ອັດຕາພາສີໃໝ່ ສຳລັບປີ 2013, ທີ່ຈະລວມເອົາເລກລະຫັດສິນຄ້າເພີ່ມຕື່ມໃຫ້ສອດ ຄ່ອງກັບສາລະບານພາສີເອກະພາບອາຊຽນ (ASEAN HARMONIZED TARIFF NOMENCLATURE (AHTN) ຈະມີຜົນບັງຄັບໃຊ້ໃນໄວໆນີ້. ສະນັ້ນ, ຈົນກວ່າຈະມີິ ການປະກາດໃຊ້ສາລະບານພາສີສະບັບໃໝ່ແມ່ນຍັງຄົງນຳໃຊ້ສາລະບານພາສີ ສະບັບປີ 2007/1 (AHTN 2007/1) ທີ່ປະກາດໃຊ້ໂດຍກົມພາສີ ໃນເດືອນພຶດສະພາ 2010 ແລະ ເຜີຍແຜ່ໃນເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້ານີ້. ເວລາໃດທີ່ອັດຕາພາສີໃໝ່ ສຳລັບປີ 2013 ຖືກປະກາດ ແລະ ມີຜົນ ບັງຄັບໃຊ້ຢ່າງເປັນທາງການ ພວກເຮົາຈະໄດ້ເຜີຍແຜ່ຂໍ້ມູນດັ່ງກ່າວລົງໃນເວັບໄຊທ໌ນີ້ໂດຍໄວ.

ເຊີນທ່ານສະໝັກເປັນສະມາຊິກຂອງເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຖ້າຫາກທ່ານຕ້ອງການຮັບແຈ້ງ ຂ່າວແບບອັດຕະໂນມັດ. ພ້ອມດຽວກັນນີ້, ຖ້າຫາກທ່ານມີຄຳຖາມທີ່ກ່ຽວຂ້ອງກັບອັດຕາພາສີ

ກະລຸນາຕິດຕໍ່ຫາກົມພາສີໂດຍກົງໄດ້ທີ່:
ກົມພາສີ
ໂທ: 021 213810, 021 223520

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.