ໂດຍກ່ອນໜ້ານີ້ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຄໍາສັ່ງແນະນໍາ ເລກທີ 0395/ອຄ, ລົງວັນທີ 25/02/2011 ເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກໍາເມືອງ ແລະ ການຄ້າເມືອງ, ເທດສະບານ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ລົບລ້າງ ຫຼື ຢຸດຕິການອອກໃບອະນຸຍາດເຄື່ອນຍ້າຍສິນຄ້າທຸກປະເພດ ເວັ້ນເສັຍແຕ່ບາງປະເພດສິນຄ້າທີ່ມີຄວາມຈໍາເປັນ ຊຶ່ງຕ້ອງໄດ້ຮັບການອະນຸຍາດຈາກ ກະຊວງອຸດສາຫະກໍາ ແລະ ການຄ້າກ່ອນ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າມີບາດກ້າວຕັ້ງໜ້າຫຼາຍປະການ ເຮັດໃຫ້ການຈໍລະຈອນສິນຄ້າມີຄວາມຄ່ອງຕົວຂຶ້ນໃນລະດັບໜຶ່ງ. ແຕ່ຄຽງຄູ່ກັນນີ້, ກໍຍັງປະກົດມີສະພາບເຈົ້າໜ້າທີ່ຂອງບາງພາກສ່ວນໃນເວລາກວດກາສິນຄ້າ ຍັງຮຽກຮ້ອງເອົາໃບອະນຸຍາດເຄື່ອນຍ້າຍສິນຄ້າ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ນໍາຫົວໜ່ວຍທຸລະກິດຢູ່. ດັ່ງນັ້ນ, ເພື່ອໃຫ້ການຈັດຕັ້ງປະຕິບັດຄໍາສັ່ງແນະນໍາດັ່ງກ່າວ ໄດ້ຮັບປະສິດທິຜົນສູງ. ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 2215/ອຄ, ລົງວັນທີ 21 ພະຈິກ 2011 ເຖິງບັນດາພາກສ່ວນຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຍົກເລີກການຮຽກຮ້ອງເອົາໃບອະນຸຍາດເຄື່ອນຍ້າຍສິນຄ້າ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ນໍາບັນດາຫົວໜ່ວຍທຸລະກິດຄືໃນໄລຍະຜ່ານມາ.

 

 

# ຫົວຂໍ້ ດາວໂຫຼດ
1 Ministry of Industry and Commerce cancels authorization letter for merchandise transportation PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.