ສາລະບານ

1. ຄວາມຮູ້ເບື້ອງຕົ້ນກ່ຽວກັບເພ້ຍແປ້ງມັນຕົ້ນ
2. ມາດຕະການຄຸ້ມຄອງການສະໜອງແນວພັນ
3. ມາດຕະການປະຕິບັດຢູ່ສວນປູກມັນຕົ້ນ ເພື່ອຫຼຸດຜ່ອນການທໍາລາຍຂອງເພ້ຍແປ້ງ
4. ການຕິດຕາມ, ເຝົ້າລະວັງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້  ເລກທີ 0879/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 22 ກໍລະກົດ 2011

ບົດແນະນໍາດ້ານວິຊາການ
ກ່ຽວກັບມາດຕະການ ການປ້ອງກັນ ແລະ ກໍາຈັດຂອງເພ້ຍແປ້ງມັນຕົ້ນ

ເຖິງ: ທ່ານຫົວໜ້າຂະແໜງປູກຝັງແຂວງ ແລະ ນະຄອນຫຼວງ ໃນຂອບເຂດທົ່ວປະເທດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 9/12/2008;
  • ອີງຕາມ ລະບຽບການຄຸ້ມຄອງນໍາໃຊ້ແນວພັນ ແລະ ເມັດພັນພືດ ສໍາລັບການປູກຝັງ ໃນ ສປປ ລາວ ເລກທີ 0719/ກປ, ລົງວັນທີ 3/12/1997;
  • ອີງຕາມ ແຈ້ງການຂອງລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຕໍ່ວຽກງານປ້ອງກັນພືດ ສະບັບເລກທີ 1429/ກປ, ລົງວັນທີ 18/11/2008;
  • ອີງຕາມ ຄໍາສັ່ງຂອງລັດຖະມົນຕີກ່ຽວກັບ ການເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ປ້ອງກັນ ແລະ ສະກັດກັ້ນການລະບາດຂອງເພ້ຍແປ້ງມັນຕົ້ນ ເລກທີ 1501/ກປ, ລົງວັນທີ 23/3/2011.

ສປປ ລາວ ເປັນປະເທດໜຶ່ງທີ່ອຸດສາຫະກໍາການຜະລິດມັນຕົ້ນ ປ້ອນໂຮງງານອຸດສາຫະກໍາ ກໍາລັງເກີດຂຶ້ນຢ່າງກວ້າງຂວາງ ໃນທົ່ວປະເທດ ໂດຍໄດ້ນໍາເຂົ້າທ່ອນພັນຈາກປະເທດໄທ, ຫວຽດນາມ ແລະ ຈີນ ຫຼາຍຮ້ອຍໂຕນໃນແຕ່ລະປີ ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການຕິດແປດຂອງເພ້ຍແປ້ງ ທີ່ເປັນແມງໄມ້ສັດຕູພືດ ທີ່ເປັນອັນຕະລາຍຮ້າຍແຮງເຂົ້າມາໃນປະເທດ. ດັ່ງນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນຕໍ່ປະກົດການດັ່ງກ່າວ ມັນຈຶ່ງມີຄວາມຈໍາເປັນຕ້ອງສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນມາ ແລະ ລັກສະນະທາງຊີວະວິທະຍາຂອງເພ້ຍແປ້ງມັນຕົ້ນ ແລະ ມີມາດຕະການຄວບຄຸມ ເລີ່ມຈາກຕົ້ນເຫດເສັ້ນທາງການຕິດແປດ ໄປຈົນເຖິງການຈັດການລະບົບການຜະລິດ ແລະ ການເຝົ້າລະວັງຢ່າງເຂັ້ມງວດ ເພື່ອຄວບຄຸມໃຫ້ທັນກັບສະພາບຕົວຈິງ ບໍ່ໃຫ້ແຜ່ລາມເຂົ້າມາ ແລະ ແຜ່ລະບາດອອກຢ່າງກວ້າງຂວາງພາຍໃນປະເທດ ຊຶ່ງຈະສ້າງຄວາມເສັຍຫາຍຕໍ່ເສດຖະກິດຂອງຊາດ, ຊັບສິນ ແລະ ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວເຮົາ.

ດັ່ງນັ້ນ, ກົມປູກຝັງ ຈຶ່ງອອກຄໍາແນະນໍາດ້ານວິຊາການດັ່ງນີ້:

ໃຫ້ຂະແໜງປູກຝັງແຂວງ ແລະ ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຫ້ອງການສົ່ງເສີມກະສິກໍາ ແລະ ປ່າໄມ້ເມືອງ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ຮີບຮ້ອນປຸກລະດົມປະຊາຊົນບັນດາເຜົ່າ ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ບົວລະບັດຮັກສາສວນປູກມັນຕົ້ນຂອງຕົນ ຫຼາຍຂຶ້ນກວ່າເກົ່າ ພ້ອມທັງໃຫ້ການແນະນໍາບາງມາດຕະການດ້ານວິຊາການທີ່ຈໍາເປັນຄືດັ່ງລຸ່ມນີ້:

1. ຄວາມຮູ້ເບື້ອງຕົ້ນກ່ຽວກັບເພ້ຍແປ້ງມັນຕົ້ນ

ເພ້ຍແປ້ງ ນອກຈາກຖືກລາຍງານເປັນແມງໄມ້ສັດຕູພືດທີ່ສໍາຄັນ ຂອງມັນຕົ້ນແລ້ວຍັງມີລາຍງານວ່າ ສາມາດເຂົ້າທໍາລາຍພືດອື່ນໆຫຼາຍຊະນິດເຊັ່ນ: ໝາກມ່ວງຫິມມະພານ, ໝາກມັງກອນ, ພືດຕະກູນໝາກກ້ຽງ, ກະຖິນ, ໝາກເຜັດ, ໝາກຂຽບ, ໝາກສີດາ, ຖົ່ວຝັກຍາວ ແລະ ໝາກອຶ. ເພ້ຍແປ້ງທີ່ທໍາລາຍມັນຕົ້ນ ມີທັງໝົດ 4 ຊະນິດທີ່ສໍາຄັນຄື: ເພ້ຍແປ້ງໂຕລາຍ Ferrisia Virgata, ເພ້ຍແປ້ງສີຂຽວ Phenacoccus madeirensis, ເພ້ຍແປ້ງສີບົວ Phenacoccus manihoti, ເພ້ຍແປ້ງແຈັກເບຍເລ Pseudocuccus jackbearleyi ເຊິ່ງໃນນັ້ນ ເພ້ຍແປ້ງທີ່ສ້າງຄວາມເສຍຫາຍຮຸນແຮງກວ່າໝູ່ແມ່ນເພ້ຍແປ້ງສີບົວ. ເພ້ຍແປ້ງມັນຕົ້ນທັງໝົດນີ້ ມີຕົ້ນກໍາເນີດມາຈາກປະເທດເຂດຮ້ອນຊຸ່ມ ທະວີບອາເມລິກາໃຕ້ ຕໍ່ມາມັນໄດ້ແຜ່ລະບາດຢ່າງກວ້າງຂວາງ ຢູ່ທະວີບອາຟຣິກກາ ແລະ ມາເຖິງປະຈຸບັນເພ້ຍແປ້ງມັນຕົ້ນໄດ້ຖືກລາຍງານ ຈາກກົມວິຊາການກະເສດຂອງປະເທດໄທ ວ່າມີການລະບາດຢູ່ຫຼາຍຈັງຫວັດ, ສ່ວນປະເທດຈີນ, ຫວຽດນາມ ແລະ ກໍາປູເຈຍກໍາລັງຢູ່ໃນໄລຍະຕິດຕາມສໍາຫຼວດເຝົ້າລະວັງຢູ່.

ວົງຈອນຊີວິດຂອງເພ້ຍແປ້ງ ມີການຂະຫຍາຍພັນໂດຍການອອກໄຂ່ ເຊິ່ງໃນແຕ່ລະຄັ້ງໄຂ່ຈະຖືກວາງເປັນກຸ່ມ ແລະ ຫໍ່ໄວ້ດ້ວຍໄຍສີຂາວ ຫຼັງຈາກນັ້ນໄຂ່ຈະແຕກອອກເປັນຕົວອ່ອນ ຊຶ່ງຈະລອກຄາບ 3-4 ຄັ້ງ ຈຶ່ງກາຍເປັນໂຕເຕັມໄວ. ໂດຍເພດແມ່ຈະມີຮູບຮ່າງແບນ ແລະ ມີໄຂແປ້ງປົກຄຸມຈໍານວນຫຼາຍ ແລະ ສໍາລັບເພດຜູ້ບາງຊະນິດຈະສ້າງປີກບິນໄປມາໄດ້ ລວມເວລາຊອງວົງຈອນຊີວິດ ເລີ່ມແຕ່ໄຂ່ຈົນເຖິງໂຕເຕັມໄວ ຕັ້ງແຕ່ 35 ວັນ-92 ວັນ. ເພ້ຍແປ້ງສາມາດຈະເລີນເຕີບໂຕໃນຊ່ວງອຸນຫະພູມ 15-34°c ໂດຍສະເພາະອຸນຫະພູມທີ່ເໝາະສົມທີ່ສຸດແມ່ນ 25°c ແລະ ຈະຂະຫຍາຍປະຊາກອນຫຼາຍໃນລະດູແລ້ງ ແລະ ຈະຫຼຸດລົງໃນລະດູຝົນ. ຮູບການແຜ່ລະບາດຂອງເພ້ຍແປ້ງມີຫຼາຍເສັ້ນທາງເຊັ່ນ: ບາງຊະນິດໂຕແກ່ມີປີກບິນ, ປິວໄປຕາມລົມ, ຕິດໄປນໍາເຄື່ອງການກະເສດ ແລະ ຕິດແປດໄປກັບທ່ອນພັນ ຫຼື ທຸກສ່ວນຂອງມັນຕົ້ນ.

ເພ້ຍແປ້ງສາມາດເຂົ້າທໍາລາຍມັນຕົ້ນໄດ້ທຸກໄລຍະ ການຈະເລີນຂອງພືດ ແລະ ທຸກສ່ວນພືດ ໂດຍລັກສະນະການທໍາລາຍແມ່ນຕົ້ນພືດ ຈະຖືກດູດກິນນໍ້າລ້ຽງໂດຍສະເພາະໃບ, ຈຶ່ງເຮັດໃຫ້ໃບປ່ຽນສີ ແລະ ຫຼົ່ນ. ນອກນີ້ ເພ້ຍແປ້ງຍັງສ້າງສານໜຽວ ທີ່ເຮັດໃຫ້ເກີດລາດໍາເທິງໃບ ເຊິ່ງຫຼຸດຜ່ອນການສັງເຄາະແສງ ສຸດທ້າຍເຮັດໃຫ້ຜົນຜະລິດຫົວມັນຕົ້ນຕົກຕໍ່າ ຫຼື ບໍ່ໃຫ້ຜົນຜະລິດເລີຍ. ນອກນີ້ ຍັງມີຜົນກະທົບຕໍ່ສ່ວນຕ່າງໆຂອງພືດຄື: ເຮັດໃຫ້ຍອດມັນຕົ້ນກູດ, ຕົ້ນເຕ້ຍ, ແກນລໍາຕົ້ນຕາຍ ແລະ ຮູບຮ່າງບິດບ້ຽວ. ຂ້າງເທິງ

2. ມາດຕະການຄຸ້ມຄອງການສະໜອງແນວພັນ

  • ແນວພັນທີ່ອະນຸຍາດໃຫ້ນໍາໃຊ້ຕ້ອງໄດ້ຮັບການຂຶ້ນທະບຽນ ຢູ່ກົມປູກຝັງເຊິ່ງຖືກຮັບປະກັນເປັນແນວພັນ ທີ່ມີຄຸນນະພາບແທດເໝາະກັບການຜະລິດຢູ່ ສປປ ລາວ ຕາມລະບຽບການຄຸ້ມຄອງນໍາໃຊ້ແນວພັນພືດ ແລະ ເມັດພັນພືດສໍາລັບການປູກຝັງ ສະບັບເລກທີ 0719/ກປ, ລົງວັນທີ 3/12/1997;
  • ກ່ອນການນໍາເຂົ້າແນວພັນມັນຕົ້ນ ຕ້ອງໄດ້ຮັບການຄົ້ນຄວ້າປະເມີນຄວາມສ່ຽງຂອງສັດຕູພືດ ແລະ ອະນຸຍາດຈາກກົມປູກຝັງ ໂດຍຜູ້ນໍາເຂົ້າຕ້ອງນໍາສະເໜີແຜນນໍາໃຊ້ ແລະ ແຈກຢາຍແນວພັນ ເພື່ອເປັນບ່ອນອີງໃນການກວດກາຕິດຕາມ;
  • ການນໍາເຂົ້າທ່ອນພັນມັນຕົ້ນຈາກຕ່າງປະເທດ, ຕ້ອງມາຈາກເຂດທີ່ຢັ້ງຢືນວ່າ ບໍ່ມີເພ້ຍແປ້ງມນຕົ້ນລະບາດ ແລະ ມີໃບຢັ້ງຢືນສຸຂານາໄມພືດ ອອກໃຫ້ໂດຍອົງການປ້ອງກັນພືດຂອງປະເທດຕົ້ນທາງ ພ້ອມທັງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ ໃນໃບອະນຸຍາດນໍາເຂົ້າຂອງກົມປູກຝັງຢ່າງເຂັ້ມງວດ;
  • ແນວພັນທີ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າ ຈະຕ້ອງຜ່ານດ່ານປ້ອງກັນພືດ ແລະ ຖືກສຸ່ມກວດຫາເພ້ຍແປ້ງມັນຕົ້ນ ໂດຍເຈົ້າໜ້າທີ່ປ້ອງກັນພືດຕາມມາດຕະຖານເຕັກນິກ. ໃນກໍລະນີພົບເຫັນເພ້ຍແປ້ງຕ້ອງແຊ່ທ່ອນພັນມັນຕົ້ນ ໃນນໍ້າຢາເຄມີໃດໜຶ່ງ ໃນ 3 ຊະນິດຢາທີ່ອະນຸຍາດໃຫ້ນໍາໃຊ້ຄື: Thiamethoxan 25% WG, Emidacloprid 70% WG ແລະ Dinotefuran 10% WP ແລະ ວິທີນໍາໃຊ້ໃຫ້ປະຕິບັດຕາມຂໍ້ແນະນໍາທີ່ລະບຸໄວ້ ໃນສະຫຼາກຂອງພາຊະນະບັນຈຸຢາ ພາຍຫຼັງການແຊ່ນໍ້າຢາ ທ່ອນພັນມັນຕົ້ນຕ້ອງຜ່ານການກວດກາຢັ້ງຢືນ ຈາກເຈົ້າໜ້າທີ່ປ້ອງກັນພືດກ່ຽວກັບສະພາບ ປອດສັດຕູພືດອີກຄັ້ງໜຶ່ງ.
  • ເພີ່ມທະວີການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຢູ່ເຂດຊາຍແດນໂດຍສະເພາະ ເຈົ້າໜ້າທີ່ພາສີສາຍກວດ ເພື່ອຄຸ້ມຄອງ ແລະ ກວດກາການນໍາເຂົ້າທ່ອນພັນມັນຕົ້ນຢ່າງເຄັ່ງຄັດ ຕາມລະບຽບຫຼັກການ. ຖ້າພົບເຫັນການນໍາເຂົ້າ ຫຼື ລັກລອບນໍາເຂົ້າຈາກຕ່າງປະເທດ ໂດຍບໍ່ຖືກຕາມລະບຽບກົດໝາຍ ໃຫ້ກວດຢຶດແລ້ວນໍາໄປແຊ່ນໍ້າຢາເຄມີຕາມເຕັກນິກ ທີ່ລະບຸໄວ້ໃນເບື້ອງຕົ້ນສໍາລັບຜູ້ລະເມີດ ໃຫ້ກ່າວເຕືອນ ແລະ ຮັບຜິດຊອບຄ່າສິ້ນເປືອງໃນການປະຕິບັດສຸຂານາໄມ, ປັບໃໝ ຫຼື ດໍາເນີນຄະດີຢ່າງເຂັ້ມງວດ;
  • ແຫຼ່ງຂະຫຍາຍແນວພັນມັນຕົ້ນພາຍໃນປະເທດ ຕ້ອງສ້າງແຜນການຜະລິດ ແລະ ສະເໜີຂໍກວດກາ ແລະ ຢັ້ງຢືນຈາກຂະແໜງປູກຝັງແຂວງ ແລະ ນະຄອນຫຼວງ ໃຫ້ເປັນສວນຜະລິດແນວພັນມັນຕົ້ນປອດເພ້ນແປ້ງ, ຫ້າມເດັດຂາດບໍ່ໃຫ້ມີການແຈກຢາຍແນວພັນ ທີ່ຕິດແປດເພ້ຍແປ້ງມັນຕົ້ນ ໃນກໍລະນີທີ່ມີການລະເມີດໃຫ້ປັບໃໝ ແລະ ດໍາເນີນຄະດີຢ່າງເຂັ້ມງວດ. ໂດຍສະເພາະການສ້າງຄວາມເສຍຫາຍ ໃຫ້ແກ່ການຜະລິດຂອງຜູ້ອື່ນທີ່ຕິດແປດສັດຕູພືດ. ຂ້າງເທິງ

3. ມາດຕະການປະຕິບັດຢູ່ສວນປູກມັນຕົ້ນ ເພື່ອຫຼຸດຜ່ອນການທໍາລາຍຂອງເພ້ຍແປ້ງ

  • ເລືອກລະດູການປູກໃຫ້ເໝາະສົມ ໂດຍສະເພາະໃນລະດູຝົນ ຄວນເລີ່ມປູກໃນເດືອນພຶດສະພາ ຫຼື ໄລຍະທີ່ບໍ່ມີຝົນຂາດຊ່ວງ ຈະຊ່ວຍຫຼຸດຜ່ອນປະຊາກອນຂອງເພ້ຍແປ້ງ ໃນໄລຍະການຈະເລີນພັນຊ່ວງ 3 ເດືອນທໍາອິດຂອງມັນຕົ້ນ. ສໍາລັບໃນເຂດທີ່ມີປະຫວັດການລະບາດຂອງເພ້ຍແປ້ງ ແມ່ນຄວນຫຼີກເວັ້ນການປູກໃນລະດູແລ້ງ ຊຶ່ງເປັນໃນໄລຍະທີ່ເພ້ຍແປ້ງຈະເລີນເຕີບໂຕໄດ້ດີ;
  • ເລືອກນໍາໃຊ້ແນວພັນທີ່ເໝາະສົມກັບສະພາບພື້ນທີ່ ແລະ ບໍ່ມີການຕິດແປດເພ້ຍແປ້ງ, ທ່ອນພັນມັນຕົ້ນທີ່ນໍາໃຊ້ປູກ ຕ້ອງມີອາຍຸ 8-12 ເດືອນ ແລະ ຕ້ອງນໍາໃຊ້ປູກພາຍຫຼັງການເກັບກ່ຽວ 15 ວັນ;
  • ລົງສໍາຫຼວດສວນປູກມັນຕົ້ນຢ່າງເປັນປົກກະຕິ ຢ່າງໜ້ອຍ 1 ອາທິດ/ຄັ້ງ ແລະ ຕ້ອງຕິດຕາມຫຼາຍຂຶ້ນກວ່າເກົ່າ ໃນເວລາຝົນຂາດຊ່ວງ ຫຼື ສະພາບອາກາດແຫ້ງແລ້ງ ອຸນຫະພູມສູງກວ່າ 25°c ໂດຍວິທີການຍ່າງຕັດມູມຜ່ານສວນປູກມັນຕົ້ນ, ໃນກໍລະນີຖ້າພົບເຫັນເພ້ຍແປ້ງ ແລະ ຍອດມັນຕົ້ນມີໃບກູດ 1 ຫາ 2 ຕົ້ນ/ພື້ນທີ່ສໍາຫຼວດ ໃຫ້ຕັດ ຫຼື ຫຼົກໝົດຕົ້ນທໍາລາຍດ້ວຍການເຜົາໄໝຖິ້ມຢູ່ນືກສວນປູກ;
  • ໃນກໍລະນີການສໍາຫຼວດສວນປູກ ຫາກເຫັນວ່າພົບຫຼາຍກວ່າ 3 ຕົ້ນຂຶ້ນໄປ ແມ່ນໃຫ້ດໍາເນີນການສີດຢາຂ້າແມງໄມ້ ຕາມບົດເຕັກນິກຂອງສູນປ້ອງກັນພືດ ທີ່ປະກາດໃຊ້ໃນແຕ່ລະໄລຍະ ບົນພື້ນຖານສົມທົບຂໍການແນະນໍາຈາກວິຊາການ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອຫຼີກເວັ້ນການນໍາໃຊ້ຢາເຄມີ ທີ່ເຮັດໃຫ້ເພ້ຍແປ້ງສາມາດເປັນຕົວຕ້ານທານ ຕໍ່ຢາປາບສັດຕູພືດ ແລະ ສົ່ງຜົນກະທົບຕໍ່ລະບົບນິເວດ ໂດຍສະເພາະແມງໄມ້ເປັນປະໂຫຍດຄວບຄຸມເພ້ຍແປ້ງມັນຕົ້ນ ພ້ອມນີ້ເພື່ອຫຼີກເວັ້ນຄ່າໃຊ້ຈ່າຍບົວລະບັດຮັກສາສູງຂຶ້ນ ໃນກໍລະນີມີການລະບາດຂອງເພ້ຍແປ້ງຢ່າງໜັກ ເມື່ອອາຍຸມັນຕົ້ນໄດ້ 8 ເດືອນຂຶ້ນໄປ ແມ່ນໃຫ້ເກັບກ່ຽວຜົນຜະລິດທັນທີ;
  • ສໍາລັບສວນປູກມັນຕົ້ນ 2 ລະດູຂຶ້ນໄປ ຄວນມີການປັບປຸງດິນ ໂດຍໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ໃນອັດຕາ 2 ໂຕນ/ໄລ່ ຫຼື ຖ້າມີເງື່ອນໄຂໃຫ້ປູກພືດຕະກູນຖົ່ວແລ້ວໄຖກົບ ເພື່ອປັບປຸງໂຄງສ້າງຂອງດິນໃຫ້ດູດຊຶມທາດອາຫານພືດ ໄດ້ດີຂຶ້ນ ແລະ ເຮັດໃຫ້ຕົ້ນພືດແຂງແຮງ ທົນທານຕໍ່ການທໍາລາຍຂອງເພ້ຍແປ້ງ;
  • ໃນສວນປູກມັນຕົ້ນທີ່ມີເພ້ຍແປ້ງເກີດຂຶ້ນ ພາຍຫຼັງເກັບກ່ຽວຜົນຜະລິດ ຕ້ອງເກັບສິ້ນສ່ວນມັນຕົ້ນຕົກຄ້າງຢູ່ສວນປູກ ຈູດທໍາລາຍຖິ້ມ ແລະ ໄຖພວນດິນຕາກແດດໄວ້ຢ່າງໜ້ອຍ 14 ວັນ. ຂ້າງເທິງ

4. ການຕິດຕາມ, ເຝົ້າລະວັງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ

  • ຕິດຕາມ, ກວດກາການເຄື່ອນຍ້າຍທ່ອນພັນພາຍໃນປະເທດ ໂດຍສະເພາະຈາກເຂດທີ່ກົມປູກຝັງໄດ້ປະກາດ ເປັນເຂດລະບາດຂອງເພ້ຍແປ້ງ ຖ້າພົບເຫັນຕ້ອງໄດ້ດໍາເນີນມາດຕະການແຊ່ທ່ອນພັນ ທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ;
  • ເຜີຍແຜ່ຂໍ້ມູນຂ່າວສານໃຫ້ຄວາມຮູ້ ຄວາມເຂົ້າໃຈແກ່ປະຊາຊົນກ່ຽວກັບຄວາມເປັນອັນຕະລາຍ ແລະ ເອົາໃຈໃສ່ຕິດຕາມເຝົ້າລະວັງ ສະພາບການລະບາດຕາມບົດເຕັກນິກ ທີ່ໄດ້ເຜີຍແຜ່ໃນແຕ່ລະໄລຍະ;
  • ບໍລິສັດທີ່ມີສັນຍາຜູກພັນສອງສົ້ນກັບປະຊາຊົນ ໃນການຜະລິດມັນຕົ້ນຕ້ອງສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃນການຝຶກອົບຮົມກ່ຽວກັບເຕັກນິກການປ້ອງກັນ ກໍາຈັດເພ້ຍແປ້ງມັນຕົ້ນຕາມບົດເຕັກນິກ ທີ່ກົມປູກຝັງໄດ້ກໍານົດໄວ້ໃນແຕ່ລະໄລຍະ;
  • ຂະແໜງປູກຝັງຄວນແຈ້ງ ແລະ ໂຄສະນາອົບຮົມໃຫ້ແກ່ບໍລິສັດ ໃນແຂວງຂອງຕົນຊາບກ່ຽວກັບກົດໝາຍປ້ອງກັນພືດ ແລະ ຂັ້ນຕອນການອອກອະນຸຍາດນໍາເຂົ້າ ຕາມລະບຽບການຄຸ້ມຄອງແນວພັນພືດ;
  • ຕິດຕາມ ແລະ ນໍາໃຊ້ມາດຕະການລົງໂທດຕໍ່ບຸກຄົນສວຍໂອກາດ ທີ່ຂາຍຢາເຄມີປາບສັດຕູພືດທີ່ບໍ່ໄດ້ຈົດທະບຽນ ແລະ ບໍ່ໄດ້ຜ່ານການກວດກາຈາກດ່ານປ້ອງກັນພືດ ພ້ອມທັງຮູບການໂຄສະນາ ຫຼື ໃຫ້ຂໍ້ມູນວິທີການປ້ອງກັນພືດທີ່ບໍ່ສອດຄ່ອງກັບເຕັກນິກວິຊາການ ແລະ ລະບຽບກົດໝາຍ;
  • ສົມທົບກັບສູນປ້ອງກັນພືດ, ກົມປູກຝັງສ້າງຕາໜ່າງລົງສູ່ຂັ້ນບ້ານ ເພື່ອຕິດຕາມເຝົ້າລະວັງ ແລະ ລາຍງານທາງໂທລະສັບ ແລະ ເປັນລາຍລັກອັກສອນຢ່າງປົກກະຕິ ໃຫ້ສູນປ້ອງກັນພືດ, ກົມປູກຝັງຢ່າງເປັນປົກກະຕິ;
  • ປຸກລະດົມໃຫ້ບໍລິສັດທີ່ສະໜອງແນວພັນ ເຂົ້າຮ່ວມໃນການຈັດຕັ້ງມາດຕະການຄວບຄຸມ ແລະ ຮັບປະກັນບໍ່ໃຫ້ແນວພັນທີ່ແຈກຢາຍປະຊາຊົນຕິດແປດສັດຕູພືດ;
  • ຂະແໜງປູກຝັງແຂວງ, ນະຄອນຫຼວງ ຄວນປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ສ້າງແຜນການຄວບຄຸມເພ້ຍແປ້ງມັນຕົ້ນ ທັງໄລຍະສັ້ນ ແລະ ໄລຍະຍາວ. ໂດຍຜັນຂະຫຍາຍເອົາເນື້ອໃນບົດແນະນໍາສະບັບນີ້ ຫຼື ສອບຖາມຂໍ້ມູນດ້ານວິຊາການເພີ່ມຕື່ມນໍາກົມປູກຝັງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ ແລະ ລາຍງາສະພາບໃຫ້ກົມປູກຝັງຊາບ ເປັນແຕ່ລະໄລຍະ. ຂ້າງເທິງ

ຫົວໜ້າກົມປູກຝັງ,
ກະຊວງກະສິກໍາ ແລະ ປ່າໄມ້
ດຣ. ມົນທາທິບ ຈັນເພັງໄຂ

ບ່ອນນໍາສົ່ງ:

  • ລັດຖະມົນຕີວ່າການ, ຊ່ວຍວ່າການກະຊວງ ກປ 1 ສະບັບ (ເພື່ອລາຍງານ)
  • ຫ້ອງການກະຊວງ ກປ 1 ສະບັບ (ເພື່ອລາຍງານ)
  • ຫ້ອງການປົກຄອງແຂວງ, ນະຄອນຫຼວງ 1 ສະບັບ (ເພື່ອຊາບ)
  • ກົມ, ກອງ ແລະ ສະຖາບັນອ້ອມຂ້າງກະຊວງ ກປ ບ່ອນລະ 1 ສະບັບ (ເພື່ອຊາບ)
  • ກົມພາສີ, ກະຊວງການເງິນ 1 ສະບັບ (ເພື່ອຂໍຄວາມຮ່ວມມື)
  • ກົມຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ 1 ສະບັບ (ເພື່ອຂໍຄວາມຮ່ວມມື)
  • ກົມເອກະສານແຫ່ງຊາດ 1 ສະບັບ (ເພື່ອຊາບ)
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງບ່ອນລະ 1 ສະບັບ (ເພື່ອຊ່ວຍຊີ້ນໍາ)
  • ສູນປ້ອງກັນພືດ 1 ສະບັບ (ເພື່ອຈັດຕັ້ງປະຕິບັດ)
  • ດ່ານປ້ອງກັນພືດທົ່ວປະເທດ ບ່ອນລະ 1 ສະບັບ (ເພື່ອຈັດຕັ້ງປະຕິບັດ)
  • ເກັບມ້ຽນ 1 ສະບັບ (ເພື່ອຊາບ)
# ຫົວຂໍ້ ດາວໂຫຼດ
1 Technicality Instruction of Ministry of Agriculture and Forestry on the prevention measure and eradicate of pest in cassava No. 0879/MAF, date 22 July 20211 PDF
2 ບົດແນະນໍາ ດ້ານວິຊາການ ກ່ຽວກັບ ມາດຕະການ ປ້ອງກັນ ແລະ ກໍາຈັດ ຂອງເພ້ຍແປ້ງມັນຕົ້ນ ເລກທີ 0879/ກປຝ, ລົງວັນທີ 22 ກໍລະກົດ 2011 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບການກວດກາ - ແນວພັນມັນຕົ້ນ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ແນວພັນມັນຕົ້ນທີ່ນຳເຂົ້າມາ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ປ້ອງກັນ ພືດ
  1. ບົດແນະນໍາ ດ້ານວິຊາການ ກ່ຽວກັບ ມາດຕະການ ປ້ອງກັນ ແລະ ກໍາຈັດ ຂອງເພ້ຍແປ້ງມັນຕົ້ນ ເລກທີ 0879/ກປຝ, ລົງວັນທີ 22 ກໍລະກົດ 2011
  2. ບົດແນະນໍາ ກ່ຽວກັບ ມາດຕະການສຸຂານາໄມພືດ ສໍາລັບ ການນໍາເຂົ້າ ແນວພັນມັນຕົ້ນ ຈາກຕ່າງປະເທດ ເລກທີ 1085/ກປຝ
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.