ຈຸດປະສົງຫລັກຂອງບົດສຶກສານີ້ແມ່ນເພື່ອເຮັດໃຫ້ລັດຖະບານ ສປປ ລາວຮັບຊາບຜົນສຳເລັດການວິໄຈຕໍ່ກັບຂະແໜງຈໍລະຈອນ ແຈກຢາຍສິນຄ້າ ແລະ ການສະເໜີແນວທາງຍຸດທະສາດການເຈລະຈາຕໍ່ທິມງານເຈລະຈາ ເພື່ອເຂົ້າເປັນສະມາຊິດອົງການ ການ ຄ້າໂລກຂອງລາວ. ເນື້ອໃນການວິໄຈກ່ຽວກັບຂະແໜງຈໍລະຈອນແຈກຢາຍສິນຄ້າຂອງລາວ ແມ່ນໄດ້ຈາກການສຶກສາດ້ວຍ ການ ກວດຄືນບັນດາລະບຽບກົດໝາຍຂອງປະເທດ ທີ່ໃຫ້ອຳນາດຂອງການຄຸ້ມຄອງຂະແໜງການນີ້ ແລະ ດ້ວຍວິທີການ ສຶກສາແບບ ປຽບທຽບເນື້ອໃນຄຳສັນຍາ ທີ່ກ່ຽວພັນກັບຂະແໜງຈໍລະຈອນແຈກຢາຍສິນຄ້າພາຍໃຕ້ກອບຂໍ້ຕົກລົງຂອງສະມາຄົມອາຊຽນ ຕໍ່ກັບ ການຄ້າ ການບໍລິການ (AFAS) ແລະ ພາຍໃຕ້ກອບຂໍ້ຕົກກລົງທາງດ້ານການຄ້າການບໍລິການ (GATS) ທີ່ບາງປະ ເທດສະ ມາຊິກອົງການການຄ້າໂລກທີ່ ບໍ່ມີທາງອອກສູ່ທະເລໄດ້ເຮັດຄຳສັນຍາໄວ້. ພາກສຸດທ້າຍຂອງບົດສຶກສາ ແມ່ນໄດ້ສະເໜີແນະຍຸດ ທະສາດ ການເຈລະຈາ ແລະ ວິທີປັບປຸງລະບຽບກົດໝາຍ, ພ້ອມທັງນະໂຍບາຍ ໃນປະຈຸບັນ ແລະ ກອບວຽກງານຂອງສະຖາ ບັນທີ່ກ່ຽວຂ້ອງກັບຂະແໜງຈໍລະຈອນແຈກຢາຍສິນຄ້າ.
 

ລາຍລະອຽດສາມາດດາວໂຫລດຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 Study on Possible Impacts of the World Trade Organization Accession on Distribution Service in Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.