ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ແນວພັນພືດ
ມາດຕາ 3. ອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້
ມາດຕາ 5. ນະໂຍບາຍກ່ຽວກັບການຄຸ້ມຄອງແນວພັນພືດ
ມາດຕາ 6. ຫຼັກການຄຸ້ມຄອງ ແລະ ການນໍາໃຊ້ແນວພັນພືດ
ມາດຕາ 7. ການຮ່ວມມືກັບສາກົນ

ພາກທີ II - ການພັດທະນາແນວພັນພືດ

ມາດຕາ 8. ເປົ້າໝາຍ
ມາດຕາ 9. ຂັ້ນຕອນຄຸ້ມຄອງການພັດທະນາແນວພັນພືດ

ມາດຕາ 10. ການຄົ້ນຄວ້າທົດລອງແນວພັນພືດໃໝ່
ມາດຕາ 11. ການທົດສອບແນວພັນພືດໃໝ່

ມາດຕາ 13. ການຮັບຮອງແນວພັນພືດໃໝ່
ມາດຕາ 14. ເງື່ອນໄຂໃນການຮັບຮອງແນວພັນພືດໃໝ່
ມາດຕາ 15. ການພິຈາລະນາຮັບຮອງແນວພັນພືດໃໝ່
ມາດຕາ 16. ໜ່ວຍງານຄຸ້ມຄອງການທົດສອບແນວພັນພືດໃໝ່
ມາດຕາ 17. ການຕັ້ງຊື່ແນວພັນພືດໃໝ່

ມາດຕາ 18. ການຈົດທະບຽນແນວພັນພືດ
ມາດຕາ 19. ເງື່ອນໄຂຂອງການຈົດທະບຽນ
ມາດຕາ 20. ສິດ ແລະ ໜ້າທີ່ຂອງໜ່ວຍງານຄຸ້ມຄອງແນວພັນພືດ

ມາດຕາ 21. ຄຸນນະພາບແນວພັນພືດ
ມາດຕາ 22. ມາດຕະຖານຄຸນນະພາບແນວພັນພືດ

ພາກທີ III - ການຄຸ້ມຄອງ-ອະນຸລັກແຫຼ່ງເຊື້ອພັນພືດ

ມາດຕາ 23. ການຄຸ້ມຄອງແຫຼ່ງເຊື້ອພັນພືດ
ມາດຕາ 24. ການອະນຸລັກແຫຼ່ງເຊື້ອພັນພືດ
ມາດຕາ 25. ການແລກປ່ຽນແນວພັນ ແລະ ເຊື້ອພັນພືດ

ພາກທີ IV - ທຸລະກິດແນວພັນພືດ

ມາດຕາ 26. ເງື່ອນໄຂການດໍາເນີນທຸລະກິດແນວພັນພືດ
ມາດຕາ 27. ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກແນວພັນພືດ
ມາດຕາ 28. ການເກັບຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ

ພາກທີ V - ການຄຸ້ມຄອງ ແລະ ກວດກາແນວພັນພືດ

ມາດຕາ 29. ການຄຸ້ມຄອງ ແລະ ກວດກາແນວພັນພືດ
ມາດຕາ 30. ການກວດກາແນວພັນພືດ
ມາດຕາ 31. ຮູບການກວດກາແນວພັນພືດ
ມາດຕາ 32. ສິດ ແລະ ໜ້າທີ່ຂອງກົມປູກຝັງ
ມາດຕາ 33. ສິດ ແລະ ໜ້າທີ່ຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ
ມາດຕາ 34. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 35. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ມາດຕາ 36. ສິດ ແລະ ໜ້າທີ່ຂອງຄະນະກວດກາແນວພັນພືດ
ມາດຕາ 37. ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ພາກທີ VI - ຂໍ້ຫ້າມ

ມາດຕາ 38. ຂໍ້ຫ້າມທົ່ວໄປ
ມາດຕາ 39. ຂໍ້ຫ້າມສໍາລັບພະນັກງານຄຸ້ມຄອງ, ກວດກາແນວພັນພືດ

ພາກທີ VII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 40. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 41. ມາດຕະການຕໍ່ຜູ້ລະເມີດ

ພາກທີ VIII - ບົດບັນຍັດສຸດທ້າຍ

ມາດຕາ 42. ການຈັດຕັ້ງປະຕິບັດ
ມາດຕາ 43. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້    ເລກທີ 3919/ກປ
ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2012

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດ

  • ອີງຕາມ ກົດໝາຍວ່າດ້ວຍກະສິກໍາ, ສະບັບເລກທີ 01/ສພຊ, ລົງວັນທີ 10/10/1998;
  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ, ສະບັບເລກທີ 06/ສພຊ, ລົງວັນທີ 9/10/2008;
  • ອີງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ, ສະບັບເລກທີ 01/ສພຊ, ລົງວັນທີ 20 ທັນວາ 2011.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ອອກຂໍ້ຕົກລົງ:

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການອະນຸລັກ, ການຄົ້ນຄວ້າທົດລອງ, ການຂະຫຍາຍ, ການຮັບຮອງ, ການຈົດທະບຽນ, ການຜະລິດ ແລະ ດໍາເນີນທຸລະກິດແນວພັນພືດ ແນໃສ່ຄຸ້ມຄອງ, ຍົກລະດັບການຜະລິດພືດໃຫ້ມີປະສິດທິຜົນສູງ ຮັບປະກັນທາງດ້ານສະບຽງອາຫານຢ່າງໜັກແໜ້ນ, ການຜະລິດເປັນສິນຄ້າ ແລະ ຮ່ວມມືສາກົນ. ຂ້າງເທິງ

ມາດຕາ 2. ແນວພັນພືດ

ແນວພັນພືດແມ່ນກຸ່ມໜຶ່ງຂອງພືດທີ່ມີກໍາມະພັນ ແລະ ລັກສະນະທາງພຶກສາສາດທີ່ຄືກັນ, ມີຄຸນສົມບັດສະເພາະຕົວຂອງແຕ່ລະກຸ່ມ, ມີຄວາມແຕກຕ່າງຈາກກຸ່ມອື່ນ ໃນພືດຊະນິດດຽວກັນ, ມີຄວາມສະໝໍ່າສະເໝີ ແລະ ມີຄວາມຄົງຕົວທາງດ້ານກາຍຍະພາບ ທີ່ໄດ້ມາຈາກແນວພັນພື້ນເມືອງ, ແນວພັນທ້ອງຖິ່ນ, ແນວພັນປັບປຸງ, ແນວພັນໄດ້ຈາກການປະສົມພັນ ແລະ ສ່ວນຂະຫຍາຍພັນ. ຂ້າງເທິງ

ມາດຕາ 3. ອະທິບາຍຄໍາສັບ

ຄໍາສັບຕ່າງໆທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

  1. ແນວພັນພືດພື້ນເມືອງ ໝາຍເຖິງແນວພັນພືດທີ່ໄດ້ກໍານົດ ຫຼື ມີຢູ່ພາຍໃນປະເທດ ເຊິ່ງມີການນໍາໃຊ້ຢ່າງແຜ່ຫຼາຍ;
  2. ແນວພັນພືດທ້ອງຖິ່ນ ໝາຍເຖິງແນວພັນພືດທີ່ມີລັກສະນະສະເພາະ ແລະ ມີຄຸນປະໂຫຍດໃນການນໍາໃຊ້ ສະເພາະພື້ນທີ່ໃດໜຶ່ງ;
  3. ແນວພັນພືດປ່າ ໝາຍເຖິງແນວພັນພືດທີ່ມີ ຫຼື ເຄີຍມີຢູ່ໃນທໍາມະຊາດ ແລະ ຍັງບໍ່ໄດ້ນໍາມາໃຊ້ເພາະປູກຢ່າງແຜ່ຫຼາຍ;
  4. ແນວພັນປັບປຸງ ໝາຍເຖິງແນວພັນທີ່ໄດ້ຈາກການປະສົມພັນ, ຄັດເລືອກ, ການສ້າງ ແລະ ການທົດສອບ;
  5. ຊິ້ນສ່ວນຂະຫຍາຍພັນ ໝາຍເຖິງຕົ້ນ, ຕໍ, ໜໍ່, ກິ່ງ, ງ່າ, ແໜງ, ຕາ, ຍອດ, ຮາກ, ຫົວ, ໃບ ແລະ ຈຸລັງພືດ;
  6. ແນວພັນພືດໃໝ່ ໝາຍເຖິງແນວພັນພືດທີ່ໄດ້ຈາກການປັບປຸງ ຫຼື ພັດທະນາພັນພືດດ້ວຍການຄັດເລືອກ, ການປະສົມພັນ ແລະ ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າທີ່ຖືກຢັ້ງຢືນ ຍົກເວັ້ນການຕັດແຕ່ງພັນທຸກໍາ (GMO-Genetically Modified Organism);
  7. ການທົດສອບແນວພັນພືດໃໝ່ ໝາຍເຖິງການກວດສອບຄວາມແຕກຕ່າງ, ຄວາມສະໝໍ່າສະເໝີ ແລະ ຄວາມຄົງຕົວ; ພ້ອມທັງການກໍານົດຊື່;
  8. ການຮັບຮອງແນວພັນພືດ ໝາຍເຖິງການຢັ້ງຢືນແນວພັນພືດ ທີ່ໄດ້ຜ່ານການກວດສອບຄວາມແຕກຕ່າງ, ຄວາມສະໝໍ່າສະເໝີ ແລະ ຄວາມຄົງຕົວ; ພ້ອມທັງຄວາມສາມາດປັບຕົວກັບສະພາບພື້ນທີ່, ທົນທານຕໍ່ພະຍາດແມງໄມ້ ແລະ ເປັນທີ່ຍອມຮັບຂອງສັງຄົມ;
  9. ການຈົດທະບຽນແນວພັນພືດ ໝາຍເຖິງການຂຶ້ນບັນຊີແນວພັນພືດ ທີ່ໄດ້ຜ່ານການຢັ້ງຢືນພິຈາລະນາ ທາງດ້ານວິຊາການກ່ຽວກັບແນວພັນພືດ ແລະ ແຈ້ງຈຸດພິເສດຂອງມັນ;
  10. ການອະນຸລັກແຫຼ່ງເຊື້ອພັນພືດ ໝາຍເຖິງການເກັບຮັກສາເຊື້ອພັນພືດ ແຕ່ລະຊະນິດໄວ້ໃນທະນາຄານເຊື້ອພັນ ແລະ ໄວ້ໃນທ້ອງຖິ່ນເດີມ;
  11. ການຜະລິດແນວພັນພືດ ໝາຍເຖິງການຜະລິດແນວພັນໄປຕາມຫຼັກການ, ຂັ້ນຕອນ ແລະ ວິທີການຜະລິດຢ່າງເປັນລະບົບ;
  12. ທະນາຄານເຊື້ອພັນພືດ ໝາຍເຖິງສະຖານທີ່ເກັບຮັກສາເຊື້ອພັນພືດ;
  13. ແນວພັນພືດປອມ ໝາຍເຖິງແນວພັນພືດທີ່ບໍ່ໄດ້ມາດຕະຖານ ທີ່ກໍານົດໄວ້ຕາມຫຼັກວິຊາການ;
  14. ກໍາມະພັນ ໝາຍເຖິງການຖ່າຍທອດລັກສະນະຕ່າງໆ ຈາກພໍ່ແມ່ ຫຼື ຜູ້ໃຫ້ກໍາເນີດໄປສູ່ລູກ ໂດຍມີຢີນເປັນໂຕຄວບຄຸມພັນທຸກໍາ ຂອງສິ່ງທີ່ມີຊີວິດແຕ່ລະຊະນິດທີ່ມີຄວາມແຕກຕ່າງກັນ;
  15. ພຶກສາສາດ ໝາຍເຖິງໂຄງສ້າງຂອງພືດ, ການຈະເລີນເຕີບໂຕຂອງພືດ ແລະ ຜົນຜະລິດຂອງພືດ. ຂ້າງເທິງ

ມາດຕາ 4. ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການອະນຸລັກ, ການຄົ້ນຄວ້າທົດລອງ, ການຂະຫຍາຍ, ການຮັບຮອງ, ການຈົດທະບຽນ, ການຜະລິດ ແລະ ດໍາເນີນທຸລະກິດແນວພັນພືດ. ຂ້າງເທິງ

ມາດຕາ 5. ນະໂຍບາຍກ່ຽວກັບການຄຸ້ມຄອງແນວພັນພືດ

ລັດຊຸກຍູ້, ສົ່ງເສີມໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃນການລົງທຶນໃສ່ວຽກງານພັດທະນາ ແລະ ຄຸ້ມຄອງແນວພັນພືດແບບວິທະຍາສາດ ໂດຍເນັ້ນໃສ່ກໍ່ສ້າງພື້ນຖານໂຄງລ່າງວັດຖຸເຕັກນິກ, ບຸກຄະລາກອນ, ການຄົ້ນຄວ້າ ແລະ ພັດທະນາແນວພັນ, ການຜະລິດແນວພັນ, ອະນຸລັກພໍ່ແມ່ພັນ, ສໍາຫຼວດ, ເຕົ້າໂຮມ ພ້ອມທັງອະນຸລັກແນວພັນພືດທີ່ຫາຍາກ ແລະ ໃກ້ຈະສູນພັນ ຫຼື ວຽກງານອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 6. ຫຼັກການຄຸ້ມຄອງ ແລະ ການນໍາໃຊ້ແນວພັນພືດ

ຫຼັກການຄຸ້ມຄອງແນວພັນພືດມີດັ່ງນີ້:

  1. ຮັບປະກັນການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ນໍາໃຊ້ແນວພັນພືດໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
  2. ອະນຸລັກ, ປົກປັກຮັກສາ, ພັດທະນາ, ຄຸ້ມຄອງ ແລະ ກວດກາແນວພັນພືດ ໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວເປັນພາຄີ;
  3. ຮັບປະກັນຜົນປະໂຫຍດຂອງລັດ, ລວມໝູ່, ຄອບຄົວ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ມາດຕາ 7. ການຮ່ວມມືກັບສາກົນ

ລັດຊຸກຍູ້ສົ່ງເສີມພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ອົງການຈັດຕັ້ງສາກົນໃນວຽກງານຄຸ້ມຄອງແນວພັນພືດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ການພັດທະນາແນວພັນພືດ

ມາດຕາ 8. ເປົ້າໝາຍ

ເພື່ອສົ່ງເສີມການຄຸ້ມຄອງການຜະລິດແນວພັນພືດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຕອບສະໜອງ ໃຫ້ແກ່ສັງຄົມຢ່າງທົ່ວເຖິງ. ຂ້າງເທິງ

ມາດຕາ 9. ຂັ້ນຕອນຄຸ້ມຄອງການພັດທະນາແນວພັນພືດ

  • ການຄົ້ນຄວ້າ ແລະ ການຜະລິດແນວພັນພືດໃໝ່
  • ການຮັບຮອງແນວພັນພືດໃໝ່
  • ການຈົດທະບຽນແນວພັນພືດໃໝ່
  • ການກວດກາຄຸນນະພາບແນວພັນພືດ. ຂ້າງເທິງ

ໝວດທີ 1
ການຄົ້ນຄວ້າ ແລະ ການຜະລິດແນວພັນພືດໃໝ່

ມາດຕາ 10. ການຄົ້ນຄວ້າທົດລອງແນວພັນພືດໃໝ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີສິດເຮັດການຄົ້ນຄວ້າທົດລອງ, ຄັດເລືອກ, ທົດສອບ, ສຶກສາ, ສ້າງ ແລະ ຜະລິດແນວພັນພືດຢູ່ ສປປ ລາວ. ຂ້າງເທິງ

ມາດຕາ 11. ການທົດສອບແນວພັນພືດໃໝ່

  1. ແນວພັນພືດທີ່ຜ່ານການຄັດເລືອກ, ປັບປຸງ ຫຼື ນໍາເຂົ້າທີ່ຍັງບໍ່ທັນມີຊື່ ໃນບັນຊີແນວພັນພືດອະນຸຍາດໃຫ້ຜະລິດ ເພື່ອດໍາເນີນທຸລະກິດຈະຕ້ອງໄດ້ຜ່ານການທົດສອບ ແລະ ຖືກຮັບຮອງເສຍກ່ອນ ຈຶ່ງສາມາດບັນທຶກເຂົ້າໃນບັນຊີແນວພັນພືດໃໝ່.
  2. ເນື້ອໃນການທົດສອບ
  • ທົດສອບຄວາມແຕກຕ່າງ, ຄວາມສະໝໍ່າສະເໝີ ແລະ ຄວາມຄົງຕົວ (DUS-Distinctness, Uniformity, and Stability);
  • ຄຸນປະໂຫຍດຂອງການຜະລິດ ແລະ ການນໍາໃຊ້ (Value of Cultivation and Use, VCU).
  1. ການອະນຸຍາດທົດສອບແນວພັນພືດໃໝ່
  • ການທົດສອບແນວພັນຂອງບັນດາພືດທີ່ຢູ່ ໃນບັນຊີແນວພັນພືດທີ່ໄດ້ຄັດເລືອກ, ສ້າງຢູ່ ສປປ ລາວ ແລະ ທົດສອບແນວພັນນໍາເຂົ້າທີ່ຍັງບໍ່ທັນມີລາຍຊື່ ໃນບັນຊີແນວພັນທີ່ໄດ້ອະນຸຍາດຜະລິດ ແລະ ເຮັດທຸລະກິດ;
  • ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການທົດສອບແນວພັນພືດໃໝ່ ຕ້ອງປະກອບເອກະສານຕາມຫຼັກວິຊາການ ເພື່ອຂໍທົດສອບແນວພັນພືດໃໝ່ ທີ່ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
  • ໃນກໍລະນີນັກປັບປຸງພັນເປັນຜູ້ທົດສອບເອງ ຕ້ອງດໍາເນີນຕາມຂັ້ນຕອນການທົດສອບ ຂອງກະຊວງກະສິກໍາ ແລະ ປ່າໄມ້ວາງອອກ ຫຼື ເຊັນສັນຍາຮ່ວມກັບໜ່ວຍງານທົດສອບ ທີ່ຖືກຮັບຮູ້ຕາມທີ່ໄດ້ກໍານົດໃນ ມາດຕາ 16 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 12. ການຜະລິດແນວພັນພືດໃໝ່

ການຜະລິດແນວພັນພືດໃໝ່ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງໜ່ວຍງານວິຊາການ ທີ່ເຮັດຫນ້າທີ່ຮັບຜິດຊອບໃນການຜະລິດແນວພັນ ເພື່ອຮັກສາໄວ້ລັກສະນະທາງກໍາມະພັນ ໂດຍໃຫ້ຖືກຕ້ອງຕາມແນວພັນພືດ, ແນວພັນພືດທີ່ຂະຫຍາຍພັນດ້ວຍເມັດ ແລະ ຊິ້ນສ່ວນລໍາຕົ້ນສາມາດປະຕິບັດດັ່ງນີ້:

  1. ການຜະລິດເມັດພັນພືດ ໂດຍທົ່ວໄປແມ່ນການຜະລິດຕາມ 4 ລຸ້ນເມັດພັນ.

ການຜະລິດເມັດພັນແຕ່ລະລຸ້ນຊຶ່ງເລີ່ມຈາກເມັດພັນບໍລິສຸດ (Breeder Seed), ເມັດພັນພື້ນຖານ (ລຸ້ນ1) (Foundation Seed), ເມັດພັນຈົດທະບຽນ (ລຸ້ນ2) (Registration Seed) ແລະ ເມັດພັນຢັ້ງຢືນ (ລຸ້ນ3) (Certified Seed) ໂດຍແມ່ນກະຊວງກະສິກໍາ ແລະ ປ່າໄມ້ກໍານົດອອກ;

  1. ການຜະລິດແນວພັນໄມ້ໃຫ້ໝາກ, ໄມ້ປະດັບ ແລະ ພືດອື່ນໆ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຜະລິດແນວພັນໄມ້ໃຫ້ໝາກ, ໄມ້ປະດັບ ແລະ ພືດອື່ນໆ ດ້ວຍຊິ້ນສ່ວນຂະຫຍາຍພັນ ຕ້ອງປະຕິບັດຕາມຫຼັກວິຊາການທີ່ ກະຊວງກະສິກໍາ ແລະ ປ່າໄມ້ກໍານົດອອກ. ຂ້າງເທິງ

ໝວດທີ 2 
ການຮັບຮອງແນວພັນພືດໃໝ່

ມາດຕາ 13. ການຮັບຮອງແນວພັນພືດໃໝ່

ແນວພັນພືດໃໝ່ທີ່ໄດ້ຜ່ານການຄົ້ນຄວ້າທົດລອງຢູ່ ສປປ ລາວ ຕ້ອງໄດ້ຮັບຮອງຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 14. ເງື່ອນໄຂໃນການຮັບຮອງແນວພັນພືດໃໝ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງທີ່ຈະຮັບຮອງແນວພັນພືດໃໝ່ ມີເງື່ອນໄຂດັ່ງນີ້:

  1. ຜົນໄດ້ຮັບຂອງການທົດສອບ ຈາກໜ່ວຍງານທົດສອບແນວພັນພືດໃໝ່;
  2. ຜົນໄດ້ຮັບຈາກການທົດສອບການຜະລິດ ໃນພື້ນທີ່ກວ້າງ, ເປັນທີ່ຍອມຮັບ ແລະ ໄດ້ຮັບການຢັ້ງຢືນຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  3. ຜົນການຄົ້ນຄວ້າພິຈາລະນາຮັບຮອງແນວພັນພືດໃໝ່ ຈາກກອງປະຊຸມສະພາວິທະຍາສາດເຕັກນິກກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 15. ການພິຈາລະນາຮັບຮອງແນວພັນພືດໃໝ່

ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງພິຈາລະນາຮັບຮອງແນວພັນພືດໃໝ່ ຫຼື ປະຕິເສດ ພາຍໃນກໍານົດ 15 ວັນ ໃນວັນລັດຖະການ ນັບແຕ່ມື້ໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ຂ້າງເທິງ

ມາດຕາ 16. ໜ່ວຍງານຄຸ້ມຄອງການທົດສອບແນວພັນພືດໃໝ່

ແມ່ນໜ່ວຍງານໜຶ່ງທີ່ຂຶ້ນກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ທົບທວນຄືນຄໍາຮ້ອງ ແລະ ຄົ້ນຄວ້າພິຈາລະນາ ເພື່ອຮັບຮອງແນວພັນພືດໃໝ່;
  2. ຄຸ້ມຄອງກວດກາການທົດສອບຄວາມແຕກຕ່າງ, ຄວາມສະໝໍ່າສະເໝີ ແລະ ຄວາມຄົງຕົວຂອງພືດ;
  3. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມການມອບໝາຍ. ຂ້າງເທິງ

ມາດຕາ 17. ການຕັ້ງຊື່ແນວພັນພືດໃໝ່

ແນວພັນພືດໃໝ່ຈະຕ້ອງຕັ້ງຊື່ເໝາະສົມ, ຈະແຈ້ງ, ບໍ່ຊໍ້າກັບຊື່ແນວພັນພືດຊະນິດດຽວກັນ ຫຼື ຊະນິດໃກ້ຄຽງກັນໃນ ສປປ ລາວ ຫຼື ຕ່າງປະເທດ. ຂ້າງເທິງ

ໝວດທີ 3
ການຈົດທະບຽນແນວພັນພືດ

ມາດຕາ 18. ການຈົດທະບຽນແນວພັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງເຮັດການຜະລິດ ແລະ ທຸລະກິດແນວພັນພືດ ໃນ ສປປ ລາວ ຕ້ອງຈົດທະບຽນນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 19. ເງື່ອນໄຂຂອງການຈົດທະບຽນ

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຂໍຈົດທະບຽນແນວພັນພືດ ຕ້ອງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດ ກະສິກໍາ ແລະ ປ່າໄມ້;
  2. ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງພິຈາລະນາການຈົດທະບຽນ ຫຼື ປະຕິເສດການຈົດທະບຽນ ພາຍໃນກໍານົດ 15 ວັນ ໃນວັນລັດຖະການ ນັບແຕ່ວັນໄດ້ຮັບໃບຄໍາຮ້ອງເປັນຕົ້ນໄປ;
  3. ໃນກໍລະນີແນວພັນພືດນໍາເຂົ້າມາ ເພື່ອເຮັດການຄົ້ນຄວ້າທົດລອງ, ຊ່ວຍເຫຼືອ, ຂອງຂວັນ ແລະ ແລກປ່ຽນ ຕ້ອງໄດ້ຈົດທະບຽນຈາກປະເທດຕົ້ນທາງ ແລະ ແຈ້ງໃຫ້ກົມປູກຝັງຊາບ ເພື່ອກວດກາໃຫ້ຖືກຕ້ອງ ຕາມລະບຽບການນໍາເຂົ້າແນວພັນພືດ;
  4. ໃບທະບຽນແນວພັນພືດ ຊຶ່ງອອກໃຫ້ໂດຍກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ມີອາຍຸ 2 ປີ;
  5. ໃບທະບຽນແນວພັນພືດ ຈະຖືກຖອນກ່ອນໝົດອາຍຸການນໍາໃຊ້ ໂດຍກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໃນກໍລະນີມີການລະເມີດຂໍ້ຕົກລົງສະບັບນີ້, ລວມທັງແນວພັນພືດບໍ່ໄດ້ມາດຕະຖານ ຕາມລະບຽບການຄຸ້ມຄອງ ແລະ ນໍາໃຊ້ແນວພັນ ແລະ ເມັດພັນພືດ ສໍາລັບການປູກຝັງໃນ ສປປ ລາວ. ຂ້າງເທິງ

ມາດຕາ 20. ສິດ ແລະ ໜ້າທີ່ຂອງໜ່ວຍງານຄຸ້ມຄອງແນວພັນພືດ

ໜ່ວຍງານຄຸ້ມຄອງແນວພັນພືດ ເປັນໜ່ວຍງານໜຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ດັ່ງນີ້:

  • ຄົ້ນຄວ້າ ແລະ ພິຈາລະນາເອກະສານຂໍຈົດທະບຽນ ເພື່ອສະເໜີໃຫ້ກົມຈົດທະບຽນແນວພັນພືດ;
  • ກວດກາ, ຕິດຕາມ ແລະ ປະເມີນຄືນການຈົດທະບຽນແນວພັນພືດຢ່າງເປັນປົກກະຕິ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ 4
ການກວດກາຄຸນນະພາບແນວພັນພືດ

ມາດຕາ 21. ຄຸນນະພາບແນວພັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດໍາເນີນການຜະລິດ ແລະ ທຸລະກິດແນວພັນພືດ ຕ້ອງຮັບປະກັນຄຸນນະພາບ ຕາມມາດຕະຖານທີ່ກໍານົດໄວ້ ໃນ ມາດຕາ 22 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 22. ມາດຕະຖານຄຸນນະພາບແນວພັນພືດ

ມາດຕະຖານຄຸນນະພາບແຕ່ລະຊະນິດແນວພັນພືດມີ:

  • ມາດຕະຖານຂອງກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ;
  • ມາດຕະຖານຂອງພາກພື້ນ ແລະ ສາກົນ. ຂ້າງເທິງ

ພາກທີ III
ການຄຸ້ມຄອງ-ອະນຸລັກແຫຼ່ງເຊື້ອພັນພືດ

ມາດຕາ 23. ການຄຸ້ມຄອງແຫຼ່ງເຊື້ອພັນພືດ

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໜ້າທີ່ຄຸ້ມຄອງແຫຼ່ງເຊື້ອພັນພືດ;
  2. ແຫຼ່ງເຊື້ອພັນພືດຢູ່ໃນຂອບເຂດການຄຸ້ມຄອງ ຂອງກະຊວງກະສິກໍາ ແລະ ປ່າໄມ້, ການຂຸດຄົ້ນນໍາໃຊ້ຕ້ອງໄດ້ຮັບອະນຸຍາດຈາກ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 24. ການອະນຸລັກແຫຼ່ງເຊື້ອພັນພືດ

  1. ກະຊວງກະສິກໍາ ແລະ ປ່າໄມ້ ສະໜັບສະໜູນການອະນຸລັກແນວພັນພືດ ເພື່ອພັດທະນາ ແລະ ນໍາໃຊ້ໃຫ້ມີຄວາມຍືນຍົງ;
  2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໜ້າທີ່ອະນຸລັກແນວພັນພືດ ຕາມກົດໝາຍທີ່ກ່ຽວຂ້ອງ;
  3. ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບຂຶ້ນບັນຊີ ລາຍຊື່ແນວພັນພືດທີ່ຕ້ອງອະນຸລັກ. ຂ້າງເທິງ

ມາດຕາ 25. ການແລກປ່ຽນແນວພັນ ແລະ ເຊື້ອພັນພືດ

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສິດແລກປ່ຽນແນວພັນພືດພາຍໃນປະເທດ ເພື່ອຮັບໃຊ້ເຂົ້າໃນການຄົ້ນຄວ້າ, ທົດລອງ, ການຜະລິດ ແລະ ດໍາເນີນທຸລະກິດແນວພັນພືດ ແຕ່ຕ້ອງໄດ້ຮັບອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້;
  2. ການແລກປ່ຽນເຊື້ອພັນພືດກັບສາກົນ ຕ້ອງໄດ້ຮັບການຮັບຮອງຈາກໜ່ວຍງານກວດກາເຊື້ອພັນພືດ ຊຶ່ງໄດ້ຮັບການອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້;
  3. ໃນກໍລະນີແນວພັນພືດທີ່ບໍ່ໄດ້ຂຶ້ນບັນຊີລາຍຊື່ ໂດຍມີຈຸດປະສົງ ເພື່ອການຄົ້ນຄວ້າທົດລອງ ແລະ ທົດສອບຕ້ອງປະຕິບັດດັ່ງນີ້:
  • ໃບຢັ້ງຢືນສຸຂານາໄມພືດຈາກປະເທດຕົ້ນທາງ (Phytosanitary Certificate);
  • ໃບຢັ້ງຢືນກ່ຽວກັບມາດຕະຖານການເຄື່ອນຍ້າຍແນວພັນພືດ (Standard Material Transfer Agreement, SMTA) ຂອງປະເທດພາຄີ ແລະ ບໍ່ແມ່ນພາຄີ (Material Transfer Agreement, MTA)
  • ໃບອະນຸຍາດນໍາເຂົ້າແນວພັນພືດ;
  1. ໜ່ວຍງານກວດກາເຊືຶ້ອພັນພືດ ແມ່ນໜ່ວຍງານໜຶ່ງຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ. ຂ້າງເທິງ

ພາກທີ IV
ທຸລະກິດແນວພັນພືດ

ມາດຕາ 26. ເງື່ອນໄຂການດໍາເນີນທຸລະກິດແນວພັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດມີຈຸດປະສົງ ເພື່ອເຮັດທຸລະກິດແນວພັນພືດ ຕ້ອງປະກອບເອກະສານດັ່ງນີ້:

  1. ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນດໍາເນີນທຸລະກິດການຜະລິດແນວພັນພືດ;
  2. ສະຖານທີ່ດໍາເນີນທຸລະກິດ ແລະ ພື້ນຖານໂຄງລ່າງວັດຖຸເຕັກນິກ ທີ່ກ່ຽວກັບການດໍາເນີນທຸລະກິດແນວພັນພືດ;
  3. ວິຊາການທີ່ມີຄວາມຮູ້ຄວາມສາມາດທີ່ແນ່ນອນ ດ້ານການຜະລິດແນວພັນພືດ;
  4. ໃບທະບຽນວິສາຫະກິດ;
  5. ໃບອະນຸຍາດດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້;
  6. ໃບທະບຽນແນວພັນພືດ. ຂ້າງເທິງ

ມາດຕາ 27. ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກແນວພັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນໍາເຂົ້າ ແລະ ສົ່ງອອກ ແນວພັນພືດຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

ການນໍາເຂົ້າແນວພັນພືດ:

  1. ແນວພັນພືດທີ່ມີໃນບັນຊີລາຍຊື່ແນວພັນພືດທີ່ອະນຸຍາດຜະລິດ;
  2. ໃບທະບຽນແນວພັນພືດຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຂອງ ສປປ ລາວ;
  3. ໃບຢັ້ງຢືນສຸຂານາໄມພືດຈາກປະເທດຕົ້ນທາງ.

ການສົ່ງອອກແນວພັນພືດ:

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງມີສິດສົ່ງອອກແນວພັນພືດ ທີ່ບໍ່ນອນຢູ່ໃນບັນຊີລາຍຊື່ແນວພັນພືດຫວງຫ້າມ;
  2. ໃບອະນຸຍາດນໍາເຂົ້າຈາກປະເທດປາຍທາງ;
  3. ໃບຢັ້ງຢືນສຸຂານາໄມພືດຈາກປະເທດຕົ້ນທາງ. ຂ້າງເທິງ

ມາດຕາ 28. ການເກັບຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ

ຄ່າທໍານຽມ ແລະ ຄ່າບໍລິການດ້ານວິຊາການ ສໍາລັບໃບທະບຽນ ແລະ ໃບອະນຸຍາດຕ່າງໆກ່ຽວກັບແນວພັນພືດ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ພາກທີ V
ການຄຸ້ມຄອງ ແລະ ກວດກາແນວພັນພືດ

ມາດຕາ 29. ການຄຸ້ມຄອງ ແລະ ກວດກາແນວພັນພືດ

ອົງການຄຸ້ມຄອງ ແລະ ກວດກາແນວພັນພືດ ແມ່ນຂະແໜງການກະສິກໍາ ແລະ ປ່າໄມ້ປະກອບດ້ວຍ:

  • ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
  • ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ;
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  • ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ.

ຂະແໜງການຄຸ້ມຄອງ ແລະ ກວດກາແນວພັນພືດ ສາມາດແຕ່ງຕັ້ງໜ່ວຍງານກວດກາ ຊຶ່ງປະກອບດ້ວຍພະນັກງານວິຊາການ ທີ່ໄດ້ຮັບການຝຶກອົບຮົມດ້ານເຕັກນິກວິຊາການຈາກກົມປູກຝັງ. ຂ້າງເທິງ

ມາດຕາ 30. ການກວດກາແນວພັນພືດ

ການກວດກາແນວພັນພືດ ແມ່ນການຕິດຕາມກວດກາການເຄື່ອນໄຫວ ກ່ຽວກັບການຜະລິດ, ການທົດສອບ, ການຮັບຮອງ, ການຈົດທະບຽນ, ການອະນຸລັກແຫຼ່ງເຊື້ອພັນພືດ, ການດໍາເນີນທຸລະກິດດ້ານແນວພັນພືດ ແລະ ການກວດກາຄຸນນະພາບເມັດພັນພືດ. ຂ້າງເທິງ

ມາດຕາ 31. ຮູບການກວດກາແນວພັນພືດ

ການກວດກາແນວພັນພືດມີ 3 ຮູບການດັ່ງນີ້:

  1. ການກວດກາຕາມປົກກະຕິ ແມ່ນການກວດກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ຊຶ່ງໄດ້ແບ່ງຂັ້ນຄຸ້ມຄອງ ທີ່ມີລັກສະນະເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນ;
  2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດກາ ເມື່ອມີຄວາມຈໍາເປັນໂດຍແຈ້ງເປົ້າໝາຍ ຜູ້ຖືກກວດກາຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ ແມ່ນການກວດກາສະເພາະກິດຂອງບັນຫາໃດໜຶ່ງ ເມື່ອຫາກເຫັນວ່າມີຄວາມຈໍາເປັນ ແຕ່ການກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນ ໂດຍບໍ່ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ. ຂ້າງເທິງ

ມາດຕາ 32. ສິດ ແລະ ໜ້າທີ່ຂອງກົມປູກຝັງ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ ກົມປູກຝັງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍຕ່າງໆ, ນິຕິກໍາທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງ ສປປ ລາວ ເປັນພາສີໃຫ້ກາຍເປັນແຜນງານ, ໂຄງການລະອຽດກ່ຽວກັບການຜະລິດ, ການເຮັດທຸລະກິດ, ການຮັບຮອງ, ການຈົດທະບຽນ ແລະ ການຄຸ້ມຄອງຄຸນນະພາບແນວພັນພືດ ໃນຂອບເຂດທົ່ວປະເທດ;
  2. ກໍານົດຫຼັກການ, ລະບຽບການ, ຄໍາສັ່ງ, ຄໍາແນະນໍາ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດໃຫ້ມີປະສິດທິຜົນສູງ;
  3. ໂຄສະນາ, ເຜີຍແຜ່, ຊີ້ນໍາ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແນວພັນພືດ ແລະ ບົດບັນຍັດຂອງສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງ ສປປ ລາວ ເປັນພາຄີ.
  4. ຮັບຮອງ, ຈົດທະບຽນແນວພັນພືດ ແລະ ກວດກາຄຸນນະພາບແນວພັນພືດ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງຂອງຕົນ;
  5. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມ, ກວດກາແນວພັນພືດເປັນຕົ້ນແມ່ນການຮັບຮອງ, ການຈົດທະບຽນ, ການຄຸ້ມຄອງຄຸນນະພາບ, ການຜະລິດ ແລະ ການດໍາເນີນທຸລະກິດແນວພັນພືດ ຢູ່ພາຍໃນຂອບເຂດທົ່ວປະເທດ;
  6. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານຄຸ້ມຄອງແນວພັນພືດ;
  7. ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງແນວພັນພືດ ໃນຂອບເຂດທົ່ວປະເທດ ແລະ ລາຍງານໃຫ້ຂັ້ນເທິງຊາບຢ່າງເປັນປົກກະຕິ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 33. ສິດ ແລະ ໜ້າທີ່ຂອງສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍຕ່າງໆ, ນິຕິກໍາທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງ ສປປ ລາວ ເປັນພາຄີໃຫ້ກາຍເປັນແຜນງານ, ໂຄງການລະອຽດກ່ຽວກັບການອະນຸລັກແຫຼ່ງເຊື້ອພັນພືດ, ຄົ້ນຄວ້າທົດລອງແນວພັນພືດໃໝ່ ຢູ່ໃນຂອບເຂດທົ່ວປະເທດ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງນໍາໃຊ້ແນວພັນພືດ ເປັນຕົ້ນແມ່ນການອະນຸລັກແຫຼ່ງເຊື້ອພັນພືດ ແລະ ການຄົ້ນຄວ້າທົດລອງແນວພັນພືດ;
  2. ຄົ້ນຄວ້າວິທະຍາສາດເຕັກນິກ ແລະ ຈັດຕັ້ງປະຕິບັດດ້ານການອະນຸລັກແຫຼ່ງເຊື້ອພັນພືດ ແລະ ການຄົ້ນຄວ້າທົດລອງແນວພັນພືດ ແລະ ຍົກລະດັບວິຊາການ ດ້ານການຄົ້ນຄວ້າທົດລອງແນວພັນພືດ;
  3. ພົວພັນ ແລະ ຮ່ວມມືກັບຕ່າງປະເທດກ່ຽວກັບການອະນຸລັກ ແລະ ການຄົ້ນຄວ້າທົດລອງແນວພັນພືດ;
  4. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານອະນຸລັກ ແລະ ການຄົ້ນຄວ້າທົດລອງແນວພັນພືດໃໝ່ ໃນທົ່ວປະເທດໃຫ້ກະຊວງກະສິກໍາ ແລະ ປ່າໄມ້ຢ່າງເປັນປົກະຕິ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 34. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຜັນຂະຫຍາຍຂໍ້ຕົກລົງກ່ຽວກັບ ວຽກງານຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດໃຫ້ເປັນແຜນງານ, ໂຄງການເພື່ອຈັດຕັ້ງປະຕິບັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ໂຄສະນາເຜີຍແຜ່ລະບຽບກົດໝາຍ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງແນວພັນພືດ;
  3. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  4. ອອກໃບອະນຸຍາດນໍາເຂົ້າ, ສົ່ງອອກ, ຈໍາໜ່າຍແນວພັນພືດ ທີ່ໄດ້ຮັບການຈົດທະບຽນຖືກຕ້ອງຈາກກົມປູກຝັງ;
  5. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ;
  6. ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງແນວພັນພືດ ພາຍໃນແຂວງ, ນະຄອນໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນຢ່າງເປັນປົກກະຕິ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 35. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ

ໃນການຄຸ້ມຄອງແນວພັນພືດ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ແຈ້ງການ ແລະ ຄໍາແນະນໍາກ່ຽວກັບການຄຸ້ມຄອງແນວພັນພືດ;
  2. ຊຸກຍູ້, ຕິດຕາມ, ລະບຽບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແນວພັນພືດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານຢ່າງເປັນປົກກະຕິ;
  3. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງແນວພັນພືດ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 36. ສິດ ແລະ ໜ້າທີ່ຂອງຄະນະກວດກາແນວພັນພືດ

ຄະນະກວດກາແນວພັນພືດມີສິດ ແລະ ໜ້າທີ່ດັ່ງນີ້:

  1. ແຈ້ງໃຫ້ຜູ້ຜະລິດ ແລະ ເຮັດທຸລະກິດກ່ຽວກັບເນື້ອໃນຂອງຂໍ້ຕົກລົງສະບັບນີ້;
  2. ໃນການກວດກາແນວພັນພືດ ພະນັກງານກວດກາ ຕ້ອງສະແດງໃບແຕ່ງຕັ້ງຕໍ່ຜູ້ຜະລິດ ແລະ ເຮັດທຸລະກິດແນວພັນພືດ ຕ້ອງປະຕິບັດຢ່າງເໝາະສົມ ແລະ ເຄັ່ງຄັດຕາມລະບຽບກົດໝາຍ;
  3. ກວດກາເປັນແຕ່ລະໄລຍະຕາມຄວາມເໝາະສົມ ສໍາລັບທຸກພາກສ່ວນທີ່ກ່ຽວຂ້ອງກັບການຜະລິດ ການເຮັດທຸລະກິດ ແລະ ການຄຸ້ມຄອງຄຸນນະພາບ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໃນ ສປປ ລາວ;
  4. ກວດກາກ່ຽວກັບໃບຢັ້ງຢືນການຜະລິດ, ການເຮັດທຸລະກິດ, ໃບຮັບຮອງແນວພັນພືດໃໝ່, ໃບຮັບຮອງຄຸນນະພາບ ຫຼື ເອກະສານອື່ນໆ ຫຼື ໃບອະນຸມັດຈາກທາງການ ຫຼື ຄໍາສັ່ງພາຍໃຕ້ຂໍ້ຕົກລົງສະບັບນີ້;
  5. ຕິດຕາມ, ກວດກາການຜະລິດແນວພັນພືດ ໃນພື້ນທີ່ການຜະລິດເຊິ່ງເລີ່ມແຕ່ປູກ ຈົນຮອດເກັບກ່ຽວ ແລະ ການເກັບຮັກສາ;
  6. ສຸ່ມເກັບຕົວຢ່າງແນວພັນພືດ ຫຼື ວັດຖຸໃດໜຶ່ງທີ່ພົວພັນກັບແນວພັນພືດ ເພື່ອທົດສອບຄຸນນະພາບ;
  7. ກວດກາແນວພັນພືດໃນພາຊະນະບັນຈຸ, ສະຫຼາກ ຫຼື ເອກະສານອື່ນໆ ທີ່ກ່ຽວຂ້ອງກັບແນວພັນພືດ;
  8. ຢືດແນວພັນພືດ, ວັດຖຸອຸປະກອນ, ເອກະສານ, ບົດບັນທຶກ ຫຼື ເອກະສານອື່ນໆທີ່ບໍ່ຖືກຕ້ອງ, ທີ່ມີການລະເມີດລະບຽບການ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້;
  9. ປະຕິບັດຕົນໃຫ້ເໝາະສົມຕາມໜ້າທີ່ ແລະ ຄວາມຮັບຜິດຊອບ;
  10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 37. ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ບັນດາຂະແໜງການ ແລະ ພາກສ່ວນອື່ນມີສິດ ແລະ ໜ້າທີ່ຄຸ້ມຄອງແນວພັນພືດ ຕາມພາລະບົດບາດຂອງຕົນ. ຂ້າງເທິງ

ພາກທີ VI
ຂໍ້ຫ້າມ

ມາດຕາ 38. ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ຕ່າງປະເທດມີການກະທໍາດັ່ງນີ້:

  1. ດໍາເນີນທຸລະກິດແນວພັນພືດປອມ ແລະ ແນວພັນທີ່ບໍ່ຮັບປະກັນຄຸນນະພາບ;
  2. ດໍາເນີນການຜະລິດ ແລະ ທຸລະກິດແນວພັນພືດ ທີ່ບໍ່ມີໃນບັນຊີລາຍຊື່ແນວພັນພືດໃຫ້ຜະລິດ;
  3. ທໍາລາຍ, ລັກລອບ, ສົ່ງອອກແນວພັນ ແລະ ເຊື້ອພັນພືດ ໂດຍບໍ່ໄດ້ຮັບອະນຸຍາດຈາກ ກະຊວງກະສິກໍາ ແລະ ປ່າໄມ້;
  4. ທົດລອງພະຍາດ ແລະ ແມງໄມ້ ຢູ່ເຂດຜະລິດແນວພັນພືດ;
  5. ກີດກັ້ນການຄົ້ນຄວ້າ, ທົດລອງ, ການຜະລິດ ແລະ ດໍາເນີນທຸລະກິດແນວພັນພືດ ທີ່ໄດ້ຮັບອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້;
  6. ນໍາເຂົ້າ, ຜະລິດ ແລະ ດໍາເນີນທຸລະກິດແນວພັນພືດ ທີ່ກໍ່ໃຫ້ເກີດຄວາມເສຍຫາຍໃນການຜະລິດ ແລະ ສຸຂະພາບຂອງປະຊາຊົນ, ສິ່ງແວດລ້ອມ ແລະ ລະບົບນິເວດ;
  7. ກໍານົດມາດຕະຖານຄຸນນະພາບ, ໂຄສະນາຄຸນນະພາບຂອງແນວພັນພືດທີ່ບໍ່ມີຄວາມຈິງ ຫຼື ເກີນຄວາມເປັນຈິງ ຊຶ່ງເຮັດໃຫ້ຜູ້ອື່ນຫຼົງເຊື່ອ ໃນຄຸນນະພາບຂອງແນວພັນພືດ. ຂ້າງເທິງ

ມາດຕາ 39. ຂໍ້ຫ້າມສໍາລັບພະນັກງານຄຸ້ມຄອງ, ກວດກາແນວພັນພືດ

ນອກຈາກຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນ ມາດຕາ 38 ຂອງຂໍ້ຕົກລົງສະບັບນີ້, ຫ້າມພະນັກງານກວດກາແນວພັນພືດ ມີການກະທໍາດັ່ງນີ້:

  1. ສວຍໃຊ້ສິດ ແລະ ໜ້າທີ່ຕໍາແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ກົດໜ່ວງຖ່ວງດຶງ, ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ;
  2. ເປີດເຜີຍຄວາມລັບຂອງລັດ ຫຼື ທາງລັດຖະການ, ປອມແປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານຄຸ້ມຄອງແນວພັນພືດ;
  3. ເມີນເສີຍຕໍ່ລະບຽບຫຼັກການ ໃນການຄຸ້ມຄອງແນວພັນພືດ ແລະ ແກ້ໄຂວຽກງານໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ;
  4. ເພີ່ມ ຫຼື ຫຼຸດຄ່າທໍານຽມ, ຄ່າບໍລິການ ແລະ ການນໍາໃຊ້ລາຍຮັບ ຈາກການຄຸ້ມຄອງແນວພັນພືດຕາມລໍາພັງ. ຂ້າງເທິງ

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 40. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດຂອງຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມຄວາມເໝາະສົມ ແລະ ການກໍານົດຂອງກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 41. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ຽວຂ້ອງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ດໍາເນີນທາງແພ່ງ ຫຼື ອາຍາ ແລ້ວແຕ່ກໍລະນີໜັກ ຫຼື ເບົາ. ຂ້າງເທິງ

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 42. ການຈັດຕັ້ງປະຕິບັດ

ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນ. ຂ້າງເທິງ

ມາດຕາ 43. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ທຸກຂໍ້ກໍານົດ ແລະ ບົດບັນຍັດໃດໆທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຣ. ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 Agreement of the Minister on the Management and Use of Plant Variety No. 3919/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ ແນວພັນພືດ ເລກທີ 3919/ກປ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຈົດທະບຽນແນວພັນພືດນໍາເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ກ່ອນການນຳເຂົ້າແນວພັນພືດ ຕ້ອງໄດ້ຈົດທະບຽນກັບກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້
  1. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ ແນວພັນພືດ ເລກທີ 3919/ກປ
  2. ດໍາລັດ ວ່າດ້ວຍ ແນວພັນພືດ ເລກທີ 238/ລບ, ລົງວັນທີ 18 ພຶດສະພາ 2020
9999-12-31 ALL
2 ຕ້ອງມີໃບຢັ້ງຢືນສຸຂານາໄມພືດຈາກປະເທດຕົ້ນທາງ - ເມັດພັນພືດນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ເມັດພັນພືດທີ່ນຳເຂົ້າ ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ທີ່ອອກໂດຍ ປະເທດຜູ້ສົ່ງອອກ ກ່ອນທີ່ສິນຄ້າຈະສາມາດນຳເຂົ້າມາ ສປປ ລາວ. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ ແນວພັນພືດ ເລກທີ 3919/ກປ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.