ວັນທີ 2 ກຸມພາ 2013 ເລີ່ມແຕ່ເວລາ 6:00ໂມງເຊົ້າ ຈະໄດ້ເຕົ້າໂຮມມວນຊົນຢູ່ທີ່ເດີ່ນປະຕູໄຊ ເພື່ອຮ່ວມກັນ ຍ່າງມາລາທອນໄປ ຫ້ອງວ່າການປະທານປະເທດ (ຫໍຄໍາ), ໃຫ້ກຽດເປັນ ປະທານເປີດງານໃນຄັ້ງນີ້ ແມ່ນ ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການ ກະຊວງການຕ່າງປະເທດ ພ້ອມດ້ວຍ ບັນດາພະນັກງານການນຳຂອງລັດຖະບານ ທີ່ຕາງໜ້າໃຫ້ແກ່ ຄະນະເລຂາທິການລັດຖະບານ, ສະພາແຫ່ງຊາດ, ສະມາຊິກຄະນະກຳມະການປະສານງານລະດັບຊາດວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ, ບັນດາກະຊວງອ້ອມຂ້າງ, ນອກນັ້ນ ຍັງໄດ້ເຊື້ອເຊີນບັນດາສະຖານທູດຂອງຕ່າງປະເທດປະຈຳຢູ່ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດເຂົ້າຮ່ວມ ທັງໝົດຄາດວ່າປະມານ 1500-2000 ຄົນ. ນອກຈາກ ກິດຈະກໍາຍ່າງມາລາທອນແລ້ວ ໃນງານ ຍັງມີກິດຈະກຳ ຫລີ້ນເກມແຈກຂອງລາງວັນ ຖາມ-ຕອບ ກ່ຽວກັບອົງການການຄ້າໂລກອີກດ້ວຍ.

ນອກຈາກ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ ຄະນະຈັດຕັ້ງຍັງໄດ້ເປີດກວ້າງເຊື້ອເຊີນທຸກທ່ານທີ່ສົນໃຈເຂົ້າຮ່ວມໃນເຫດການອັນສຳຄັນນີ້ຢ່າງພ້ອມພຽງ

ຂໍ້ມູນເພີ່ມເຕີມຕິດຕໍ່

ກົມນະໂຍບາຍການຄ້າຕ່າງປະເທດ                                                                                                                                       ກະຊວງອຸດສາຫະກໍາ ແລະ ການຄ້າ                                                                                                                                                    ໂທ: 021 450065, ແຟກ: 021 450065

ຕາຕະລາງລາຍລະອຽດຂອງກິດຈະກຳສາມາດດາວໂຫລດໄດ້ຢູ່ຂ້າງລຸ່ມນີ້

 

 

# ຫົວຂໍ້ ດາວໂຫຼດ
1 Mini-marathon to celebrate Lao PDR becoming a member of the WTO PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?