ກົມພາສີ, ກະຊວງການເງິນ ອອກບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດສອບຄືນການແຈ້ງພາສີ ສະບັບເລກທີ 04170/ກພສ, ລົງວັນທີ 5 ກຸມພາ 2013 ເພື່ອກຳນົດ ລະບຽບການ, ຂັ້ນຕອນ ແລະ ວິທີການ ໃນການດຳເນີນການກວດສອບຄືນການແຈ້ງພາສີ ແນ່ໃສ່ເຮັດໃຫ້ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ລະບຽບການຂອງຂະແໜງ ການພາສີ ມີຄວາມເຂັ້ມງວດ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຮັບປະກັນ ໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານຢ່າງຖືກຕ້ອງ, ຄົບຖ້ວນ ແລະ ມີປະສິດທິຜົນ. ພ້ອມນັ້ນ ຍັງກຳນົດວິທີການກວດສອບເຊັ່ນ: ການຂຶ້ນແຜນກຳນົດເປົ້າໝາຍຜູ້ປະກອບການທີ່ຈະຕ້ອງກວດສອບ, ການແຕ່ງຕັ້ງຄະນະວິຊາການກວດສອບ ລວມເຖິງບັນດາເອກະສານ, ການພົວພັນປະສານງານ ແລະ ບັນດາຂໍ້ຫ້າມສຳຫລັບ ເຈົ້າໜ້າທີ່ກວດສອບ. ເພື່ອເຮັດໃຫ້ພະນັກງານພາສີ ສາມາດນຳໃຊ້ ແລະ ຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.