ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກດໍາລັດປະກາດໃຊ້ສາລະບານ ອັດຕາພາສີສະບັບໃໝ່ ໂດຍອີງຕາມສາລະບານ ອັດຕາພາສີ ລະບົບເອກະພາບອາຊຽນ 2012 (AHTN 2012) ສະບັບເລກທີ 08/ນຍ, ລົງວັນທີ 10 ມັງກອນ 2013 ເພື່ອປ່ຽນແທນ ສາລະ ບານອັດຕາ ພາ ສີລະບົບເອກະພາບ ປີ 2007/1 (AHTN 2007/1) ທີ່ຖືກປະກາດໃຊ້ໃນເມື່ອກ່ອນຕາມດໍາລັດສະບັບເລກທີ 258/ນຍ, ລົງວັນທີ 28 ສິງຫາ 2009. ສາລະບານອັດຕາພາສີລະບົບເອກະພາບ ປີ 2012 ປະກອບມີ 21 ພາກ ແລະ 97 ໝວດສິນຄ້າ. ສຳລັບ ໝວດ 77 ແມ່ນຍັງບໍ່ທັນໃຫ້ນຳໃຊ້ ເພາະຈະສະຫງວນບາງປະເພດສິນຄ້າໄວ້.ຫລັກການໃນການຈຳແນກປະເພດສິນຄ້າ ໄດ້ກຳນົດໄວ້ດ້ວຍລະຫັດເຄົ້າ 04 ຕົວເລກ ແລະ ລະຫັດຍ່ອຍ 06 ຕົວເລກ ອີງຕາມສາລະບານອັດຕາພາສີລະບົບເອກະພາບ ຂອງອົງການພາສີໂລກ (WCO) ເປັນພື້ນຖານ, ສ່ວນຕົວກໍານົດອັດຕາພາສີ ແມ່ນອີງໃສ່ລະຫັດຍ່ອຍ 08 ຕົວເລກ ຂອງອາຊຽນ,

ສາລະບານອັດຕາພາສີດັ່ງກ່າວນີ້ ປະກອບມີລາຍການສິນຄ້າ ທັງໝົດ 9,558 ລາຍການ ໂດຍຈະເອົາລົງໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ເພື່ອປ່ຽນແທນສາລະບານສະບັບເກົ່າໃນອານາຄົດອັນໃກ້ນີ້.

ທ່ານສາມາດດາວໂຫລດດຳລັດສະບັບເລກທີ 08/ນຍ ໄດ້ຂ້າງລຸ່ມນີ້

 

# ຫົວຂໍ້ ດາວໂຫຼດ
1 Lao PDR announces the Tariff Nomenclature based on AHTN 2012 to replace AHTN 2007/1. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.