ກອງປະຊຸມໄດ້ຮັບຟັງລາຍງານຜົນຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ່ 21 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໂດຍໄດ້ໃຫ້ຮູ້ວ່າ ຜູ້ນຳອາຊຽນ ໄດ້ກຳນົດແຜນງານ ໄລຍະ 10 ປີ ທີ່ກວມເອົາ 3 ເສົາຄໍ້າອາຊຽນ, ແລະ ຜູ້ນຳອາຊຽນໄດ້ຕົກລົງກຳນົດເອົາມື້ປະກາດສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ນັບແຕ່ ວັນທີ 31 ທັນວາ 2015 ເປັນຕົ້ນໄປ. ພ້ອມດຽວກັນນັ້ນ,  ເພື່ອຜັນຂະຫຍາຍ ຖະແຫລງການບາຫລີຄັ້ງທີ 3 ຍັງໄດ້ກຳນົດທິດທາງລວມ ເພື່ອພັນຂະຫຍາຍຖະແຫລງການບາຫລີ (ສະເພາະພາກເສດຖະກິດ) ຄື: ການເຊື່ອມໂຍງທາງດ້ານເສດຖະກິດ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາເສດຖະກິດ. ໜ່ວຍງານ AFTA ແຫ່ງຊາດແບ່ງປັນຄວາມຮັບຜິດຊອບ ແລະ ກໍານົດແຜນງານ ໃຫ້ແຕ່ລະຂະແໜງ ຢ່າງລະອຽດໄປຕາມກົນໄກ.

ກອງປະຊຸມໄດ້ລາຍງານ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ເຂດການຄ້າເສລີອາຊຽນ AFTA ຂອງ ສປປ ລາວດັ່ງ:

ສຳລັບການຄ້າດ້ານຜະລິດຕະພັນ:

ພາຍຫຼັງທີ່ສຳເລັດການສ້າງບັນຊີແຜນຫລຸດຜ່ອນອັດຕາພາສີຂອງຕົນແລ້ວ, ສປປ ລາວ ໄດ້ດຳເນີນການຫລຸດຜ່ອນອັດຕາພາສີ ເປັນແຕ່ລະໄລຍະ ຕາມພັນທະທີ່ກຳນົດໃນສັນຍາ AFTA, ຊຶ່ງບັນຊີລາຍການສິນຄ້າທັງໝົດຂອງ ສປປ ລາວ ລວມມີ 9,558 ລາຍການ ຕາມລະຫັດພາສີເອກະພາບອາຊຽນ (AHTN 2007).

​ໃນປີ 2012 ນີ້, ອັດຕາພາສີສິນຄ້າ ໃນກອບອາຊຽນຂອງ ສປປ ລາວ ທີ່ມີອັດຕາພາສີນ້ອຍກວ່າ 5% ລົງມາຈະມີທັງໝົດ 9,110 ລາຍການ ກວມເອົາ 95,31% ຂອງລາຍການສິນຄ້າທັງໝົດ, ແລະ ໃນນັ້ນອັດຕາພາສີ 0% ມີທັງໝົດ 7,525 ລາຍການ, ກວມເອົາ 78,73%. ສຳລັບ ບັນຊີລາຍການສິນຄ້າທີ່ປະເທດ CLMV ໄດ້ຮັບການຜ່ອນຜັນ ໃຫ້ແກ່ຍາວການຫລຸດຜ່ອນອັດຕາພາສີ ຮອດປີ 2018 ນັ້ນ, ຂະແໜງການກ່ຽວຂ້ອງຂອງ ສປປລາວ ກໍ່ໄດ້ເຮັດສຳເລັດຮ່າງບັນຊີເບື້ອງຕົ້ນແລ້ວ ແລະ ພວມຢູ່ໃນຂັ້ນຕອນການຂໍອະນຸມັດຈາກລັດຖະບານ.

​ໂດຍປະຕິບັດຕາມການຕົກລົງຂອງລັດຖະມົນຕີເສດຖະກິດອາຊຽນກ່ຽວກັບວຽກ transposition ສປປ ລາວ ພວກເຮົາໄດ້ເຮັດສຳເລັດການໂອນຍ້າຍລະບົບລະຫັດອັດຕາພາສີເອກະພາບອາຊຽນຈາກ version AHTN 2002 ມາເປັນ version AHTN 2007 ແລະ ໃນຕໍ່ໜ້ານີ້ແມ່ນຈະປ່ຽນຈາກ version 2007 ມາເປັນ version 2012, ເຊິ່ງຈະປະກາດໃຊ້ໃນາຕົ້ນເດືອນເມສາ 2013 ນີ້.

​ສຳລັບວຽກອຳນວຍຄວາມສະດວກດ້ານການຄ້າ ສປປ ລາວ ໄດ້ເຂົ້າຮ່ວມໃນໂຄງການທົດລອງຂອງອາຊຽນ Pilot Project (2) ສຳລັບການອະນຸຍາດໃຫ້ທຸລະກິດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຮ່ວມກັບ ອິນໂດເນເຊຍ ແລະ ຟີລິບປິນ, ຊຶ່ງຄາດວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ໃນມໍ່ໆນີ້. ນອກນັ້ນ, ໃນອາຊຽນກໍ່ໄດ້ປຶກສາຫາລືກັນກ່ຽວກັບການສ້າງສູນຂໍ້ມູນຂ່າວສານທາງດ້ານການຄ້າອາຊຽນ ຫຼື ASEAN Trade Repository, ຊຶ່ງຈະເປັນຖານຂໍ້ມູນທີ່ແຕ່ລະປະເທດຈະເຊື່ອມຕໍ່ກັບເວັບໄຊ໌ຂອງອາຊຽນ ແລະ ຈະສ້າງ ຄວາມສະດວກ, ງ່າຍດາຍໃຫ້ແກ່ບັນດານັກລົງທຶນ ແລະ ຜູ້ປະກອບການຕ່າງໆໃນການເຂົ້າຫາແຫຼ່ງຂໍ້ມູນຂ່າວສານ ດ້ານການຄ້າ, ການລົງທຶນຂອງແຕ່ລະປະເທດອາຊຽນ.

​ອີກວຽກນຶ່ງທີ່ສຳຄັນ ແມ່ນວຽກການລົບລ້າງບັນດາສິ່ງກີດຂວາງທີ່ບໍ່ແມ່ນພາສີ ຫຼື NTM/NTB, ຊຶ່ງປະຈຸບັນນີ້ໜ່ວຍງານ CCA ກຳລັງສ້າງເປັນແຜນວຽກລະອຽດເພື່ອຈະດຳເນີນການຈັດຕັ້ງປະຕິບັດ. ສະເພາະ ສປປ ລາວ ແມ່ນຈະເລີ່ມປະຕິບັດ ປີ 2013​-2015. ສັງເກດເຫັນວ່າ ປະຈຸບັນນີ້ມີຫຼາຍກໍລະນີ ທີ່ຍັງບໍ່ສາມາດແກ້ໄຂໄດ້, ຊຶ່ງນຶ່ງໃນນັ້ນ ກໍ່ແມ່ນເລື່ອງບັນຫາການສົ່ງອອກໝາກສາລີຂອງ ສປປ ລາວ ແລະ ກຳປູເຈຍ ໄປໄທ.

​ນອກຈາກນັ້ນ ໃນກອບອາຊຽນ+1 ຮ່ວມກັບອາຊຽນອື່ນໆ, ສປປ ລາວ ກໍ່ໄດ້ຮ່ວມລົງນາມໃນສັນຍາ FTAs ກັບ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ, ຊຶ່ງພວກເຮົາໄດ້ສຳເລັດຂັ້ນຕອນການໃຫ້ສັດຕະຍາບັນແກ່ສັນຍາເຫລົ່ານັ້ນແລ້ວ.

ສຳລັບການຄ້າດ້ານການບໍລິການ ແລະ ດ້ານການລົງທຶນ:

ສປປ ລາວ ໄດ້ເຂົ້າຮ່ວມ ແລະ ເລີ່ມຈັດຕັ້ງປະຕິບັດສັນຍາເຂດການລົງທຶນອາຊຽນ (ASEAN Investment Area: AIA) ມາຕັ້ງ ແຕ່ປີ 1998. ສັນຍາດັ່ງກ່າວນີ້ໄດ້ກຳນົດການເປີດກ້ວາງ ການລົງທຶນໃຫ້ນັກລົງທຶນພາຍໃນອາຊຽນພາຍໃນປີ 2010 ແລະ ໃຫ້ນັກລົງທຶນນອກອາຊຽນ ພາຍໃນປີ 2020 ໃນຂະແໜງອຸດສາຫະກຳປຸງແຕ່ງ, ກະສິກຳ, ການປະມົງ, ປ່າໄມ້, ບໍ່ແຮ່ ແລະ ການບໍລິການທີ່ຕິດພັນກັບຂະແໜງການເຫລົ່ານັ້ນ. ຈຸດປະສົງຂອງສັນຍານີ້ ແມ່ນແນໃສ່ລົບລ້າງສິ່ງກີດຂວາງ ຕໍ່ກັບການລົງທຶນພາຍໃນອາຊຽນເທື່ອລະກ້າວ ເພື່ອເຮັດໃຫ້ພາກພື້ນອາຊຽນສາມາດແກ໋ງແຍ້ງ ແຂ່ງຂັນ ກັບບັນດາປະເທດ ແລະ ພາກພື້ນອື່ນໆ. ການເຂົ້າຮ່ວມເປັນພາຄີ ຂອງສັນຍາດັ່ງກ່າວນີ້ ເຫັນວ່າໄດ້ຮັບຜົນປະໂຫຍດຫຼາຍໃນດ້ານການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາ ໃນສປປ ລາວ. ຈຳນວນຕົວເລກໂຄງການລົງທຶນ ແລະ ມູນຄ່າການລົງທຶນຂອງປະເທດອາຊຽນໃນ ສປປ ລາວ ໄດ້ເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະການລົງທຶນໃນຂະແໜງບໍ່ແຮ່, ຂະ ແໜງການໂຮງແຮມ, ແລະ ຂະແໜງບໍລິການອື່ນໆ. ສ້າງກາລະໂອກາດໃຫ້ສປປ ລາວໄດ້ມີການປັບປຸງເງື່ອນໄຂ ບັນຍາກາດ ການລົງທຶນ ແລະ ລະບຽບກົດໝາຍກ່ຽວກັບການລົງທຶນໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນເທື່ອລະກ້າວ.

​ເຊັ່ນດຽວກັບການຮ່ວມມືດ້ານການລົງທຶນ, ການຮ່ວມມືດ້ານການບໍລິການກໍ່ເປັນຂະແໜງການທີ່ສຳຄັນໜຶ່ງເພື່ຶອສ້າງເຂດການຄ້າເສລີອາຊຽນ. ນັບແຕ່ປີ 1997 ເປັນຕົ້ນມາ, ສປປລາວ ໄດ້ເຂົ້າຮ່ວມການເຈລະຈາເປີດເສລີ ທາງດ້ານການບໍລິການກັບອາຊຽນ ແລະ ມາຮອດປະຈຸບັນ ກໍ່ເປັນຮອບເຈລະຈາທີ່ 8 (package) ແລ້ວ. ສະຫຼຸບການເປີດເສລີໃນຂໍ້ຜູກພັນພູດທີ 8 ຊຶ່ງບັນດາປະເທດສະມາຊິກອາຊຽນຕ້ອງເປີດບໍ່ໃຫ້ຫຼຸດ 80 ລາຍການຍ່ອຍ. ສຳລັບ ສປປ ລາວ ແມ່ນເປີດໄປແລ້ວ 89 ຂະແໜງການຍ່ອຍ ຈາກ 10 ຂະ     ແໜງການຫຼັກເຊັ່ນ:

1. ພາກສ່ວນເສດຖະກິດ: 27 ຂະແໜງການຍ່ອຍ.

2. ການບໍລິການສື່ສານ: 19 ຂະແໜງການຍ່ອຍ.

3. ການກໍ່ສ້າງ ແລະ ກ່ຽວກັບການບໍລິການທາງດ້ານວິສະວະກຳ:05 ຂະແໜງການຍ່ອຍ.

4. ການບໍລິການດ້ານແຈກຢາຍ: 03 ຂະແໜງການຍ່ອຍ.

5. ການບໍລິການດ້ານການສຶກສາ: 05 ຂະແໜງການຍ່ອຍ.

6. ການບໍລິການດ້ານສິ່ງແວດລ້ອມ: 04 ຂະແໜງການຍ່ອຍ.

7. ການບໍລິການດ້ານສຸຂະພາບ ແລະ ສັງຄົມ: 01 ຂະແໜງການຍ່ອຍ.

8. ການບໍລິການດ້ານທ່ອງທ່ຽວ ແລະ ນຳທ່ຽວ: 03 ຂະແໜງການຍ່ອຍ.

9. ການບໍລິການດ້ານຄົມມະນາຄົມ-ຂົນສົ່ງ: 21 ຂະແໜງການຍ່ອຍ.

10. ການບໍລິການດ້ານອື່ນໆ ທີ່ບໍ່ນອນໃນລາຍການຂ້າງເທິງ: 01 ຂະແໜງການຍ່ອຍ.

​ປະຈຸບັນໄດ້ແບ່ງພູດເຈລະຈາອອກເປັນ 2 ພູດ ຄື ພູດທີ 9 ແລະ 10. ຊຶ່ງໃນພູດທີ 9 ແລະ 10 ຈະຕ້ອງເປີດຕື່ມພູດລະ 24 ຂະ ແໜງການຍ່ອຍ, ຕາມເປົ້າໝາຍຂອງ AEC ແມ່ນໃຫ້ສຳເລັດການເຈລະຈາໃນປີ 2015 ໂດຍການເປີດທັງໝົດ 128 ຂະແໜງການຍ່ອຍ.

າຊຽນ ກັບປະເທດຄູ່ເຈລະຈາ:

ອາຊຽນ ໄດ້ເປີດການເຈລະຈາກັບປະເທດຄູ່ເຈລະຈາອາຊຽນ 6 ປະເທດ ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດັຍ, ອົດສຕຣາລີ ແລະ ນິວຊີແລນ ສຳລັບ ການຄ້າດ້ານຜະລິດຕະພັນ ແມ່ນສຶບຕໍ່ປະຕິບັດຕາມສັນຍາ ທີ່ໄດ້ລົງນາມໄປແລ້ວ ຊຶ່ງກ່ຽວພັນກັບການຫຼຸດຜ່ອນອັດຕາພາສີໃນແຕ່ລະໄລຍະ. ສືບຕໍ່ການເຈລະຈາ ການຄ້າດ້ານການ ບໍລິການ ແລະ ການລົງທຶນ ໃນທ້າຍປີ 2012 ສາມາດສະຫຼຸບການເຈລະຈາ ການຄ້າດ້ານການບໍລິການ ອາຊຽນ-ອິນເດັຍ ຄາດວ່າຈະສາມາດລົງນາມໄດ້ໃນຕົ້ນປີ 2013.

ໃນກອງປະຊຸມຍັງຄັ້ງນີ້ໄດ້ຄົ້ນຄວ້າຢ່າງກົງໄປກົງມາ ແລະ ຕີລາຄາ ໃຫ້ເຫັນຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກເຂດການຄ້າເສລີອາຊຽນຂອງ ສ ປປລາວ, ເຫັນວ່າ ຂອດການປະສານງານລະຫ່ວາງຂະແໜງການຕ່າງໆຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ບາງວຽກງານຍັງຊັກຊ້າບໍ່ສຳເລັດຕາມກຳນົດເວລາ, ການປະສານສົມທົບລະຫ່ວາງພາກລັດ ແລະ ທຸລະກິດຍັງບໍ່ທັນເປັນລະບົບດີເທົ່າທີ່ຄວນ. ສະນັ້ນ, ຈຶ່ງເຮັດໃຫ້ການຮັບຮູ້ຂໍ້ມູນກ່ຽວກັບ AFTA ຂອງບາງຫົວໜ່ວຍທຸລະກິດຍັງຈຳກັດ ລະບົບການເກັບກຳຕົວເລກສະຖິຕິການຄ້າຍັງບໍ່ທັນສະໜອງໄດ້ຕາມຮູບແບບ (format) ຂອງອາຊຽນ, ສະເພາະ ສປປ ລາວ ແມ່ນຍັງພົບອຸປະສັກເນື່ອງຈາກວ່າ ນະໂຍບາຍ ຫຼື ລະບຽບການສະເພາະຂອງບາງຂະແໜງການແມ່ນບໍ່ມີ ຫຼື ບໍ່ໄດ້ອະນຸຍາດໃຫ້ນັກລົງທຶນຕ່າງປະເທດສາມາດຖືຫຸ້ນໄດ້ເຖິງ 70. ຖ້າຈະປະຕິບັດຕາມແຜນການເປີດເສລີການຄ້າດ້ານການບໍລິການອາຊຽນໃນແຕ່ລະໄລຍະນັ້ນ ບັນດາປະເທດສະມາຊິກອາຊຽນຈະຕ້ອງໄດ້ປັບປຸງລະບຽບການພາຍໃນຂອງຕົນເພື່ອໃຫ້ສອດຄ່ອງ ແລະ ເຮັດໃຫ້ຂະແໜງການດັ່ງກ່າວສາມາດເປີດໄດ້ ຊຶ່ງຂັ້ນຕອນໃນການປະຕິບັດຂອງແຕ່ລະປະເທດແມ່ນມີຄວາມແຕກຕ່າງກັນ ບາງປະເທດ ອາດໃຊ້ເວລາ 5 ປີ ຈິ່ງຈະສາມາດສຳເລັດຂັ້ນຕອນດ້ານລະບຽບການດັ່ງກ່າວ.

ນອກຈາກນັ້ນ, ຍັງມີບາງວຽກງານຈະຕ້ອງຮີບດ່ວນຈັດຕັ້ງປະຕິບັດ: ​ຮີບຮ້ອນຕິດຕາມການອອກໜັງສືຮັບຮອງ (LE) ສຳລັບຕາຕະລາງຫລຸດຜ່ອນອັດຕາພາສີສິນຄ້າໃນກອບ ATIGA ຂອງສປປລາວ ສຳລັບປີ 2013​-2015 ໃຫ້ສໍາເລັດພາຍໃນທ້າຍປີນີ້, ຮີບຮ້ອນປຶກສາຫາລືພາຍໃນເພື່ອເປັນເອກະພາບດ້ານຫຼັກການກ່ຽວກັບການສ້າງຖານຂໍ້ມູນຂ່າວສານການຄ້າ, ການລົງທຶນ (NTR) ເພື່ອເຊື່ອມຕໍ່ກັບເວັບໄຊ໌ອາຊຽນ, ສືບຕໍ່ປຶກສາຫາລືກັບຂະແໜງການ ກ່ຽວຂ້ອງກ່ຽວກັບວຽກ NTM/NTB, ຮີບຮ້ອນເຜີຍແຜ່ວຽກງານ (self​-certification) ເພື່ອກຽມພ້ອມກໍານົດ ແລະ ຄັດເລືອກຜູ້ທີ່ຈະສາມາດຮັບຮອງໃຫ້ສາມາດອອກໃບຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍຕົນເອງໄດ້.

ຜົນການຈັດຕັ້ງປະຕິບັດວຽກງານ AFTA ແມ່ນມີຄວາມຄືບໜ້າໃນລະດັບດີສົມຄວນ, ແຕ່ຖ້າຈະເບິ່ງໄປແລ້ວວ່າ ແມ່ນໃນລະດັບທີ່ໜ້າເພິ່ງພໍໃຈ ຫລືບໍ ນັ້ນ ແມ່ນຍັງຈະຕ້ອງບຸກບືນຕົວຕື່ມອີກ, ປັດຈຸບັນ ເຫັນວ່າ ຍັງບໍ່ສາມາດ ບຸກທະລຸໄດ້ເທົ່າທີ່ຄວນ ເປັນຕົ້ນແມ່ນ ການນຳເອົາວຽກງານທີ່ຕິດພັນກັບຂະແໜງການຂອງຕົນໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແລະ ຖືວ່າຢູ່ໃນລະດັບຕໍ່າ, ເປັນການຖ່ວງດຶງ ແລະ ສ້າງຂອດຫຍຸ້ງຍາກໃຫ້ແກ່ພາກທຸລະກິດຕື່ມອີກ, ປະເດັນດັ່ງກ່າວນີ້: ແຕ່ລະຂະແໜງການຄວນເບິ່ງຄືນ ແລະ ຈະຕ້ອງໄດ້ຮັບການແກ້ໄຂໂດຍໄວ ເພື່ອເຮັດແນວໃດ ໃຫ້ມີຄວາມສາມາດ ເຊື່ອມໂຍງກັບລະບຽບການຂອງສາກົນໄດ້. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.