ສາລະບານ

ມາດຕາ 1. ລົບລ້າງສາລະບານອັດຕາພາສີລະບົບເອກະພາບ ລຸ້ນ 2007...
ມາດຕາ 2. ປະກາດໃຊ້ສາລະບານອັດຕາພາສີລະບົບເອກະພາບ ລຸ້ນ 2012...
ມາດຕາ 3. ສາລະບານອັດຕາພາສີລະບົບເອກະພາບ ລຸ້ນ 2012 ປະກອບມີ 21 ພາກ ແລະ 97 ໝວດ...
ມາດຕາ 4. ມອບໃຫ້ກະຊວງການເງິນອອກບົດແນະນໍາລະອຽດ...
ມາດຕາ 5. ດໍາລັດສະບັບນີ້ມີຜົນສັກສິດ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ    ເລກທີ 08/ນຍ
ນະຄອນຫຼວງວຽງຈັນ, ວັນທີ 10 ມັງກອນ 2013

ດໍາລັດວ່າດ້ວຍການປະກາດໃຊ້
ສາລະບານອັດຕາພາສີລະບົບເອກະພາບລຸ້ນ ປີ 2012

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ການສະເໜີຂອງລັດຖະມົນຕີວ່າການກະຊວງການເງິນ, ສະບັບເລກທີ  3153/ກງ, ລົງວັນທີ 05 ທັນວາ 2012.

ນາຍົກລັດຖະມົນຕີອອກດໍາລັດ:

ມາດຕາ 1

 ລົບລ້າງສາລະບານອັດຕາພາສີລະບົບເອກະພາບລຸ້ນ 2007/1 ທີ່ປະກາດໃຊ້ໂດຍດໍາລັດ ສະບັບເລກທີ 258/ນຍ, ລົງວັນທີ 28 ສິງຫາ 2009. ຂ້າງເທິງ

ມາດຕາ 2

ປະກາດໃຊ້ສາລະບານອັດຕາພາສີລະບົບເອກະພາບລຸ້ນ 2012 ຕາມປຶ້ມສາລະບານອັດຕາພາສີ ລະບົບເອກະພາບອາຊຽນ ເພື່ອປ່ຽນແທນສາລະບານອັດຕາພາສີລະບົບເອກະພາບລຸ້ນ 2007/1 ທີ່ປະກາດໃຊ້ໂດຍດໍາລັດ ສະບັບເລກທີ 258/ນຍ, ລົງວັນທີ 28 ສິງຫາ 2009. ຂ້າງເທິງ

ມາດຕາ 3

 ສາລະບານອັດຕາພາສີລະບົບເອກະພາບລຸ້ນ 2012 ປະກອບມີ 21 ພາກ ແລະ 97 ໝວດ, ສ່ວນໝວດທີ 77 ຍັງບໍ່ທັນໄດ້ນໍາໃຊ້ ແລະ ສະຫງວນໄວ້ສໍາລັບບາງປະເພດສິນຄ້າໃນຕໍ່ໜ້າ:

  • ຫຼັກການໃນການຈໍາແນກປະເພດສິນຄ້າ ແມ່ນກໍານົດໂດຍລະຫັດເຄົ້າ 04 ຕົວເລກ ແລະ ລະຫັດຍ່ອຍ 06 ຕົວເລກ ຂອງອົງການພາສີໂລກ (WCO) ເປັນພື້ນຖານ, ສ່ວນຕົວກໍານົດອັດຕາພາສີແມ່ນລະຫັດຍ່ອຍ 08 ຕົວເລກຂອງອາຊຽນ;
  • ສາລະບານດັ່ງກ່າວປະກອບດ້ວຍລາຍການສິນຄ້າທັງໝົດ 9.558 ລາຍການ. ຂ້າງເທິງ

ມາດຕາ 4

 ມອບໃຫ້ກະຊວງການເງິນອອກບົດແນະນໍາລະອຽດ ກ່ຽວກັບການຕີຄວາມໝາຍຂອງແຕ່ລະລາຍການສິນຄ້າ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 5

 ດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ນາຍົກລັດຖະມົນຕີ

ທອງສິງ ທໍາມະວົງ

 

# ຫົວຂໍ້ ດາວໂຫຼດ
1 Decree on the issuance of the Tariff Nomenclature based on the ASEAN Harmonized Tariffs Nomenclature 2012 (AHTN 2012) No. 08/PM PDF
2 ດໍາລັດ ວ່າດ້ວຍ ການປະກາດໃຊ້ ສາລະບານອັດຕາພາສີ ລະບົບເອກະພາບ ລຸ້ນປີ 2012 ເລກທີ 08/ນຍ, ລົງວັນທີ 10.01.2013 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.