໍ່ຖືບັນຊີ ຫຼື ຖືບັນຊີບໍ່ຖືກຕ້ອງ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີແຫ່ງ ສປປ ລາວ ຈະຖືກປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ ດໍາລັດວ່າດ້ວຍໃບເກັບເງິນ, ກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ;
  • ໃນກໍລະນີວິສາຫະກິດ ບໍ່ເສັຍພັນທະຄົບຖ້ວນ, ຂະແໜງການການເງິນ ຈະບໍ່ອອກໃບຢັ້ງຢືນການເສັຍພັນທະ ແລະ ຈະບໍ່ຮັບຮອງເອົາແຜນການນໍາເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ ແລະ ພາຫະນະຮັບໃຊ້ການຜະລິດທາງກົງ ໃຫ້ແກ່ວິສາຫະກິດຈົນກວ່າວິສາຫະກິດດັ່ງກ່າວ ໄດ້ເສັຍພັນທະຄົບຖ້ວນຕາມກົດໝາຍ. ຂະແໜງການການເງິນ ມີສິດສະເໜີ ຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ ສັ່ງໂຈະການເຄື່ອນໄຫວຂອງວິສາຫະກິດໄວ້ຊົ່ວຄາວ;
  • ວິສາຫະກິດທີ່ເຄື່ອນໄຫວທຸລະກິດ ແຕ່ບໍ່ແຈ້ງເສັຍອາກອນປະເພດຕ່າງໆ ທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດຂອງຕົນ ຫຼື ໄດ້ແຈ້ງເສັຍ ແຕ່ບໍ່ຖືກຕ້ອງຕາມຕາມກໍານົດເວລາ ຫຼື ບໍ່ຖືກຕ້ອງຕາມການເຄື່ອນໄຫວທຸລະກິດຕົວຈິງ ຊຶ່ງຂະແໜງການສ່ວຍສາອາກອນ ໄດ້ສຶກສາອົບຮົມ, ແນະນໍາ, ຕັກເຕືອນ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ອອກໃບເລັ່ງທວງການແຈ້ງເສັຍອາກອນ ແລະ ອອກໃບເຕືອນການແຈ້ງເສັຍອາກອນ ແຕ່ກໍ່ຍັງບໍ່ມາແຈ້ງເສັຍອາກອນຕະຫຼອດໄລຍະເວລາ ໜຶ່ງປີ ຂະແໜງການສ່ວຍສາອາກອນ ຈະສະເໜີໃຫ້ຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ ຖອນໃບທະບຽນສໍາປະທານ ຫຼື ໃບທະບຽນວິສາຫະກິດ.

ພາຍຫຼັງທີ່ໄດ້ຮັບການສະເໜີຈາກ ຂະແໜງການສ່ວຍສາອາກອນ, ຂະແໜງການແຜນການ ແລະ ການລົງທຶນ ຫຼື ຂະແໜງການອຸດສາຫະກໍາ ແລະ ການຄ້າ ຈະພິຈາລະນາຖອນໃບທະບຽນສໍາປະທານ ຫຼື ໃບທະບຽນວິສາຫະກິດ ພາຍໃນກໍານົດໜຶ່ງເດືອນ ຫຼື ຈະຖືກດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ແລ້ວແຕ່ລະກໍລະນີ. ຂ້າງເທິງ

ໝວດທີ 15
ບົດບັນຍັດສຸດທ້າຍ

ມາດຕາ 69. ການຈັດຕັ້ງປະຕິບັດ
ຂະແໜງການແຜນການ ແລະ ການລົງທຶນ, ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການການເງິນ, ຂະແໜງການທະນາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີໜ້າທີ່ຈັດຕັ້ງປະຕິບັດດໍາລັດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 70. ຜົນສັກສິດຂອງດໍາລັດ
ດໍາລັດສະບັບນີ້ປ່ຽນແທນ ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນພາຍໃນ ສະບັບເລກທີ 300/ນຍ, ລົງວັນທີ 12 ຕຸລາ 2005 ແລະ ດໍາລັດຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຕ່າງປະທເດ ສະບັບເລກທີ 301/ນຍ, ລົງວັນທີ 12 ຕຸລາ 2005 ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທອງສິງ ທໍາມະວົງ

 

# ຫົວຂໍ້ ດາວໂຫຼດ
1 Decree on The Implementation of the Investment Promotion Law No. 119/PM, dated 20 April 2011 PDF
2 ດໍາລັດ ວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ເລກທີ 119/ນຍ, ລົງວັນທີ 20 ເມສາ 2011 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.