ຈຸດປະສົງຂອງການສຶກສານີ້ ແມ່ນເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການລິເລີ່ມປະຕິຮູບຂະແໜງການບໍລິການປະກັນໄພ ແລະ ການເຈລະຈາໃນການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ທີ່ຕິດພັນກັບຂະແໜງການດັ່ງກ່າວ. ດັ່ງນັ້ນບົດສຶກສານີ້, ຈິ່ງໄດ້ສະເໜີທັດສະນະລວມກ່ຽວກັບການບໍລິການປະກັນໄພໃນ ສປປ ລາວ, ໂດຍສະເພາະ ການອ້າງອີງເຖິງ ຜົນກະທົບຂອງພັນທະທີ່ລັດຖະບານອາດຈະໃຫ້ໃນການເປີດຂະແໜງບໍລິການປະກັນໄພ ທີ່ເປັນສ່ວນໜຶ່ງ ໃນຂັ້ນຕອນການສະໝັກເຂົ້າເປັນສະມາຊິກ ອຄລ. ບົດສຶກສານີ້ ຈັດທຳບົນພື້ນຖານ ຜົນສຳຫລວດກ່ຽວກັບອຸດສາຫະກຳ ແລະ ສະພາບລະບຽບການຄຸ້ມຄອງຂອງຂະແໜງການນີ້ ເພື່ອກຳນົດຂົງເຂດ ທີ່ອາດໄດ້ຮັບຜົນປະໂຫຍດ ຈາກການເປີດເສລີການຄ້າ ແລະ ການປັບປຸງໂຄງສ້າງໃໝ່. ໄດ້ມີການນຳໃຊ້ຜົນຂອງບົດສຶກສານີ້ສົມທົບກັບການຖອດຖອນບົດຮຽນຈາກປະສົບການຂອງປະເທດອາຊຽນ ແລະ ຂໍ້່ແນະນຳຂອງວິທີປະຕິບັດທີ່ດີທີ່ສຸດໃນການປະຕິຮູບ ແລະ ຮັບພັນທະທີ່ເປັນໄປໄດ້ພາຍໃຕ້ສັນຍາທົ່ວໄປວ່າດ້ວຍການຄ້າການບໍລິການ (GATS) ຂອງ ອຄລ. ນອກນີ້ຍັງພິຈາລະນາຕໍ່ຜົນການເປີດເສລີການຄ້າສຳລັບອຸດສາຫະກຳປະກັນໄພ ແລະ ການປະຕິຮູບແຜນທີ່ສະໜັບສະໜູນພັດທະນາເສດຖະກິດໂດຍລວມຂອງລັດຖະບານ.

ທ່ານສາມາດດາວໂຫລດເອກະສານເປັນພາສາອັງກິດໄດ້ຂ້າງລຸ່ມນີ້

http://www.laotradeportal.net/upload/files/Lao_Insurance_Industry_25Aug2010.pdf

 

 

# ຫົວຂໍ້ ດາວໂຫຼດ
1 Implication of WTO Accession for Insurance Sector of Laos PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.