ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ໜ້າທີ່ຂອງກົດໝາຍວ່າດ້ວຍທາງຫຼວງ
ມາດຕາ 2. ຄວາມໝາຍຂອງທາງ
ມາດຕາ 3. ການສົ່ງເສີມການພັດທະນາທາງຫຼວງ
ມາດຕາ 4. ພັນທະຂອງຜູ້ນໍາໃຊ້ທາງຫຼວງ

ພາກທີ II - ທາງຫຼວງ ແລະ ການກໍາເນີນກິດຈະການທາງຫຼວງ

ມາດຕາ 5. ທາງຫຼວງ
ມາດຕາ 6. ທາງຫຼວງແຫ່ງຊາດ
ມາດຕາ 7. ທາງຫຼວງແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
ມາດຕາ 8. ທາງຫຼວງເມືອງ
ມາດຕາ 9. ທາງເທດສະບານ
ມາດຕາ 10. ທາງຊົນນະບົດ
ມາດຕາ 11. ທາງສະເພາະ

ມາດຕາ 12. ກິດຈະການທາງຫຼວງ
ມາດຕາ 13. ການວາງແຜນທາງຫຼວງ
ມາດຕາ 14. ການສໍາຫຼວດ ແລະ ການອອກແບບທາງຫຼວງ
ມາດຕາ 15. ການກໍ່ສ້າງທາງຫຼວງ
ມາດຕາ 16. ການປົກປັກຮັກສາ ແລະ ການສ້ອມແປງທາງຫຼວງ

ພາກທີ III - ການຄຸ້ມຄອງ, ການນໍາໃຊ້ທີ່ດິນ ແລະ ຂອບເຂດທາງຫຼວງ

ມາດຕາ 17. ການຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນທາງຫຼວງ
ມາດຕາ 18. ແຫຼ່ງວັດສະດຸເພື່ອກິດຈະການທາງຫຼວງ
ມາດຕາ 19. ການທົດແທນຄືນທີ່ດິນເພື່ອກິດຈະການທາງຫຼວງ

ມາດຕາ 20. ຂອບເຂດຂອງທາງຫຼວງ
ມາດຕາ 21. ຂອບເຂດສະຫງວນຂອງທາງຫຼວງ
ມາດຕາ 22. ເຂດປອດໄພຂອງທາງຫຼວງ

ພາກທີ IV - ຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ

ມາດຕາ 23. ຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ
ມາດຕາ 24. ການເກັບຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ

ພາກທີ V - ການສ້າງຕັ້ງວິສາຫະກິດກໍ່ສ້າງ, ວິສາຫະກິດທີ່ປຶກສາ ແລະ ສະມາຄົມວິສະວະກໍາທາງຫຼວງ

ມາດຕາ 25. ການສ້າງຕັ້ງວິສາຫະກິດກໍ່ສ້າງທາງຫຼວງ
ມາດຕາ 26. ວິສາຫະກິດທີ່ປຶກສາທາງຫຼວງ
ມາດຕາ 27. ສະມາຄົມວິສະວະກໍາທາງຫຼວງ

ມາດຕາ 28. ການສ້າງຕັ້ງ ແລະ ການຂຶ້ນທະບຽນວິສາຫະກິດ
ມາດຕາ 29. ຫຼັກການດໍາເນີນກິດຈະການທາງຫຼວງ

ພາກທີ VI - ອົງການຄຸ້ມຄອງ ແລະ ການກວດກາກິດຈະການທາງຫຼວງ

ມາດຕາ 30. ອົງການຄຸ້ມຄອງທາງຫຼວງ
ມາດຕາ 31. ສິດ ແລະ ໜ້າທີ່ຂອງ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
ມາດຕາ 32. ສິດ ແລະ ໜ້າທີ່ ຂອງພະແນກກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
ມາດຕາ 33. ສິດ ແລະ ໜ້າທີ່ຂອງຫ້ອງການ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາເມືອງ ຫຼື ເທດສະບານ
ມາດຕາ 34. ສິດ ແລະ ໜ້າທີ່ຂອງອໍານາດການປົກຄອງບ້ານ

ມາດຕາ 35. ການກວດກາກິດຈະການທາງຫຼວງ
ມາດຕາ 36. ອົງການກວດກາທາງຫຼວງ
ມາດຕາ 37. ເນື້ອໃນກວດກາ
ມາດຕາ 38. ຮູບການກວດກາ

ພາກທີ VII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 39. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 40. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 41. ມາດຕະການສຶກສາອົບຮົມ
ມາດຕາ 42. ມາດຕະການປັບໃໝ
ມາດຕາ 43. ມາດຕະການທາງອາຍາ
ມາດຕາ 44. ມາດຕະການໂທດເພີ່ມ

ພາກທີ VIII - ບົດບັນຍັດສຸດທ້າຍ

ມາດຕາ 45. ການຈັດຕັ້ງປະຕິບັດ
ມາດຕາ 46. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ ເລກທີ 04-99/ສພຊ

ມະຕິຕົກລົງຂອງສະພາແຫ່ງຊາດແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍວ່າດ້ວຍທາງຫຼວງ

  • ອີງຕາມມາດຕາ 40 ຂໍ້ 2 ຂອງລັດຖະທໍາມະນູນ ແລະ ມາດຕາ 3 ຂໍ້ 2 ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
  • ອີງຕາມການສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 16/3/1999;

   ພາຍຫຼັງທີ່ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບເນື້ອໃນຂອງກົດໝາຍ ວ່າດ້ວຍທາງຫຼວງ ໃນກອງປະຊຸມເທື່ອທີ 3 ສະໄໝສາມັນຂອງ ສະພາແຫ່ງຊາດ ຊຸດທີ IV, ໃນວາລະ ປະຊຸມຕອນບ່າຍຂອງວັນທີ 3 ເມສາ 1999.

ກອງປະຊຸມໄດ້ຕົກລົງ:

ມາດຕາ 1. ຮັບຮອງເອົາກົດໝາຍ ວ່າດ້ວຍທາງຫຼວງດ້ວຍຄະແນນສຽງຢ່າງເປັນເອກະສັນ.
ມາດຕາ 2. ມະຕິຕົກລົງສະບັບນີ້ມີຜົນສັກສິດ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະຫມານ ວິຍະເກດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ເລກທີ 12 ສປປ

ລັດຖະດໍາລັດຂອງ ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍທາງຫຼວງ

  • ອີງຕາມລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ V ມາດຕາ 53 ຂໍ້ 1;
  • ອີງຕາມມະຕິຕົກລົງຂອງກອງປະຊຸມ ເທື່ອທີ 3 ສະໄໝສາມັນຂອງ ສະພາແຫ່ງຊາດຊຸດທີ IV  ກ່ຽວກັບການຮັບຮອງເອົາກົດໝາຍ ວ່າດ້ວຍທາງຫຼວງ ສະບັບເລກທີ  04-99/ສພຊ, ລົງວັນທີ 3 ເມສາ 1999;
  • ອີງຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 06/ຄປຈ, ລົງວັນທີ 6 ເມສາ 1999.

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ:

ມາດຕາ 1: ປະກາດໃຊ້ກົດໝາຍວ່າດ້ວຍທາງຫຼວງ.
ມາດຕາ 2: ລັດຖະດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ 26 ເມສາ 1999
ປະທານປະເທດແຫ່ງ ສປປລາວ
ຄໍາໄຕ ສີພັນດອນ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ ເລກທີ 04-99/ສພຊ
ວັນທີ 3 ເມສາ 1999

ກົດໝາຍ ວ່າດ້ວຍທາງຫຼວງ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ໜ້າທີ່ຂອງກົດໝາຍວ່າດ້ວຍທາງຫຼວງ
   ກົດໝາຍວ່າດ້ວຍທາງຫຼວງ ມີໜ້າທີ່ກໍານົດບັນດາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການນໍາໃຊ້, ການວາງແຜນ, ການສໍາຫຼວດ, ການອອກແບບ, ການກໍ່ສ້າງ ແລະ ການປົກປັກຮັກສາທາງຫຼວງ ລວມທັງຄວາມປອດໄພ, ການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນ ການຈະລາຈອນ ໃນທຸກລະດູການລະຫວ່າງແຂວງຕ່າງໆ, ລະຫວ່າງຕົວເມືອງກັບຊົນນະບົດ ເຂດຫ່າງໄກສອກຫຼີກໃຫ້ມີຄວາມສະດວກປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງພື້ນຖານຮັບປະກັນໃຫ້ແກ່ການເຊື່ອມຕໍ່ທາງດ້ານ ເສດຖະກິດຂອງຊາດກັບບັນດາປະເທດໃນພາກພື້ນ. ຂ້າງເທິງ

ມາດຕາ 2. ຄວາມໝາຍຂອງທາງ
   ທາງແມ່ນ ຂອບເຂດພື້ນທີ່ຊຶ່ງໄດ້ກໍ່ສ້າງຂຶ້ນ ເພື່ອຮັບໃຊ້ແກ່ການຈະລາຈອນລວມມີ: ໂຄງປະກອບຂອງທາງ, ສິ່ງປະກອບຂອງທາງ ແລະ ຂອບເຂດສະຫງວນຂອງທາງ.
   ໂຄງປະກອບຂອງທາງ.
   ໂຄງປະກອບຂອງທາງລວມມີ: ໂຄງສ້າງຂອງທາງ, ຕະລິ່ງທາງ, ທໍ່ລະບາຍນໍ້າ, ຮ່ອງລະບາຍນໍ້າ, ກໍາແພງ ຕ້ານເຈື່ອນ, ຂົວ, ອຸໂມງ, ທ່າທຽບເຮືອບັກ, ເຮືອບັກ, ສະຖານທີ່ຈອດລົດ ແລະ ໂຄງສ້າງອື່ນໆທີ່ສ້າງຢູ່ລຸ່ມ ແລະ ເທິງທາງ.
   ສິ່ງປະກອບຂອງທາງ.
   ສິ່ງປະກອບຂອງທາງລວມມີ: ເຄື່ອງໝາຍຈະລາຈອນ, ລະບົບໄຟອໍານາດ, ລະບົບໄຟແສງສະຫວ່າງ ແລະອື່ນໆ.
   ຂອບເຂດສະຫງວນຂອງທາງ.
   ຂອບເຂດສະຫງວນຂອງທາງ ແມ່ນຂອບເຂດພື້ນທີ່ສອງເບື້ອງຂອງທາງຊຶ່ງສະຫງວນໄວ້ເພື່ອຂະຫຍາຍ ກິດຈະການຂອງທາງ ຫຼື ກິດຈະການປ້ອງກັນຄວາມປອດໄພຂອງທາງ.
   ກິດຈະການປ້ອງກັນຄວາມປອດໄພຂອງທາງ.
   ກິດຈະການປ້ອງກັນຄວາມປອດໄພຂອງທາງ ແມ່ນບັນດາກິດຈະການທີ່ສ້າງຂຶ້ນເພື່ອແນໃສ່ປ້ອງກັນ ອັນຕະລາຍໃນການຈະລາຈອນ, ການເຊາະເຈື່ອນ, ມົນລະພິດຈາກຄວັນ, ສີ, ແສງ, ສຽງ ດ້ວຍການປູກຕົ້ນໄມ້, ກໍ່ຝາກໍາແພງ ແລະອື່ນໆ. ຂ້າງເທິງ

ມາດຕາ 3. ການສົ່ງເສີມການພັດທະນາທາງຫຼວງ
   ລັດມີນະໂຍບາຍສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃນການກໍ່ສ້າງ, ສ້ອມແປງ ແລະ ປົກປັກຮັກສາທາງຫຼວງ ດ້ວຍການຫຼຸດຜ່ອນ ຫຼື ຍົກເວັ້ນພາສີອາກອນ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນພາຍໃນ ແລະ ກົດໝາຍວ່າດ້ວຍ ການສົ່ງເສີມ ແລະ ການຄຸ້ມຄອງ ການລົງທຶນຂອງຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
   ເພື່ອຮັບປະກັນແກ່ການຈະລາຈອນໄດ້ທຸກລະດູການ ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນພັດທະນາທາງຫຼວງ ຂຶ້ນ. ຂ້າງເທິງ

ມາດຕາ 4. ພັນທະຂອງຜູ້ນໍາໃຊ້ທາງຫຼວງ
   ບຸກຄົນ ແລະ ການຈັດຕັ້ງທີ່ນໍາໃຊ້ທາງຫຼວງ ລ້ວນແຕ່ມີພັນທະປະກອບສ່ວນເຂົ້າໃນການກໍ່ສ້າງ, ການສ້ອມ ແປງ, ການປົກປັກຮັກສາທາງຫຼວງ ລວມທັງຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ໃນການຈະລາ ຈອນ, ຄວາມສະອາດ, ຄວາມສວາຍງາມ ແລະ ສິ່ງແວດລ້ອມ.
   ການນໍາໃຊ້ທາງຫຼວງໃຫ້ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດເຊັ່ນ: ນໍ້າໜັກບັນທຸກ, ຄວາມໄວ ແລະ ອື່ນໆ. ຂ້າງເທິງ

ພາກທີ II
ທາງຫຼວງ ແລະ ການກໍາເນີນກິດຈະການທາງຫຼວງ

ຫມວດທີ 1
ທາງຫຼວງ

ມາດຕາ 5. ທາງຫຼວງ
   ທາງຫຼວງ ແມ່ນລະບົບເສັ້ນທາງທີ່ເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດ, ສ້າງຂຶ້ນເພື່ອສາທາລະນະ ປະໂຫຍດໃນການຈະລາຈອນ ພາຍໃນປະເທດ ແລະ ລະຫວ່າງປະເທດ.
   ທາງຫຼວງຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງອອກເປັນ 6 ປະເພດຄື:

  1. ທາງຫຼວງແຫ່ງຊາດ;
  2. ທາງຫຼວງແຂວງ, ກໍາແພງນະຄອນ ແລະ ເຂດພິເສດ;
  3. ທາງຫຼວງເມືອງ.
  4. ທາງເທດສະບານ;
  5. ທາງຊົນນະບົດ;
  6. ທາງສະເພາະ. ຂ້າງເທິງ

ມາດຕາ 6. ທາງຫຼວງແຫ່ງຊາດ
   ທາງຫຼວງແຫ່ງຊາດ ແມ່ນທາງຍຸດທະສາດທີ່ຮັບໃຊ້ເພື່ອຜົນປະໂຫຍດລວມຂອງຊາດ ແລະ ລະຫວ່າງຊາດ ຊຶ່ງປະກອບມີ:

  1. ທາງແຕ່ນະຄອນຫຼວງໄປຫາເທດສະບານຂອງແຂວງ ແລະ ເຂດພິເສດ;
  2. ທາງໄປຫາຊາຍແດນທີ່ເຊື່ອມຕໍ່ລະຫວ່າງປະເທດ;
  3. ທາງທີ່ມີຄວາມສໍາຄັນດ້ານເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຂ້າງເທິງ

ມາດຕາ 7. ທາງຫຼວງແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
   ທາງຫຼວງແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ແມ່ນທາງທີ່ມີຄວາມສໍາຄັນ ຕໍ່ການພັດທະນາ ເສດຖະກິດ, ການເມືອງ, ວັດທະນະທໍາ-ສັງຄົມ ແລະ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນລະດັບແຂວງ ຫຼື ເຂດພິເສດ ຊຶ່ງປະກອບມີ:

  1. ທາງລະຫວ່າງແຂວງຫາແຂວງ ຫຼື ເຂດພິເສດ;
  2. ທາງແຕ່ເທດສະບານແຂວງ ຫຼື ເຂດພິເສດ ໄປຫາເທດສະບານເມືອງ, ໄປຫາທ່າເຮືອ, ໄປຫາ ແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ປະຫວັດສາດທີ່ມີຄວາມສໍາຄັນຂອງແຂວງ ຫຼື ເຂດພິເສດ. ຂ້າງເທິງ

ມາດຕາ 8. ທາງຫຼວງເມືອງ
   ທາງຫຼວງເມືອງ ແມ່ນທາງທີ່ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ, ການເມືອງ, ວັດທະນະທໍາ- ສັງຄົມ ແລະ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນລະດັບເມືອງຊຶ່ງປະກອບມີ:

  1. ທາງລະຫວ່າງເມືອງຫາເມືອງ;
  2. ທາງແຕ່ເທດສະບານເມືອງໄປຫາບ້ານ, ໄປຫາທ່າເຮືອ, ໄປຫາແຫຼ່ງທ່ອງທ່ຽວ, ສະຖານທີ່ປະຫວັດສາດ ທີ່ມີຄວາມສໍາຄັນ ແລະ ເຂດເສດຖະກິດສະເພາະຂອງເມືອງ. ຂ້າງເທິງ

ມາດຕາ 9. ທາງເທດສະບານ
   ທາງເທດສະບານ ແມ່ນລະບົບເສັ້ນທາງທີ່ຮັບໃຊ້ການຈະລາຈອນຢູ່ໃນເທດສະບານ. ຂ້າງເທິງ

ມາດຕາ 10. ທາງຊົນນະບົດ
   ທາງຊົນນະບົດ ແມ່ນເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານກັບບ້ານ ແລະ ບ້ານໄປຫາສະຖານທີ່ການຜະລິດ ແລະ ການບໍລິການຕ່າງໆຂອງບ້ານ. ຂ້າງເທິງ

ມາດຕາ 11. ທາງສະເພາະ
   ທາງສະເພາະ ແມ່ນເສັ້ນທາງຮັບໃຊ້ສະເພາະໃຫ້ແກ່ການຜະລິດ ແລະ ການບໍລິການຂອງຂະແໜງການ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຂດປ່າສະຫງວນ. ຂ້າງເທິງ

ຫມວດທີ 2
ກິດຈະການທາງຫຼວງ

ມາດຕາ 12. ກິດຈະການທາງຫຼວງ
   ກິດຈະການທາງຫຼວງ ແມ່ນການດໍາເນີນການຈັດຕັ້ງການປະຕິບັດ ບັນດາວຽກງານກ່ຽວກັບທາງຫຼວງ ຊຶ່ງປະກອບດ້ວຍການວາງແຜນ, ການສໍາຫຼວດ, ການອອກແບບ, ການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ, ການກວດກາ ແລະ ການນໍາໃຊ້ທາງຫຼວງ. ຂ້າງເທິງ

ມາດຕາ 13. ການວາງແຜນທາງຫຼວງ
   ການວາງແຜນທາງຫຼວງ ແມ່ນການສຶກສາຄົ້ນຄວ້າ, ເກັບກໍາຂໍ້ມູນຕ່າງໆ ເພື່ອວາງແຜນພັດທະນາທາງຫຼວງ ປະເພດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 5 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 14. ການສໍາຫຼວດ ແລະ ການອອກແບບທາງຫຼວງ
   ການສໍາຫຼວດ ແມ່ນການລົງເກັບກໍາສະພາບແວດລ້ອມ ແລະ ຂໍ້ມູນລະອຽດ ເພື່ອສ້າງເປັນບົດວິພາກເສດ ຖະກິດ-ເຕັກນິກໂດຍມີການປະເມີນປະສິດທິຜົນເພື່ອກຽມໃຫ້ແກ່ການອອກແບບ.
   ການອອກແບບທາງຫຼວງ ແມ່ນການສ້າງແຜນຜັງລະອຽດຖືກຕ້ອງຕາມມາດຕະຖານເຕັກນິກບົນພື້ນຖານ ການວິໄຈຂໍ້ມູນທີ່ໄດ້ມາຈາກການສໍາຫຼວດຊຶ່ງປະກອບດ້ວຍ: ແຜນແຕ້ມ, ການປະເມີນມູນຄ່າ ແລະ ການກໍານົດເວລາໃນການກໍ່ສ້າງ. ຂ້າງເທິງ

ມາດຕາ 15. ການກໍ່ສ້າງທາງຫຼວງ
   ການກໍ່ສ້າງທາງຫຼວງ ແມ່ນການປະຕິບັດວຽກງານກໍ່ສ້າງທາງຫຼວງປະເພດຕ່າງໆຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 5 ຂອງກົດໝາຍສະບັບນີ້. ຜູ້ດໍາເນີນກິດຈະການກໍ່ສ້າງທາງຫຼວງ ຕ້ອງປະຕິບັດຕາມເອກະສານອອກແບບ, ຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ຮັກສາສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 16. ການປົກປັກຮັກສາ ແລະ ການສ້ອມແປງທາງຫຼວງ
   ການປົກປັກຮັກສາທາງຫຼວງ ແມ່ນການຕິດຕາມກວດກາດູແລສະພາບການຕ່າງໆຂອງທາງຫຼວງ ເພື່ອບົວລະບັດຮັກສາເປັນປົກກະຕິເຊັ່ນ: ຕັດຫຍ້າ, ອະນາໄມໜ້າທາງ, ຮ່ອງລະບາຍນໍ້າ, ທໍ່, ຂົວ ແລະ ສິ່ງປະກອບຕ່າງໆຂອງທາງ.

   ການສ້ອມແປງທາງ ແມ່ນການບໍາລຸງຮັກສາ, ປົວແປງທາງທີ່ເປ່ເພໃຫ້ຢູ່ໃນສະພາບປົກກະຕິ ຕາມການອອກແບບຊຶ່ງລວມມີ: ການສ້ອມແປງປົກກະຕິ, ການສ້ອມແປງຕາມກໍານົດ ແລະ ການສ້ອມແປງສຸກ ເສີນ. ຂ້າງເທິງ

ພາກທີ III
ການຄຸ້ມຄອງ, ການນໍາໃຊ້ທີ່ດິນ ແລະ ຂອບເຂດທາງຫຼວງ

ຫມວດທີ 1
ການຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນເພື່ອກິດຈະການທາງຫຼວງ

ມາດຕາ 17. ການຄຸ້ມຄອງ ແລະ ການນໍາໃຊ້ທີ່ດິນທາງຫຼວງ
   ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນເພື່ອກິດຈະ ການທາງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ. ຂ້າງເທິງ

ມາດຕາ 18. ແຫຼ່ງວັດສະດຸເພື່ອກິດຈະການທາງຫຼວງ
   ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງວັດສະດຸ ເພື່ອກິດຈະການທາງຫຼວງເຊັ່ນ: ດິນ, ຫີນ, ຫີນແຮ່, ຊາຍ ແລະ ວັດສະດຸກໍ່ສ້າງທາງຊະນິດອື່ນໆ ຕາມບ່ອນທີ່ໄດ້ສໍາຫຼວດ ແລະ ໄດ້ຮັບອະນຸຍາດຂຸດຄົ້ນຈາກລັດຖະບານ. ຂ້າງເທິງ

ມາດຕາ 19. ການທົດແທນຄືນທີ່ດິນເພື່ອກິດຈະການທາງຫຼວງ
   ໃນການກໍ່ສ້າງທາງຫຼວງປະເພດຕ່າງໆ ຫາກມີຄວາມຈໍາເປັນນໍາໃຊ້ທີ່ດິນຂອງບຸກຄົນ ຫຼື ການຈັດ ຕັ້ງທີ່ໄດ້ຮັບສິດນໍາໃຊ້ຢ່າງຖືກຕ້ອງຕາມກົດໝາຍຕ້ອງໄດ້ຮັບການທົດແທນຄືນຕາມ ຄວາມເໝາະສົມ. ຂ້າງເທິງ

ຫມວດທີ 2
ຂອບເຂດຂອງທາງຫຼວງ

ມາດຕາ 20. ຂອບເຂດຂອງທາງຫຼວງ
   ຂອບເຂດຂອງທາງຫຼວງ ແມ່ນພື້ນທີ່ທາງທັງໝົດ ນັບທັງໜ້າທາງ, ບ່າທາງ, ທາງຄົນຍ່າງ, ຮ່ອງລະບາຍນໍ້າ, ຕະລິ່ງທາງ ແລະ ເຂດສະຫງວນຂອງທາງຫຼວງ.
   ລວງກວ້າງຂອງຂອບເຂດທາງຫຼວງ ແຕ່ລະປະເພດມີດັ່ງນີ້:

  1. ທາງຫຼວງແຫ່ງຊາດກວ້າງເບື້ອງລະ 25 ແມັດ, ນັບແຕ່ໃຈກາງທາງອອກໄປ;
  2. ທາງຫຼວງແຂວງກວ້າງເບື້ອງລະ 15 ແມັດ, ນັບແຕ່ໃຈກາງທາງອອກໄປ;
  3. ທາງຫຼວງເມືອງກວ້າງເບື້ອງລະ 10 ແມັດ, ນັບແຕ່ໃຈກາງທາງອອກໄປ;
  4. ທາງຊົນນະບົດກວ້າງເບື້ອງລະ 5 ແມັດ, ນັບແຕ່ໃຈກາງທາງອອກໄປ;
  5. ທາງເທດສະບານໃຫ້ປະຕິບັດຕາມແຜນຜັງເມືອງ;
  6. ທາງສະເພາະໃຫ້ປະຕິບັດຕາມມາດຕະຖານເຕັກນິກສະເພາະຂອງແຕ່ລະເສັ້ນທາງ.

  ສ່ວນມາດຕະຖານເຕັກນິກຂອງທາງແຕ່ລະປະເພດ ແມ່ນກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ກໍານົດ. ຂ້າງເທິງ

ມາດຕາ 21. ຂອບເຂດສະຫງວນຂອງທາງຫຼວງ
   ໃນຂອບເຂດສະຫງວນຂອງທາງຫຼວງ ຫ້າມປຸກສ້າງກິດຈະການຕ່າງໆ, ໃນກໍລະນີຈໍາເປັນຕ້ອງປຸກສ້າງນັ້ນ ຕ້ອງໄດ້ຂໍອະນຸຍາດຈາກອົງການຄຸ້ມຄອງທາງຫຼວງ. ຂ້າງເທິງ

ມາດຕາ 22. ເຂດປອດໄພຂອງທາງຫຼວງ
   ເຂດປອດໄພຂອງທາງຫຼວງ ແມ່ນເຂດທີ່ນອນຢູ່ໃນຂອບເຂດຂອງທາງຫຼວງ ຊຶ່ງປະກອບດ້ວຍ: ບ່າທາງ, ທາງຄົນຍ່າງ, ໄລຍະແນມເຫັນຂອງຈຸດເປີດກວ້າງທາງໂຄ້ງ ແລະ ຈຸດທາງຄົບ, ບໍລິເວນຫົວຂົວ, ຫົວທໍ່, ຕະລິ່ງ ທາງ, ກໍາແພງຕ້ານເຈື່ອນ, ຮ່ອງລະບາຍນໍ້າ, ດອນກາງທາງ, ເຂດທາງມ້າລາຍ, ບ່ອນຈອດລົດເມ. ໃນເຂດ ປອດໄພຂອງທາງຫຼວງຫ້າມດໍາເນີນກິດຈະການ ແລະ ວາງສິ່ງກີດຂວາງຕ່າງໆ. ຂ້າງເທິງ

ພາກທີ IV
ຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ

ມາດຕາ 23. ຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ
   ຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ ແມ່ນລາຍຮັບທີ່ໄດ້ມາຈາກການດໍາເນີນກິດຈະການ ແລະ ການນໍາໃຊ້ທາງຫຼວງເຊັ່ນ: ຄ່າຂຶ້ນທະບຽນ, ຄ່າລິຂະສິດ, ຄ່າຜ່ານທາງ, ຄ່າຂ້າມບັກ, ຄ່າຜ່ານຂົວ ແລະອື່ນໆ. ຂ້າງເທິງ

ມາດຕາ 24. ການເກັບຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງ
    ກະຊວງການເງິນສົມທົບກັບ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເປັນຜູ້ຄົ້ນ ຄວ້າກ່ຽວກັບ ອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການທາງຫຼວງເພື່ອສະເໜີລັດຖະບານຕົກລົງ. ຂ້າງເທິງ

ພາກທີ V
ການສ້າງຕັ້ງວິສາຫະກິດກໍ່ສ້າງ, ວິສາຫະກິດທີ່ປຶກສາ ແລະ ສະມາຄົມວິສະວະກໍາທາງຫຼວງ

ຫມວດທີ 1
ການສ້າງຕັ້ງວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫຼວງ

ມາດຕາ 25. ການສ້າງຕັ້ງວິສາຫະກິດກໍ່ສ້າງທາງຫຼວງ
   ວິສາຫະກິດກໍ່ສ້າງທາງຫຼວງ ແມ່ນຫົວໜ່ວຍທຸລະກິດທີ່ສ້າງຕັ້ງຂຶ້ນ ເພື່ອດໍາເນີນກິດຈະການກໍ່ສ້າງ ແລະ ສ້ອມແປງທາງຫຼວງ.

   ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດກໍ່ສ້າງທາງຫຼວງຕ້ອງມີເງື່ອນໄຂດັ່ງນີ້:

  1. ຕ້ອງເປັນວິສະວະກອນ ຫຼື ຕ້ອງມີນັກວິຊາການທີ່ມີຄວາມສາມາດດ້ານວິສະວະກໍາກ່ຽວກັບ ກິດຈະການທາງຫຼວງ ແລະ ມີປະສົບການຢ່າງໜ້ອຍ 3 ປີ;
  2. ຕ້ອງມີທຶນຕາມລະບຽບການທີ່ໄດ້ກໍານົດໄວ້;
  3. ຕ້ອງມີພາຫະນະກົນຈັກຢ່າງໜ້ອຍໜຶ່ງຊຸດ;
  4. ຕ້ອງມີນາຍຊ່າງກໍ່ສ້າງທາງ ແລະ ນາຍຊ່າງກົນຈັກ. ຂ້າງເທິງ

ມາດຕາ 26. ວິສາຫະກິດທີ່ປຶກສາທາງຫຼວງ
   ວິສາຫະກິດທີ່ປຶກສາທາງຫຼວງ ແມ່ນຫົວໜ່ວຍທຸລະກິດທີ່ສ້າງຕັ້ງຂຶ້ນເພື່ອດໍາເນີນກິດຈະການ ໃນການວາງແຜນ, ການສໍາຫຼວດ, ການອອກແບບ, ການຕິດຕາມ, ການກວດກາການກໍ່ສ້າງ ແລະ ໃຫ້ການປຶກສາແກ່ ເຈົ້າຂອງໂຄງການກິດຈະການທາງຫຼວງ.

   ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງ ສ້າງຕັ້ງວິສາຫະກິດທີ່ປຶກສາທາງຫຼວງ ຕ້ອງມີເງື່ອນໄຂດັ່ງນີ້:

  1. ເປັນວິສະວະກອນຂົວທາງ ທີ່ຊໍານານງານ ແລະ ມີຄວາມສາມາດດ້ານວິສະວະກໍາ ກ່ຽວກັບກິດຈະການທາງຫຼວງ ແລະ ມີປະສົບການຢ່າງໜ້ອຍ 7 ປີ;
  2. ມີນັກວິຊາການກ່ຽວຂ້ອງທີ່ມີປະສົບການຢ່າງໜ້ອຍ 5 ປີ;
  3. ມີທຶນຕາມລະບຽບການທີ່ໄດ້ກໍານົດໄວ້;
  4. ມີສໍານັກງານ, ອຸປະກອນ, ເຄື່ອງມື, ພາຫະນະຮັບໃຊ້ ຕາມລະບຽບການທີ່ໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 27. ສະມາຄົມວິສະວະກໍາທາງຫຼວງ
   ເພື່ອເຮັດໃຫ້ການຄຸ້ມຄອງກິດຈະການທາງຫຼວງ ມີປະສິດທິຜົນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ລັດອະນຸຍາດໃຫ້ຈັດຕັ້ງສະມາຄົມວິສະວະກໍາທາງຫຼວງຂຶ້ນຕາມລະບຽບການຂອງກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງວາງອອກ. ຂ້າງເທິງ

ຫມວດທີ 2
ການສ້າງຕັ້ງ, ການຂຶ້ນທະບຽນ ແລະ ຫຼັກການດໍາເນີນວິສາຫະກິດທາງຫຼວງ

ມາດຕາ 28. ການສ້າງຕັ້ງ ແລະ ການຂຶ້ນທະບຽນວິສາຫະກິດ
   ການສ້າງຕັ້ງ, ການຂຶ້ນທະບຽນວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫຼວງຕ້ອງປະຕິ ບັດຕາມກົດໝາຍວ່າດ້ວຍ ທຸລະກິດ ແລະ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນພາຍໃນ.

   ສໍາລັບການລົງທຶນຕ່າງປະເທດ ໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂອງຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າງເທິງ

ມາດຕາ 29. ຫຼັກການດໍາເນີນກິດຈະການທາງຫຼວງ
   ການດໍາເນີນກິດຈະການທາງຫຼວງ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ຕາມຫຼັກການຕົ້ນຕໍຄື:

  1. ຕ້ອງມີການຄັດເລືອກບໍລິສັດ;
  2. ຕ້ອງມີການປະມູນ;
  3. ຕ້ອງມີການສົມທຽບລາຄາ;
  4. ຕ້ອງມີການມອບເໝົາ;
  5. ຕ້ອງມີເຈົ້າຂອງໂຄງການ;
  6. ຕ້ອງມີວິສາຫະກິດທີ່ປຶກສາ;
  7. ຕ້ອງມີການກວດກາ;
  8. ຕ້ອງມີການຮັບປະກັນຄຸນນະພາບການກໍ່ສ້າງ

   ໃນກໍລະນີທີ່ມີການຮັບເໝົາຕໍ່ຊ່ວງຕ້ອງໄດ້ຮັບການເຫັນດີຈາກເຈົ້າຂອງໂຄງການ. ຂ້າງເທິງ

ພາກທີ VI 
ອົງການຄຸ້ມຄອງ ແລະ ການກວດກາກິດຈະການທາງຫຼວງ

ຫມວດທີ 1
ອົງການຄຸ້ມຄອງທາງຫຼວງ

ມາດຕາ 30. ອົງການຄຸ້ມຄອງທາງຫຼວງ
   ອົງການຄຸ້ມຄອງທາງຫຼວງປະກອບດ້ວຍ:

  1. ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ;
  2. ພະແນກຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ;
  3. ຫ້ອງການຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາເມືອງ ຫຼື ເທດສະບານ;
  4. ອໍານາດການປົກຄອງບ້ານ. ຂ້າງເທິງ

ມາດຕາ 31. ສິດ ແລະ ໜ້າທີ່ຂອງ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ
   ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ວາງແຜນຍຸດທະສາດ, ແຜນໄລຍະຍາວ, ແຜນໄລຍະກາງ ແລະ ແຜນໄລຍະສັ້ນ ກ່ຽວກັບການພັດທະນາ ຕາໜ່າງທາງຫຼວງ;
  2. ວາງລະບຽບໃນການຈັດຕັ້ງ, ການຄຸ້ມຄອງ, ການກວດກາ, ການວາງແຜນການ, ການສໍາຫຼວດ, ການອອກແບບ, ການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ ແລະ ການນໍາໃຊ້ທາງຫຼວງ ໃນຂອບເຂດທົ່ວປະເທດ;
  3. ວາງກໍານົດໝາຍມາດຕະຖານ-ເຕັກນິກ ຂອງທາງຫຼວງປະເພດຕ່າງໆ;
  4. ຄົ້ນຄວ້ານະໂຍບາຍ ແລະ ອັດຕາຄ່າການກໍ່ສ້າງ, ການປົກປັກຮັກສາທາງຫຼວງ ເພື່ອສະເໜີໃຫ້ ລັດຖະບານພິຈາລະນາ;
  5. ຄຸ້ມຄອງສະຖິຕິທາງຫຼວງ;
  6. ພົວພັນ ແລະ ຮ່ວມມືກັບສາກົນ ໃນການພັດທະນາລະບົບທາງຫຼວງ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບກິດຈະການທາງຫຼວງ ທີ່ລັດຖະບານມອບໃຫ້. ຂ້າງເທິງ

ມາດຕາ 32. ສິດ ແລະ ໜ້າທີ່ ຂອງພະແນກກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ
   ພະແນກກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນພັດທະນາຕາໜ່າງທາງຫຼວງ ທີ່ຕົນຮັບຜິດຊອບ;
  2. ອອກໃບອະນຸຍາດ, ຄຸ້ມຄອງວິສາຫະກິດກໍ່ສ້າງ ແລະ ວິສາຫະກິດທີ່ປຶກສາທາງຫຼວງ ທີ່ປະຈໍາຢູ່ແຂວງຂອງຕົນ;
  3. ຄຸ້ມຄອງສະຖິຕິ ພ້ອມທັງລາຍງານສະພາບທາງຫຼວງ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງຊາບຢ່າງເປັນປົກະຕິ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ກ່ຽວກັບກິດຈະການທາງຫຼວງ ທີ່ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງມອບໃຫ້. ຂ້າງເທິງ

ມາດຕາ 33. ສິດ ແລະ ໜ້າທີ່ຂອງຫ້ອງການ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາເມືອງ ຫຼື ເທດສະບານ
   ຫ້ອງການກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາເມືອງ ຫຼື ເທດສະບານ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຊຸກຍູ້ຕິດຕາມວຽກງານການກໍ່ສ້າງ, ການປົກປັກຮັກສາ ແລະ ການສ້ອມແປງທາງຫຼວງ ຢູ່ໃນຂອບເຂດ ທີ່ຕົນຮັບຜິດຊອບ;
  2. ຄຸ້ມຄອງທາງຫຼວງຢູ່ພາຍໃນຂອບເຂດເມືອງ ຫຼື ເທດສະບານທີ່ຕົນຮັບຜິດຊອບ;
  3. ຄຸ້ມຄອງສະຖິຕິ ພ້ອມທັງລາຍງານສະພາບທາງຫຼວງ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ພະແນກ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ຊາບຢ່າງເປັນປົກະຕິ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆທີ່ພະແນກກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາແຂວງ, ກໍາແພງນະຄອນ ແລະ ເຂດພິເສດມອບໃຫ້. ຂ້າງເທິງ

ມາດຕາ 34. ສິດ ແລະ ໜ້າທີ່ຂອງອໍານາດການປົກຄອງບ້ານ
   ອໍານາດການປົກຄອງບ້ານ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄຸ້ມຄອງພ້ອມທັງລາຍງານສະພາບທາງຫຼວງ ຢູ່ໃນເຂດບ້ານທີ່ຕົນຮັບຜິດຊອບ ໃຫ້ຫ້ອງການກະຊວງ ຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ເມືອງ ຫຼື ເທດສະບານຊາບຢ່າງເປັນປົກະຕິ;
  2. ປຸກລະດົມປະຊາຊົນປະກອບສ່ວນ ເຂົ້າໃນການກໍ່ສ້າງ, ການປົກປັກຮັກສາ ແລະ ການສ້ອມແປງທາງຫຼວງ ໃນເຂດບ້ານທີ່ຕົນຮັບຜິດຊອບ;
  3. ປະສານສົມທົບກັບບ້ານໃກ້ຄຽງ ແບ່ງຄວາມຮັບຜິດຊອບ ໃນການປົກປັກຮັກສາທາງຫຼວງ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ຫ້ອງການ ກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ປະຈໍາເມືອງ ຫຼື ເທດສະບານມອບໃຫ້. ຂ້າງເທິງ

ຫມວດທີ 2
ການກວດກາກິດຈະການທາງຫຼວງ

ມາດຕາ 35. ການກວດກາກິດຈະການທາງຫຼວງ
   ການກວດກາກິດຈະການທາງຫຼວງ ແມ່ນການກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການຄຸ້ມຄອງ ແລະ ການນໍາໃຊ້ທາງຫຼວງ, ກວດກາການຈັດຕັ້ງປະຕິບັດການກໍ່ສ້າງ, ການປົກປັກຮັກສາ, ການສ້ອມແປງ, ລະບົບເຕັກນິກ ແລະ ມູນຄ່າຂອງກິດຈະການທາງຫຼວງ. ຂ້າງເທິງ

ມາດຕາ 36. ອົງການກວດກາທາງຫຼວງ
   ອົງການກວດກາທາງຫຼວງ ແມ່ນອົງການທີ່ມີໜ້າທີ່ ກວດກາກິດຈະການທາງຫຼວງ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 35 ຂອງກົດໝາຍສະບັບນີ້.

   ໃນການປະຕິບັດໜ້າທີ່ດັ່ງກ່າວ ໃຫ້ກະຊວງກະຊວງຄົມມະນາຄົມຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ຈັດຕັ້ງຄະນະກໍາມະການກວດກາທາງຫຼວງຂຶ້ນ. ຂ້າງເທິງ

ມາດຕາ 37. ເນື້ອໃນກວດກາ
   ການກວດກາກິດຈະການທາງຫຼວງ ມີເນື້ອໃນຕົ້ນຕໍດັ່ງນີ້:

  1. ກວດກາການວາງແຜນ, ການສໍາຫຼວດ, ການອອກແບບ ແລະ ການກໍ່ສ້າງ;
  2. ກວດກາມາດຕະຖານ ການຮັບປະກັນຄວາມປອດໄພ ໃນການດໍາເນີນກິດຈະການທາງຫຼວງ;
  3. ກວດກາການປົກປັກຮັກສາສິ່ງແວດລ້ອມ ໃນການດໍາເນີນກິດຈະການທາງຫຼວງ;
  4. ກວດກາການປະຕິບັດມາດຕະຖານເຕັກນິກ ແລະ ການເງິນຂອງກິດຈະການທາງຫຼວງ;
  5. ກວດກາການປະມູນ, ສັນຍາ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກິດຈະການທາງຫຼວງ;
  6. ກວດກາການນໍາໃຊ້, ການປົກປັກຮັກສາ ແລະ ການສ້ອມແປງທາງຫຼວງ. ຂ້າງເທິງ

ມາດຕາ 38. ຮູບການກວດກາ
   ການກວດກາກິດຈະການທາງຫຼວງ ມີ 3 ຮູບການດັ່ງນີ້:

  1. ການກວດກາຢ່າງເປັນລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ. ຂ້າງເທິງ

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 39. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ເຂົ້າຮ່ວມ ການປະຕິບັດກິດຈະການທາງຫຼວງຢ່າງມີປະສິດທິຜົນ, ມີຫົວຄິດປະດິດ ສ້າງ, ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມຂອງທາງຫຼວງໄດ້ດີຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອທ່ນໆຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 40. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫຼ ການຈັດຕັ້ງ ຫາກລະເມີດຂໍ້ບັນຍັດໃດໜຶ່ງ ຂອງກົດໝາຍສະບັບນີ້, ກໍ່ຄວາມເສັຍຫາຍໃຫ້ແກ່ ສາທາລະນະ, ສິ່ງແວດລ້ອມ, ຊັບສິນ, ສຸຂະພາບ ຫຼື ຊີວິດຂອງຜູ້ອື່ນຈະຖືກສຶກສາອົບຮົມ, ປັບໃໝ ຫຼື ຖືກລົງໂທດທາງອາຍາແລ້ວແຕ່ກໍລະນີໜັກ ຫຼື ເບົາ ລວມທັງໃຊ້ຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ. ຂ້າງເທິງ

ມາດຕາ 41. ມາດຕະການສຶກສາອົບຮົມ
   ບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດກົດໝາຍສະບັບນີ້ ໃນສະຖານເບົາເຊັ່ນ: ການລະເມີດລະບຽບ ການດໍາເນີນກິດຈະການທາງຫຼວງ, ການລະເມີດລະບຽບການປົກປັກຮັກສາ ແລະ ນໍາໃຊ້ທາງຫຼວງ ຊຶ່ງສ້າງຄວາມເສັຍຫາຍ ໃຫ້ແກ່ຊັບສິນຂອງສາທາລະນະ ຫຼື ຂອງບຸກຄົນ ທີ່ບໍ່ເປັນຜົນສະທ້ອນຢ່າງຮ້າຍແຮງ ຈະຖືກສຶກສາອົບຮົມ, ຕັກເຕືອນ ແລະ ໃຊ້ແທນຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ. ຂ້າງເທິງ

ມາດຕາ 42. ມາດຕະການປັບໃໝ
   ບຸກຄົນ ຫຼື ການຈັດຕັ້ງ ຫາກລະເມີດຂໍ້ບັນຍັດທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້ເຊັ່ນ: ລະເມີດ ຫຼັກການດໍາເນີນກິດຈະການທາງຫຼວງ, ການປົກປັກຮັກສາ, ການສ້ອມແປງ, ການນໍາໃຊ້, ການຍົກຍ້າຍສິ່ງປະກອບ ຂອງທາງ, ກໍ່ຄວາມເສັຍຫາຍແກ່ໂຄງປະກອບ, ເຂດປອດໄພ ແລະ ເຂດສະຫງວນຂອງທາງຫຼວງ, ລະເມີດລະບຽບການ ຂຶ້ນທະບຽນ ແລະ ດໍາເນີນທຸລະກິດ, ລະເມີດຫຼັກການ ກໍ່ສ້າງຊຶ່ງກໍ່ຄວາມເສັຍຫາຍແກ່ຊັບສິນ ຂອງສາທາລະນະ ຫຼື ຂອງບຸກຄົນ ຈະຖືກປັບໃໝ ແລະ ໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ. ຂ້າງເທິງ

ມາດຕາ 43. ມາດຕະການທາງອາຍາ
      ບຸກຄົນໃດຫາກລະເມີດຂໍ້ບັນຍັດທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້ເຊັ່ນ: ລະເມີດຢ່າງຮ້າຍແຮງຕໍ່ ຫຼັກການດໍາເນີນກິດຈະການທາງຫຼວງ, ການປົກປັກຮັກສາ, ການສ້ອມແປງ, ການນໍາໃຊ້, ທໍາລາຍສິ່ງປະກອບ, ໂຄງປະກອບ, ຂອບເຂດສະຫງວນ, ເຂດປອດໄພທາງຫຼວງ, ປອມແປງເອກະສານການຂຶ້ນທະບຽນ ແລະ ດໍາເນີນທຸລະກິດ, ລະເມີດຫຼັກການກໍ່ສ້າງ ຊຶ່ງກໍ່ຄວາມເສັຍຫາຍແກ່ ສາທາລະນະ, ຊີວິດ, ສຸຂະພາບ ຫຼື ຊັບສິນຂອງຜູ້ອື່ນ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຈະຖືກດໍາເນີນຄະດີທາງອາຍາ ແລະ ໃຊ້ແທນຄ່າເສັຍຫາຍທີ່ຕົນກໍ່ຂຶ້ນ. ຂ້າງເທິງ

ມາດຕາ 44. ມາດຕະການໂທດເພີ່ມ
   ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດຢູ່ໃນ ມາດຕາ 42 ແລະ ມາດຕາ 43 ຂອງກົດໝາຍສະບັບນີ້ ຜູ້ກະທໍາ ຜິດຈະໄດ້ຮັບໂທດເພີ້ມຕື່ມອີກເຊັ່ນ: ຖືກງົດການດໍາເນີນກິດຈະການ ຫຼື ຖືກຖອນໃບອະນຸຍາດດໍາເນີນທຸລະກິດ. ຂ້າງເທິງ

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 45. ການຈັດຕັ້ງປະຕິບັດ
   ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 46. ຜົນສັກສິດ
   ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ 90 ວັນ ນັບແຕ່ມື້ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.
   ບັນດາຂໍ້ກໍານົດ ແລະ ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ວຽງຈັນ, ວັນທີ 3 ເມສາ 1999
ປະທານສະພາແຫ່ງຊາດ
ສະໝານ ວິຍະເກດ

 

# ຫົວຂໍ້ ດາວໂຫຼດ
1 Public Roads Law No.04/99/NA, dated 3 March 1999 PDF
2 ກົດໝາຍ ວ່າດ້ວຍ ທາງຫຼວງ ເລກທີ 04-99/ສພຊ, ລົງວັນທີ 3 ເມສາ 1999 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.